ການເກັບກູ້ລະເບີດຄ່ອຍ ຄືບຄານ

ສິດນີ
2017-04-20
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
ຈຸດສີແດງ ແມ່ນພື້ນທີ່ ໃນ ປະເທດລາວ ທີ່ ມີຣະເບີດ ຍັງບໍ່ແຕກ ຕົກຄ້າງຢູ່
ຈຸດສີແດງ ແມ່ນພື້ນທີ່ ໃນ ປະເທດລາວ ທີ່ ມີຣະເບີດ ຍັງບໍ່ແຕກ ຕົກຄ້າງຢູ່
RFA

ເຈົ້າຫນ້າທີ່ເກັບກູ້ລະເບີດລາວ ເວົ້າວ່າການເກັບກູ້ລະເບີດ ທີ່ບໍ່ທັນແຕກ ໃນລາວ ໃນປັດຈຸບັນ ຍັງມີຄວາມລ່າຊ້າຫຼາຍ ຍ້ອນຂາດທີມງານ ສຳຣວດ ກຳນົດ ພື້ນທີ່ເກັບກູ້ ແລະ ເຄື່ອງອຸປກອນ ໃນການເກັບກູ້ ໃນພາກສນາມ ກໍບໍ່ພຽງພໍ. ສຳລັບ ທີ່ແຂວງ ຊຽງຂວາງ ທ່ານວ່າ ການເກັບກູ້ລະເບີດ ທີ່ຕົກຄ້າງ ໃນປາງສົງຄາມ ທີ່ແຂວງຊຽງຂວາງ ທີ່ໄດ້ດຳເນີນ ມາແຕ່ປີ 1978 ມາຮອດ ປັດຈຸບັນ ສາມາດເກັບກູ້ ລະເບີດໄດ້ ໃນແຕ່ລະປີ ພຽງແຕ່ 5 ຫາ 6 ຮ້ອຍເຮັກຕາ ຫລື ປະມານ 0.46% ຂອງເນື້ອທີ່ ລະເບີດ ບໍ່ທັນແຕກ ທັງຫມົດ ໃນແຂວງ ຊຽງຂວາງ ປະມານ 1 ລ້ານ 5 ແສນເຮັກຕາ. ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ໃນວັນທີ 7 ມິນາ ຜ່ານມາວ່າ:

"ມັນມີຜົລກະທົບ ກ່ຽວກັບຂໍ້ມູນ ການຖິ້ມລະເບີດ ໃນທຸກໆບ່ອນ ແຕ່ວ່າດຽວນີ້ ທີມງານເຮົາ ບໍ່ມີທິມສຳຣວດ ກຳນົດພື້ນທີ່ ເຮົາມີແຕ່ ສຳຣວດ ຂຶ້ນແຜນ ປະຈຳປີ ຈະບໍ່ມີທີມສຳຣວດ ກຳນົດ ພື້ນທີ່ ຢ່າງະລອຽດ ວ່າເຂດໃດ ຫຼາຍກວ່າ ຫລືນ້ອຍກວ່າຫມູ່ ມາເບິ່ງແລ້ວ ມັນມີທຸກໆ ບ່ອນທີ່ມີການ ຖິ້ມຣະເບີດ".

ທ່ານວ່າບັນຫາດັ່ງກ່າວ ສົ່ງຜົລກະທົບ ຕໍ່ຄວາມປອດພັຍ ຂອງປະຊາຊົນ ທ້ອງຖິ່ນ ບໍ່ວ່າຈະຢູ່ໃນ ແຂວງຊຽງຂວາງ ຮ່ວມທັງ ໃນທົ່ວ ປະເທດ ບ່ອນທີ່ຍັງມີລະເບີດ ຕົກຄ້າງ ໃນປາງສົງຄາມ ຊຶ່ງ ໃນປັດຈຸບັນ ຖ້າປະຊາຊົນ ຕ້ອງການປູກຝັງ ຫລືປຸກບ້ານເຮືອນ ກໍຕ້ອງ ຮ້ອງຂໍໄປຍັງ ທີມງານເກັບກູ້ຣະເບີດ ທີ່ແຂວງຊຽງຂວາງ ລົງໄປສຳຣວດ ແລະເກັບກູ້ກ່ອນ ເພື່ອຄວາມປອດພັຍ ຂອງພວກຂະເຈົ້າ.

