VIP ວ່າບໍ່ມີຮັບຈ້າງ ຖືພາ

ໄມຊູລີ
2017.04.25
f-vip ຄລີນິກ ວີໄອພີ ເອກກະຊົນ ໃນນະຄອນຫລວງວຽງຈັນ
RFA/LX

ເຈົ້າໜ້າທີ່ປະຈຳ VIP clinic ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ໄດ້ຊີ້ແຈງສັ້ນໆຕໍ່ ວິທຍຸເອເຊັຽເສຣີ ເມື່ອໄວໆນີ້ວ່າ ທາງຄລີນິກ ບໍ່ໄດ້ ມີການລັກລອບຮັບຈ້າງ ຫຼື ກໍ່ໃຫ້ເກີດມີ ຂະບວນການ ອຸ້ມບຸນ ຫຼື ການຖືພາແທນກັນ ຕາມທີ່ສື່ມວນຊົນ ຂອງທາງການໄທ ໄດ້ສັນນິຖານ ແລະ ໄດ້ກ່າວອ້າງ ແຕ່ຢ່າງໃດ, ພຽງແຕ່ທາງຄລີນິກ ໄດ້ເປີດບໍຣິການ ໃຫ້ຄຳ ປຶກສາແກ່ຜູ້ທີ່ມີ ລູກຍາກ, ບໍຣິການຝາກທ້ອງ ແມ່ຍິງຖືພາ ແລະ ໃຫ້ບໍຣິການກ່ຽວກັບ ການເກີດລູກທົ່ວໆໄປ. ດັ່ງທ່ານໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ຕອນນຶ່ງວ່າ:

“ບໍ່ແມ່ນເຈົ້າ, ເຮົາບໍ່ໄດ້ເຮັດເຈົ້າ. ກະຝາກທ້ອງທົ່ວໄປເນາະ ລະກະໃຫ້ຄຳປຶກສາ ບຸກຄົນທີ່ວ່າມີລູກຍາກ ທີ່ເຮັດລູກຫຼອດແກ້ວ ປົກກະຕິເຈົ້າ. ຄູ່ຜົວເມັຽ ທີ່ມີທະບຽນ ສົມຣົດເຈົ້າ”.

ທ່ານໄດ້ຊີ້ແຈງເພີ້ມວ່າ ກໍຣະນີ ທີ່ທາງເຈົ້າໜ້າທີ່ໄທ ປະຈຳດ່ານໜອງຄາຍ ໄດ້ຈັບຜູ້ຊາຍຊາວໄທ ທີ່ລັກລອບ ຂົນນ້ຳອະສຸຈິ ແຊ່ແຂງບັນຈຸ ໃນຖັງໄຮໂດຣເຈັ້ນ (hydrogen) ຈາກຝັ່ງໄທ ເພື່ອຂ້າມມາຝັ່ງລາວ ແລ້ວອ້າງວ່າ ມາສົ່ງໃຫ້ທາງ VIP clinic ນັ້ນວ່າ ທາງຄລີນິກເອງ ບໍ່ສາມາດໃຫ້ຄວາມເຫັນໃດໆ ໄດ້ເທື່ອ, ແຕ່ພາກສ່ວນ ຄນະບໍຣິຫານ ຂອງ VIP clinic ກຳລັງປະຊຸມກັນ ແລະ ຈະມີພິທີ ຖແລງຂ່າວ ໃນມໍ່ໆນີ້.

“ຫົວໜ້າເພິ່ນວ່າເພິ່ນ ກຳລັງປະຊຸມ ຄນະບໍຣິຫານຢູ່ ເພິ່ນຈະຖແລງຂ່າວ ໃນມໍ່ໆນີ້ ຍັງບໍ່ສາມາດ ຕອບຫຍັງໄດ້ເທື່ອເຈົ້າ”.

ປະຈຸບັນ, ຍັງບໍ່ທັນມີເຈົ້າໜ້າທີ່ກ່ຽວຂ້ອງ ຈາກທາງການລາວ ອອກມາໃຫ້ຄວາມກະຈ່າງແຈ້ງ ຕໍ່ກໍຣະນີມີການລັກລອບ ຂົນສົ່ງນ້ຳອະສຸຈິ ຂ້າມມາຈາກຝັ່ງໄທ ເພື່ອນຳມາສົ່ງ ທາງຝັ່ງລາວເທື່ອ, ໃນຂນະທີ່ທາງ VIP clinic ທີ່ຖືກທາງເຈົ້າໜ້າທີ່ໄທ ເຊື່ອວ່າ ເປັນນຶ່ງໃນຄລີນິກ ຫຼາຍໆແຫ່ງໃນລາວ ທີ່ອາຈລັກລອບ ໃຫ້ເກີດມີຂະບວນການ ອຸ້ມບຸນ ຂ້າມຊາດ ຫຼື ການຖືພາ ແທນກັນນັ້ນ, ຍັງຄົງເປີດໃຫ້ ບໍຣິການຢ່າງ ເປັນປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.