ອໍານາດເບື້ອງຫຼັງກຸ່ມຄ້າຢາ

ສົມເນ
2016.03.11
F-Car-drug ຣົດທີ່ໃຊ້ປ້າຍຣັຖປອມ ເພື່ອຂົນສົ່ງຢາເສພຕິດ ຢູ່ເຂດແຂວງບໍ່ແກ້ວ
RFA/NY

ການຄ້າ ຢາເສພຕິດ ຢູ່ແຂວງ ບໍ່ແກ້ວ ບໍ່ມີ ທ່າທີ່ວ່າ ຈະຜ່ອນລົງ ຍ້ອນວ່າ ມີຜູ້ ມີອໍານາດ ຢູ່ເບື້ອງຫຼັງ ຊຶ່ງ ບໍ່ມີຜູ້ໃດ ສາມາດ ແຕະຕ້ອງໄດ້ ແລະວ່າ ການຂົນສົ່ງ ຢາເສພຕິດ ມີທຸກຮູບແບບ, ຕາມການເປີດເຜີຍ ຂອງອະດີດ ຕໍາຣວດ ຊັ້ນຜູ້ນ້ອຍ ຢູ່ ແຂວງ ບໍ່ແກ້ວ ເມື່ອວັນທີ 10 ມິນາ ນີ້:

"ຂ້າພະເຈົ້ານີ້ ຮູ້ເຫັນໝົດ ກ່ຽວກັບ ການຂົນສົ່ງ ຢາເສພຕິດ ນີ້ ນັບບໍ່ຖ້ວນເລີຍ ໂດຍສະເພາະ ແມ່ນພໍ່ຄ້າ ຢາເສພຕິດ ທີ່ມາເຄລັຽ ດ່ານ ມາຕິດຕໍ່ດ່ານ ຫັ້ນນະ, ແຕ່ລະຄົນ ແມ່ນຣະດັບ ນາຍພົນ ເປັນທະຫານ ຊັ້ນຜູ້ໃຫຽ່ ເປັນຜູ້ເຮັດ ຈົດໝາຍ ມາຫາ ແຕ່ລະດ່ານ ໃຫ້ຄຸ້ມກັນ ຣົດຄັນນັ້ນ ລົດຄັນນີ້ ເດີ້ ຫລັງຈາກນັ້ນ ກະມີຊອງ ມາຢາຍໃຫ້ ທຸກຄົນ ຜູ້ນ້ອຍກ່າໄດ້ ປະມານ ໝື່ນ ກວ່າບາດ ຜູ້ໃຫຽ່ ກະໄດ້ປະມານ ສາມສີ່ໝື່ນ ບາດຢ".

ລາວເວົ້າວ່າ ການຂົນສົ່ງ ຢາເສພຕິດ ມີທຸກ ຮູບແບບ ມີທັງຣົດ ສ່ວນຕົວ ລົດຂົນເບັຽ ລົດຂົນ ສິນຄ້າ ຣົດຂົນຜັກ ຣົດປ້າຍຣັຖ ປອມແມ່ນມີ ຫຼາຍ ແລະຣົດ ທ່ອງທ່ຽວ ຕ່າງ ແຂວງ. ຢາເສພຕິດ ປະເພດ ຢາບ້າ ຢາໄອສ, ເຮໂຣອີນ, ແມ່ນມາຈາກ, ປະເທດ ພະມ້າ ທັງນັ້ນ.

ເມື່ອມາຮອດ ເຂດແດນ ຂອງລາວ ແລ້ວ ເຂົາກໍ ຂົນລົງ ໄປທາງວຽງຈັນ ແລະ ໄປປ່ຽນ ທາງຢູ່ ປາກກະດິງ, ກ່ອນເຂົາ ກໍສົ່ງໄປ ປະເທດໄທ ແລະ ໄປວຽດນາມ. ບາງກໍຣະນີ ເຂົາສົ່ງຂ້າມໄປ ໄທ ຈາກແຂວງ ບໍ່ແກ້ວເລີຍ ໂດຍໃຊ້ຣົດ ປ້າຍ ຣັຖປອມ ຍ້ອນວ່າ ມີຜູ້ຄຸ້ມກັນ ໄປນໍາ.

ລາວ ເວົ້າອີກວ່າ ເຣື້ອງນີ້ ປະຊາຊົນ ເຂົາຮູ້ກັນ ທົ່ວໄປ ແຕ່ບໍ່ຄ່ອຍ ມີຜູ້ໃດ ດອກກ້າເວົ້າ. ການຈັບ ຜູ້ຄ້າ ຢາເສພຕິດ ໃນແຕ່ລະ ເທື່ອນັ້ນ ສ່ວນຫຼາຍ ແມ່ນ ຣາຍຍ່ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.