ແຕ່ງດອງບັງໜ້າ ຕໍ່ມາ ເປັນ ໂສເພນີ

ສິດນີ
2017.12.14
F-Luangnamtha ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ
RFA/Chansina

ອົງການຕ້ານການຄ້າມະນຸດ ປະຈຳຂົງເຂດຣາຍງານວ່າ ບັນຫາການຄ້າມະນຸດ ໃນເຂດພາກເໜືອຂອງລາວ ເປັນຕົ້ນທີ່ແຂວງຫຼວງນ້ຳທາ, ອຸດົມໄຊ ແລະ ແຂວງອື່ນໆ ທີ່ມີຊາຍແດນຕິດກັບຈີນ ໃນຮູບແບບແຕ່ງດອງແອບແຝງ ຍັງປະຕິບັດກັນຢູ່ ໂດຍຜ່ານນາຍຫນ້າທີ່ເປັນຄົນລາວ ແລະຄົນຈີນ ຕິດຕໍ່ພົວພັນແຕ່ງດອງ ດ້ວຍການເອີ້ນເຖົ້າແກ່ແນວໂຮມມາຮ່ວມ ຫລັງຈາກມອບເງິນຄ່າດອງແລ້ວ ກໍພາແມ່ຍິງລາວອອກໄປ ປະເທດຈີນ ກ່ອນທີ່ຈະຖືກກັກຂັງ ໃຊ້ແຮງງານ ແລະ ຂາຍຕໍ່ໃຫ້ຄົນອື່ນ.

ພັນເອກ ສົມພອນ ຈັນທະວົງ, ຫົວໜ້າກອງບັນຊາການແຂວງຫຼວງນ້ຳທາ, ເປີດເຜີຍວ່າ ແຂວງຫຼວງນ້ຳທາ ມີຊາຍແດນຕິດກັບ ແຂວງຢູນານ ຂອງຈີນ, ນັບແຕ່ປີ 2015 ຮອດປັດຈຸບັນ ມີການແຕ່ງດອງ ຈາກຊາຍໜຸ່ມ ຈາກຈີນກັບແມ່ຍິງລາວ ໃນ ລັກສນະ ການໝັ້ນໝາຍແຕ່ງດອງ ເກີດຂຶ້ນຫລາຍ ໂດຍຜ່ານຄົນລາວແລະຄົນຈີນ ຈຳນວນນຶ່ງທີ່ເຮັດທຸຣະກິດໃນລາວ ແລະຄົນລາວຢູ່ປະເທດຈີນ ໃນການຕິດຕໍ່ພົວພັນ ແຕ່ງດອງ ຕາມຮີດຄອງປະເພນີ ດ້ວຍການເອີ້ນເຖົ້າແກ່ ແນວໂຮມບ້ານມາຮ່ວມ ເພື່ອເປັນສັກຂີພະຍານ ຫລັງຈາກມອບເງິນຄ່າດອງ ກໍພາແມ່ຍິງລາວໄປຈີນ ໂດຍບໍ່ມີເອກສານຖືກຕ້ອງ ແລະໃນບາງກໍຣະນີ ຍັງບໍ່ໄດ້ຄ່າສິນສອດ ພຽງແຕ່ລົມກັນປາກເປົ່າ ກໍພາແມ່ຍິງລາວ ໄປຈີນກ່ອນ ເພື່ອໄປເບິ່ງເຮືອນຜູ້ຊາຍຄົນຈີນ ຖ້າມັກກໍເອົາ, ແຕ່ຫລັງຈາກໄປຮອດຈີນ ແມ່ຍິງລາວ ກໍຖືກກັກຂັງ ໃຊ້ແຮງງານແບບຂ້າທາດ ຫລືຂາຍຕໍ່ໃຫ້ຄົນອື່ນ ຫລືຂາຍເຂົ້າໂຮງໂສເພນີ ແລະຫລາຍກໍຣະນີ ກໍຖືກນາບຂູ່ ທຳຮ້າຍຮ່າງກາຍ ແລະຍຶດຫນັງສືຜ່ານແດນ.

ຕໍ່ບັນຫາດັ່ງກ່າວ ເຈົ້າຫນ້າທີ່ລາວ ກໍພຍາຍາມຊ່ອຍເຫລືອແຕ່ ກໍຍາກໃນການຊ່ອຍເຫລືອ ຍ້ອນວ່າບໍ່ຮູ້ວ່າ ຄົນຈີນຄົນນັ້ນ ມາຈາກໃສ ແລະຢູ່ແຂວງໃດ ສຳລັບຜູ້ເປັນພໍ່ແມ່ ບາງຄົນກໍຂໍຄວາມຊ່ອຍເຫລືອ ຈາກນາຍຫນ້າຜູ້ມາຕິດຕໍ່ ທີ່ເປັນຄົນລາວ ແຕ່ຫຼາຍກໍຣະນີ ຂະເຈົ້າ ກໍບໍ່ຮູ້ວ່າຄົນຈີນ ນັ້ນມາຈາກໃສ ພຽງແຕ່ມາຈ້າງ ໃຫ້ນາຍໜ້າຫາແມ່ຍິງ ມາໃຫ້ແຕ່ງດອງນໍາ.

