ແມ່ຍິງລາວ 13 ຄົນຖືກຈັບ ຢູ່ໄທ

ໄມຊູລີ
2017.09.19
F-HT ໃນວັນທີ 15 ກັນຍາ 2017 ເຈົ້າໜ້າທີ່ ສະເພາະກິຈ ສູນດໍາຣົງທັມ ແຂວງສະກົນນະຄອນ ໄດ້ເຂົ້າກວດຄົ້ນ ຮ້ານກາຣາໂອເກະ ພອນເທບ ໃນເທສບານ ເມືອງແລະແຂວງ ສະກົນນະຄອນ
Screen captured Thai TV3 video

ມີຣາຍງານ ວ່າ ໃນມື້ວັນທີ 15 ກັນຍາ ຜ່ານມານີ້ ເຈົ້າໜ້າທີ່ ສະເພາະກິຈ ສູນດໍາຣົງທັມ ແຂວງ ສະກົນນະຄອນ ໄດ້ເຂົ້າກວດຄົ້ນ ຮ້ານ ກາຣາໂອເກະ ພອນເທບ ໃນເທສບານເມືອງ ແລະ ແຂວງສະກົນນະຄອນ ແລະ ເມື່ອໄປເຖິງຮ້ານ ເຈົ້າໜ້າທີ່ ໄດ້ຈັບຜູ້ຍິງ ຄົນໄທ 1 ຄົນ ແລະ ແມ່ຍິງລາວ13 ຄົນ ຊຶ່ງໃນນັ້ນ ມີຍິງສາວລາວ 2 ຄົນ ທີ່ອາຍຸຍັງບໍ່ເຖິງ 18 ປີ ໄດ້ປອມແປງ ໜັງສືເດີນທາງ ເຂົ້າປະເທດໄທ, ຊຶ່ງ ຜູ້ຍິງລາວ ທັງໝົດ 13 ຄົນຖືກ ເຈົ້າໜ້າທີ່ ທາງການໄທ ກວດສອບ ເອກສານ ເດີນທາງ ຢ່າງເຄັ່ງຄັດ ເພື່ອ ດໍາເນີນຄະດີ ແລະ ສົ່ງຕົວ ກັບຄືນປະເທດ. ດັ່ງເຈົ້າໜ້າທີ່ ສະເພາະກິຈ ສູນດໍາຣົງທັມ ແຂວງສະກົນນະຄອນ ກ່າວ ໃນຕອນນື່ງວ່າ:

“ທ່ານວ່າ, ເຂົາໄດ້ບອກກັບ ຜູ້ປະກອບການໄປແລ້ວວ່າ ເຂົາອາຍຸເທົ່າໃດ ໂດຍຜູ້ ປະກອບການ ແຈ້ງເຂົາ ວ່າບໍ່ເປັນຫຍັງ ຖ້າເອກສານ ອາຍຸເກີນ 18 ປີ ກໍສາມາດ ເຮັດວຽກໄດ້, ຜູ້ຈັດທໍາບັນຫາ ການຄ້າມະນຸດ ໃນໄທເຂົາບໍ່ເຄີຍ ທີ່ຈະເຊື່ອເອກສານ ເຫລົ່ານີ້ ເພາະເອກສານ ມັນເຮັດ ຂື້ນມາໄດ້, ກໍເປັນການຍາກ ທີ່ຈະເຮັດໃຫ້ ເຈົ້າໜ້າທີ່ກ່ຽວຂ້ອງ ເຂົ້າມາດູແລເຣື້ອງນີ້. ທ່ານຢ່າເບີ່ງເອກສານ ແຕ່ເບີ່ງຕົວເດັກເອງ ຮູບຮ່າງໜ້າຕາ ມັນເບີ່ງບໍ່ຍາກ 15 ປີ ຫລື ວ່າ 19 ປີ ມັັນຕ່າງກັນ ລິບລັບ”.

