ເຈົ້າໜ້າທີ່ ອາຊ່ຽນ ຕຽມຮ່າງເອກສານ

ອາ​ວະ​ຣີ
2016.09.05
asean high official meet ເຈົ້າໜ້າທີ່ ຂັ້ນສູງອາຊ່ຽນ ປະຊຸມ ຮ່າງເອກກະສານ ສຳຣັບ ກອງປະຊຸມສຸດຍອດ ອາຊ່ຽນ
RFA/Avary

ປະກົດວ່າ ກອງປະຊຸມເທື່ອນີ້ ບໍ່ໄດ້ເປີດເຜີຍ ຣາຍລະອຽດວ່າ ໄດ້ຮ່າງເອກກະສານ ຫຍັງແດ່ ແຕ່ໃນປື້ມແນະນຳ ນັກຂ່າວ ຂຽນໄວ້ວ່າ ກອງປະຊຸມ ຫາລືກັນ ກ່ຽວກັບການຮ່າງ ເອກກະສານ ຜົນອອກ ໝາຍເຖິງ ຂໍ້ຕົກລົງຕ່າງໆ ທີ່ກອງປະຊຸມສຸດຍອດ ອາຊ່ຽນ ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ອື່ນໆ ຈະຕົກລົງ ຮັບຮອງເອົາ.
ຫລັງຈາກ ກອງປະຊຸມ ສິ້ນສຸດລົງ ທ່ານ ອາລຸນແກ້ວ ກິດຕິຄຸນ ຣັຖມົນຕຣີ ປະຈຳຫ້ອງການນາຍົກ ຣັຖມົນຕຣີ ສປປລາວ ໄດ້ເປັນ ເຈົ້າພາບ ຈັດງານລ້ຽງອາຫານຄ່ຳ ຕ້ອນຮັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ
10 ປະເທດອາຊ່ຽນ ແລະ ຂອງປະເທດ ອື່ນໆທີ່ກ່ຽວຂ້ອງ ທີ່ໂຮງແຮມ ລາວພລາຊາ ໃນໃຈກາງນະຄອນຫລວງວຽງຈັນ.
ທ່ານ ອາລຸນແກ້ວ ກິດຕິຄຸນ ກ່າວໃນງານລ້ຽງ ຕອນນຶ່ງວ່າ:
“ຂ້າພະເຈົ້າ ຂໍຕ້ອນຮັບ ທ່ານທຸກທ່ານ ຂໍໃຫ້ ທ່ານມີ ສຸກຂະພາບດີ ເຮັດຈິດໃຈ ໃຫ້ສະບາຍສະບາຍ ແລະ ສນຸກສນານ ກັບການຮັບປະທານອາຫານ ຊຶ່ງຂ້າພະເຈົ້າ ຫວັງວ່າ ເປັນອາຫານທີ່ແຊບ ແລະມ່ວນຊື່ນ ກັບການສະແດງ ຂອງພວກເຮົາ ຂໍຂອບໃຈ.”
ໃນຂະນະດຽວກັນ ຄະນະສິລປະ ວັນນະຄະດີລາວ ກໍໄດ້ເສບດົນຕຣີ ແລະ ສະແດງຟ້ອນລາວເດີມ.
ໃນມື້ດຽວກັນ ເຈົ້າໜ້າທີ່ ທາງການລາວຫລາຍຮ້ອຍຄົນ ໄດ້ພາກັນ ຕິດປ້າຍ ຕິດຕັ້ງ ເຄື່ອງກະຈາຍສຽງ, ຫົວລຳໂພງ, ດອກໄຟ, ໂຄມໄຟເອ້ ແລະ ປະດັບປະດາ ຫ້ອງປະຊຸມຕ່າງໆ ໃນຫໍປະຊຸມແຫ່ງຊາດ ພ້ອມທັງປູພົມແດງ ໝົດມື້ແຕ່ເຊົ້າເຖິງຄ່ຳ ຈັດໄວ້ເພື່ອເປີດກອງປະ ຊຸມສຸດຍອດອາຊ່ຽນຄັ້ງທີ່ 28 ແລະ 29 ຢ່າງເປັນທາງການໃນວັນອັງຄານ ວັນທີ່ 6 ຈະມາເຖິງນີ້ ຊຶ່ງຈະມີຜູ້ນຳທີ່ສຳຄັນສຳຄັນຂອງໂລກເຂົ້າຮ່ວມ ເຊັ່ນປະທານາທິບໍດີບາຣັກ ໂອບ່າມ່າຂອງສະຫະຣັດອະເມຣິກາ ພ້ອມກັບຜູ້ນຳຈີນ ຍີ່ປຸ່ນແລະອິນເດັຍ.

ອາວະຣີ ອາຣແອັຟເອ ຣາຍງານຈາກ ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.