ພໍ່ແມ່ບາງຄົນກໍໃຊ້ເງິນໂຕເອງເດີນທາງໄປຈີນ ໄປຊອກຫາລູກ ໂດຍທີ່ບໍ່ຮູ້ວ່າຈະໄປຊອກຫາຢູ່ໃສ ທັງບໍ່ຮູ້ພື້ນທີ່ແລະພາສາ ເອົາເງິນຈ້າງ ໃຫ້ຄົນພາໄປ ບາງລາຍກໍຖືກສໍ້ໂກງນຳອີກ ຮ້າຍໄປກວ່ານັ້ນ ເມື່ອພົບລູກແລ້ວ ບາງກໍຣະນີ ກໍ່ຖືກກັກຂັງທັງແມ່ທັງລູກ ໂດຍໃຫ້ເອົາເງິນ ຄ່າດອງ ມາສົ່ງຄືນຈື່ງຈະປ່ອຍຕົວກໍມີ.

ໃນການສກັດກັ້ນແລະແກ້ໄຂບັນຫາດັ່ງກ່າວ ທີ່ຜ່ານມາ ໜ່ວຍງານ ປກສ ທີ່ແຂວງຫຼວງນ້ຳທາ ກໍໄດ້ປະສານຫາກົມສາຍຕັ້ງ ໃນຫຼາຍ ແຂວງທາງພາກເຫນືອ ຈັດກອງປະຊຸມ ປືກສາຫາລືກັນ ເພື່ອຊອກຫາວິທີແກ້ໄຂ ຮ່ວມດ້ວຍການປະສານໄປຫາ ຕຳຣວດຈີນ ຖ້າເປັນ ແຂວງຫລວງນ້ຳທາ ກໍຈະແມ່ນເມືອງຫລາ ແຂວງຢູນານເພື່ອແລກປ່ຽນຂໍ້ມູນຂ່າວສານ ໃນການຊ່ອຍຜູ້ເຄາະຮ້າຍ. ດ້ວຍການຮ່ວມືດັ່ງກ່າວ ທີ່ຜ່ານມາສາມາດຊ່ອຍແມ່ຍິງລາວຜູ້ເຄາະຮ້າຍ ອອກມາໄດ້ 69 ຄົນ.

ທ່ານ ພັນເອກ ອຳໄພ ສໍສວັນແສງ ຮັກສາການຫົວຫນ້າຫ້ອງການຕຳຣວດ ແຂວງຫລວງນ້ຳທາເວົ້າວ່າ ຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ແມ່ຍິງລາວ ສ່ວນຫລາຍຈະເປັນຄົນຫນ້າຕາດີ ແຕ່ຮູ້ເທົ່າບໍ່ເຖິງການ ຕໍ່ບັນຫາດັ່ງກ່າວ ທາງການແຂວງກໍມີ ມາຕການສະກັດກັ້ນ ແກ້ໄຂ ບັນຫາ ການຄ້າມະນຸດ ໃນແຂວງຫລວງນ້ຳທາ ມາຕລອດ ດ້ວຍການສຸມໃສ່ ການໃຫ້ຄວາມຮູ້ແກ່ປະຊາຊົນ ກ່ຽວກັບພັຍອັນຕຣາຍ ທີ່ຈະ ເກີດຈາກ ການຄ້າມະນຸດ ຢູ່ຕາມເຂດຊາຍແດນ ລາວ-ຈີນ ເປັນຕົ້ນ ຕາມແລວເສັ້ນທາງ ຣົດໄຟລາວ-ຈີນ ບ່ອນທີ່ມີ ກຳມະກອນຈີນ ເຂົ້າມາເຮັດວຽກຫລາຍ ເປັນຈຸດເປົ້າ​ໝາຍ ຂອງການຄ້າມະນຸດ ທາງການໄດ້ຈັດຕັ້ງພະນັກງານ ລົງປະຈຳຢູ່ແຕ່ລະດ່ານ ເພື່ອຕິດຕາມ ກວດກາ ກຸ່ມເປົ້າໝາຍ ທີ່ອາດຈະຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ຊື່ງການປະຕິບັດງານຜ່ານມາ ກໍສາມາດຈັບກຸ່ມຄ້າມະນຸດ ຈຳນວນນຶ່ງ ທີ່ມີການເຄື່ອນໄຫວ ທີ່ບໍ່ຖືກຕ້ອງ ໄດ້ນຳມາສັ່ງສອນ ຫລືລົງໂທດຫລາຍຄົນ ມາຮອດປັດຈຸບັນ ປະຊາຊົນ ກໍມີການລະມັດລະວັງ ຫລາຍຂຶ້ນ ແຕ່ກໍຍັງມີຫຼາຍຄົນ ຍັງຫລົງເຊື່ອເຂົາຢູ່ ຍ້ອນຮູ້ເທົ່າບໍ່ເຖິງການ ແລະຄວາມທຸກຍາກໃນຄອບຄົວ.

