ຊົນເຜົ່າອາຄາມັກໄປຫາ ໝໍຈີນ

ສົມເນ
2017.09.10
f-clinic ຕົວຢ່າງ ຄລີນິກຂອງໝໍຈີນ ໃນແຂວງພາກເໜືອຂອງ ສປປ ລາວ
RFA/VD

ຊາວລາວຊົນເຜົ່າອາຄາ ຢູ່ເມືອງສິງ ແຂວງຫລວງນໍ້າທາ ມັກພາກັນໄປ ປີ່ນປົວພຍາດ ເວລາເຈັບເປັນ ຢູ່ ຄລີນີກ ຂອງຈີນ ຫລາຍກ່ວາ ໄປປີ່ນປົ່ວຢູ່ ໂຮງໝໍເມືອງ ເນື່ອງຈາກວ່າ ຄ່າປີ່ນປົວ ຈະຖືກກ່ວາ ຢູ່ໂຮງໝໍເມືອງ ແລະ ຄີດວ່າການປິ່ນປົວ ກໍໄດ້ຜົນ ແລະດີໄວ. ດັ່ງ ຊົນເຜົ່າ ທີ່ໄປປີ່ນປົວ ຢູ່ຄລີນີກ ຂອງຈີນ ຜູ້ນື່ງໄດ້ກ່າວ ໃນວັນທີ 3 ກັນຍາ 2017 ນີ້ວ່າ:

"ຄ່າຢາບໍ່ແພງ ບາງເທື່ອເຮົາມາໃສ່ຢາ 2-3 ກ້ອງກະດີ ບ້ານເຮົາ ເວລາເຈັບແມ່ນ ພາກັນມາ ຢູ່ນີ້ແຫລະ ມັນໝໍ່ບ້ານ ປົວພຍາດກໍ່ດີໄວ”.

ປະຈຸບັນ ຢູ່ເມືອງສິງ ແຂວງຫລວງນໍ້າທາ ມີຄົນຈີນ ເຂົ້າມາຕັ້ງຄລີນິກ ທັງໝົດ 7 ແຫ່ງ ຊຶ່ງສ່ວນຫລາຍ ຮັບປີ່ນປົວ ພຍາດທົ່ວໄປ. ບາງຄລີນິກ ກໍ່ປີ່ນປົວ ພຍາດ ສະເພາະ ເຊັ່ນ: ໝໍປົວແຂ້ວ. ປະຊາຊົນ ທີ່ເຂົ້າມາປີ່ນປົວຢູ່ ຄລີນີກ ສ່ວນຫລາຍ ຈະແມ່ນຄົນຊົນເຜົ່າ ເປັນຕົ້ນແມ່ນ ຊົນເຜົ່າອາຄາ ແລະ ຊົນເຜົ່າມົ້ງ.

ເຖິງຢ່າງໃດກໍດິ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນື່ງ ແລ້ວແມ່ນວ່າ ຄລີນີກຈີນບາງບ່ອນ ບໍ່ທັນໄດ້ມາຕຖານ ເປັນຕົ້ນ ແມ່ນສະຖານທີ່  ແລະ ຄວາມສະອາດ ຊຶ່ງທາງຜແນກ ສາທາຣະນະສຸຂແຂວງ ໄດ້ສັ່ງຢຸດ ກິຈການໄປແລ້ວ 2 ແຫ່ງ:

"ບາງບ່ອນມັນກະບໍ່ໄດ້ຕາມ ມາດຕະຖານ ທີ່ທາງສາທາເຮົາ ກຳນົດໄວ້ ເປັນຕົ້ນກະ ສະຖານທີ່ ຄວາມສະອາດນີ້ແຫຼະເປັນຕົ້ນ ຄັນບໍ່ໄດ້ ກະໃຫ້ຢຸດ ປັບປຸງກ່ອນ”

ໃນລະຍະ 3 ປີຜ່ານມາ ການປີ່ນປົວຄົນເຈັບ ຂອງຄລີນີກຈີນ ໄດ້ເຮັດໃຫ້ ມີຜູ້ປ່ວຍ ເສັຽຊີວິດແລ້ວ 3 ຄົນ ຍ້ອນໃຫ້ຢາ ເກີນຂອບເຂດ ແລະໃສ່ຢາບໍ່ຖືກ ກັບພຍາດ ເຮັດໃຫ້ທາງ ຍາດຕິພີ່ນ້ອງ ຂອງຜູ້ເສັຽຊີວິດ ຟ້ອງຮ້ອງ ໃຫ້ທາງຄລີນີກ ຊົດໃຊ້ຄ່າເສັຽຫາຍ ແລະເຈົ້າຂອງ ຄລີນີກ ກໍ່ຍອມຈ່າຍ ຕາມຄວາມຮຽກຮ້ອງນັ້ນ.

ຄລີນີກຈີນ ທີ່ເຂົ້າມາຕັ້ງຢູ່ເມືອງສິງ ແມ່ນໄດ້ຮັບ ອະນຸຍາດ ຈາກຜແນກ ສາທາຣະນະສຸຂແຂວງ ໃຫ້ເປີດບໍຣິການ ແລະ ບາງບ່ອນ ກໍ່ ເປີດມາໄດ້ 10 ປີ ບາງບ່ອນ ກໍຫາເປີດໄດ້ 2-3 ປີກໍ່ມີ ສ່ວນນາຍໝໍ ທີ່ເຂົ້າມາປະຈໍາຢູ່ຄລີນິກ ແມ່ນມີໃບຮັບຮອງ ໃຫ້ປີ່ນປົວຄົນເຈັບ ໄດ້ຢ່າງຖືກຕ້ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.