ເຈົ້າຂອງໂຮງແຮມຖືກຈັບ ຂໍ້ຫາ ຄ້າຢາ

ສິດນີ
2017.02.02
f-khonpasong ເຈົ້າຂອງ ໂຮງແຮມຄອນປະສົງ ທ້າວ ຄອນປະສົງ ຜູ້ຕ້ອງຫາ ຄ້າ ຢາເສບຕິດ ໃນລາວ
Citizen Journalist

ເຈົ້າໜ້າທີ່ຕຳຣວດລາວ ໄດ້ຈັບເຈົ້າຂອງ ໂຮງແຮມ ຄອນປະສົງ ທ້າວ ທຽງເທີ ຫລື ຄອນປະສົງ ໃນຂໍ້ຫາ ຄ້າຢາເສບຕິດ ຣາຍໃຫຍ່ ໃນລາວ ພ້ອມທັງ ເຄືອຂ່າຍ. ທ້າວ ຄອນປະສົງ ຖືກຈັບຢູ່ ແຂວງຄໍາມ່ວນ ຫລັງຈາກ ໄປກິນດອງ ຢູ່ເມືອງປາກເຊ ແຂວງຈໍາປາສັກ ໃນວັນທີ 13 ມົກກະຣາ 2017 ດັ່ງຜູ້ທີ່ໃກ້ຊິດ ກັບຍາດພີ່ນ້ອງ ຂອງທ້າວ ຄອນປະສົງ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 29 ມົກກະຣາ ວ່າ:

"ຈັບລູກຊາຍ ຢູ່ບໍ່ແກ້ວ ແລະ ເຂົາບັງຄັບ ໃຫ້ບອກວ່າ ພໍ່ ຢູ່ໃສ ຕໍາຣວດຈໍານວນນຶ່ງ ກະປິດລ້ອມ ຢູ່ໂຮງແຮມນີ້ ແຕ່ວ່າ ກະຊິແມ່ນ ບອກວ່າພໍ່ ຢູ່ປາກເຊ ດຽວນີ້ ກໍາລັງຂຶ້ນມານີ້ ຊັ້ນນ່າ".

ແຫຼ່ງຂ່າວບອກອີກວ່າ ປັດຈຸບັນ ເຈົ້າໜ້າທີ່ ຕໍາຣວດ ໄດ້ຍຶດຊັບສິນ ຂອງທ້າວ ຄອນປະສົງ, ເປັນຕົ້ນ ລົດຍົນ, ບ້ານ ແລະ ໂຮງແຮມ ຢູ່ເມືອງໄຊທານີ ນະຄອນຫຼວງ ວຽງຈັນ ເປັນທີ່ຮຽບຮ້ອຍ ແລ້ວ. ນອກຈາກນີ້ ເຈົ້າໜ້າທີ່ ຍັງໄດ້ຈັບ ຄົນໃນຄອບຄົວ ອີກສອງຄົນ ຄື, ລູກຊາຍແລະເມັຽ ຂອງຜູ້ກ່ຽວ.

ທ້າວ ຄອນປະສົງ ເປັນຄົນເມືອງຂົວ ແຂວງຜົ້ງສາລີ ໄດ້ຍ້າຍມາຢູ່ ນະຄອນຫຼວງ ວຽງຈັນ ໃນຊຸມປີ 1990, ໄດ້ເປີດກິຈການ ໂຮງແຮມ ໃສ່ຊື່ວ່າ ໂຮງແຮມ ຄອນປະສົງ ຢູ່ບ້ານຄຳຮຸ່ງ ເມືອງ ໄຊທານີ. ໃນໂຮງແຮມ ມີສະຖານທີ່ ບັນເທີງ, ຂາຍ ບໍຣິການ ທາງເພດ ແລະ, ບ່ອນຫລິ້ນ ການພະນັ້ນ, ຮ່ວມທັງ ການຄ້າ ຢາເສບຕິດ ຢູ່ເບື້ອງຫລັງ ຊຶ່ງເປັນທີ່ຮູ້ຈັກ ກັນດີ ຢູ່ໃນ ນະຄອນຫຼວງ ວຽງຈັນ. ອີງຕາມ ການບອກເລົ່າ ຂອງແຫລ່ງຂ່າວ.

