ລາວ ຕຽມພ້ອມ ກອງປະຊຸມສຸດຍອດ ອາຊ່ຽນ

ອາ​ວະ​ຣີ
2016.09.03
asean summit 2016 ສປປລາວ ຕຽມພ້ອມ ກອງປະຊຸມສຸດຍອດ ອາຊ່ຽນ
RFA/Avary

ຈົນເຖິງ ມື້ວັນສຸກ ວັນທີ 2 ກັນຍານີ້ ເຈົ້າໜ້າທີ່ລາວ ໄດ້ຕິດປ້າຍ ແລະ ທຸງຕາມຖນົນຫົນທາງໃຫຍ່ໆ ແລະ ສະຖານທີ່ ທີ່ສຳຄັນສຳຄັນ ສຳເຣັດແລ້ວ. ປ້າຍຕິດຕາມ ເສົາໄຟກາງຖນົນ ລ້ານຊ້າງ ຈຳນວນນຶ່ງ ຂຽນວ່າ ສປປລາວ ພູມໃຈ ເປັນເຈົ້າພາບ ກອງປະຊຸມສຸດຍອດ ອາຊ່ຽນ ຄັ້ງທີ 28 ແລະ 29, ແລະ ກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ ໃນວັນທີ 6 ເຖິງ 8 ກັນຍາ 2016 ນີ້ ທີ່ນະຄອນຫລວງວຽງຈັນ. ອີກປ້າຍນຶ່ງປ້າຍໃຫຍ່ ທີ່ຕັ້ງຢູ່ເດີ່ນປະຕູໄຊ ຂຽນວ່າ ສປປລາວ ປະທານອາຊ່ຽນ 2016 ຫັນວິສັຍທັດ ໃຫ້ເປັນຮູບປະທັມ ເພື່ອຄວາມເຂັ້ມແຂງ ຂອງປະຊາຄົມອາຊ່ຽນ.
ສຳຣັບທຸງ ທີ່ຕິດຕາມຖນົນຫົນທາງນັ້ນ ນອກຈາກ ຈະມີທຸງ ຂອງ 10 ປະເທດອາຊ່ຽນແລ້ວ ກໍຍັງມີ ທຸງສະຫະຣັດ, ຈີນ ແລະ ຍີ່ປຸ່ນ.
ປະຊາຊົນລາວ ສ່ວນຫລາຍ ດີໃຈ ແລະ ພູມໃຈ ທີ່ປະເທດລາວ ໄດ້ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ ອາຊ່ຽນ ອີກເທື່ອນຶ່ງ ເປັນຄັ້ງທີ 2 ແລະ ເທື່ອນີ້ ດີໃຈເປັນພິເສດທີ່ປະທານາທິບໍດີ ຂອງສະຫະຣັດ ຈະມາຮ່ວມ ແລະ ກໍຫວັງວ່າ ໃນການມາ ເທື່ອນີ້ ຜູ້ນຳສະຫະຣັດ ຈະໃຫ້ການຊ່ວຍເຫລືອ ແກ່ລາວຫລາຍຂຶິ້ນ ໂດຍສະເພາະ ເພື່ອເກັບກູ້ຣະເບີດ ທີ່ຍັງບໍ່ແຕກ ທີ່ສະຫະຣັດຖິ້ມໃສ່ລາວ ແຕ່ສມັຍສົງຄາມ ດັ່ງເຈົ້າໜ້າທີ່ລາວທ່ານນຶ່ງ ຢູ່ນະຄອນຫລວງວຽງຈັນ ເວົ້າວ່າ:
“ຮູ້ສຶກ ພາກພູມໃຈ ທີ່ວ່າ ລາວເຮົາເປັນເຈົ້າພາບຊຸດນີ້ ຖືວ່າ ເປັນກຽດຢ່າງໃຫຍ່ ສຳຣັບ ປວງຊົນລາວ ທັງຊາດ ນີ້ແຫລະ ທີ່ວ່າ ຜູ້ນຳມະຫາອຳນາດ ວ່າຊັ່ນເທາະໄປ ມາເທື່ອທຳອິດ ກໍຢາກໃຫ້ເພິ່ນ ເບິ່ງຫັ່ນແຫລ້ວນໍ໋ ຢາກໃຫ້ເພິ່ນຊ່ວຍເຫລືອ ເຣື່ອງການເກັບກູ້ຣະເບີດ ນີ້ແຫລະ.”
ຊາວໜຸ່ມລາວ ຜູ້ນຶ່ງ ທີ່ເຮັດວຽກ ໃຫ້ບໍຣິສັດ ຂາເຂົ້າ-ຂາອອກ ຢູ່ນະຄອນຫລວງ ສະແດງ ຄວາມຄິດຄວາມເຫັນ ໃນທຳນອງດຽວກັນ ວ່າ:
“ໃນນາມນ້ອງ ເປັນປະຊາຊົນລາວ ກໍຮູ້ສຶກດີໃຈ ແລະ ພາກພູມໃຈຫລາຍ ທີ່ຈິງ ກໍຢາກໃຫ້ເພິ່ນ ຊ່ວຍເຫລືອ ນີ້ແຫລະ ຢູ່ເຂດນອກ ຊຽງຂວາງ ຫລື ຊຳເໜືອ ຣະເບີດທີ່ຍັງບໍ່ແຕກ ຍັງມີຫລາຍ.”
