ໂຮງງານຊິມັງສົ່ງຜົນກະທົບ

ອຸ່ນແກ້ວ ສຸກສະຫວັນ
2017.10.19
f-cement ໂຮງງານຜລິດຊິເມັນ ຢູ່ບ້ານໂພວາ ແຂວງຄຳມ່ວນ
RFA/PN

ປະຊາຊົນ ໃນຫລາຍບ້ານ ຢູ່ເມືອງວັງວຽງ ແຂວງວຽງັຈນ ໄດ້ຮັບຜົນກະທົບ ຈາການຂົນຫີນ ເຂົ້າອອກໂຮງງານຊິມັງ ເຮັດໃຫ້ເສັ້ນທາງ ບໍ່ດີເປ່ເພ ແລະ ຫີນຟົ້ງໄປໃສ່ ຫລັງຄາເຮືອນ ຂອງປະຊາຊົນອີກ ປະຊາຊົນ ທີ່ອາໃສຢູ່ໃກ້ ໂຮງງານຊິມັງ ແຫ່ງທີ 1 ແລະ ໂຮງງານຊິມັງ 2 ຢູ່ທິດໃຕ້ຂອງເມືອງວັງວຽງ ແຂວງວຽງຈັນ ແມ່ນໄດ້ຮັບ ຜົນກະທົບໂດຍກົງ, ດັ່ງປະຊາຊົນ ຢູ່ເຂດດັ່ງກ່າວ ໄດ້ກ່າວໃນວັນທີ 19 ຕຸລາ ວ່າ:

"ຍັງເປັນບັນຫາທີ່ຄ້າງຄາເນາະ ປະເດັນໃຫຍ່ກ່ອນໝູ່ກໍແມ່ນ ເບື້ອງເສັ້ນທາງນີ້ແຫລະ ເສັ້ນທາງນີ້ຫັ້ນມັນມີ ຜົນກະທົບຫລາຍ ນັກທຸຣະກິດ ແລ້ວ ກໍໂຮງງານແກ່ຫິນ ມັນມີຝຸ່ນລະອອງຫລາຍ ປະຊາຊົນ ໄດ້ຮັບຜົນ ກະທົບຫລາຍ ບາດນີ້ ພັດແລ່ນລົດໄວ ຫາກຫີນຕົກ ບາງເທື່ອ ກໍຖືກນັກຮຽນ ບາງເທື່ອ ກໍນັກຮຽນໄປໂຮງຮຽນ ຫັ້ນເປັນເສື້ອຂາວ ມັນເປັນເສື້ອຂີ້ຜຸ່ນ ບາງຄົນກໍຟ້າວມາ ຫັ້ນນ່າ".

ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ ສຳລັບບ້ານທີ່ໄດ້ຮັບ ຜົນກະທົບ ໜັກທີ່ສຸດ ກໍແມ່ນບ້ານຫ້ວຍງາມ ບ້ານໂພນສູງ ແລະ ບ້ານຂັນໝາກ ທີ່ຢູ່ໃກ້ກັບໂຮງງານຊິມັງ 1 ແລະ 2 ເວລາຣົດຂົນຫີນ ຂອງໂຮງງານ ແລ່ນຜ່ານທາງ ຊຶ່ງມີເຮືອນ ປະຊາຊົນຢູ່ແຄມທາງ ຣົດກໍແລ່ນໄວ ເຮັດໃຫ້ເສັ້ນທາງ ເປັນຂີ້ຝຸ່ນ ປິວໃສ່ເຮືອນ ຂອງປະຊາຊົນ ແລະເສື້ອຜ້າ ປະຊາຊົນ ທີ່ຕາກໄວ້ ກໍເປື້ອນ.

ເຖີງຢ່າງໃດກໍຕາມ ເມື່ອບໍ່ດົນມານີ້ ປະຊາຊົນທີ່ອາໄສຢູ່ ບໍຣິເວນ ໂຮງງານຊິມັງ 1 ແລະ 2 ກໍເຄີຍຣາຍງານບັນຫາ ດັ່ງກ່າວ ໄປຍື່ນໃຫ້ກັບ ເຈົ້າໜ້າທີ່ ເມືອງວັງວຽງ ແລະ ເຈົ້າໜ້າທີ່ ແຂວງວຽງຈັນ ເພື່ອໃຫ້ນຳສະເໜີ ຕໍ່ກອງປະຊຸມ ສະພາແຫ່ງຊາດ ໃຫ້ແກ້ໄຂບັນຫາດັ່ງກ່າວ ໃຫ້ ປະຊາຊົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.