ທຶນຊ່ອຍເຫຼືອສຸຂພາບ ແມ່ ແລະ ເດັກ

ມະນີຈັນ
2015.09.25
F-children ເດັກນ້ອຍ ທີ່ ຂາດ ສາຣອາຫານ ທາດບໍາຣຸງ ຈົນເຖິງຂັ້ນ ເຮັດໃຫ້ ພິການຕາ ຢູ່ ບ້ານທ່າລານ ເມືອງໄຊເສດຖາ ແຂວງ ອັດຕະປື
RFA/Ounkeo Souksavanh

ດຣ.ເພັດດາລາ ຈັນທະລາ ເຈົ້າໜ້າທີ່ ທະນາຄານ ໂລກ ປະຈໍາ ລາວ, ໃຫ້ ສັມພາດ ກັບ ເອເຊັຽ ເສຣີ, ເຖິງ ກໍຣະນີ ທະນາຄານ ໂລກ ລົງນາມ ໃນ ຂໍ້ຕົກລົງ ກັບ ກະຊວງ ການເງິນ ຂອງລາວ ເມື່ອ ວັນທີ 17 ສິງຫາ ຜ່ານມາ, ກ່ຽວກັບ ການໃຫ້ ເງິນ ຊ່ວຍເຫຼືອ ແກ້ໄຂ ບັນຫາ ສຸຂພາບ ແມ່ຍິງ ແລະ ເດັກນ້ອຍ ແລະ ໂພຊນາການ ຈໍານວນ 26 ລ້ານ 4 ແສນ ໂດລາ ສະຫະຣັຖ ໃນ ຣະຍະ 5 ປີ.

ທ່ານ ກ່າວວ່າ ປັຈຈຸບັນ ກະຊວງ ສາທາຣະນະສຸຂ ກໍາລັງ ຄັດເລືອກ ບໍຣິສັດ ມາ ກວດສອບ ບົດຣາຍງານ ກ່ຽວກັບ ຜົລການ ຈັດຕັ້ງ ປະຕິບັດ ວຽກງານ ດ້ານ ສຸຂພາບ ຂອງ ຣັຖບານ ກ່ອນ ຈະໃຫ້ ເງິນ ຊ່ວຍເຫຼືອ, ຊຶ່ງ ຄາດວ່າ ຈະໄດ້ ໃນ ເດືອນ ທັນວາ 2015 ນີ້:

"ໃນ ແຕ່ລະປີ ສະຖານ ບໍຣິການ ແຕ່ລະ ແຫ່ງ ຈະມີ ເປົ້າໝາຍ ຕັ້ງໄວ້, ຍົກ ຕົວຢ່າງ ແຂວງ ສາຣະວັນ ອາດຕັ້ງໄວ້ 5 ພັນ ຄົນ ສໍາລັບ ແມ່ມານ ທີ່ ມາອອກລູກ ໃນ ສະຖານ ບໍຣິການ. ຖ້າເພິ່ນ ບັນລຸ 5 ພັນ ຄົນ ນັ້ນ, ໂດຍມີ ອົງການ ອິສຣະ ມາ ກວດສອບ ເຮົາ ກໍຈະຈ່າຍ ເງິນ ໄປຕາມນັ້ນ, ຊຶ່ງ ແຂວງ ສາຣະວັນ ກໍສາມາດ ນໍາໃຊ້ ງົບປະມານ ດັ່ງກ່າວ ໄປເຮັດ ການປັບປຸງ ສະຖານ ບໍຣິການ ຕາມແຜນ ທີ່ ວາງໄວ້. ແຕ່ ໃນ ປັຈຈຸບັນ ນີ້ ຍັງຢູ່ໃນ ຂັ້ນຕອນ ຄັດເລືອກ ບໍຣິສັດ ມາກວດສອບ ບົດ ຣາຍງານ, ເພາະສະນັ້ນ ໃນ ປັຈຈຸບັນ ນີ້ ຈຶ່ງຍັງ ບໍ່ທັນໄດ້ ເລີ່ມຕົ້ນ ເທື່ອ".

ທ່ານ ກ່າວວ່າ ທີ່ ຜ່ານມາ ໂຄງການ ສົ່ງເສີມ ສຸຂພາບ ແມ່ຍິງ ແລະ ເດັກນ້ອຍ ທີ່ ທະນາຄານ ໂລກ ໃຫ້ ງົບປະມານ ສນັບສນູນ ກວມເອົາ 5 ແຂວງ ພາກໃຕ້. ແຕ່ ໂຄງການ ໃໝ່ ນີ້ ຈະ ຮ່ວມກັບ ທະນາຄານ ພັທນາ ເອເຊັຽ ແລະ ຈະກວມເອົາ 14 ແຂວງ, ຊຶ່ງ ທ່ານ ໝັ້ນໃຈວ່າ ຈະປະສົບ ຜົລ ສໍາເຣັດ:

"ພາກຣັດ ກໍລົງທຶນ ເບື້ອງ ຂອງຣັດ ເອງ ຫຼາຍຮ້ອຍ ລ້ານ ສຸມໃສ່ ສົມທົບ ກັບ ທຶນ ຊ່ວຍເຫຼືອ ຂອງ ທະນາຄານ ໂລກ. ຄິດວ່າ ມັນໜ້າຈະ ໄດ້ ຜົລ, ເຮົາ ໝັ້ນໃຈວ່າ ອັດຕຣາ ການຕາຍ ຂອງ ແມ່ ແລະ ເດັກນ້ອຍ ຈະຕ້ອງ ລົດລົງໄດ້. ຕົວຢ່າງ ເມື່ອກ່ອນ ນີ້ ອັດຕຣາ ການຕາຍ ຂອງ ແມ່ ຈະ ປະມານ 470 ຄົນໃນ 1 ແສນ ຄົນ ຂອງ ການເກີດ. ແຕ່ ປັຈຈຸບັນ ຕົວເລກ ທີ່ ເຮົາພົບ ແມ່ນ ຢູ່ ປະມານ 220 ແລະ ຕົວເລກ ໃໝ່ ທີ່ຍັງ ບໍ່ເປັນ ທາງການ ເພິ່ນ ຄາດຄະເນ ວ່າ ຈະຫລຸດລົງ ມາຢູ່ 190 ຄົນ".

ເມື່ອ ຖາມ ຊຸມຊົນ ແລະ ປະຊາຊົນ ທີ່ ຈະໄດ້ຮັບ ການ ຊ່ວຍເຫຼືອ ດ້ານ ສຸຂພາບ ທ່ານ ຕອບວ່າ ນີ້ ເປັນເຣື່ອງ ທີ່ ຣັຖບານ ລາວ ໃຫ້ ຄວາມສໍາຄັນ ໂດຍສະເພາະ ແມ່ນ ກຸ່ມ ຊົນເຜົ່າ ໃນພື້ນທີ່ ຫ່າງໄກ ຕ້ອງໄດ້ ຮັບການ ເບິ່ງແຍງ ຢ່າງ ໃກ້ຊິດ ເລີ່ມແຕ່ ການກວດທ້ອງ ຈົນຮອດ ການກວດ ສຸຂພາບ ຫລັງຈາກ ເກີດລູກ ໂດຍ ທີ່ ປະຊາຊົນ ບໍ່ໄດ້ ເສັຽຄ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.