ລາວຮັບອຸປກອນຊ່ອຍເຫຼືອຈາກ UNODC


2013.12.25
F-UNODC-HT-Campaign ຫ້ອງການ ປາບປາມ ຢາເສພຕິດ ແລະອາສຍາກັມ ຂອງອົງການ ສະຫະປະຊາຊາຕ ໄດ້ອອກ ໂຄສະນາ ຕ້ານການ ຄ້າມະນຸສ
UNODC

 

ຫ້ອງການປາບປາມຢາເສພຕິດ ແລະອາຊຍາກັມ ສະຫະປະຊາຊາດ ມອບຄອມພິວເຕີ ໃຫ້ແກ່ສປປລາວ ເພື່ອຊ່ວຍວຽກງານປາບປາມກຸ່ມ ຄ້າມະນຸດ.

ຜູ້ຕາງໜ້າຫ້ອງການຢາເສບຕິດ ແລະ ອາຊຍາກັມສະຫະປະຊາຊາດ ມອບອຸປກອນຊ່ວຍເຫລືອ ເມື່ອເດືອນທີ່ແລ້ວ ຊຶ່ງມີເຄື່ອງສາຍວີດີໂອ 3 ເຄື່ອງແລະ ຄອມພິວເຕີ 5 ໜ່ວຍ. ເຄື່ອງສາຍວີດີໂອ ແລະຄອມ ພິວເຕີ ຈະໃຊ້ໃນເວລາ ພິຈາຣະນາຄະດີ ເຊັ່ນໃນເວລາ ສເນີພິຍານ ແລະຫລັກຖານຕ່າງໆ.

ເຄື່ອງສາຍວີດີໂອແລະຄອມພິວເຕີ ຈະແບ່ງອອກເປັນສາມຊຸດຊຸດນຶ່ງ ໃຫ້ແກ່ສານປະຊາຊົນ ນະຄອນຫລວງ ວຽງຈັນ ຊຸດນຶ່ງໃຫ້ແກ່ສານ ແຂວງ ຫລວງພຣະບາງ ແລະອີກຊຸດທີ່ສາມໃຫ້ແກ່ສານ ແຂວງຈຳ ປາສັກ.

ທ. ຄຳສານ ສຸວົງ ປະທານອັຍການປະຊາຊົນສູງສຸດກ່າວຮັບເຄື່ອງຊ່ວຍເຫລືອນັ້ນວ່າ: ຣັຖບານລາວຂໍຂອບໃຈ ທີ່ຫ້ອງການຢາເສບຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ແລະ ສະຖານທູດສະຫະຣັຖອະເມຣິກາ ທີ່ໃຫ້ການຊ່ວຍເຫລືອ ເພື່ອປັບປຸງ ການພິຈາຣະນາຄະດີ ແລະການ ປະຕິບັດ ຕາມກົດໝາຍຢູ່ລາວ ໃຫ້ດີຂື້ນ.

ສປປລາວຕັ້ງຢູ່ໃຈກາງພາກພື້ນເອເຊັຍຕາວັນອອກສ່ຽງໃຕ້ ແລະ ເປັນປະເທດຕົ້ນທາງ ທາງຜ່ານແລະປາຍທາງຂອງການຄ້າມະນຸດ. ຊາວໜຸ່ມ ໄວລຸ້ນລາວ ໂດຍສະເພາະ ຜູ້ຍິງແລະເດັກນ້ອຍ ຫລາຍພັນຫລາຍແສນຄົນ ຖືກຂາຍໄປໄທ ໃນຂນະດຽວກັນ ຊາວຈີນແລະວຽດນາມ ກໍຫລັ່ງ ໄຫລເຂົ້າມາ ແລະ ສ່ວນນຶ່ງຖືກຂາຍ ຫລີຖືກຕົວະຍົວະເຂົ້າມາ ແລ້ວກໍລັກອອກໄປຕໍ່ ທີ່ປະເທດໄທ.

ຜ່ານມາ ການປາບປາມພວກຄ້າມະນຸດຢູ່ ສປປລາວ ອ່ອນແອທີ່ສຸດ ບໍ່ສາມາດຈັບແລະລົງໂທດພວກເຂົາໄດ້ເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.