ຣາຍງານການຂູດຮີດທາງເພດ ເດັກນ້ອຍ


2017.11.22
F-Laos ຄອບຄົວລາວ ໃນເຂດຊົນນະບົດ
RFA/SS

ຣັຖບານລາວ ໄດ້ມີຄວາມກ້າວໜ້າດີ ໃນການພັທນາກົດໝາຍ ເພື່ອປົກປ້ອງເດັກນ້ອຍ ຫລາຍຂຶ້ນຕື່ມ ແລະແກ້ໄຂບັນຫາ ການຄ້າມະນຸດ ແລະການຄ້າເດັກນ້ອຍ ແຕ່ກໍມີບັນຫາເຣື່ອງ ການປະຕິບັດກົດໝາຍດັ່ງກ່າວ ແລະຂໍ້ຕົກລົງກັບ ປະເທດເພື່ອນບ້ານ ຊຶ່ງການຄ້າມະນຸດ ຂ້າມຊາຍແດນ ແນ່ນອນກ່ຽວຂ້ອງກັບເດັກນ້ອຍ ວັຍໜຸ່ມຫລາຍກວ່າເຄິ່ງ. ດັ່ງນັ້ນ ຈຶ່ງຈໍາເປັນຕ້ອງມີມາຕການພິເສດ ເພື່ອຮັບປະກັນບໍ່ໃຫ້ ມັນເກີດຂຶ້ນໄດ້ ແລະເພື່ອແກ້ໄຂສາເຫດ. ຕາມຄໍາເວົ້າຂອງມາດາມ Maud de Boer-Buquicchio ຜູ້ຣາຍງານພິເສດ ສະຫະປະຊາຊາດ ກ່ຽວກັບການຄ້າ ແລະການຂູດຮີດທາງເພດເດັກນ້ອຍ ຕໍ່ RFA ໃນມື້ວັນທີ 21 ພຶສຈິກາ 2017 ນີ້ຈາກກຸງປາຣີ ປະເທດຝຣັ່ງເສດ. ມາດາມ ກ່າວວ່າ:

"The other issue is that there should be acknowledgement that there are other forma of the sexual of children which related more to the internal trafficking of children. ມາດາມ ເວົ້າວ່າ ບັນຫາອື່ນອີກ ຄືຄວນຮັບຮູ້ວ່າ ຍັງມີການຂູດຮີດທາງເພດເດັກນ້ອຍ ໃນຮູບການອື່ນອີກ ທີ່ກ່ຽວຂ້ອງກັບການຄ້າເດັກນ້ອຍ ຢູ່ພາຍໃນລາວ. ເດັກນ້ອຍວັຍຊອນສາວ ຊຶ່ງມັກຖືກຄ້າແລະຖືກ ຂູດຮີດ ໃນທຸຣະກິດໂສເພນີ ຢູ່ຕາມເມືອງໃຫຍ່ ແລະຢູ່ເຂດເສຖກິດພິເສດ ແລະໂຮງກາຊີໂນ ຕ່າງໆ."

"All these are happening in Laos not just in Thailand or elsewhere across border. So that’s another important issue which needs to be addressed. ຊຶ່ງມາດາມບອກວ່າ ທັງໝົດນີ້ ແມ່ນເກີດຂຶ້ນຢູ່ພາຍໃນລາວ ຫາກບໍ່ແມ່ນ ພຽງແຕ່ຢູ່ໄທ ຫລືຢູ່ບ່ອນອື່ນ ຂ້າມຊາຍແດນໄປ ແລະນັ້ນຄືບັນຫາ ສໍາຄັນອີກແນວນຶ່ງ ທີ່ຈໍາເປັນຕ້ອງໄດ້ແກ້ໄຂ."

ພ້ອມດຽວກັນນີ້ ມາດາມ ກໍເວົ້າວ່າກ່ອນອື່ນໝົດ ມາດາມສັລເສີນຄໍາເຊື້ອເຊີນ ຜູ້ຣາຍງານພິເສດ ສະຫະປະຊາຊາດ ກ່ຽວກັບການຂູດຮີດ ເດັກນ້ອຍ ຂອງທາງຣັຖບານລາວ ຊຶ່ງ ມາດາມ ຖືວ່ານັ້ນເປັນສັນຍານ ບົ່ງບອກເຖິງຄວາມສົນໃຈ ຂອງຣັຖບານລາວ ທີ່ຈະຮຽນຮູ້ ຈາກ ປະຊາຄົມສາກົລ ແລະໂດຍສະເພາະຄໍາແນະນໍາ ຂອງມາດາມ ເພື່ອປັບປຸງ ຣະບົບການຂູດຮີດ ເດັກນ້ອຍໃນປະເທດລາວ.

ໃນລະຍະ 9 ມື້ ຂອງການຢ້ຽມຢາມລາວ ຄືແຕ່ວັນທີ 8 ຫາ 16 ພຶສຈິກາ 2017 ນີ້ ນອກຈາກນະຄອນຫລວງວຽງຈັນແລ້ວ ຜູ້ຣາຍງານ ພິເສດ ສະຫະປະຊາຊາດ ໄດ້ເດີນທາງໄປ ແຂວງ ອຸດົມໄຊ ແຂວງສາລະວັນ ແລະຈໍາປາສັກ, ໄດ້ໄປຢ້ຽມຢາມສູນດູແລ ແລະຟື້ນຟູ ເດັກນ້ອຍ ແລະສະຖານທີ່ ພັກເຊົາສໍາລັບ ຜູ້ເຄາະຮ້າຍ, ໄດ້ພົບພໍ້ກັບບັນດາ ຜູ້ຕາງໜ້າ ອົງການຈັດຕັ້ງຣັຖ ໂດຍສະເພາະ ຜູ້ບໍຣິຫານ ເຈົ້າໜ້າທີ່ຍຸຕິທັມແລະຝ່າຍ ຕຸລາການ ອໍານາດການປົກຄອງແຂວງ ແລະທ້ອງຖິ່ນ ຜູ້ຕາງໜ້າອົງການ ຈັດຕັ້ງ ຂອງລາວ ແລະສາກົລ ນໍາດ້ວຍ.

ມາດາມ ຈະສເນີບົດຣາຍງານລະອຽດ ກ່ຽວກັບຜົລການຢ້ຽມຢາມລາວ ຕໍ່ສະພາສິດທິມະນຸດ ຂອງອົງການສະຫະປະຊາຊາດ ໃນຂັ້ນຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.