ສົມເດັດ ເຈົ້າຟ້າຊາຍ ໂສຣິຍາວົງສ໌ ສວ່າງ ສວັນນະຄົດແລ້ວ

ຈເຣີນສຸຂ
2018.01.04
f-soulivong ສົມເດັດ ເຈົ້າຟ້າຊາຍ ໂສຣິຍາວົງສ໌ ສວ່າງ, ອົງຄ໌ຜູ້ສໍາເຣັດຣາຊການແຜ່ນດິນ ຕາງພຣະເນດພຣະກັນ ຂອງພຣະບາດ ສົມເດັດ ພຣະເຈົ້າ ມະຫາຊີວິດ ແລະ ປະທານ ແຫ່ງ ພຣະຍາດຕິວົງສ໌ ຣາຊວົງສ໌ ລ້ານຊ້າງຮົ່ມຂາວ, ໄດ້ສວັນນະຄົດ ໃນວັນທີ 2 ເດືອນມະກະຣາ ປີ 2018
Public Domain

ສົມເດັດ ເຈົ້າຟ້າຊາຍ ໂສຣິຍາວົງສ໌ ສວ່າງ, ອົງຄ໌ຜູ້ສໍາເຣັດຣາຊການແຜ່ນດິນ ຕາງພຣະເນດພຣະກັນ ຂອງພຣະບາດ ສົມເດັດ ພຣະເຈົ້າ ມະຫາຊີວິດ ແລະ ປະທານ ແຫ່ງ ພຣະຍາດຕິວົງສ໌ ຣາຊວົງສ໌ ລ້ານຊ້າງຮົ່ມຂາວ, ໄດ້ສວັນນະຄົດ ໃນວັນທີ 2 ເດືອນມະກະຣາ ປີ 2018 ທີ່ໂຮງພະຍາບານ ອອງຣີ-ມົງດອກ, ທີ່ເມືອງ ກເຣໄຕ, ປະເທດຟລັ່ງເສດ, ຣວມພຣະຊົນມາຍຸ ໄດ້ 81 ພັນສາ.

ພິທີ ທາງສາສນາ ເພື່ອບໍາເພັນກຸສົນ ຈະໄດ້ຈັດຂຶ້ນ ທີ່ໂຮງ ຂອງເພິ່ນເອງ ທີ່:

3 rue Raymond Poincaré, 94000 Créteil, France.

ພິທີເຄົາຣົບ ພຣະບໍຣົມມະສົບ ຈະໄດ້ຈັດຂຶ້ນ ໃນວັນອາທິດ, ວັນທີ 7 ເດືອນມະກະຣາ ປີ 2018, ເວລາ 16:00 ໂມງ ເປັນຕົ້ນໄປ ທີ່ວັດເວລຸວະນາຣາມ:

5 allée Mandame de Montespan, 77600 Bussy Saint Georges, France.

ພິທີ ຖວາຍພຣະເພີງ ຈະໄດ້ຈັດຂຶ້ນ ໃນວັນອັງຄານ, ວັນທີ 9 ເດືອນມະກະຣາ ປີ 2018, ຕັ້ງແຕ່ເວລາ 11:00 ໂມງ ເປັນຕົ້ນໄປ ທີ່ສຸສານ:

Crématorium de Valenton
13 avenue de la Fontaine Saint-Martin, 94460 Valenton, France

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.