ພັນທະມິດຊຸມນຸມ ປະທ້ວງ ຢູ່ ໂອຕາວາ

ຈໍາປາທອງ
2017.05.15
f-alliance ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ
alliance for democracy in Laos

ການຊຸມນຸມປະທ້ວງ ຂອງພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ແລະ ຊຸມຊົນຊາວລາວ ທີ່ປະເທດ ການາດາ ແລະ ສະຫະຣັຖ ອະເມ ຣິກາ ຢູ່ຕໍ່ໜ້າ ຣັຖສະພາ ທີ່ນະຄອນຫລວງ ໂອຕາວາ ປະເທດ ການາດາ ໃນວັນທີ 14 ພຶສພາ 2017 ທີ່ທວງໃຫ້ ທາງການ ສປປລາວ ປ່ຽນແປງຣະບອບ ການປົກຄອງ ຈາກຜະເດັດການ ເປັນປະຊາທິປະໄຕ ມີຫລາຍ ພັກການເມືອງ, ມີການເລືອກຕັ້ງ ແບບເສຣີ ແລະເປັນ ທັມ, ທວງໃຫ້ ມີການປາບປາມ ການສໍ້ຣາສບັງຫຼວງ, ແກ້ໄຂບັນຫາ ທີ່ດິນ ຂອງປະຊາຊົນ, ການ ຕັດໄມ້ ທໍາລາຍປ່າ, ການສ້າງເຂື່ອນ ແບບບໍ່ມີຂອບເຂດ, ການຄ້າມະນຸດ, ຢາເສບຕິດ, ໃຫ້ເອົາໃຈໃສ່ ເຣື່ອງການສຶກສາ ແລະ ສາທາຣະນະສຸກ ສຳລັບປະຊາຊົນລາວ ຜູ້ທຸກ ຍາກ, ໃຫ້ຍຸຕິ ການມອບດິນ ແດນລາວ ໃຫ້ວຽດນາມ ຄອບຄອງ ແລະ ໃຫ້ຍົກເລີກ ສົນທິສັນຍາ ມິຕພາບ ແລະການຮ່ວມມື ຣະຫວ່າງ ສປປລາວ ແລະວຽດນາມ ປີ 1977 ແລະອື່ນໆ ທີ່ເປັນພັຍຕໍ່ ປະເທສຊາດ ແລະ ປະຊາຊົນລາວ.

ການຊຸມນຸມປະທ້ວງ ຢູ່ນະຄອນຫລວງ ໂອຕາວາ ປະເທດການາດາ ຄັ້ງນີ້ ຖືກຈັດຕັ້ງ ແລະດໍາເນີນໄປ ໂດຍແມ່ນ ດຣ.ບຸນທອນ ຈັນທະ ລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ແລະທ່ານ ຄຳບານ ອະນົນທິສານ ຮອງ ປະທານ ພັນທະມິດ ປະຈຳ ການາດາ ເປັນຜູ້ນໍາພາ.

ກ່ອນມື້ຊຸມນຸມປະທ້ວງ ທ່ານ ຄຳບານ ກ່າວຕໍ່ວິທຍຸເອເຊັຍເສຣີ ເຖິງຈຸດປະສົງ ສໍາຄັນຄັ້ງນີ້ ຕອນນຶ່ງວ່າ: ສຽງ...

ແລະທ່ານ ຄຳຕັນ ພູທອນພັກດີ ຄນະຈັດຕັ້ງການຊຸມນຸມ ປະທ້ວງ ກໍກ່າວເຖິງ ບັນຫາສຳຄັນ 3 ຢ່າງ ທີ່ຍົກຂຶ້ນເວົ້າ ຢູ່ໃນການ ຊຸມນຸມ ປະທ້ວງ ໃນຕອນນຶ່ງວ່າ: ສຽງ ..

ທ່ານເວົ້າວ່າ ຜູ້ກໍາອໍານາດ ສປປລາວ ກົດຂີ່ຂົ່ມເຫັງ ພໍ່ແມ່ພີ່ນ້ອງ ປະຊາຊົນລາວ ໄດ້ກໍຍ້ອນວ່າ ວຽດນາມ ເປັນຜູ້ຄຸ້ມກັນ ປົກປ້ອງເຂົາໄວ້ ໂດຍອາສັຍສັນຍາ ອັນທີ່ເອີ້ນວ່າ ສົນທິສັນຍາ ມິຕພາບ ແລະການຮ່ວມມື ຣະຫວ່າງ ສປປລາວ ແລະວຽດນາມ ປີ 1977 ເປັນເຄື່ອງມື.

ໃນຣະຫວ່າງດໍາເນີນການປະທ້ວງຢູ່ນັ້ນ ວິທຍຸເອເຊັຍເສຣີ ກໍໄດ້ສໍາພາດ ດຣ.ບຸນທອນ ຈັນທະລາວົງ ວີເຊີ ເຖິງຜູ້ເຂົ້າຮ່ວມ ຊຸມນຸມປະທ້ວງ ນັ້ນວ່າ: ສຽງ...

ດຣ. ບຸນທອນກ່າວຕໍ່ທີ່ຊຸມນຸມປະທ້ວງ ຕອນນຶ່ງວ່າ: ສຽງ…

ຕໍ່ທີ່ຊຸມນຸມປະທ້ວງ ຜູ້ເຂົ້າຮ່ວມຫລາຍຄົນ ກໍມີຄໍາເຫັນ: ສຽງ..

ຈາກນັ້ນ ທ່ານ ສະໄຫວ ຊະນະນິຄົມ ສະມາຊິກ ພັນທະມິດ ເພື່ອ ປະຊາທິປະຕັຍ ຈາກແຂວງ ອານເບີຕາ ກໍກ່າວ ບາງຕອນວ່າ: ສຽງ...

ຜູ້ຕາງໜ້າພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຈາກເຂດແວັນໂກເວີ ປະເທສ ການາດາ ກ່າວວ່າ: ສຽງ...

ແລະຍານາງ ບົວເຄືອ ຊະນະນິຄົມ ນັກເຄື່ອນໄຫວ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ແຂວງ ອານເບີຕາ ກໍກ່າວວ່າ ການຊຸມນຸມ ປະທ້ວງຄັ້ງນີ້ ເປັນຄັ້ງ ປະຫວັດສາດ ຂອງຊຸມຊົນຊາວລາວ ທີ່ປະເທສ ການາດາ: ສຽງ...

ເວົ້າເຖິງຄວາມຕັ້ງໃຈຂອງຕົນ ໃນການມາຮ່ວມການຊຸມນຸມ ປະທ້ວງຄັ້ງນີ້ ຍານາງ ບົວເຄືອກ່າວວ່າ: ສຽງ...

ການຊຸມນຸມປະທ້ວງ ຂອງພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ແລະ ຊຸມຊົນຊາວລາວ ທີ່ປະເທດ ການາດາ ດຳເນີນໄປ ຢູ່ນະ ຄອນຫລວງ ໂອຕາວາ ໃນມື້ ວັນທີ 14 ພຶສພາ 2017 ແຕ່ເວລາ 11 ໂມງເຊົ້າຫາບ່າຍ 1 ໂມງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.