ນອກຈາກນີ້ ເຈົ້າຂອງຮ້ານ ໄຊນຸດ ປະດັບຍົນ ທີ່ຕັ້ງຢູ່ຫລັກ 5 ບ້ານຈອມມະນີ ເມືອງໄຊເຊດຖາ ກໍຖືກ ເຈົ້າຫນ້າທີ່ ຕຳຣວດຈັບ ໃນວັນທີ 16 ມົກກະຣາ ໃນຂໍ້ຫາຄ້າ ຢາເສບຕິດ ເຊັ່ນດຽວກັນ, ຊຶ່ງ ເປັນນຶ່ງ ໃນເຄືອຂ່າຍ ຂອງ ທ້າວ ຄອນປະສົງ.

ເຖິງຢ່າງໃດກໍຕາມ ການຈັບ ເຄືອຂ່າຍຄ້າ ຢາເສບຕິດ ຂອງທ້າວ ຄອນປະສົງ ແມ່ນບໍ່ມີ ການຖະແຫລງຂ່າວ ແຕ່ຢ່າງໃດ, ແຕ່ໃນວັນທີ 1 ກຸມພາ ເຈົ້າຫນ້າທີ່ ປ້ອງກັນ ຄວາມສງົບ ທີ່ ນະຄອນ ຫຼວງວຽງຈັນ ໃຫ້ການຢືນຢັນ ຕໍ່ເອເຊັຽເສຣີວ່າ:

"ຈັບແລ້ວ ຈັບດົນແລ້ວ ພວກນີ້ເຮັດ ການຄ້າແບບ ບໍ່ຖືກຕ້ອງ ຕາມກົດຫມາຍ ກຳລັງດຳເນີນ ການສືບສວນ ສອບສວນ ຕາມຣະບຽບ ກົດຫມາຍຢູ່ ຢູ່ນະຄອນຫຼວງ ນີ້ແຫລະ ຍັງບໍ່ແນ່ວ່າ ເປັນ ເຄື່ອຂ່າຍດຽວ ຫລືບໍ່".

ເອເຊັຽເສຣີ ຍັງໄດ້ຕິດຕໍ່ ສອບຖາມຂໍ້ມູນ ເພີ້ມເຕີມ ກັບ ເຈົ້າໜ້າທີ່ ຕໍາຣວດ ເມືອງໄຊເຊດຖາ ແລະ ເຈົ້າໜ້າທີ່ ຕຳຣວດ ນະຄອນຫຼວງ ວຽງຈັນ, ແຕ່ ທັງສອງທ່ານ ປະຕິເສດ ທີ່ຈະໃຫ້ ຂໍ້ມູນ.

ປັດຈຸບັນເຄື່ອຂ່າຍ ຄ້າຢາເສບຕິດ ອີກຄົນນຶ່ງ ຄື ທ້າວ ສີສຸກ ດາວເຮືອງ ຫລື ເຕື້ອງ ຜູ້ກ່ຽວ ເປັນເຄື່ອຂ່າຍຄ້າ ຢາເສບຕິດ ລຣຍໃຫຍ່ ທີ່ກຳລັງ ຫລົບໜີ ການຈັບກຸມ ຂອງ ເຈົ້າໜ້າທີ່ ຢູ່, ທ້າວ ສີສຸກ ດາວເຮືອງ ເປັນເຄືອຂ່າຍ ດຽວກັນກັບ ທ້າວ ໄຊຊະນະ ແກ້ວພິມພາ ຜູ້ທີ່ຖືກ ເຈົ້າໜ້າທີ່ ຕຳຣວດໄທ ຈັບຕົວ ໃນວັນທີ 19 ມົກກະຣາ ທີ່ຜ່ານມາ ທີ່ບາງກອກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.