ມ.ສິງ ຈີນ ໄດ້ເຊົາປູກກ້ວຍ

ສິດນີ
2017.02.02
f-banana ສວນປູກກ້ວຍ ຂອງຈີນ ທີ່ເມືອງສິງ ແຂວງຫຼວງນໍ້າທາ
RFA/AS

ທາງການເມືອງສິງ ແຂວງຫຼວງນ້ຳທາ ໄດ້ອອກຄຳສັ່ງ ໃຫ້ເຈົ້າຂອງ ສວນກ້ວຍຊາວຈີນ ເຊົາປູກກ້ວຍ ແລະ ຊາວຈີນຫຼາຍຄົນ ກໍກັບຄືນ ເມືອ ຈີນ ແລ້ວ. ເນື່ອງຈາກວ່າ ສານເຄມີ ແລະ ຢາຂ້າຫຍ້າ ສົ່ງຜົລກະທົບ ຕໍ່ສຸຂພາບ ຂອງປະຊາຊົນ ແລະ ທໍາລາຍ ສີ່ງແວດລ້ອມ ຢ່າງແຮງ ໃນຫຼາຍປີ ທີ່ຜ່ານມາ. ດັ່ງເຈົ້າຫນ້າທີ່ ເມືອງສິງ ທ່ານນຶ່ງ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 1 ກຸມພາ ນີ້ວ່າ:

"ໂຕນີ້ເພິ່ນເຊົາປູກ ຫຼາຍເຕີບແລ້ວ ຈີນ ກໍກັບຫຼາຍເຕີບແລ້ວ ເພິ່ນສັ່ງບໍ່ໃຫ້ ເຮັດແລ້ວ ເພິ່ນໃຊ້ ສານເຄມີ ຫຼາຍຫັ້ນນ່າ ແລ້ວມັນເປັນ ຜົລກະທົບ ຕໍ່ ສຸຂພາບ ເນາະ ຂັ້ນເທີງເພິ່ນ ກໍເຫັນ ຄວາມສຳຄັນ ໂຕນີ້ ກໍເລີຍສັ່ງໃຫ້ ຢຸດນໍ ການປູກກ້ວຍ".

ທ່ານກ່າວຕື່ມວ່າ ໃນປີທີ່ຜ່ານມາ ປະຊາຊົນ ເມືອງສີງ ປະມານ 4-5 ຄົນ ຖືກສົ່ງໄປ ໂຮງຫມໍ ຍ້ອນເກີດອາການ ວິນຫົວ ໃນນັ້ນ ມີຜູ້ ເຮັດວຽກ ໃນສວນກ້ວຍ ແລະ ຜູ້ໃຊ້ສວນກ້ວຍ ເປັນທາງຜ່ານ ເຈົ້າຫນ້າທີ່ ເຊື່ອວ່າ ຂະເຈົ້າ ຫາຍໃຈເອົາ ສານເຄມີ ຈາກ ສວນກວ້ຍ ຈື່ງເກີດ ອາການວິນຫົວ. ດັ່ງນັ້ນ ເຈົ້າຂອງສວນກວ້ຍ ຕ້ອງຮັບຜິດຊອບ.

ຊາວບ້ານຕີນຕາດ ເມືອງສີງ ທ່ານນຶ່ງເວົ້າວ່າ ຢູ່ເຂດບ້ານ ຕີນຕາດ ມີເນື້ອທີ່ ປູກກ້ວຍ ຂອງຈີນ ຢ່າງກວ້າງຂວາງ ແລະກໍໃຊ້ ສານເຄມີ ຢ່າງຫນັກ, ໃນເວລາມີ ລົມແຮງ ສານເຄມີ ດັ່ງກ່າວ ກໍພັດເຂົ້າ ໃສ່ບ້ານເຮືອນ ຂອງປະຊາຊົນ ເຮັດໃຫ້ ຂະເຈົ້າເກີດ ອາການ ຫວິ່ງວຽນ ແລະ ເຈັບທ້ອງ.

ໃນປັດຈຸບັນ ເນື້ອທີ່ປູກກ້ວຍ ຢູ່ເມືອງສິງ ມີປະມານ 1 ພັນ 5 ຮ້ອຍ ປາຍເຮັກຕາ ເມືອງສິງ ເປັນບ່ອນ ປູກກ້ວຍຂອງຈີນ ໃນແຂວງ ຫລວງນ້ຳທາ. ເມື່ອອາທິດ ທີ່ຜ່ານມາ ທີ່ແຂວງບໍ່ແກ້ວ ເປັນຕົ້ນທີ່ ເມືອງຕົ້ນເຜີ້ງ ແລະ ເມືອງຫ້ວຍຊາຍ ກໍມີຄຳສັ່ງ ໃນຢຸດການປູກກ້ວຍ ຂອງຈີນ ໃນຈຳນວນ 18 ແຫ່ງ ຍ້ອນສານເຄມີ ເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.