ຣະຫວ່າງປີ 2015-16 ທີ່ແຂວງຊຽງຂວາງ ໄດ້ພົບເຫັນພື້ນທີ່ ຣະເບີດບໍ່ທັນແຕກ ປະມານ 5 ພັນເຮັກຕາ ແຕ່ທາງການສາມາດເກັບ ກູ້ໄດ້ ພຽງແຕ່ 10% ເທົ່ານັ້ນ ຍ້ອນຂາດທີມງານ ໃນການເກັບກູ້ ຊຶ່ງ ໃນປັດຈຸບັນ ກໍມີພຽງແຕ່ 11 ຄົນ ເທົ່ານັ້ນ ທີ່ແຂວງ ຊຽງຂວາງ.

ທ່ານກ່າວຕື່ມວ່າ ໃນປັດຈຸບັນ ໂຄງການເກັບກູ້ລະເບີດ ທີ່ແຂວງຊຽງຂວາງ ໄດ້ຮັບເງິນຊ່ອຍເຫລືອ ຈາກປະເທດ ນິວຊິແລັນ ປະມານ 7 ລ້ານ 2 ແສນໂດລາ ເພື່ອໃຊ້ໃນການເກັບກູ້ຣະເບີດ ຣະຫວ່າງ ປີ 2017-20 ໂດຍຄາດວ່າ ໃນປີນີ້ ຈະສາມາດ ເກັບກູ້ລະເບີດ ໄດ້ໃນ ເນື້ອທີ່ ປະມານ 600 ເຮັກຕາ. ແຕ່ບໍ່ໄດ້ເອີ່ຍເຖິງ ເງີນທີ່ທາງການ ສະຫະຣັດ ຊ່ອຍເຫລືອ ໃນການເກັບກູ້ລະເບີດ ໃນລາວ ຈຳນວນ 90 ລ້ານໂດລາ.

ນອກຈາກ ແຂວງຊຽງຂວາງ ແລ້ວ ກໍຍັງອີກ ຫຼາຍແຂວງໃນລາວ ທີ່ຍັງມີລະເບີດ ຕົກຄ້າງຫລາຍຢູ່. ຣະເບີດ ທີ່ບໍ່ທັນແຕກ ທີ່ຍັງຕົກຄ້າງ ຢູ່ໃນລາວ ນອກຈາກຈະເປັນ ອຸປສັກຕໍ່ການ ພັທນາເສຖກິດ ແລະສັງຄົມ ສປປລາວ ແລ້ວຍັງ ສ້າງຄວາມລຳບາກ ໃຫ້ແກ່ ປະຊາຊົນ ທ້ອງຖິ່ນ ນຳອີກຍ້ອນວ່າ ລູກຣະເບີດດັ່ງກ່າວ ໄດ້ແຕກໃສ່ ຊາວບ້ານ ຜູ້ທີ່ເຂົ້າໄປຫາ ເຄື່ອງປ່າຂອງດົງ ມາກິນ ເປັນອາຫານ.

ການເກັບກູ້ລະເບີດ ທີ່ບໍ່ທັນແຕກ ຫລ້າຊ້າໃນລາວ ເປັນອຸປສັກ ຕໍ່ການພັທນາ ຊຶ່ງທາງການ ສປປລາວ ຄວນເອົາໃຈໃສ່ ແກ້ໄຂ, ໃຊ້ ງົບປະມານ ສົມທົບນຳການ ຊ່ວຍເຫລືອ ຈາກຕ່າງປະເທສ. ສະຫະຣັຖ ກໍໄດ້ມອບເງິນ ຊ່ວຍເຫລືອໃນໂຄງການ ເກັບກູ້ ລະເບີດ ບໍ່ທັນ ແຕກຢູ່ລາວ ຫຼາຍສິບລ້ານ ໂດລາ ແລະ ປະເທສ ປະຊາທິປະຕັຍ ອື່ນໆຮວມທັງ ນິວຊີແລນ ກໍຊ່ວຍເຫລືອ ແຕ່ວຽກງານການເກັບກູ້ ຍັງຊັກຊ້າຢູ່ ເຈົ້າຫນ້າທີ່ ເກັບລະເບີດ ອີກທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນລະຍະ ຜ່ານມາວ່າ:

