ຊາວລາວ ຕື່ນເຕັ້ນຕ້ອນຮັບ ທ່. ໂອບ່າມ່າ
2016.09.06
ປະຊາຊົນລາວ ສ່ວນຫລາຍ ຕື່ນເຕັ້ນ ດີໃຈ ແລະ ພູມໃຈ ທີ່ປະທານາທິບໍດີ ບາຣັກ ໂອບ່າມ່າ ຂອງສະຫະຣັດ ອະເມຣິກາ ມາຢ້ຽມຢາມ ສປປລາວ ແລະ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊ່ຽນ ແລະ ກອງປະຊຸມ ສຸດຍອດ ອື່ນໆ ຢູ່ນະຄອນຫລວງ ວຽງຈັນ.
ເຈົ້າໜ້າທີ່ ຮັບໃຊ້ ກະຊວງ ການຕ່າງປະເທດ ຜູ້ນຶ່ງເວົ້າວ່າ:
“ກະດີໃຈ ຫັ່ນແຫລະ ຜ່ານມາ ກໍບໍ່ເຄີຍມີ ຄັ້ງໃດໃຫຍ່ ເຖິງຄັ້ງນີ້ ກອງປະຊຸມ ທ່ານໂອບ່າມ່າ ມາບ້ານເຮົາ ກໍຖືວ່າ ເປັນຄັ້ງ ທີ່ຍິ່ງໃຫຍ່ສຸດ ໃນປວັດສາດ ບ້ານເຮົາ; ຂ້າພະເຈົ້າ ຄິດວ່າ ການພົວພັນ ຣະຫວ່າງ ລາວ-ສະຫະຣັດ ອາດຈະແໜ້ນແຟ້ນຂຶ້ນ.”
ຊາວລາວ ຊື່ງລວມທັງ ເຈົ້າໜ້າທີ່ ຣັຖບານ ພໍ່ຄ້າ ແມ່ຄ້າ ຄົນຂັບຣົດ ແທກຊີ ຕຸກໆ ຕລອດ ເຖິງນັກຮຽນໜັກສຶກສາ ກໍຮູ້ດີວ່າ ປະທານາທິບໍດີ ໂອບ່າມ່າ ມາຢ້ຽມຢາມ ປະເທດລາວ ແລະ ເວົ້າລົມກັນເຖິງການມາ ຂອງທ່ານໂອບ່າມ່າ ເລື້ອຍໆ.
ຊາວລາວ ຢູ່ນະຄອນຫລວງວຽງຈັນ ສ່ວນຫລາຍ ຮູ້ຈັກຊື່ ຂອງປະທານາທິບໍດີ ສະຫະຣັດ ແລະນາຍົກຣັຖມົນຕຣີໄທ ດີ ຜູ້ໃດກໍເວົ້າວ່າ ໂອບ່າມ່າໆ. ແຕ່ບໍ່ຮູ້ຊື່ ຂອງຜູ້ນຳປະເທດອື່ນໆ ເຊັ່ນບໍ່ຮູ້ຊື່ ຂອງປະທານປະເທດຈີນ, ປະທານປະເທດວຽດນາມ ແລະ ນາຍົກຣັຖມົນຕຣີຍີ່ປຸ່ນ. ຮ້າຍໄປກວ່ານັ້ນ ຊາວນະຄອນຫລວງວຽງຈັນ ຫລາຍໆຄົນ ບໍ່ຮູ້ຮອດຊື່ ຂອງປະທານປະເທດ ຂອງຕົນ. ແມ່ຄ້າຄົນນຶ່ງຢູ່ຕລາດເຊົ້າ ວຽງຈັນ ເວົ້າວ່າ ເຂົາຮູ້ຈັກຊື່ ປະທານປະເທດລາວ ຄົນເກົ່າຢູ່ ແຕ່ບໍ່ຮູ້ ປະທານປະເທດໃໝ່ ວ່າ ແມ່ນໃຜ ຊື່ແນວໃດ.
ເປັນທີ່ສັງເກດ ອີກວ່າ ເຈົ້າໜ້າທີ່ ໄດ້ເພິ້ມ ການປ້ອງກັນ ຄວາມສງົບຮຽບຮ້ອຍ ປະຕິບັດ ຕາມກົດຈາຣະຈອນ ຢ່າງເຄັ່ງຄັດ ເຊັ່ນປັບໃໝ ຄົນຈອດຣົດ ຜິດກົດຣະບຽບ ຢູ່ຕາມຖນົນ ເສັ້ນທີ່ ສຳຄັນສຳຄັນເຖິງ ຄັນລະ 7 ແສນກີບ; ຕາມຖນົນລ້ານຊ້າງ ແລະ ສາມແສນໄທ ແຮ່ງເຂັ້ມງວດ ຕຳຣວດແກ່ຣົດ ທີ່ຈອດຜິດບ່ອນ ໄປກັກໄວ້ ຈົນເຖິງມື້ ຫລັງຈາກ ກອງປະຊຸມສຸດຍອດ ສິ້ນສຸດລົງ ແລະ ປັບໃໝ່ເປັນເງິນຫລາຍເທົ່າ.
ໃນຂະນະດຽວກັນ ຊາວລາວ ຢູ່ນະຄອນຫລວງວຽງຈັນ ຈຳນວນບໍ່ໜ້ອຍ ບໍ່ຈຳເປັນ ກໍບໍ່ໄປໃສ ເພາະຣົດຕິດ ແລະ ຕຳຣວດຫລາຍ. ທາງພວກເຈົ້າ ຂອງຮ້ານອາຫານ ແລະ ສະຖານບັນເທີງ ຈົ່ມວ່າ ຂະເຈົ້າສູນເສັຍຣາຍໄດ້ຣາຍຮັບ ເພາະຈຳເປັນ ຕ້ອງປິດ ກິດຈະການ ແຕ່ຫົວຄ່ຳ.
ອາວະຣີ ອາຣແອັຟເອ ຣາຍງານ ຈາກນະຄອນຫລວງວຽງຈັນ.