ຂ.ບໍ່ແກ້ວຈະສັ່ງປິດ ຄລີນິກ ຕ່າງຊາດ

ສິດນີ
2017.11.07
f-clinic ຕົວຢ່າງ ຄລີນິກຂອງໝໍຈີນ ໃນແຂວງພາກເໜືອຂອງ ສປປ ລາວ
RFA/VD

ຜແນກສາທາຣະນະສຸກ ແຂວງບໍ່ແກ້ວ ມີແຜນການສັ່ງປິດ ຄລີນິກຫ້ອງກວດພຍາດ ຂອງຊາວຕ່າງຊາດ ໃນທົ່ວແຂວງ ທ້າຍປີນີ້ ເພື່ອ ປະຕິບັດ ຕາມກົດຣະບຽບ ຂອງກະຊວງສາທາຣະນະສຸກ  ທີ່ຈະບໍ່ອະນຸຍາດ ໃຫ້ຄົນຕ່າງຊາດ ເປັນເຈົ້າຂອງ ຈະອະນຸຍາດ ໃຫ້ນາຍແພດ ລາວ ເທົ່ານັ້ນຫລື ຖ້າເປັນຄົນຕ່າງຊາດ ຕ້ອງໃຫ້ເປີດເປັນ ໂຮງຫມໍແທນ. ດັ່ງເຈົ້າຫນ້າທີ່ ຜແນກສາທາຣະນະສຸກ ແຂວງບໍ່ແກ້ວ ທ່ານນຶ່ງ ກ່າວໃນມື້ວັນທີ 7 ພຶສຈິກາ ນີ້ວ່າ:

"ເພາະວ່າເຮົາມີນະໂຍບາຍເນາະ ມີນະໂຍບາຍກ່ຽວກັບສົ່ງເສີມ ການລົງທຶນ ຂອງຄົນຕ່າງປະເທດ ກະໂດຍສະເພາະ ກະແມ່ນຄົນຈີນເນາະ ຄົນຫຍັງຫັ້ນແຫລະ ຢາກຜັນໃຫ້ເພິ່ນ ເປັນໂຮງຫມໍເນາະ ແຕ່ວ່າເຮົາມາເປີດ ເປັນຫ້ອງກວດພຍາດ ເລັກໆນ້ອຍໆ ອັນນີ້ເພິ່ນກໍບໍ່ຢາກ ໃຫ້ ເຮັດວ່າຊັ້ນຊະ".

ທ່ານກ່າວຕື່ມວ່າເຖິງຢ່າງໃດກໍຕາມ ຖ້າຫາກເຈົ້າຂອງຄລີນິກຄົນຕ່າງຊາດ ຢາກປ່ຽນຄລີນິກ ໃຫ້ເປັນໂຮງຫມໍ ກໍຕ້ອງເຮັດໃຫ້ໄດ້ມາຕຖານ ແລະມີຄວາມທັນສມັຍ ເພື່ອຄວາມປອດພັຍ ຂອງຜູ້ໃຊ້ ບໍຣິການ ແຕ່ເທົ່າທີ່ຜ່ານມາ ຂະເຈົ້າຍັງບໍ່ ປະສົງຢາກເຮັດ ແບບນັ້ນເທື່ອ.

ນອກຈາກແຂວງບໍ່ແກ້ວແລ້ວ ແຂວງອື່ນໆໃນລາວ ກໍມີຄຳສັ່ງໃຫ້ຄລີນິກ ຄົນຕ່າງຊາດ ປິດກິຈການ ໃນທ້າຍປີນີ້ ເຫມືອນກັນ ສາເຫດນຶ່ງ ກໍແມ່ນວ່າ ຄລີນິກຄົນຕ່າງຊາດ ຫລາຍແຫ່ງ ເປີດບໍຣິການ ໂດຍບໍ່ໄດ້ຂໍໃບ ອະນຸຍາດ ຈາກຫ້ອງການ ສາທາຣະນະສຸກ ແລະຄລີນິກ ຄົນຈີນ ບາງແຫ່ງກໍໃຫ້ ການບໍຣິການ ແບບບໍ່ຖືກຕອ້ງ ເປັນຕົ້ນ ຄລີນິກຈີນ ທີ່ແຂວງຊຽງຂວາງ ບໍຣິການເອົາລູກອອກ ໃຫ້ແກ່ແມ່ຍິງຖືພາ ບາງຄົນ ກໍເສັຽຊີວິດຍ້ອນ ແລະຍັງມີຫລາຍຄລີນິກ ຂອງຄົນຕ່າງຊາດ ທີ່ບໍ່ປະຕິບັດ ຕາມກົດຣະບຽບ ຂອງທາງການ ໃນຫລາຍແຂວງທົ່ວ ປະເທດ. ທາງການລາວ ຈະເຂັ້ມງວດໃນບັນຫາ ດັ່ງກ່າວຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.