ກິຈການຜູ້ຕ້ອງຫາ ຄ້າຢາ ປິດແລ້ວ

ຈໍາປາທອງ
2017.03.09
f-sisouk ທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ ທີ່ເຊື່ອກັນວ່າ ເປັນເຄືອຂ່າຍຂອງ ທ້າວ ໄຊຊະນະ ແກ້ວພິມພາ
Citizen Journalist

ກິຈການ ບໍຣິການ ຂີ່ມ້າ ແລະ ຮ້ານຂາຍຣົດ ຫລູຫລາ ຂອງທ້າວ ສີສຸກ ດາວເຮືອງ ຜູ້ຕ້ອງຫາ ຄ້າຢາເສບຕິດ ຣາຍໃຫຍ່ ທີ່ເຊື່ອກັນວ່າ ເປັນເຄືອຂ່າຍ ຂອງທ້າວ ໄຊຊະນະ ແກ້ວພິມພາ ປິດລົງແລ້ວ ຫລັງຈາກ ທ້າວ ໄຊຊະນະ ຖືກຈັບ ຢູ່ບາງກອກ ປະເທດໄທ ໃນວັນທີ 19 ມົກ​ກະ​ຣາ ຜ່ານມາ.

ຮ້ານຂາຍຣົດ ລາຄາແພງ ຫຼູຫລາ ຂອງຜູ້ກ່ຽວ ຕັ້ງຢູ່ 4 ແຍກໄຟແດງ ບ້ານທາດຂາວ ເມືອງສີສັດຕະນາກ ແລະ ກິຈການ ບໍຣິການຂີ່ມ້າ ຕັ້ງຢູ່ບ້ານ ໂພນສີນວນ ເມືອງໄຊເຊດຖາ ນະຄອນຫຼວງ ວຽງຈັນ. ນອກຈາກນີ້ ກໍຍັງມີຂ່າວວ່າ ທ້າວສີສຸກ ຖືຮຸ້ນຢູ່ໃນ ບໍຣິສັດ ຕົວແທນ ຈຳໜ່າຍ ຫວຍພັທນາ ຂອງລາວ ໂດຍທີ່ຜູ້ກ່ຽວ ເອົາຊື່ຄົນອື່ນ ໃສ່ແທນ.

ບໍຣິສັດຕົວແທນຈຳໜ່າຍ ຊື່ວ່າ ບໍຣິສັດ ອິນຊີ ເທຣດດິ້ງ ຈຳກັດຜູ້ດຽວ ຕັ້ງຢູ່ຖະນົນ 23 ສິງຫາ ບ້ານໜອງບອນ ເມືອງໄຊເຊດຖາ ແມ່ນ ວິສາຫະກິຈ ສ່ວນບຸກຄົນ ຊຶ່ງແມ່ນ ບໍຣິສັດ ຣັດວິສາຫະກິດ ຫວຍພັທນາ ເປັນຜູ້ຊີ້ນຳ ໃນການຈັດຕັ້ງ ປະຕິບັດ ຊຶ່ງ ບໍຣິສັດດັ່ງກ່າວ ຈະ ເປີດໃຫ້ ບໍຣິການ ຂາຍເລກ 2 ໂຕ, 3 ໂຕ ແລະ 5 ໂຕ ພ້ອມທັງເປີດໂຕະ ພະນັນບານ ນຳດ້ວຍ.

ເຈົ້າໜ້າທີ່ລາວ ຜູ້ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ວ່າ ບໍຣິສັດ ຣັດວິສາຫະກິດ ຫວຍພັທນາລາວ ໄດ້ມອບໃຫ້ ບໍຣິສັດ ອິນຊີ ເທຣດດິ້ງ ທີ່ວ່ານັ້ນ ສຳປະທານ ໄປແລ້ວ ເປັນຕົວແທນ ຈຳໜ່າຍ ຫວຍພັທນາ, ແລະແຕ່ລະປີ ຕ້ອງເສັຽຄ່າ ສຳປະທານ ໃຫ້ກະຊວງ ການເງິນ ປະມານ 50 ຕື້ກີບ, ແຕ່ສິ່ງທີ່ ຜິດສັງເກດ ກໍຄືການຈ່າຍເງິນ ໃຫ້ຄົນທີ່ຖືກເລກ ແມ່ນຈ່າຍເປັນ ເງິນສົດ ໂດຍບໍ່ໄດ້ ຜ່ານບັນຊີ ທະນາຄານເລີຍ.

ໃນຂນະທີ່ ເຈົ້າໜ້າທີ່ ກະຊວງການເງິນ ເວົ້າວ່າ ຫວຍພັທນາ ເປັນຂອງຣັຖ 100%. ດັ່ງທີ່ທ່ານ ສີລາ ວຽງແກ້ວ ຮອງ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 3 ມີນາ ຜ່ານມາວ່າ:

"ບໍຣິສັດວິສາຫະກິດ ຫວຍພັທນາ ຊື່ມັນຫັ້ນນະ ເປັນຂອງຣັຖ 100 ເປີເຊັນໄດ໋ ບໍ່ມີຂອງໃຜໄດ໋ ເອກກະຊົນ ລະແມ່ນ ແມ່ນເປັນ ສາຂາ ຂາຍຫວຍໃຫ້ ຣັຖວິສາຫະກິດ ຫວຍພັທນາ ໝົດ ບໍ່ແມ່ນ ສຳປະທານ ໃດ໊ ເປັນສາຂາ ຫວຍເລກ1, ເລກ2, ເລກ3, ເລກ4, ເລກ5, ເລກ6, ເລກ7 ຫັ້ນລະແມ່ນ ລ້ວນແລ້ວແຕ່ ເອົາຈາກ ຫວຍພັທນາລາວ ບ່ອນດຽວນີ້ ໄປຂາຍ".

ມາເຖິງປັດຈຸບັນ ຍັງບໍ່ຮູ້ວ່າ ທ້າວ ສີສຸກ ດາວເຮືອງ ຍັງຢູ່ໃນ ປະເທດລາວ ຫລື ຫລົບໜີໄປລີ້ ຢູ່ຕ່າງປະເທດ ຂນະທີ່ທາງການ ລາວ ບໍ່ໄດ້ເປີດເຜີຍ ຣາຍລະອຽດ ກ່ຽວກັບ ທ້າວ ສີສຸກ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.