"ດຽວນີ້ ມີແຕ່ປະເທດ ນິວຊີແລນ ໃຫ້ຊ່ວຍ ຊຽງຂວາງ ພວກເຮົາກໍຍັງມີ ທີມງານບໍ່ສາມາດ ຂຍາຍເນື້ອທີ່ ໃຫ້ມັນເພີ່ມຂຶ້ນໄດ້ອີກ ແລະ ຈະສາມາດ ແກ້ໄຂແຜນເກົ່າ ແຕ່ວ່າການພັທນາ ເສຖກິດສັງຄົມ ມັນຕ້ອງການຫຼາຍ ເພື່ອໃຫ້ໂຄງການ ກວາດກູ້ ລະເບີດ ກ່ອນພວກເຮົາ ກໍບໍ່ສາມາດ ຈະຕອບສນອງ ໃຫ້ທັນເວລາໄດ້ ກໍເປັນບັນຫາ ທີ່ຍາກ ໃນການຈັດ ບຸຣິມະສິດ ໃຫ້ ໃນການເກັບກູ້".

ທ່ານເວົ້າຕື່ມວ່າ ການຊ່ວຍເຫລືອ ທີ່ວ່ານັ້ນຍັງຖືວ່າ ບໍ່ຫຼາຍປານໃດ ເພາະຕ້ອງໄດ້ແບ່ງກັບ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ນຳດ້ວຍ. ໃນການເກັບກູ້ລະເບີດ ບໍ່ທັນແຕກນັ້ນ ໄດ້ຮັບງົບປະມານ ໜ້ອຍ, ຍັງບໍ່ພຽງພໍ ກັບຄວາມຕ້ອງການ. ກ່ຽວກັບເຣື້ອງນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ ຖາມໄປຫາ ຜແນກແຜນການ ແລະການລົງທຶນ ແຂວງຊຽງຂວາງ, ໄດ້ຮັບຄຳຕອບວ່າ ການເກັບກູ້ລະເບີດ ບໍ່ທັນແຕກ ຫລ້າຊ້າ ມີສ່ວນທີ່ເຮັດໃຫ້ ການພັທນາ ຫລ້າຊ້າໄປນຳ:

"ກໍແນ່ນອນ ກໍມີສ່ວນຢູ່ ເພາະວ່າ ອັນ ຜູ້ລົງທຶນນີ້ ຂະເຈົ້າຮູ້ວ່າ ຈະມີຄວາມສ່ຽງ ກໍຢຸດໆຢ່ອນໆ ຫັ້ນແຫລະ ຖ້າວ່າ ຜ່ານໂຄງການ ເກັບກູ້ ຣະເບີດແລ້ວ ຂະເຈົ້າ ຈະມີຄວາມ ໝັ້ນໃຈ".

ທ່ານ ພູຂຽວ ຈັນທະສົມບູນ ຜູ້ອຳນວຍການອົງການເກັບກູ້ລະເບີດ ແຫ່ງຊາດລາວ ກ່າວຕໍ່ວຽງຈັນທາມສ ໃນມື້ວັນທີ 10 ມີນາປີ 2017 ຜ່ານມາວ່າ ທາງການລາວ ມີແຜນການຈະເພີ້ມ 10 ທີມງານ ໃນການເກັບກູ້ລະເບີດ ໃນອານາຄົດ ທີມງານໃຫມ່ນີ້ຈະ ປະກອບດ້ວຍ 5 ທີມ ທີ່ແຂວງຄຳມ່ວນ, 5 ທີມ ທີ່ແຂວງອັດຕະປື ຍ້ອນໃນແຂວງດັ່ງກ່າວ ມີຄວາມຕ້ອງການສູງ ໃນການເກັບກູ້ ຍ້ອນຈະມີໂຄງການ ພັທນາໃຫຍ່ໆ ຫລາຍໂຄງການ.

