ຕາຕະຣາງ ກອງປະຊຸມສຸດຍອດ ອາຊ່ຽນ

ອາ​ວະ​ຣີ
2016.09.03
asean summit 2016 ສປປລາວ ຕຽມພ້ອມ ກອງປະຊຸມສຸດຍອດ ອາຊ່ຽນ
RFA/Avary

ໃນມື້ຕໍ່ມາ ເຈົ້າໜ້າທີ່ ຂັ້ນສູງ ຊຶ່ງເປັນ ຜູ້ຕາງໜ້າ ຂອງແຕ່ລະ ປະເທດອາຊ່ຽນ ປະຊຸມ ຮ່າງເອກກະສານ ໃນວັນທີ 4 ແລະ ໃນວັນທີ 5 ເພື່ອກະຕຽມ ກອງປະຊຸມ ສຸດຍອດ ອາຊ່ຽນ.
ໃນວັນທີ 6 ຕອນເຊົ້າ ບັນດາຜູ້ນຳ ປະເທດຕ່າງໆ ເດີນທາງ ມາເຖິງ ນະຄອນຫລວງວຽງຈັນ ໃນນັ້ນ ລວມທັງ ປະທານາທິບໍດີ ບາຣັກ ໂອບ່າມ່າ ຂອງສະຫະຣັດ ອະເມຣິກາ ແລະ ປະທານ ປະເທດຈີນ ຊຶ່ງຜູ້ນຳທັງໝົດ ຈະເຂົ້າຮ່ວມ ພິທີເປີດ ກອງປະຊຸມ ສຸດຍອດ ອາຊ່ຽນ ຄັ້ງທີ 28 ແລະ 29 ຢ່າງເປັນທາງການ ໃນຕອນບ່າຍ. ນອກຈາກນັ້ນ ໃນມື້ດຽວກັນ ກໍມີກອງປະຊຸມອື່ນໆ ເຊັ່ນກອງປະຊຸມສະພາ ປະຊາຄົມ ການເມືອງ-ຄວາມໝັ້ນຄົງ ອາຊ່ຽນ ແລະ ກອງປະຊຸມ ສະພາ ປະສານງານ ອາຊ່ຽນ. ໃນຕອນບ່າຍໆ ກອງປະຊຸມ ສຸດຍອດ ອາຊ່ຽນ ກໍປະກາດ ການຮັບຮອງ ເອົາແຜນແມ່ບົດ ປີ 2025 ກ່ຽວກັບ ການເຊື່ອມຕໍ່ ການຄົມມະນາຄົມ ໃນອາຊ່ຽນ ແລະ ແຜນງານເຊື່ອມຕໍ່ ອາຊ່ຽນແຜນທີ 3. ຫລັງຈາກນັ້ນ ບັນດາຜູ້ນຳ ອາຊ່ຽນ ກໍປະຊຸມ ຫາລື ກັບຜູ້ຕາງໜ້າ ສະພາອາຊ່ຽນ, ຊາວໜຸ່ມອາຊ່ຽນ ແລະ ທີ່ປຶກສາ ທຸຣະກິດ ອາຊ່ຽນ.
ສຳຣັບ ໃນວັນທີ 7, ບັນດາຜູ້ນຳ ອາຊ່ຽນ ປະຊຸມກັບ ຜູ້ນຳ ຂອງແຕ່ລະປະເທດ ເຊັ່ນຈີນ, ຍີ່ປຸ່ນ, ເກົາຫລີໃຕ້, ອາຊ່ຽນ+3, ອອັສເຕຣເລັຍ ແລະ ສະຫະປະຊາຊາດ.
ໃນວັນສຸດທ້າຍ ວັນທີ 8 ຈະມີ ກອງປະຊຸມສຸຸດຍອດ ອາຊ່ຽນ-ອິນເດັຍ ແລະ ອາຊ່ຽນ-ສະຫະຣັດ ອະເມຣິກາ; ສຸດທ້າຍ ແມ່ນກອງປະຊຸມ ສຸດຍອດ ເອເຊັຍຕາວັນອອກ.
ຣາຍການ ສຸດທ້າຍ ແມ່ນພິທີ ປິດກອງປະຊຸມ ສຸດຍອດ ອາຊ່ຽນ ຄັ້ງທີ 28 ແລະ 29 ຢ່າງເປັນທາງການ ແລະ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ຂອງສປປລາວ ໃນນາມເປັນ ເຈົ້າພາບ ກໍຈະຖແລງ ຕໍ່ກອງປະຊຸມນັກຂ່າວ.

ອາວະຣີ RFA ຣາຍງານຈາກ ນະຄອນຫລວງວຽງຈັນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.