ອິດທິພົລ ຈີນ ຢູ່ລາວ ເພີ່ມຂຶ້ນ

ມະນີຈັນ
2018.01.02
F-xi ທ່ານ ສີ-ຈິ້ນຜິງ ປະທານປະເທສຈີນ(ກາງ) ໄດ້ຖືກຕ້ອນຮັບຈາກ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ ໃນຣະຫວ່າງການມາຢ້ຽມຢາມ ລາວ ຢ່າງເປັນທາງການ ໃນວັນທີ 13 ຫາ 14 ພຶສຈິກາ 2017 ນີ້.
Screen captured from China TV

ເມື່ອສະພາແຫ່ງຊາດລາວ ຮັບຮອງເອົາການແຕ່ງຕັ້ງ ປະທານປະເທດ ແລະນາຍົກຣັຖມົນຕຣີ ຄົນໃໝ່ ເຂົ້ານໍາພາປະເທດໃນຕົ້ນປີ 2016 ນັ້ນ ນັກວິເຄາະສ່ວນຫລາຍ ຄິດວ່າອາດຈະມີ ການປ່ຽນແປງ ທາງການເມືອງໃນລາວ ຄັ້ງໃຫຍ່, ຄະນະຜູ້ນໍາໃໝ່ ອາດພຍາຍາມເອົາລາວ ເຫີນຫ່າງອອກຈາກຈີນ ແລະຈະຫຍັບເຂົ້າໃກ້ວຽດນາມ ຄືນຄືເກົ່າ -ຕາມບົດຄວາມຂອງ ທ່ານ Michael Hart ລົງວັນທີ 20 ທັນວາ ປີ 2017.

ແຕ່ກົງກັນຂ້າມ ອິດທິພົລຂອງຈີນໃນ ສປປລາວ ຊໍ້າພັດແຮ່ງເພີ່ມຂຶ້ນໃນ 2 ປີມານີ້; ໂຄງການທາງຣົດໄຟ ລາວ-ຈີນ ກໍເຂົ້າມາ ແລະການ ກໍ່ສ້າງ ກໍກໍາລັງຄືບໜ້າໄປຢ່າງໄວວາ. ບໍ່ເທົ່ານັ້ນ ປະທານປະເທດຈີນ ທ່ານ ສີຈີນຜິງ ກໍໄດ້ເດີນ ທາງມາຢ້ຽມຢາມ ສປປລາວ ໃນເດືອນ ພຶສຈິກາ ທີ່ຫາກໍຜ່ານໄປ.

ນອກຈາກນັ້ນເຈົ້າໜ້າທີ່ລາວທ່ານນຶ່ງ ໄດ້ກ່າວຕໍ່ RFA ກ່ອນໜ້ານີ້ວ່າໂຄງການໃຫຍ່ໆ ໃນລາວເປັນຂອງຈີນທັງນັ້ນບໍ່ວ່າຈະເປັນໂຄງການ ເຂື່ອນ ໂຄງການຂຸດຄົ້ນບໍ່ແຮ່ ເຂດເສຖກິດພິເສດ ບໍ່ເຕັນແດນຄໍາ ສາມຫລ່ຽມຄໍາ ຢູ່ເມືອງຕົ້ນເຜິ້ງ ແລະໂຄງການ ບຶງທາດຫລວງ ຢູ່ ນະຄອນຫລວງວຽງຈັນ ດັ່ງນີ້ເປັນຕົ້ນ:

"ຈີນໝົດນະ ໂອ໊ຍໂຄງການໃຫຍ່ໆແບບໃຫຍ່ໆນີ້ ແມ່ນຈີນລະຢູ່ລາວເຮົານີ້ນະ ກະຕຽມແຊັນເຕີເປັນຫຍັງໃຫຍ່ໆ ເປັນທັງແບບທະນາຄານ ແຫ່ງ ປະເທດຈີນ ເຂົາຂຽນໃສ່ຫັ້ນ ໂອ໊ກະຫລາຍໆ ກະບຶງທາດຫລວງເຮົາຫັ້ນເດ ບ່ອນຫັ້ນມັນກະເປັນເມືອງໃໝ່ ຂອງຈີນນະ ເຂົາເອີ້ນ."