ທ່ານວ່າ ວ່າງປີທີ່ຜ່ານມາ ສາມາດເກັບກູ້ຣະເບີດໄດ້ພຽງແຕ່ 2500 ເຮັກຕາ ໃນທົ່ວປະເທດ ແລະໃນປີນີ້ ຕາມແຜນການ ຈະເພີ້ມເກັບກູ້ ໃຫ້ໄດ້ເຖີງ 3200 ເຮັກຕາ ເພີ້ມຂື້ນ 28% ຈາກສະຖິຕິເດີມ. ນອກຈາກນັ້ນ ຍັງມີແຜນການ ຈະເກັບກູ້ທີ່ ແຂວງ ຫລວງພຣະບາງ 130 ເຮັກຕາ, ແຂວງຫົວພັນ 161 ເຮັກຕາ ແຂວງຊຽງຂວາງ 600 ເຮັກຕາ ແຂວງຄຳມ່ວນ 413 ເຮັກ ແຂວງ ສວັນນະເຂດ 710 ເຮັກຕາ ແຂວງສາຣະວັນ 402 ເຮັກຕາ ແຂວງເຊກອງ 220 ເຮັກຕາ ແຂວງຈຳປາສັກ 170 ເຮັກຕາ ແລະ ແຂວງອັດຕະປື 440 ເຮັກຕາ. ສ່ວນໃຫຍ່ຈະເກັບກູ້ ໃນໂຄງການພັທນາ ແລະການປູກຝັງປະເພດຕ່າງໆ ດັ່ງສວນກາແຟ ຫລືເຂດຊົລປະທານ ບ່ອນປຸກໂຮງຮຽນ ໂຮງຫມໍແລະອື່ນໆ.

ນີ້ເປັນພຽງແຕ່ ແຜນການ ແຕ່ພາກປະຕິບັດຕົວຈິງນັ້ນ ຈະເປັນຢ່າງໃດ ທ່ານຍັງເວົ້າວ່າ ບັນຫາໃນການເກັບກູ້ລະເບີດ ໃນປັດຈຸບັນ ແມ່ນຂາດ ທີມງານ ໃນການສຳຣວດ ພື້ນທີ່ເກັບກູ້ ຈື່ງມີການຊັກຊ້າ ໃນການເກັບກູ້ລະເບີດ ໃນຈຸດເປົ້າຫມາຍ.

ແຕ່ເຖິງຢ່າງໃດ ກໍຕາມ ນັກວິເຄາະເວົ້າວ່າ ສາເຫດ ທີ່ມີການເກັບກູ້ລະເບີດ ທີ່ຕົກຄ້າງໃນລາວ ຊັກຊ້ານັ້ນ ກໍມີຫລາຍບັນຫາ ຄື:

1-ທາງການລາວບໍ່ຖືວ່າ ວຽກງານເກັບກູ້ຣະເບີດໃນລາວ ເປັນວຽກງານບູຣິມະສີດ ໃນໂຄງການພັທນາ ເສຖກິດແລະສັງຄົມ ໃນລາວ ຈື່ງຫັນງົບປະມານ ຂອງຊາດ ໃນແຕ່ລະປີ ໄປເຮັດແນວອື່ນ ເຊັ່ນການສ້າງໂຄງຮ່າງ ພື້ນຖານ ຖນົນຫົນທາງ ໂຮງຫມໍ ໂຮງຮຽນ ແລະການກະຕຸ້ນ ເສຖກິດ ປະເພດຕ່າງໆ ໃນລາວ.

2-ລະເບີດທີ່ຍັງຕົກຄ້າງໃນລາວ ປົກຫຸ້ມ ໄປໃນພື້ນທີ່ກວ້າງ ແລະຫລາຍເກີນໄປ, ກະແຈກກະຈ່າຍໄປທົ່ວ ໃນ 9 ແຂວງຂອງລາວ ແລະກໍເປັນລະເບີດ ລູກຫວ່ານ ຍາກໃນ ການເກັບກູ້.

