ຄົນຕິດເຊື້ອໂຣຄຊິກ້າ ຢູ່ ລາວ

ສິດນີ
2016.03.06
F-zika ເຈົ້າໜ້າທີ່ ສາທາຣະນະສຸຂ ກັມພູຊາ ກໍາລັງເກັບທໍາລາຍ ໄຂ່ຍຸງ ທີ່ຈະນໍາໄປສູ່ ການຣະບາດ ຂອງໂຣຄໄຂ້ Zika ທີ່ ກຸງພະນົມເປັນ ຕາມການແນະນໍາ ຈາກ ອົງການ ອະນາມັຍໂລກ.
AFP PHOTO / TANG CHHIN SOTHY

ສປປລາວ ເປັນປະເທດ ຫຼ້າສຸດ ໃນການ ຣາຍງານ ຄົນ ຕິດເຊື້ອໂຣຄ ຊິກ້າ ນຶ່ງຄົນ ເມື່ອມໍ່ໆ ມານີ້, ອົງການ ອະນາມັຍ ໂລກ ກ່າວ ໃນຖແລງການ, ໃນຂນະທີ່ ໂລກກຳລັງ ມີຄວາມຢ້ານກົວ ເຊື້ອໂຣຄ ດັ່ງກ່າວ ທີ່ກຳລັງ ແຜ່ລາມ ໃນທະວິບ ອະເມຣິກາ ໃຕ້ ທີ່ເຮັດໃຫ້ ແມ່ຍິງ ຖືພາ ອອກລູກ ມາແບບບໍ່ ປົກກະຕິ.

ຂົງເຂດ ເອເຊັຽ ບໍ່ມີຣາຍງານ ກ່ຽວກັບ ຄົນຕິດເຊື້ອໂຣຄ ດັ່ງກ່າວ ຫຼາຍປານໃດ ແຕ່ອົງການ ອະນາມັຍ ໂລກ ຕ້ອງໄດ້ ອອກແຈ້ງ ເຕືອນ ໃຫ້ທົ່ວໂລກ ຣະມັດ ຣະວັງ ໂຣຄນີ້ ເປັນພິເສດ ໂດຍສະເພາະ ໃຫ້ ປ້ອງກັນ ແລະ ກຳຈັດ ຍຸງລາຍ ເພາະໂຣຄນີ້ ເກີດຈາກ ການຖືກ ຍຸງລາຍ ກັດ.

ສປປລາວ ເຂົ້າຮ່ວມ ບັນດາ 41 ປະເທດ ທີ່ຣາຍງານ ຄົນຕິດເຊື້ອໂຣຄ ດັ່ງກ່າວ ໃນປະເທດ ຂອງຕົນ ເລີ້ມແຕ່ຕົ້ນປີ ນີ້ມາ ຫລັງຈາກ ທີ່ ມີການຣະບາດ ໃນທະວີບ ອະເມຣິກາ ໃຕ້ ໂດຍສະເພາະ ທີ່ ປະເທດ ບຣາຊຽວ ໃນປີກ່ອນ.

ທີ່ ປະເທດໄທ ປະເທດ ເພື່ອນບ້ານ ກັບ ສປປລາວ ກໍມີຣາຍງານ ຄົນ ຕິດເຊື້ອໂຣຄ ດັ່ງກ່າວ ນຶ່ງຄົນ ໃນເດືອນກ່ອນ ແຕ່ໄດ້ຖືກ ຮັກສາປິ່ນປົວ ດີແລ້ວ. ວຽດນາມ ຟິລລິປປິນ ແລະ ຫຼາຍປະເທດ ໃນ ອາຊຽນ ກໍອອກ ມາຕການ ປ້ອງກັນໂຣຄ ນີ້ ຢ່າງ ເຄັ່ງຄັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.