ຊາວວຽດນາມທີ່ເສພຢາ ຖືກ ສົ່ງກັບ

ໄມຊູລີ
2017.11.07
f-houaphanh ແຂວງຫົວພັນ
RFA

ພໍ່ຄ້າຊາວຂາຍແລະກັມມະກອນ ຊາວວຽດນາມບາງຈໍາພວກ ທີ່ເຂົ້າມາທໍາມາຫາກິນ ຢູ່ເມືອງແອດ ແຂວງຫົວພັນ ຖືກເຈົ້າໜ້າທີ່ລາວ ສົ່ງກັບ ຄືນປະເທດ ເມື່ອບໍ່ດົນມານີ້ ຍ້ອນຕິດຢາເສພຕິດ. ຕາມການເປິດເຜີຍ ຂອງເຈົ້າໜ້າທີ່ ຜູ້ໍບໍ່ປະສົງອອກຊື່ ກ່າວໃນມື້ວັນທີ່ 6 ພຶສຈິກາ ນີ້:

“ຊາວວຽດນາມຊາວຄ້າຂາຍ ມາຄ້າຢູ່ເມືອງແອດນີ້ນະ ຈໍານວນນຶ່ງເຂົາກໍໄລ່ຄືນປະເທດ ໄລ່ໜີຍ້ອນຕິດຢາເສພຕິດນີ້ແຫຼະ ເປັນຊາວວຽດນາມ ທີ່ຂຶ້ນກັບເມືອງສົບມາ ແຂວງສະລາ ເຂົາເຈົ້າ ລົງມາຫາທຸຣະກິດ ແລ້ວເຂົາເຈົ້າ ນີ້ມີສານ ເສພຕິດນີ້ແຫລະ”.

ທ່ານວ່າ ການສົ່ງຕົວຊາວວຽດນາມ ທີ່ມີສານເສພຕິດກັບປະເທດນີ້ ໄດ້ເລີ້ມມາແຕ່ເດືອນ 3 ແລະເດືອນ 5 ຜ່ານມາຫຼັງງຈາກທາງເຈົ້າໜ້າທີ່ ຂະແໜງການຕ່າງໆ ລົງກວດພື້ນທີ່ຕາມແຄັມ ຂອງຄົນງານກໍ່ສ້າງ ແລະ ຕາມຕລາດຕ່າງໆ ບ່ອນທີ່ມີ ກັມມະກອນ ແລະພໍ່ຄ້າຊາວຂາຍ ທີ່ ເປັນຊາວວຽດນາມ ສ່ວນຫລາຍນັ້ນ.

ໃນການລົງກວດທັ້ງສອງຄັ້ງ ຂອງເຈົ້າໜ້າທີ່ນັ້ນພົບວ່າ ມີຜູ້ມີສານຢາບ້າປົນເຈືອ ໃນປັສວະທັງໝົດ 100 ກວ່າຄົນ ຊຶ່ງທາງເຈົ້າໜ້າທີ່ ໄດ້ມີ ການປະສານງານ ໄປຫາທາງການວຽດນາມ ແລະໄດ້ສົ່ງຕົວຜູ້ມີສານປົນເຈືອ ໃຫ້ເຈົ້າໜ້າທີ່ດ່ານວຽດນາມ ຮັບຕົວໄປ ດໍາເນີນການຕໍ່ໄປ.

ຣາຍງານວ່າ ຢູ່ເມືອງແອດ ທາງເຈົ້າໜ້າທີ່ ມີການລົງສຸ່ມກວດ ສານເສພຕິດ ຄົນຕ່າງດ້າວ ມາແຕ່ປີ 2014 ແລະຈະລົງກວດ ປີລະ 2 ຄັ້ງ. ໃນແຕ່ລະຄັ້ງ ບາງເທື່ອກໍກວດພົບ ແຕ່ບາງເທື່ອກໍບໍ່ພົບ ສານເສບຕິດ ໃນຮ່າງກາຍຂອງຄົນວຽດນາມ. ສໍາລັບເຣື້ອງ ການຂົນສົ່ງຢາເສພຕິດ ໃນກຸ່ມ ຂອງຊາວວຽດນາມນັ້ນ ເຈົ້າໜ້າທີ່ ບອກວ່າຍັງບໍ່ມີ ຂໍ້ມຸນເທື່ອ ແຕ່ກໍາລັງສືບຫາຢູ່:

“ຂົນສົ່ງແລ້ວພັດບໍ່ເຫັນ ຄືເຫັນສານຕົກຄ້າງ ຢູ່ນໍາຮ່າງກາຍ ຂອງຄົນຊີ້ນະ ຂໍ້ມູນຍັງບໍ່ທັນຣະອຽດ ວ່າລັກຂົນສົ່ງມາ ທາງເບື້ອງໃດ ຍັງເກັບ ກໍາຂໍ້ມູນຢູ່ ປັຈຈຸບັນນີ້ຍັງ ໃຫ້ຄນະຮັບຜິດຊອບ ນີ້ລົງກວດກາຄືນ ເກັບຂໍ້ມູນຄືນ ໃຫ້ມັນຣະອຽດ”.

ເຖິງຢ່າງໃດກໍຕາມ ປັຈຈຸບັນ ທາງການແຂວງຫົວພັນ ກໍາລັງສະກັດກັ້ນ ບັນຫາຢາເສພຕິດ ທຸກຮູບແບບໃນແຂວງ ທັງຈາກ ປະຊາຊົນລາວ ແລະກຸ່ມແຮງງານຕ່າງດ້າວ ທີ່ເຂົ້າມາທໍາມາຫາກິນ ຕາມເມືອງຕ່າງໆໃນແຂວງຫົວພັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.