ເຈົ້າຫນ້າທີ່ລາວ ທ່ານນື່ງເວົ້າວ່າ ອາດຈະໃຊ້ເວລາຫລາຍຮ້ອຍປີ ຈື່ງຈຳສາມາດເກັບກູ້ລະເບີດ ທີ່ຍັງຕົກຄ້າງ ໃນລາວ ຫມົດໄປໄດ້.

ອິງຕາມຂໍ້ມູນ ຈາກນັກຄົ້ນຄວ້າ ລະເບີດທີ່ຕົກຄ້າງ ໃນປາງສົງຄາມ ທີ່ບໍ່ທັນແຕກໃນລາວ ເປັນພັຍອັນຕະຣາຍ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດ ຊົນນະບົດ ໃນເນຶ້ອທີ່ 70% ໃນບັນດາ 9 ແຂວງໃນລາວ ໃນທຸກມື້ນີ້.

ສປປລາວ ໂດຍສະເຣັ່ຽເປັນປະເທດ ທີ່ຖືກຖິ້ມຣະເບີດໃສ່ ຕໍ່ຫົວຄົນ ຫລາຍກວ່າຫມູ່ໃນໂລກ ຍ້ອນສົງຄາມ ອິນໂດຈີນ ໃນຊຸ່ມປີ 1960 ຫາຊຸ່ມປີ 1970 ຊຶ່ງ ສປປ ລາວ ກາຍເປັນທາງ ຜ່ານຂອງກຳລັງວຽດນາມເຫນືອ ໄປວຽດນາມໃຕ້ ຈຶ່ງກາຍເປັນ ພື້ນທີ່ ສົງຄາມ ທີ່ຖືກຖິ້ມລະເບີດ ຈາກກຳລັງ ສະຫະຣັຖ ຫລາຍກວ່າຫູມ່.

ຈາກປີ 1964 ຮອດປີ 1973 ການຖິ້ມລະເບີດຂອງກອງທັບອາກາດ ສະຫະຣັຖ ໃສ່ລາວ ເກືອບຮອດ ເຄິ່ງລ້ານຖ້ຽວ ແລະຜົລສະທ້ອນ ທີ່ລາວໄດ້ຮັບ ກໍແມ່ນວ່າ ລະເບີດກວ່າ 2 ລ້ານຕັນ ຖືກຖິ້ມໃສ່ລາວ.

ອົງການເກັບກູ້ລະເບີດໃນລາວເວົ້າວ່າ ປະມານ 30% ຂອງ ຈຳນວນລູກລະເບີດ ທີ່ຖິ້ມໃສ່ລາວ ນັ້ນຍັງບໍ່ແຕກ ເຮັດໃຫ້ເກີດ ບັນຫາການ ສູນເສັຽຊີວິດ ໄດ້ຮັບບາດເຈັບ ແລະສ້າງ ຄວາມທຸກຍາກ ໃຫ້ແກ່ ປະຊາຊົນລາວ ໃນເຂດ ຊົນນະບົດ ຮອດທຸກມື້ນີ້.

ລູກລະເບີດທີ່ບໍ່ທັນແຕກ ມີຫລາຍຂນາດແລະຫລາຍຊນິດ ຊນິດທີ່ໂດງດັງ ແລະຂ້າຄົນລາວ ຫລາຍກວ່າຫມູ່ ກໍແມ່ນລູກ ບອມບີ ຫລືຣະເບີດລູກຫວ່ານ ທີ່ກະຈ່າຍໄປທົ່ວ ໃນຫລາຍພື້ນທີ່ ໃນເຂດ 9 ແຂວງຂອງລາວ ໃນນັ້ນ ຮ່ວມດ້ວຍ ແຂວງຜົ້ງສາລີ  ຊຳເຫນືອ ຊຽງຂວາງ ສວັນນະເຂດ ອັດຕະປື ເຊກອງ ແລະສາຣະວັນ.

ອິງຕາມບົດຣາຍງານຂອງຣັຖບານ ສະຫະຣັຖ ລູກບອມບີ ຫລືຣະເບີດລູກຫວ່ານ ຖືກຖີ້ມ ໃສ່ລາວ ມີເຖິງ 80 ລ້ານລູກ ໃນນັ້ນ ສ່ວນຫລາຍແມ່ນ ຍັງບໍ່ທັນແຕກ ນອກຈາກນັ້ນ ກໍຍັງມີ ລູກລະເບີດ ຊນິດອຶ່ນໆ ອີກຫລາຍຊນິດ ທີ່ຍັງບໍ່ແຕກ ໃນລາວ.