ຕໍ່ຄຳຖາມ ທີ່ວ່າ ຄວາມສຳພັນ ຣະຫວ່າງລາວ ແລະ ສະຫະຣັດ ດີຂຶ້ນບໍ ຫລື ຍັງມີຄວາມກຽດຊັງ ແລະ ເປັນສັດຕຣູ ກັນຢູ່, ຄົນລາວຜູ້ນຶ່ງ ທີ່ເຮັດທຸຣະກິດ ນຳທ່ຽວ ຕອບວ່າ:
“ອາດີດຜ່ານໄປແລ້ວ ກໍຜ່ານໄປ; ຜ່ານມາຕັ້ງໃຈ ຫລື ບໍ່ຕັ້ງໃຈ ກໍຢ່າ ໃຫ້ຄິດເຖິງປັດຈຸບັນ ໃຫ້ຊ່ວຍເຫລືອ ແກ້ໄຂ ຊີວິດການເປັນຢູ່ ຂອງຄົນລາວ ໃຫ້ດີຂຶ້ນໜ້ອຍນຶ່ງ ເພາະວ່າ ອາດີດຜ່ານມາ ກໍເຮັດຫຍັງ ບໍ່ໄດ້ແລ້ວ.”
ຢູ່ໃຈກາງ ນະຄອນຫລວງວຽງຈັນ ໃນຣະຍະນີ້, ທາງການລາວ ໄດ້ເພີ້ມ ການຮັກສາຄວາມສງົບ ແລະ ຄວາມປອດຂຶ້ນ; ເຈົ້າໜ້າທີ່ ຊຶ່ງມີທັງ ຕຳຣວດ ແລະ ທະຫານ ທັງໃນເຄື່ອງແບບ ແລະ ນອກເຄື່ອງແບບ ຢືນຍາມ ຢູ່ຕາມສະຖານທີ່ ທີ່ສຳຄັນ ແລະ ສີ່ແຍກຕ່າງໆ ຢ່າງຫລວງຫລາຍ; ຢູ່ຕໍ່ໜ້າ ອະນຸສາວະຣີ ປະຕູໄຊ ມີຮອດ ຣົດເກາະຈອດຕຽມພ້ອມ ຮັບມື ກັບສະພາບ ການທີ່ບໍ່ດີ ທຸກເວລາ ຕາມຄວາມເວົ້າ ຂອງຫົວໜ້າກອງປ້ອງກັນ ຄວາມສງົບ ຢູ່ປະຕູໄຊທ່ານນຶ່ງ ທີ່ບໍ່ຍອມບອກຊື່ ແລະ ອອກສຽງ ຊຶ່ງໄດ້ເວົ້າກັບ ຂ້າພະເຈົ້າ ຕື່ມວ່າ:
“ພວກເຮົາ ໄດ້ເພີ້ມຈຳນວນ ເຈົ້າໜ້າທີ່ ປ້ອງກັນຄວາມສງົບ ຂຶ້ນຫລາຍເທົ່າ ຕາມສະຖານທີ່ຕ່າງ ເພື່ອຮັກສາຄວາມ ເປັນຣະບຽບຮຽບຮ້ອຍ ແລະ ຄວາມເປັນປອດໄພ ໃຫ້ແກ່ຜູ້ນຳ ຂອງໂລກ ທີ່ຈະມາຮ່ວມ ກອງປະຊຸມໃຫຍ່ ຄັ້ງນີ້.”
ກ່ຽວກັບ ການຮັກສາຄວາມສງົບນີ້ ນັກທຸຣະກິດ ການທ່ອງທ່ຽວ ທ່ານນັ້ນ ໃຫ້ຣາຍລະອຽດ ຕື່ມວ່າ:
“ຣັດ ໃຫ້ເປັນຣະບຽບສັງຄົມ ຈັດຣະບຽບຫົນທາງ ໃຫ້ເຂົ້າ ໃນຣະບຽບ ການຮັກສາ ຄວາມປອດໄພ ການຈອດຣົດ ຕ່າງໆ ໃຫ້ຄວາມປອດໄພ ແກ່ກອງປະຊຸມ; ເພິ່ນເອົາທະຫານ ຕຳຣວດ ມາຍາມ ໃນມື້ ກອງປະຊຸມນັ້ນ ເພິ່ນຈະເຄັ່ງພິເສດ.”
ສຳຣັບ ກອງປະຊຸມ ຕ່າງໆນັ້ນ, ຕາມຣາຍການແລ້ວ ກອງປະຊຸມຄັ້ງທຳອິດ, ຊຶ່ງຈັດຂຶ້ນໃນວັນອາທິດ ວັນທີ 4 ກັນຍານີ້ ແມ່ນກອງປະຊຸມ ຄະນະກັມມະການ ປະຈຳອາຊ່ຽນ; ຈາກນັ້ນ ໃນມື້ ຕໍ່ມາ ກໍແມ່ນກອງປະຊຸມ ເຈົ້າໜ້າທີ່ ຂັ້ນສູງຂອງອາຊ່ຽນ; ທັງສອງກອງປະຊຸມ ແມ່ນເພື່ອກະຕຽມກອງປະຊຸມໃຫຍ່ ຫລື ສຸດຍອດອາຊ່ຽນ ໃນມື້ວັນທີ 6, 7 ແລະ 8 ກັນຍາ ນີ້ ທີ່ສູນປະຊຸມແຫ່ງຊາດ ໃນນະຄອນຫລວງວຽງຈັນ.

ອາວະຣີ RFA ຣາຍງານຈາກ ນະຄອນຫລວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.