ແລະເຖິງແມ່ນວ່າ ບັນດາຜູ້ນໍາລາວ ຈະບໍ່ສະແດງອອກ ຢ່າງຈະແຈ້ງວ່າພວກຕົນ ໃກ້ຊິດຈີນຫລາຍຂຶ້ນ ແຕ່ຍ້ອນອິດທິພົນ ທາງການເງິນ ຂອງຈີນ ລາວຈໍາເປັນຕ້ອງການ ການຊ່ວຍເຫລືອ ຈາກຈີນ ເພື່ອສ້າງສາພັທນາ ປະເທດຊາດຂອງຕົນ. ເຖິງການລົງທຶນຂນາດໃຫຍ່ ຂອງ ຈີນ ອາດເຮັດໃຫ້ເກີດປະໂຫຍດ ແຕ່ກໍເປັນເຣຶ່ອງສ່ຽງ ທີ່ອາຈເກີດຂຶ້ນແບບ ບໍ່ມີໃຜຮູ້ໄດ້ ໃນຫລາຍປີຕໍ່ໜ້າ.

ໃນຖານະປະເທດທີ່ບໍ່ຕິດທະເລ ມີຊາຍແດນຕິດກັບ 5 ປະເທດນັ້ນ ລາວ ແຕ່ໃດໆມາ ກໍຫາທາງເຮັດໃຫ້ມີຄວາມສົມດູນ ຣະຫວ່າງປະເທດ ເພື່ອນບ້ານ ຂອງຕົນ. ລາວ ມີວັທນະທັມ ແລະພາສາປາກເວົ້າ ຄ້າຍກັບໄທ ທີ່ຢູ່ທາງດ້ານຕາເວັນຕົກ ແລະ ກໍຮັກສາການພົວພັນທາງການ ເມືອງນຳກັນ ມາດົນນານມາແລ້ວ. ເຊັ່ນດຽວກັນກັບ ວຽດນາມ ລາວ ຍິ່ງມີຄວາມສັມພັນ ໃກ້ຊິດເປັນພິເສດ ຍ້ອນມີປວັດເປັນຄອມມິວນິສ ຄືກັນ ແລະເຄີຍຕໍ່ສູ້ຕ້ານ ການລ່າເມືອງຂຶ້ນຮ່ວມກັນ. ການກ່ຽວພັນກັນຢ່າງສນິດ ແໜ້ນ ຣະຫວ່າງຜູ້ນຳທາງການເມືອງ ແລະຜູ້ນໍາທາງ ທະຫານໃນລາວ ແລະວຽດນາມ ຍັງຖືກຮັກສາໄວ້ສືບຕໍ່ມາ ນັບຕັ້ງແຕ່ມີການສ້າງຕັ້ງ ສປປລາວ ແຕ່ປີ 1975 ເປັນຕົ້ນມາ.

ແຕ່ຫລັງຈາກມີການເປີດກວ້າງທາງດ້ານເສຖກິດ ໃນທ້າຍຊຸມປີ 1980 ແລະ ຫລັງຈາກສະຫະພາບໂຊວຽດ ລົ້ມລະລາຍໃນປີ 1991 ລາວ ກໍເລີ່ມເບິ່ງໄປ ກວ້າງໄກ ແລະຄ່ອຍໆຫລຸດການເພິ່ງພາວຽດນາມລົງ ເຮັດໃຫ້ພື້ນທີ່ໃນການປັບປຸງ ການພົວພັນ ກັບຈີນ ທີ່ປະເທດເພື່ອນ ບ້ານ ທີ່ໃຫຍ່ໂຕຢູ່ທາງດ້ານເໜືອຂອງຕົນ ແລະຈີນກໍກາຍເປັນຜູ້ລົງທຶນ ຣາຍໃຫຍ່ທີ່ສຸດຂອງລາວ.