ທາງດ້ານເຈົ້າຂອງຮ້ານ ກາຣາໂອເກະ ພອນເທບ ໃຫ້ການຕໍ່ເຈົ້າໜ້າທີ່ ວ່າຕົນໄດ້ເປີດຮ້ານ ກາຣາໂອເກະ ແບບປ່ອນຫລຽນ ໂດຍຮັບເອົາ ຜູ້ຍິງຊາວລາວ 13 ຄົນ ຄົນໄທ 1 ຄົນ ມາເປັນຄົນງານ ເສີບອາຫານ ພາຍໃນຮ້ານ ເທົ່ານັ້ນ ໂດຍບໍ່ຮູ້ວ່າ ມີຜູ້ຍິງ ລາວ 2 ຄົນ ມີອາຍຸ ບໍ່ເຖິງ 18 ປີ ແລະ ບໍ່ຮູ້ເຣື້ອງກ່ຽວກັບ ການຄ້າປະເວນີ ເລີຍ, ຖ້າຫາກວ່າການສອບສວນ ແລະກວດພົບວ່າ ມີການຄ້າປະເວນີແທ້ ເຈົ້າ ຂອງຮ້ານ ກາຣາໂອເກະ ກໍຈະຖືກ ດໍາເນິີນຄະດີ ຕາມກົດໝາຍ ໃນຂໍ້ຫາ ຄ້າມະນຸດ ທີ່ຜິດກົດໝາຍ.

ສໍາລັບຜູ້ຍິງລາວ 2 ຄົນ ທີ່ອາຍຸບໍ່ເຖິງກະສຽນນັ້ນ ຈະຖືກຄຸ້ມຄອງ ຢ່າງດີ ຕາມກົດໝາຍ ການຄ້າມະນຸດ ຂອງໄທ ຊຶ່ງມີ ສູນດໍາຣົງທັມ ແຂວງສະກົນນະຄອນ ເປັນຜູ້ດູແລ ຈົນກວ່າສິ້ນສຸດ ການສຶບສວນ ຖ້າພົບວ່າ ມີການຄ້າ ປະເວນີແທ້ ທັງສອງ ກໍຍັງຈະຢູ່ ສູນດໍາຣົງທັມ ຂອງໄທ ຕໍ່ໄປຈົນກວ່າ ສີ້ນສຸດການ ດໍາເນີນຄະດີ ຕາມກົດໝາຍ ຜູ້ເປັນເຈົ້າຂອງ ກາຣາໂອ່ເກະ ແລ້ວຈິ່ງຖືກ ສົ່ງກັບຄືນລາວ ແຕ່ຖ້າການ ສຶບສວນ ຂອງເຈົ້າໜ້າທີ່ ພົບວ່າ ບໍ່ມີການ ຄ້າປະເວນີ ຜູ້ຍິງທັງສອງ ກໍ່ຈະຖືກສົ່ງກັບຄືນ ປະເທດ ທັນທີ ທັນໃດ.

ສໍາລັບຜູ້ຍິງລາວ 11 ຄົນນັ້ນ ເຈົ້າໜ້າທີ່ ຍັງລໍຖ້າ ການກວດເອກສານເດີນທາງ ແລະໜັງສື ອະນຸຍາດ ເຮັດວຽກຕຶ່ມ ຫາກພົບວ່າພວກກ່ຽວ ມີເອກສານ ທີ່ບໍ່ຖຶກຕ້ອງ ກໍຈະສົ່ງຕົວ ກັບຄືນປະເທດ ເຊັ່ນດຽວກັນ.

ຢ່າງໃດກໍຕາມ ເຈົ້າໜ້ທີ່ ສູນດໍາຣົງທັມ ແຂວງສະກົນນະຄອນ ຣາຍງານວ່າ ຍັງມີຂະບວນການ ນໍາພາຍິງສາວລາວ ໂດຍສະເພາະ ເດັກຜູ້ ຍິງ ທີ່ມີອາຍຸ ບໍ່ເຖິງ 18 ປີ ເຂົ້າມາເຮັດວຽກ ແລະ ລັກລອຍຄ້າ ປະເວນີ ພາຍໃນແຂວງ ທີ່ມີຊາຍແດນ ຕິດກັບລາວ ຫຼາຍຂື້ນໃນຣະຍະ ຫຼາຍປີຜ່ານມານີ້ ເປັນຕົ້ນ ຢູ່ແຂວງເລີຍ ແຂວງໜອງຄາຍ ແຂວງນະຄອນພະນົມ ແລະ ແຂວງສະກົນນະຄອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.