ນາງໄກ່(ນາມສົມມຸດ) ປອດພັຍ ແລ້ວ

ອະວາຣີ
2017.01.12
f-kay ນາງໄກ່(ນາມສົມມຸດ) ແລະ ຜູ້ເປັນພໍ່ ໃນມື້ທໍາອິດ ທີ່ພໍ້ກັນ ພາຍຫຼັງທີ່ ນາງໄກ່ ຖືກຫຼອກໃຫ້ມາເຮັດວຽກ ໃນໄທ ຕັ້ງຫຼາຍເດືອນ
rfa/tp

ນາງໄກ່ (ນາມສົມມຸດ) ເດັກນ້ອຍ ແມ່ຍິງລາວ ອາຍຸ 13 ປີ ຈາກ ບ້ານໂພນແດງ ເມືອງມະຫາໄຊ ແຂວງຄໍາມ່ວນ ທີ່ຖືກນາຍຈ້າງ ຊາວໄທ ກ່າວຫາ ວ່າລັກ ສາຍສ້ອຍຄໍາ ນໍ້າໜັກ ນຶ່ງບາດ, ທີ່ ພໍ່ຂອງນາງ ເດີນທາງ ໄປໄທ ພ້ອມເງິນ 2 ໝື່ນບາດ ເພື່ອໄຖ່ ເອົາລູກສາວ, ແລະ ທີ່ຖືກ ຄົ້ນພົບ ໃນວັນທີ 7 ມົກກະຣາ ນີ້ນັ້ນ ຖືກສົ່ງໄປຢູ່ ສະຖານທີ່ຄຸ້ມຄອງ ເຫຍື່ອ ເດັກແລະສະຕຣີ ທີ່ຖືກຄ້າມະນຸດ ແຫ່ງນຶ່ງ ໃນບາງກອກ ແຕ່ວັນທີ 9 ມົກກະຣາ ນີ້.

ໃນອີກບໍ່ດົນ ເຈົ້າໜ້າທີ່ ຕໍາຣວດໄທ ຈະພານາງ ໄປກວດກະດູກ ທີ່ໂຮງໝໍ ເພື່ອຢາກຮູ້ ອາຍຸ ທີ່ີແທ້ຈິງ ຂອງນາງ ແລະ ຈະສອບຖາມ ເຣຶ່ອງຕ່າງໆ ຂອງນາງເພີ່ມຕື່ມ ໂດຍຈະມີ ທັງ ອັຍການ ແລະ ນັກຈິດຕະວິທຍາ ເຂົ້າຮ່ວມນໍາ ຍ້ອນນາງ ອາຍຸຍັງນ້ອຍ ເພື່ອ ຕຣຽມສົ່ງ ຟ້ອງ ນາຍໜ້າ ແລະ ນາຍຈ້າງ. ຕາມຄໍາເວົ້າ ຂອງທ່ານ ໂກ້ ຈາກມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂ້າມຊາດ ຫລື LPN ຂອງໄທ:

"ພາໄປຊີ້ຈຸດເກີດເຫດ ເພາະນ້ອງຕ້ອງ ມີພາບປະກອບ ຕອນທີ່ ມາຢູ່ບ້ານ ນາຍໜ້າ ພິວ ລະ ຕຸກຕາ ທີ່ເປັນນາຍຈ້າງ ຊີ້ແລ້ວໆ ກໍສິສົ່ງ ສໍານວນ ໃຫ້ອັຍການ ເພິ່ນຟ້ອງທັງ 3 ຄົນ ຄາດວ່າຢ່າງເລວ 6 ເດືອນ ຄັນວ່າສອບສວນ ລ່ວງໜ້າ".