ແຕ່ປີ 2013 ມາ ການຄ້າ 2 ຝ່າຍລາວ-ຈີນກໍໄດ້ຂຍາຍໂຕ ໂດຍສະເພາະໃນແຂວງພາກເໜືອ ຂອງລາວ ບ່ອນທີ່ຈີນໄດ້ລົງທຶນຫລາຍ ໃສ່ການທ່ອງທ່ຽວ ໂຄງການແຮ່ທາດ, ການກະສິກັມແລະເຂື່ອນໄຟຟ້າ ການລົງທຶນທີ່ມີມູນຄ່າທັງໝົດ 5 ພັນປາຍລ້ານ ໂດລາສະຫະຣັຖ ໃນ 745 ໂຄງການນັ້ນ ເປັນສິ່ງສະທ້ອນເຖິງຄວາມສໍາຄັນ ຂອງການຂຍາຍໂຕ ທາງພູມີສາດການເມືອງ ສໍາລັບຈີນ ທີ່ກໍາລັງໂດດເດັ່ນຢູ່ນີ້. ທາງການຈີນ ຖືວ່າລາວ ເປັນປະຕູສູ່ເອເຊັຽຕາເວັນອອກສ່ຽງໃຕ້ ທັງໝົດ ຮວມທັງເປັນຫົນທາງ ໄປສູ່ຄວາມຄືບໜ້າ ຂອງເປົ້າໝາຍທາງ ການເມືອງ ໃນພາກພື້ນນຳດ້ວຍ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ລາວ ອີກທ່ານນຶ່ງໄດ້ກ່າວຕໍ່ RFA ໂດຍໃຫ້ໍ້ສັງເກດວ່າ:

"ໃນປັດຈຸບັນນີ້ ທາງດ້ານການເມືອງ ວຽດນາມ ຍັງມີບົດບາດ ອິດທິພົລທາງດ້ານການເມືອງຢູ່ ແຕ່ສໍາລັບຈີນ ແມ່ນອິດທິພົລທາງດ້ານ ການຄ້າ ເສຖກິດ ອະນາຄົດຕໍ່ໄປອາດຈີນ ຈະລໍ້າໜ້າກ່ອນກໍເປັນໄດ້."

ທ່ານ Michael Hart ເວົ້າອີກວ່າສິ່ງສໍາຄັນທີ່ສຸດຄື ລາວໃຫ້ຈີນເຂົ້າເຖິງຕລາດໃຫຍ່ໃນໄທ ໂດຍໄດ້ລົງທຶນ ສ້າງທາງຣົດໄຟຄວາມວັຍສູງ ຄຸນມິງ-ວຽງຈັນ ມູນຄ່າ 6 ພັນລ້ານ ໂດລາສະຫະຣັຖ ຊຶ່ງຈີນກໍມີເປົ້າໝາຍ ຕໍ່ທາງຣົດໄຟຈາກລາວ ຜ່ານປະເທດໄທ ໄປຫາມາເລເຊັຽ ແລະສິງກະໂປ.

ເມື່ອສ້າງສໍາເຣັດ ໂຄງການດັ່ງກ່າວ ຈະອໍານວຍຄວາມສະດວກໃຫ້ຈີນເຂົ້າເຖິງ ທ່າເຮຶອການຄ້ານໍ້າເລິກໃນອ່າວ ອັນດາມັນ ແລະມະຫາສມຸດ ອິນເດັຽ. ການຂົນສົ່ງສິນ ຄ້າທາງຣົດໄຟ ຈະຖືກກວ່າ ແລະວັຍກວ່າ ການຂົນສົ່ງທາງຣົດ ບັນທຸກ ທີ່ຜ່ານພູຜາ ຫລາຍ, ຈະໃຊ້ເວລາ ເດີນທາງ ຣະຫວ່າງຈີນຕອນໃຕ້ ແລະ ສິງກະໂປ ພຽງ 10 ຊົ່ວໂມງເທົ່ານັ້ນ.