ການສຳຣວດພື້ນທີ່ໃນປີ 1997 ພົບວ່າປະມານ 87 ພັນເຮັກຕາ ຂອງພື້ນທີ່ໃນລາວ ໃນຈຳນວນພື້ນທີ່ ທັງຫມົດ ໃນທົ່ວປະເທດ 2 ແສນ ກວ່າເຮັກຕາ ໄດ້ຮັບຜົລກະທົບຈາກລະເບີດ ບໍ່ທັນແຕກ ຕົກຄ້າງຢູ່ຢ່າງ ຫລວງຫລາຍ ໃນນັ້ນ 12 ພັນກວ່າເຮັກຕາ ຖືວ່າ ເປັນພື້ນທີ່ ມີຄວາມສ່ຽງສູງ ແລະ 74 ພັນກວ່າເຮັກຕາ ມີຄວາມສ່ຽງປານກາງ. ດ່ັງເຈົ້າຫນ້າ ທີ່ ແຂວງອັດຕະປື ທ່ານນຶ່ງເວົ້າວ່າ: ---ສຽງ---

ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດ ທີ່ຕົກຄ້າງແຕກໃສ່ໃນລາວ ເລີ້ມແຕ່ປີ 2005 ເປັນຕົ້ນມາ ມີປະມານ 13 ພັນຄົນດັ່ງ ໃນຕົ້ນປີ 2005 ມີ 74 ກໍຣະນີ ໂດຍມີ 128 ຄົນໄດ້ຮັບ ເຄາະຮ້າຍ ໃນນັ້ນ 30 ຄົນເສັຽຊິວິດ ໃນຈຳນວນຜູ້ທີ່ ເສັຽຊິວິດນັ້ນ 74% ແມ່ນ ເດັກນ້ອຍ.

ໃນປີ 2007 ມີ 60 ກໍຣະນີ ມີຄົນໄດ້ຮັບບາດເຈັບ 90 ຄົນແລະໃນປີ 2009 ເພີ້ມຂຶ້ນເປັນ 77% ຂອງຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກລະເບີດທີ່ຕົກຄ້າງ ແຕກໃສ່. ຫລັງຈາກນັ້ນມາ ຮອດປີ 2010 ແລະ 2013 ເຫດການ ຄວາມເສັຽຫາຍ ຕໍ່ປະຊາຊົນຈາກ ລະເບີດຕົກຄ້າງ ແຕກໃສ່ ກໍເພີ້ມຂຶ້ນເລື້ອຍໆ ຍ້ອນຄວາມທຸກຍາກ ປະຊາຊົນ ໃນເຂດ ຊົນນະບົດ ທີ່ອອກໄປ ຫາຢູ່ ຫາກິນເຄື່ອງປ່າຂອງດົງ ຫລາຍຂຶ້ນ.

ວ່າງຫລັງໆມານີ້ ກໍມີເຫດລະເບີດແຕກທີ່ ແຂວງຊຽງຂວາງ ເຮັດໃຫ້ເດັກນ້ອຍ 1 ຄົນເສັຽຊີວີດ ແລະ12 ຄົນໄດ້ຮັບ ບາດເຈັບ. ກອງທັບອາກາດ ສະຫະຣັຖ ຖີ້ມລະເບີດໃສ່ ລາວ ຣະຫວ່າງປີ 1964 ຫາ 1973 ເຖິງ 2 ລ້ານກວ່າລູກ ໃນຈຳນວນກວ່າ 6 ແສນຖ້ຽວ ຖິ້ມທຸກໆ 8 ນາທີ ໃນຣະຍະ 9 ປີ ຫລາຍກວ່າ ສະຫະຣັຖ ຖີ້ມໃສ່ເຍັຽຣະມັນ ແລະຍີ່ປຸ່ນ ໃນສົງຄາມໂລກຄັ້ງທີສອງ.

ເຕັມຫນ້າ