ເຈົ້າໜ້າທີ່ LPN ກ່າວອີກວ່າ ຂໍ້ຫາຕໍ່ນາຍຈ້າງ ແລະນາຍໜ້າ 3 ຄົນນັ້ນ ເປັນຂໍ້ຫາທີ່ໜັກ ຄືຮ່ວມກັນຄ້າມະນຸດ ໃຊ້ແຮງງານ ເດັກນ້ອຍ, ຈັດຫາງານ ໂດຍບໍ່ໄດ້ຮັບ ອະນຸຍາດ ແລະໃຫ້ທີ່ພັກ ແກ່ຄົນຕ່າງດ້າວ ແບບຜິດກົດໝາຍ. ສ່ວນຜູ້ເປັນພໍ່ ທ້າວບຸນ ທີ່ເຂົ້າມາ ຊອກຫາລູກ ນັ້ນ ກໍອາດໄດ້ ຮັບເງິນ ຈາກກອງທຶນ ໃນນາມເປັນຜູ້ແຈ້ງ ຂ່າວການ ຄ້າມະນຸດ ເທື່ອນີ້ໃຫ້ ເຈົ້າໜ້າທີ່ ຊາບ:

"ຂອງຣາຊການ ເພິ່ນສິໃຫ້ກອງທຶນ ໃນການແຈ້ງຂ່າວ ເບາະແສກ່ຽວກັບ ການຄ້າມະນຸດ ສ່ວນໂຕເດັກນ້ອຍເອງ ເພິ່ນກໍສິໃຫ້ ກອງທຶນ ຄ່າເສັຽຫາຍ ຂອງຜູ້ເສັຽຫາຍ ຈາກ ການຄ້າມະນຸດ ນີ້ລະໃຫ້".

ທ່ານໂກ້ ກ່າວຕື່ມວ່າ ໃນເວລາ ຢູ່ບ້ານເກຣຕການ ຊຶ່ງ ເປັນສູນຄຸ້ມຄອງ ເດັກນ້ອຍແມ່ຍິງ ທີ່ໄດ້ຮັບເຄາະຮ້າຍ ຈາກ ການຄ້າມະນຸດ ໃນ ໄທນັ້ນ ນາງໄກ່ ຈະໄດ້ຮັບ ການຝຶກອາຊີບ, ຮຽນໜັງສື ແລະ ພາສາ.

ນາງໄກ່ ຖືກນາຍໜ້າຊາວໄທ ຕົວະຍົວະ ມາຈາກ ເມືອງທ່າແຂກ ແຂວງຄຳມ່ວນ ໂດຍທີ່ພໍ່ແມ່ ຂອງນາງບໍ່ຮູ້, ນາງຂີ່ເຮືອຂ້າມ ແມ່ນໍ້າຂອງ ມາຝັ່ງໄທ ກັບນາຍໜ້າ ເມື່ອເດືອນ ກໍຣະກະດາ ປີກາຍ. ນາຍໜ້າ ຕົວະວ່າ ນາງຈະໄດ້ ເຮັດວຽກດີ ໄດ້ເງິນດີ. ເບື້ອງຕົ້ນ ນາງໄກ່ ໄດ້ເຮັດວຽກ ຢູ່ຮ້ານອາຫານ ເປັນເວລາ ສອງເດືອນ ທີ່ບາງນາ ໃນເຂດບາງກອກ ແຕ່ໄດ້ເງິນ ຄ່າແຮງງານໜ້ອຍ ຈ່າຍຄ່າ ຣົດໄປສົ່ງ 5 ພັນ 500 ບາດ ກໍບໍ່ພໍ, ຈາກນັ້ນ ກໍມາເຮັດວຽກ ຢູ່ຮ້ານ ເຮັດເຂົ້າປຸ້ນ ທີ່ສະມຸດປຣາການ ເກືອບ 4 ເດືອນ ບໍ່ໄດ້ເງິນ ຈັກບາດ, ສຸດທ້າຍກໍມາ ເປັນແມ່ບ້ານ ຢູ່ເຮືອນ ເຈ໊ຕຸກ ທີ່ຕູ່ຫາ ນາງວ່າເປັນຜູ້ ລັກສາຍຄໍຄໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.