ເມື່ອພັກປະຊາຊົນປະຕິວັດລາວ ເລືອກຕັ້ງເອົາຜູ້ນໍາ ຂອງຕົນຊຸດໃໝ່ ເມື່ອເດືອນ ມົກຣາ 2016 ນັກວິເຄາະສ່ວນຫລາຍ ໄດ້ປະເມີນເຖິງ ການປ່ຽນແປງ ທິດທາງການເມືອງ ທີ່ຈະຫ່າງເຫີນຈາກຈີນ ໄປຫາ ວຽດນາມ ແລະປະເທດຕາເວັນຕົກ. ອາດີດນາຍົກ ຣັຖມົນຕຣີ ທອງສິງ ທໍາມະວົງ ທີ່ມັກຖືກຖືວ່າເຫັນພ້ອມນຳຈີນນັ້ນ ຖືກປ່ຽນແທນໂດຍ ທ່ານ ທອງລຸນ ສີສຸລິດ ຂະນະທີ່ທ່ານ ບຸນຍັງ ວໍຣະຈິດ ຜູ້ເປັນຫົວໜ້າພັກ ຖືກແຕ່ງຕັ້ງເປັນປະທານປະເທດ ຊຶ່ງບຸກຄົນທັງ 2 ຖືກຖືກັນຢ່າງກວ້າງຂວາງວ່າ ໃກ້ຊິດກັບວຽດນາມ ແລະມີການຊັບຊ້ອນ ເອົາຜູ້ທີ່ຮູ້ສຶກວ່າ ເຫັນພ້ອມນໍາວຽດນາມ ເຂົ້າໃນກົມການເມືອງ ສູນກາງພັກ ຫລາຍຂຶ້ນ.

ແຕ່ເຖິງຢ່າງໃດກໍຕາມ ແທ້ຈິງແລ້ວ ທັງທ່ານ ບຸນຍັງ ແລະ ທັງທ່ານ ທອງລຸນ ແມ່ນຍັງຮັກສາ ການພົວພັນຢ່າງໃກ້ຊິດ ກັບທັງຈີນ ແລະ ວຽດນາມຢູ່. ແຕ່ທ່ານ ບຸນຍັງ ໄປຢ້ຽມຢາມວຽດນາມ ກ່ອນທີ່ຈະໄປຢ້ຽມຢາມຈີນ ອັນເປັນສັນຍານ ທີ່ສະແດງອອກເຖິງ ຄວາມພັກດີ ຢ່າງ ຈະແຈ້ງ ຕໍ່ສອງປະເທດ ທີ່ໃກ້ຊິດຂອງລາວ ທີ່ຖືວຽດນາມ ສຳຄັນກວ່າຈີນ.

ເຖິງແມ່ນວ່າຄວາມພຍາຍາມ ຂອງຜູ້ນໍາລາວ ໃນການເຮັດໃຫ້ການພົວພັນ ແລະຮ່ວມມືກັບສອງປະເທດ ທີ່ວ່ານີ້ສົມດູນກັນ ທີ່ບໍ່ສໍາເຣັດ ກໍຕາມ ແຕ່ອິດທິພົລຂອງຈີນຢູ່ລາວ ກໍສືບຕໍ່ຂຍາຍຕົວ ດ້ວຍບາດກ້າວໜັກແໜ້ນ ຈະເຫັນໄດ້ຈາກໂຄງການ ທາງຣົດໄຟຄວາມໄວສູງ ຄຸນມິງ-ນະຄອນຫລວງວຽງຈັນ ຊຶ່ງກຳລັງສ້າງຢູ່ໃນຂະນະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.