ບໍຣິສັດຂຸດທອງຍ້າຍໄກ ໝູ່ບ້ານ

ອະວາຣີ
2016.02.29
F-Xepon ບໍຣິສັດ ລ້ານຊ້າງ ມິນເນໂຣນ ເປັນບໍຣິສັດລູກ MMG's ໄດ້ໃຫ້ການຊ່ອຍເຫຼືອ ໝູ່ບ້ານ ສ້າງໂຮງຮຽນ ຫົນທາງ ແລະໃຫ້ມີ ນໍ້າສະອາດໃຊ້
Courtesy of MMG's

ບໍຣິສັດ ລ້ານຊ້າງ ມິນເນໂຣນ ຊຶ່ງ ເປັນ ບໍຣິສັດ ລູກ ຂອງ ບໍຣິສັດ MMG ຂອງ ຈີນ ແລະ ເປັນ ບໍຣິສັດ ຂຸດຄົ້ນ ບໍ່ຄຳ ເຊໂປນ ຢູ່ແຂວງ ສວັນນະເຂດ ຍ້າຍບ່ອນ ຂຸດຄົ້ນທອງ ອອກໄກ ຈາກ ທົ່ງນາ ຂອງ ປະຊາຊົນ ເພື່ອ ປ້ອງກັນ ສານເຄມີ ແລະ ດິນເຈື່ອນ ຖົມ ທົ່ງນາ ຂອງ ຊາວບ້ານ. ດັ່ງ ເຈົ້າໜ້າທີ່ ຜແນກ ກະສິກັມ ແຂວງ ສວັນນະເຂດ ທ່ານນຶ່ງ ເວົ້າເມື່ອ ວັນທີ 26 ເດືອນ ກຸມພາ ນີ້ວ່າ:

“ຜົນກະທົບ ນີ້ເນາະ ຈາກ ການຂຸດຄົ້ນ ບໍ່ຄຳ ທອງແດງ ນີ້ນະ ແຜນ ໃນການປ້ອງກັນ ສ່ວນຫຼາຍ ເພິ່ນກະບໍ່ໄດ້ ຂຸດໃກ້ກັບ ພື້ນທີ່ນາ ຂອງ ປະຊາຊົນ ສ່ວນຫຼາຍ ເພິ່ນຂຸດ ຢູ່ກັບພູ ເນາະ ຄັນຖືກ ກະຖືກ ຜົນກະທົບ ແຕ່ໄຮ່ ແຕ່ສວນ ບ້າງເລັກໜ້ອຍ ບໍ່ໄດ້ ຫຶກໜາ.”

ກ່ອນນີ້ ດິນເຈື່ອນ ແລະ ນ້ຳເປີ້ເປື້ອນ ຈາກ ການຂຸດຄົ້ນ ທອງ ໄດ້ໄຫລລົງ ໄປຖົມ ທົ່ງນາ ຂອງ ປະຊາຊົນ ທ້ອງຖິ່ນ ເຮັດໃຫ້ ຕົ້ນເຂົ້າຕາຍ. ເຈົ້າໜ້າທີ່ ກະສິກັມ ທ່ານນີ້ ກ່າວອີກວ່າ ປັດຈຸບັນ ຫລັງຈາກ ຍ້າຍບ່ອນ ຂຸດຄົ້ນ ພຽງແຕ່ໄຮ່ ແລະສວນ ຂອງ ປະຊາຊົນ ເທົ່ານັ້ນ ໄດ້ຮັບ ຜົນກະທົບ ເລັກໜ້ອຍ. ແຕ່ ເຖິງຈະຍ້າຍ ບ່ອນຂຸດຄົ້ນ ເວລາ ຝົນຕົກ ນໍ້າເປື້ອນ ຫລື ນ້ຳແດງ ກໍຍັງໄຫລ ລົງສູ່ ທົ່ງນາ ແລະ ສາຍນ້ຳ ລຳຄອງຢູ່ ປະຊາຊົນ ກໍຢ້ານນ້ຳ ເປັນພິດ ເປັນໄພ ບໍ່ກ້າໃຊ້ ບໍ່ກ້າກິນ. ດັ່ງ ເຈົ້າໜ້າທີ່ ຜແນກ ກະສິກັມ ທ່ານນັ້ນ ເວົ້າອີກວ່າ:

“ນ້ຳແດງ ສ່ວນຫຼາຍ ເປັນນ້ຳແດງ ທີ່ວ່າ ນ້ຳໄຫລ ລົງມາແຕ່ ບ່ອນເພິ່ນເຈາະ ເພິ່ນຂຸດ ຫັ່ນນະ ແລ້ວມັນກະມາ ໃສ່ຮ່ອງ ໃສ່ຫຍັງ ແລ້ວ ປະຊາຊົນ ເຮົາ ໄປໃຊ້ນ້ຳ ຈາກຮ່ອງ ຈາກຫ້ວຍ ນີ້ແຫລະ ເຂົ້າ ທຳການ ຜລິດ ໃນລະດູຝົນ ມັນກະແນ່ນອນ ແຫຼະ ເຣື່ອງ ການກະທົບນີ້ ມັນເປັນ ນ້ຳຕະກອນ ນ້ຳຂີ່ຝຸ່ນ ເຮົານີ້ນະ.”

ບໍຣິສັດ ລ້ານຊ້າງ ມິນເນໂຣນ ຂຸດຄົ້ນບໍ່ຄຳ ເຊໂປນ ແຕ່ປີ 2002 ຄຳໝົດ ແຕ່ປີ 2013 ປັດຈຸບັນ ຂຸດຄົ້ນ ທອງ ຊຶ່ງ ຜລິດໄດ້ ປະມານ 1 ແສນ ຕັນຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.