ແມ່ຍິງຢູ່ສວນປູກກ້ວຍ ເກີດລູກ ບໍ່ສົມບູນ

ອຸ່ນແກ້ວ ສຸກສະຫວັນ
2017.01.18
f-banana ສວນປູກກ້ວຍ ຂອງຈີນ ຢູ່ເມືອງນໍ້າບາກ ແຂວງຫຼວງພຣະບາງ (ຮູບຖ່າຍ ວັນທີ 28/7/2016)
RFA

ໃນທ້າຍປີຜ່ານມາ ມີແມ່ຍິງຢູ່ ບ້ານປາງສົມ ເມືອງແບງ ແຂວງອຸດົມໄຊ ທີ່ເຮັດວຽກ ຢູ່ສວນປູກກ້ວຍ ຂອງຈີນ ແຫ່ງນຶ່ງ ຢູ່ເມືອງຮຸນ ແຂວງ ອຸດົມໄຊ ໄດ້ເກີດລູກ ໃນຂນະທີ່ ເຮັດວຽກ ຢູ່ໃນສວນ ປູກກ້ວຍ, ແຕ່ມີບັນຫາ ສາຍແຫ່ຄ້າງ ຈຶ່ງສົ່ງໄປ ໂຮງໝໍທະຫານ ແລະ ສຸດທ້າຍກໍ ສົ່ງໄປເອົາ ສາຍແຫ່ ອອກຢູ່ ໂຮງໝໍ ແຂວງອຸດົມໄຊ.

ແຕ່ເດັກນ້ອຍທີ່ເກີດມາ ຮ່າງກາຍຜິດປົກກະຕິ ນັ້ນມີເນື້ອງອກ ອອກມາໜ້າຜາກ ຄ້າຍໆຄືຫອນ ແຕ່ຕໍ່ມາເດັກນ້ອຍ ກໍເສັຽຊີວິດ ຫຼັງຈາກ ທີ່ ເກີດມາໄດ້ 1 ອາທິດ, ດັ່ງ ເຈົ້າໜ້າທີ່ ສາທາຣະນະສຸກ ແຂວງ ອຸດົມໄຊ ໄດ້ກ່າວ ໃນວັນທີ 16 ມົກກະຣາ ວ່າ:

"ແມ່ລາວຫັ້ນແຫ່ຄ້າງ ແລ້ວເກີດຢູ່ເມືອງຮຸນເນາະ ເກີດຢູ່ສວນກ້ວຍ ຄືວ່າຫັ້ນແຫຼະ ເກີດລູກເອງ ແລ້ວແຫ່ບໍ່ອອກ ແລ້ວເອົາໄປ ໂຮງໝໍ ກອງພົນ ແລ້ວກໍສົ່ງມາ ໂຮງໝໍ ແຂວງ ໂຮງໝໍແຂວງ ເອົາແຫ່ອອກໃຫ້ ແລ້ວ ສຳລັບລູກຫັ້ນ ຊິແມ່ນການ ຜິດປົກກະຕິ ຫັ້ນແລ້ວ ຊ່ຽວຊານ ຫັ້ນວ່ານະ ເດັກນ້ອຍ ຕາຍແລ້ວ ດຽວນີ້".

ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ຕົນເຊື່ອວ່າ ເດັກນ້ອຍ ທີ່ເກີດມານັ້ນ ຍັງຜິດປົກກະຕິ ທາງດ້ານຮ່າງກາຍ ອື່ນໆອີກ ໂດຍສະເພາະ ຣະບົບ ພາຍໃນ ເພາະ ອາດເປັນໄປໄດ້ວ່າ ຜູ້ເປັນແມ່ນ ໄດ້ຮັບ ສານເຄມີ ຢູ່ໃນສວນກ້ວຍ ເປັນເວລາ ຕິດຕໍ່ກັນ ດົນພໍສົມຄວນ ຈຶ່ງສົ່ງຜົນກະທົບ ຕໍ່ລູກໃນທ້ອງ. ແຕ່ວ່າຍັງບໍ່ມີການ ຢັ້ງຢືນ ແລະສັນນະສູດ ຢ່າງລະອຽດກ່ຽວກັບ ຄວາມຜິດປົກກະຕິ ຂອງເດັກນ້ອຍ ແລະສາເຫດ ທີ່ແທ້ ຈິງ. ຍານາງ ກ່າວຕື່ມອີກວ່າ ກໍຣະນີ ທີ່ເກີດຂຶ້ນ ຖືວ່າເປັນ ກໍຣະນີ ທຳທິດ ເພະທີ່ຜ່ານມາ ບໍ່ເຄີຍພົບເຫັນ ຈັກເທື່ອ, ສ່ວນວ່າແມ່ຍິງ ທີ່ ອອກລູກ ຄົນນັ້ນ ກັບຄືນໄປຢູ່ ບ້ານແລ້ວ ພ້ອມກັບ ໄດ້ຮັບເງິນ ຊ່ວຍເຫລືອ ຈຳນວນນຶ່ງ ຈາກຜູ້ໃຈບຸນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.