ຖແລງການຈາກຊາວລຸ່ມແມ່ ນໍ້າຂອງ

ມະນີຈັນ
2015.11.13
F-mk ແມ່ນໍ້າຂອງ ໃນເຂດ ໂຄງການ ສ້າງເຂື່ອນ ດອນສະໂຮງ
RFA

ປະຊາຊົນ ກັມພູຊາ ໄທ ແລະ ວຽດນາມ ອອກ ຖແລງການ ກ່ຽວກັບ ເຂື່ອນ ແມ່ນໍ້າຂອງ ຮຽກຮ້ອງ ໃຫ້ ຣັຖບານ ບັນດາ ປະເທດ ເຂດ ແມ່ນໍ້າຂອງ ຟັງສຽງ ຂອງ ປະຊາຊົນ.

ຖແລງການ ນັ້ນ ເວົ້າວ່າ ພວກເຮົາ ປະຊາຊົນ ຈາກ ຊຸມຊົນ ໃນເຂດ ແມ່ນໍ້າຂອງ ທີ່ ເພິ່ງພາ ຣະບົບ ນິເວດ ໃນ ແມ່ນໍ້າຂອງ ແລະ ແມ່ນໍ້າອື່ນໆ ຫຼາຍສາຍ ແລະ ບຶງ-ໜອງ ຕ່າງໆ ໃນ ພາກພື້ນ ນີ້ ສ້າງຂຶ້ນມາ ໂດຍສະເພາະ ທະເລ ສາບ, ເສສານ ແລະ ປາກ ແມ່ນໍ້າຂອງ ເພື່ອ ເປັນ ອາຫານ, ເພື່ອ ສຸຂພາບ ແລະ ການເປັນຢູ່, ວັທນະທັມ, ສັງຄົມ, ແລະ ຣາຍໄດ້ ຂອງ ພວກເຮົາ.

ເຂື່ອນ ຕ່າງໆ ທີ່ ສ້າງໃສ່ ແມ່ນໍ້າຂອງ ແລະ ແມ່ນໍ້າ ອື່ນໆ ໃນ ພາກພື້ນ ໄດ້ ເຮັດໃຫ້ ເກີດການ ປ່ຽນແປງ ຢ່າງໜັກ ຕໍ່ ຣະບົບ ນິເວດ ແມ່ນໍ້າຂອງ ເປັນພັຍ ອັນຕະຣາຍ ຕໍ່ ຊີວິດ ການ ເປັນຢູ່ ຂອງ ຜູ້ຄົນ ແລະ ເສຖກິດ ໃນທົ່ວ ພາກພື້ນ. ໂດຍສະເພາະ ຊົນເຜົ່າ ດັ້ງເດີມ, ແມ່ຍິງ ແລະ ເດັກນ້ອຍ ໄດ້ຮັບ ຜົລກະທົບ ຮ້າຍແຮງ ທີ່ສຸດ ຈາກການ ປ່ຽນແປງ ທີ່ ເກີດຂຶ້ນນັ້ນ ຊຶ່ງ ມີຮວມທັງ ເຂື່ອນ ປາກມູນ, ເຂື່ອນ ນໍ້າຕົກ Yali, ນໍ້າເທີນ2, ເທີນຫີນບູນ, ໄຊຍະບູຣີ ແລະ ອີກຫຼາຍໆ ເຂື່ອນ ໃນ ແມ່ນໍ້າຂອງ ເຂດແດນ ຂອງ ຈີນ.

ແລະວ່າ ພວກເຮົາ ກັງວົນ ຫຼາຍກ່ຽວກັບ ເຂື່ອນ ດອນ ສະໂຮງ ຂອງລາວ ທີ່ ສ້າງໃສ່ ເຂດ ທີ່ ສໍາຄັນ ສໍາລັບ ການຂຶ້ນ-ລ່ອງ ຂອງໝູ່ປາ ແລະ ຈະເຮັດໃຫ້ ນາໆປາ ຊນິດ ຫລຸດລົງ ຢ່າງ ຮ້າຍແຮງ ໃນ ອ່າງ ແມ່ນໍ້າຂອງ ທັງມວນ.

ນອກນັ້ນ ເຂື່ອນ ດອນສະໂຮງ ຍັງ ຈະກະທົບ ກະເທືອນ ໃສ່ ການປູກຝັງ ແລະ ການຫາປາ ໃນເຂດ ປາກ ແມ່ນໍ້າຂອງ ນໍາດ້ວຍ, ເຖິງຈະມີ ພັຍ ອັນຕະຣາຍ ຢ່າງ ໃຫຽ່ຫຼວງ ຈາກ ເຂື່ອນ ດອນສະໂຮງ ແຕ່ ຣັຖບານ ລາວ ກໍບໍ່ໄດ້ ຟັງສຽງ ຂອງ ປະຊາຊົນ ຈາກ ປະເທດ ແມ່ນໍ້າຂອງ ອື່ນໆ.

ນຶ່ງ ໃນຄໍາ ຮຽກຮ້ອງ ຂອງ ຖແລງການ ຈາກ ປະຊາຊົນ ທ້ອງຖິ່ນ ຄືໃຫ້ ສຶກສາ ຢ່າງ ຮີບດ່ວນ ຕື່ມອີກ ເຣື່ອງ ເຂື່ອນ ດອນສະໂຮງ ແລະ ໃຫ້ ເປີດເຜີຍ ຕໍ່ ສາທາຣະນະ ມວນຊົນ ກ່ຽວກັບ ມູລຄ່າ ແລະ ຜົລກະທົບ ຂອງ ໂຄງການ ນີ້ ຢ່າງ ເຕັມສ່ວນ ແລະ ໃຫ້ ຣັຖບານ ປະເທດ ເຂດ ແມ່ນໍ້າຂອງ ທັງໝົດ ຮັບຮູ້ນໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.