ທ.ໄຊຊະນະ ຍັງຖືກຂັງ ຢູ່ໄທ

ຈໍາປາທອງ
2017.01.29
F-Sirinya ທ່ານ ສີຣິນຍາ ສິດທິໄຊ ເລຂາທິການ ປປສ ປະເທດໄທ
RFA/PN

ທ້າວ ໄຊຊະນະ ນັກຄ້າ ຢາເສບຕິດ ຊຶ່ງຖືກຈັບຢູ່ ສນາມບິນນາໆຊາດ ສຸວັນນະພູມ ປະເທດໄທ ເມື່ອວັນທີ 19 ມົກຣາ 2017 ນັ້ນຈະ ຖືກສົ່ງກັບ ສປປລາວ ຕາມຂໍ້ຕົກລົງ ສົ່ງຜູ້ຮ້າຍຂ້າມແດນ ຣະຫວ່າງ ລາວ-ໄທ ຫລືບໍ່ນັ້ນ ກໍຍັງບໍ່ຮູ້ ໄດ້ເທຶ່ອ ຕ້ອງລໍຖ້າ ໄປກ່ອນ ຊຶ່ງ ທັງສອງຝ່າຍ ຈະຕ້ອງໄດ້ ປຶກສາກັນ. ດັ່ງທ່ານ ສິຣິນຍາ ສິດທິໄຊ ເລຂາທິການ ສໍານັກງານ ປປສ ຂອງໄທ ໃຫ້ສັມພາດ ຕໍ່ທິມງານ RFA ວ່າ:

"ທ່ານກ່າວວ່າ ໃນເຣື່ອງ ຈະມີການສົ່ງ ຜູ້ຮ້າຍຂ້າມແດນ ຫລືບໍ່ນັ້ນ ກໍຕ້ອງໄດ້ລໍຖ້າ, ຈະຕ້ອງມີການ ປຶກສາຫາລື ກັບ ທາງການລາວ ເນື່ອງຈາກວ່າ ການກະທໍາ ຄວາມຜິດ ຂອງທ້າວ ໄຊຊະນະ ນີ້ມັນເກີດຂຶ້ນ ໃນຫຼາຍປະເທດ ສັ່ງຢາ ຢູ່ລາວ ເຂົ້າມາໄທ ແລະ ກໍມີການ ໂອນຊັບສິນ ໄປມາ ຢ່າງງ່າຍໆ ຣົດຍົນ ກໍນໍາເຂົ້າມາ ທາງໄທ ຍຶດໄດ້ ຈໍານວນນຶ່ງ ຢູ່ ທີ່ຝັ່ງລາວ ກໍມີ".

ຢ່າງໃດກໍຕາມ ເລຂາທິການ ປປສ ຂອງໄທ ກໍກ່າວເຖິງ ຄະດີ ຢາເສບຕິດ ຂອງທ້າວ ໄຊຊະນະ ວ່າເປັນຄະດີ ຂອງ ກອງບັນຊາການ ຕໍາຣວດປາບປາມ ຢາເສບຕິດ ໃນການເຮັດ ສໍານວນຝາກຂັງ. ເມື່ອຄົບກໍານົດ 12 ວັນແລ້ວ ກໍຕ້ອງ ຮວບຮວມສໍານວນ ສົ່ງໃຫ້ ອັຍການ ສັ່ງຟ້ອງ ຕໍ່ສານ:

"ທ່ານກ່າວວ່າ ເປັນຄະດີຂອງ ກອງປາບປາມ ຢາເສບຕິດ ທີ່ຈະຕ້ອງເຮັດ ສໍານວນຝາກຂັງ ເຮັດສໍານວນ ໃຫ້ອັຍການ ພິຈາຣະນາ ສັ່ງຟ້ອງຕໍ່ສານ ກໍຂຶ້ນຢູ່ກັບສານ ທີ່ຈະ ພິຈາຣະນາ ພຶດຕິກັມ ການກະທໍາຜິດ ຕ່າງໆ".

ສົນທິສັນຍາ ວ່າດ້ວຍ ການສົ່ງຜູ້ຮ້າຍ ຂ້າມແດນ ຣະຫວ່າງ ລາວແລະໄທ ໄດ້ລົງນາມກັນ ເມື່ອວັນທີ 5 ມິນາ 1999 ແລະ ປະຕິບັດ ກັນມາ ຈົນຮອດປັດຈຸບັນ.

ສຳລັບຄະດີ ຢາເສບຕິດ ຂອງທ້າວ ໄຊຊະນະ ແກ້ວພິມພາ ນີ້ຈະເປັນໄປຕາມ ສົນທິສັນຍາ ດັ່ງກ່າວ ຫລືບໍ່ນັ້ນ ກໍຂຶ້ນຢູ່ກັບ ຜົລການ ເຈຣະຈາ ຣະຫວ່າງ ລາວ-ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.