ສັດປາກເປື່ອຍລົງເລັບເລີ້ມແລ້ວ

ຈໍາປາທອງ
2015.05.13
F-cow ພຍາດສັດປາກເປື່ອຍລົງເລັບ ເລີ້ມ ອີກແລ້ວ
RFA

ເຈົ້າໜ້າທີ່ ຫ້ອງການ ເມືອງ ນາຊາຍທອງ ນະຄອນ ຫລວງ ວຽງຈັນ ຜູ້ ບໍ່ ປະສົງ ອອກຊື່ ເວົ້າວ່າ, ມີ ສັດລ້ຽງ ປະເພດ ງົວ, ຄວາຍ ແລະ ແບ້ ຢູ່ 16 ບ້ານ ໃນເຂດ ເມືອງ ນີ້ ຕາຍໄປ ປະມານ 400 ໂຕ ຫລັງຈາກ ພຍາດ ປາກເປື່ອຍ ລົງເລັບ ຣະບາດ ມາແຕ່ ທ້າຍ ເດືອນ ເມສາ.

ເພື່ອ ສະກັດກັ້ນ ການແພ່ ຣະບາດ ຂອງ ພຍາດ, ກົມ ລ້ຽງສັດ ແລະ ການປະມົງ ກະຊວງ ກະສິກັມ ແລະ ປ່າໄມ້ ແລະ ຜແນກ ຣະບາດ ວິທຍາ ກະຊວງ ສາທາຣະນະສຸຂ ໄດ້ ສົ່ງ ໜ່ວຍງານ ສັດຕະວະ ແພດ ລົງໄປ ສົມທົບ ກັບ ອໍານາດ ການ ປົກຄອງ ເມືອງ ເພື່ອ ວາງ ມາຕການ ຕ່າງໆ ທີ່ ຈຳເປັນ. ດຣ.ບຸນຂວາງ ຄໍາບຸນເຮືອງ ຫົວໜ້າ ກົມ ລ້ຽງສັດ ແລະ ການປະມົງ ໄດ້ກ່າວ ຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ:

"ເອີ ອັນນີ້ ກະໄດ້ ມອບໃຫ້ ຫົວໜ້າ ຜແນກ ຣະບາດ ວິທຍາ ລົງໄປ ແກ້ໄຂ ເນາະ ດຽວນີ້ ພວກເຮົາ ກະ ແຍກອອກ ບັນດາ ສັດ ທີ່ ເປັນ ແລະ ກະໄດ້ເອົາ ລົງໄປ 1,000 ກວ່າ ເຂັມ ເພື່ອສັກ ອ້ອມ [ສັກປ້ອງກັນ] ເພື່ອ ບໍ່ໃຫ້ ມັນ ຣະບາດ ລົງ ໄປອີກ ເນາະ ອັນນີ້ກະ ປະກົດວ່າ ອ້າຍນ້ອງ [ພະນັກງານ] ເລີ້ມຕົ້ນ ໄປ ປະຕິບັດ ແລ້ວ".

ທ່ານກ່າວ ຕື່ມວ່າ ຕອນນີ້ ເຈົ້າໜ້າທີ່ ສັດຕະວະແພດ ກໍາລັງ ເກັບ ຕົວຢ່າງ ໄປ ວິໄຈ ວ່າ ມັນເປັນ ພຍາດ ປາກເປື່ອຍ ລົງເລັບ ຊນິດ ໃດ, ເນື່ອງຈາກ ວ່າ ພຍາດ ດັ່ງກ່າວ ມີຫລາຍ ຊນິດ, ແຕ່ ພຍາດນີ້ ບໍ່ສາມາດ ຕິດຕໍ່ ຈາກ ສັດ ຫາ ຄົນ ໄດ້. ເຈົ້າໜ້າທີ່ ສັດຕະວະ ແພດ ຫ້າມ ປະຊາຊົນ ຢູ່ໃນເຂດ ເມືອງ ດັ່ງກ່າວ ບໍ່ໃຫ້ ເຄື່ອນຍ້າຍ ສັດ, ແລະ ບໍ່ໃຫ້ ປະຊາຊົນ ເອົາຊີ້ນ ສັດ ທີ່ຕາຍ ມາກິນ. ມາເຖິງ ປັດຈຸບັນ ກົມ ລ້ຽງສັດ ແລະ ການປະມົງ ແລະ ຜແນກ ຣະບາດ ວິທຍາ ຍັງບໍ່ ເປີດ ເຜີຍ ຈໍານວນ ສັດ ທີ່ ຕາຍຍ້ອນ ພຍາດ ດັ່ງກ່າວ ນີ້ ເທື່ອ.

ອີງຕາມ ຂໍ້ມູນ ຈາກ ໜ່ວຍງານ ຣະບາດ ວິທຍາ ໄດ້ ຮູ້ວ່າ ພຍາດ ປາກເປື່ອຍ ລົງເລັບ ແມ່ນ ມັກເກີດ ຕາມ ຣະດູການ ໂດຍສະເພາະ ໃນຊ່ວງ ເລີ້ມຕົ້ນ ກ້າວເຂົ້າສູ່ ຣະດູ ຝົນ ຊຶ່ງ ທີ່ຜ່ານມາ ມັກມີ ການຣະບາດ ຢູ່ເມຶືອງ ນາຊາຍທອງ ແລະ ເມືອງ ຫາດຊາຍຟອງ ນະຄອນ ຫລວງ ວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.