ການຕົວະຍົວະ ແມ່ຍິງລາວ ຂອງຜູ້ຊາຍຈີນມີຫຼາຍຮູບແບບ ໃນປັດຈຸບັນ ພວກຄ້າມະນຸດຈີນ ຫັນປ່ຽນຮູບການຫຼອກລວງ ມາໃຊ້ແມ່ຍິງລາວ ທີ່ເປັນເມັຽຄົນຈີນ ກັບມາຕົວະຍົວະ ເດັກສາວລາວ ໄປແຕ່ງດອງ ກັບຊາຍຈີນ ຊຶ່ງແຕກຕ່າງ ໄປຈາກເມື່ອກ່ອນ ທີ່ໃຊ້ພຽງແຕ່ຜູ້ຊາຍມາ ຫລອກລວງ ເພື່ອບໍ່ໃຫ້ທາງການ ສົງໃສ ພາຍຫຼັງ ທີ່ມີຂ່າວວ່າ ແມ່ຍິງລາວ ວັຍສາວ ຖືກຕົກເປັນ ຜູ້ເຄາະຮ້າຍ ຂອງຂະບວນການ ຄ້າມະນຸດ ຈາກນໍ້າມື ຂອງຜູ້ຊາຍ ມາແລ້ວຫຼາຍຄົນ ຈົນເຮັດໃຫ້ ທາງການ ໄດ້ອອກແຈ້ງການ ເຕືອນ ປະຊາຊົນ ໃນຫຼາຍເຂດແຂວງ ທົ່ວປະເທດ, ກ່ຽວກັບຮູບແບບການຕົວະຍົວະ ຂອງ ພວກຄ້າມະນຸດ ເປັນຕົ້ນ ກຸ່ມຄ້າມະນຸດຄົນຈີນ, ດັ່ງເຈົ້າໜ້າທີ່ ແຂວງຫລວງນ້ຳທາ ທ່ານນຶ່ງກ່າວ ໃນໄລຍະທີ່ຜ່ານມາວ່າ:

"ນາຍໜ້າ ເປັນພວກຜູ້ຍິງ ຈະມາຕົວະໄປຂາຍເນາະ ຂະເຈົ້າ ມີນາຍໜ້າຜູ້ຍິງແລ້ວ ພວກຜູ້ຍ່າຜູ້ຍິງ ເປົ້າໝາຍນີ້ ມັກໄປເຄື່ອນໄຫວ ທັງທາງນໍ້າທາ, ບໍ່ແກ້ວ ແລະ ໄປທາງອຸດົມໄຊ, ໄປທາງຊາຍແດນຈີນເດ໊ ເພາະວ່າ ຊາຍແດນຈີນ ຂະເຈົ້າ ມີເຄືອຂ່າຍ ຂະເຈົ້າມີ ນາຍໜ້າຜູ້ຍິງນະ."

ການຊ່ອຍເຫຼືອແມ່ຍິງລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດໄປຈີນ ຍັງມີຄວາມຫຍຸ້ງຍາກ ຢູ່ຫລາຍຢ່າງຍ້ອນວ່າ ເຈົ້າໜ້າທີ່ຈີນ ຢູ່ປະເທສຈີນ ບໍ່ໃຫ້ຄວາມຮ່ວມມື ເທົ່າທີ່ຄວນ ເຖິງແມ່ນວ່າ ເຈົ້າໜ້າທີ່ຈີນ ແລະເຈົ້າໜ້າທີ່ລາວ ຢູ່ດ່ານສາກົນ ມີການຮ່ວມມື ແລະ ປະສານງານ ກັນດີກໍຕາມດັ່ງເຈົ້າໜ້າທີ່ ແຂວງຫລວງນໍ້າທາ ຜູ້ບໍ່ປະສົງອອກຊື່ ອີກທ່ານນຶ່ງກ່າວວ່າ:

"ຂະເຈົ້າ ກໍຮ່ວມມືຢູ່ນໍ ສໍາລັບເບື້ອງລາວ ນີ້ນະ ແຕ່ເບື້ອງຈີນ ນີ້ ຂະເຈົ້າກໍປະສານຢູ່ນະ ແຕ່ວ່າບໍ່ເຫັນ ກໍບໍ່ເທົ່ານັ້ນ ຂະເຈົ້າຢູ່ພຸ້ນນໍ ມີການ ພົວພັນດີຢູ່ ແຕ່ຂະເຈົ້າ ສາກົນນີ້ ຂະເຈົ້າ ຮູ້ເທົ່ານັ້ນນໍ ແລ້ວກາຍໄປ ເມືອງຈີນນີ້ ແທ້ໆນີ້ ຂະເຈົ້າ ກໍບໍ່ສູ້ຮ່ວມມືດີ ສໍາລັບ ໄປຈີນນີ້ນໍ ຫຼືວ່າ ໄປມຽນມາ ໄປພະມ້າ ນີ້ກໍຍາກໜ້ອຍນຶ່ງນໍ."

ຣາຍງານກ່ຽວກັບການຄ້າມະນຸດ ກະຊວງການຕ່າງປະເທດ ສະຫະຣັຖອະເມຣິກາ ໄດ້ຈັດ ສປປລາວ ຢູ່ໃນອັນດັບ 2 ເຄິ່ງ ຊຶ່ງເປັນ ປະເທດຕ້ອງຕິດຕາມເບິ່ງ. ພ້ອມດຽວກັນ ກໍໄດ້ຮຽກຮ້ອງໃຫ້ ຣັຖບານລາວ ເປີດເຜີຍຕົວເລກ ຜູ້ທີ່ຕົກເປັນເຫຍື່ອ ການຄ້າມະນຸດທັງພາຍ ໃນລາວ ແລະຢູ່ປະເທດເພື່ອນບ້ານ ໃຫ້ຫລາຍຂຶ້ນ ແລະໃຫ້ປັບປຸງ ການດໍາເນີນຄະດີ ພວກຄ້າມະນຸດ ໃນຂັ້ນຕອນຂອງການ ສອບສວນ ແລະການດຳເນີນຄະດີຢ່າງເຄັ່ງຄັດ.ນອກຈາກນີ້ ທາງການສະຫະຣັຖ ຍັງໄດ້ຮຽກຮ້ອງໃຫ້ ຣັຖບານລາວ ເພີ່ມມາຕການ ດູແລແລະ ຊ່ວຍເຫລືອຊາວລາວ ທີ່ຕົກເປັນເຫຍື່ອ ຂອງການຄ້າມະນຸດໃຫ້ດີຂຶ້ນ.

ສຳລັບບຸກຄົນທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ທີ່ຖືກສົ່ງກັບລາວ ທາງການລາວ ແລະອົງການຕ່າງຊາດບາງອົງການ ກໍໄດ້ສົ່ງເສີມ ທາງດ້ານສຸຂພາບ, ການສືກສາ ແລະ ການຝືກອາຊີບ ເພື່ອໃຫ້ຂະເຈົ້າ ສາມາດລ້ຽງຕົນເອງໄດ້ ໃນການເຊື່ອມເຂົ້າ ໃນສັງຄົມລາວ.

ອົງການຕ່າງຊາດແລະກະຊວງແຮງງານລາວ ໄດ້ແນເປົ້າຫມາຍ ໃສ່ການສຶກສາ ການຝຶກອົບຮົມອາຊີບ ໃຫ້ແກ່ຂະເຈົ້າໃນຫລາຍແຂວງ ຊື່ງໃນປັດຈຸບັນນີ້ ກໍແມ່ນແຂວງພາກໃຕ້ ເປັນຕົ້ນທີ່ ແຂວງສາຣະວັນ ຈຳປາສັກ, ສວັນນະເຂດ ພາກກາງ ທີ່ນະຄອນຫລວງວຽງຈັນ ແລະບາງແຂວງໃນພາກເຫນືອ.

ທາງໂຄງການ ແລະທາງການລາວ ມີແຜນການສົ່ງເສີມອາຊີບ ​ໄລຍະສັ້ນແລະຣະຍາວ ໃຫ້ແກ່ ຜູ້ທີ່ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ທີ່ຖືກສົ່ງກັບບ້ານແລ້ວ ຈຳນວນ 200 ຄົນ ໃນປັດຈຸບັນ ເພື່ອບໍ່ໃຫ້ ຂະເຈົ້າກັບຄືນສູ່ ຂະບວນການ ດັ່ງກ່າວ ອີກໃຫມ່ ໃນອະນາຄົດ ແຕ່ບັນຫາການຄ້າມະນຸດໃນລາວ ຈະບໍ່ສິ້ນສຸດລົງຈັກເທື່ອ ຍ້ອນວ່າ ລາວເປັນທັງຕົ້ນທາງ ປາຍທາງແລະທາງຜ່ານຂອງຂະບວນການ ຄ້າມະນຸດໃນຂົງເຂດ ແລະຍ້ອນຄວາມທຸກຍາກ ໃນເຂດຊົນນະບົດໃນລາວນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.