ວັນກອງທັບປະຊາຊົນລາວ


2014.01.20
F-Lpdr-Army ວັນກອງທັບປະຊາຊົນລາວ
LPDR

 

ກອງທັບປະຊາຊົນລາວ ທີ່ ທາງການລາວ ໄດ້ສ້າງຕັ້ງຂຶ້ນ ໃນວັນທີ 20 ມົກກະຣາ ປີ 1949 ນັ້ນ ມາເຖິງວັນທີ 20 ມົກກະຣາ ນີ້ ກໍຄົບຮອບ 65 ປີ ແລະ ໄດ້ມີການ ສວນສນາມ ສເລີມສລອງ ທີ່ ວິທຍາຄານ ນາຍ ທະຫານບົກ ໂດຽມີພົນໂທ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຂອງ ພັກ ປະຊາຊົນ ປະຕິວັດລາວ ເຂົ້າຮ່ວມ ໃນຕອນເຊົ້າ ຂອງວັນທີ 16 ມົກກະຣາ 2014 ນີ້.

ແຕ່ໃນ ວັນທີ 20 ມົກກະຣາ ຊຶ່ງທາງການ ລາວ ຖືວ່າເປັນ ວັນສ້າງຕັ້ງ ກອງທັບ ປະຊາຊົນ ລາວນັ້ນ ມີນາຍ ທະຫານ ກອງທັບ ປະຊາຊົນ ລາວ ເອງ ຄື ນາຍ ພົນ ສິງກະໂປ ສີໂຄດ ຈຸນນະມາລີ ນາຍທະຫານ ອາວຸໂສ ຜູ້ດົງດັງ ໄດ້ເວົ້າ ໃນ ທ້າຍປີ 1992 ພາຍຫລັງທີ່ ທ່ານ ໄກສອນ ເສັຍຊີວິດ ບໍ່ນານ ພໍເທົ່າໃດ ວ່າເພີ່ນ ເອົາວັນ ທີ 20 ມົກກະຣາ ນັ້ນ ມາຈາກໃສ.
ທາງການລາວ ກໍຖືເອົາວັນ ດັ່ງກ່າວ ເປັນວັນສ້າງຕັ້ງ ກອງທັບ ຂອງຕົນ ທີ່ວ່າ ໄດ້ສ້າງຕັ້ງ ຂຶ້ນຢູ່ເຂດ ລາວຮຸ່ງ ພຽງສາ, ເມືອງຊຽງຄໍ້, ແຂວງ ຫົວພັນ ໂດຍເວົ້າວ່າ ທ່ານ ໄກສອນ ເປັນຜູ້ ກໍ່ຕັ້ງ ຊຶ່ງ ເວລານັ້ນ ທ່ານມີ ອາຍຸ ພຽງ 28 ປີປາຍ ເຮັດໃຫ້ ມີການ ວິພາກ ວິຈານ ກັນວ່າ ຄົນທີ່ມີ ອາຍຸ ພຽງຊໍ່ານັ້ນ ຄົງບໍ່ມີ ປະສົພການ ດ້ານການ ທະຫານ ພໍເທົ່າໃດ ນອກຈາກວ່າ ຈະ ຖືກຍົກຍໍ ປັ້ນແຕ່ງ ກັນຂຶ້ນ ເອົາເອງ ເທົ່ານັ້ນ.

ຢ່າງໃດກໍຕາມ ຢູ່ໃນ ກອງປະຊຸມ ຣັຖບາລ ສະມັຍສາມັນ ປະຈໍາເດືອນ ທັນວາ ຜ່ານມາ ກໍໃຫ້ເອົາ ໃຈໃສ່ ຈັດຕັ້ງ ປະຕິບັດ ສເລີມສລອງ ວັນດັ່ງກ່າວ ແລະ ໃຫ້ຖືເອົາ ໂອກາດນີ້ ໂຄສະນາ ປຸກຣະດົມ ທົ່ວປວງຊົນ ຊາວລາວ ໃຫ້ຮູ້ ກ່ຽວກັບ ປະຫວັດ, ຄວາມເປັນມາ ຂອງການ ກໍາເນີດວັນນີ້ ແລະ ທັງໃຫ້ຮູ້ ເຖິງຜົລງານ ຂອງ ກອງທັບ ຊຶ່ງທີ່ຜ່ານມາ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ຜູ້ກໍາອໍານາດ ໄດ້ເວົ້າ ຢູ່ໃນ ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງ ພັກວ່າ ປະຊາຊົນ ລາວ ຈໍານວນນຶ່ງ ຍັງບໍ່ທັນ ເຂົ້າຮ່ວມ ໃນການ ປ້ອງກັນຊາດ ປ້ອງກັນ ຄວາມສງົບ:

"ຂແນງສູນກາງ ແລະ ທ້ອງຖິ່ນ ກໍຄື ປະຊາຊົນ ຈໍານວນນຶ່ງ ຍັງບໍ່ທັນ ຕື່ນຕົວ ເປັນເຈົ້າການ ເຂົ້າຮ່ວມ ວຽກງານ ປ້ອງກັນຊາດ ປ້ອງກັນ ຄວາມສງົບ ຢ່າງເປັນຂະບວນ ແລະ ຕໍ່ເນື່ອງ".

ທາງການລາວວ່າ ກອງທັບ ປະຊາຊົນລາວ ມີຜົລງານ ອັນໃຫຍ່ຫລວງ ໃນພາຣະກິຈ ຕໍ່ສູ້ກູ້ຊາດ ຂະນະທີ່ ບັນດາ ອະດີດ ນາຍແລະພົນ ທະຫານ ກອງທັບ ແຫ່ງ ພຣະຣາຊອານາຈັກ ລາວ ທີ່ໄດ້ຕໍ່ສູ້ ໃນສນາມລົບ ຕົວຈິງ ທັງສນາມລົບ ໃຫຍ່ແລະນ້ອຍ ໃນໄລຍະ ສົງຄາມ ນັ້ນເວົ້າວ່າ ສ່ວນຫລາຍ ໃນບັ້ນ ລົບໃຫ່ຍ ນັ້ນ ແມ່ນໄດ້ສູ້ລົບ ກັບ ທະຫານ ວຽດນາມ ເໜືອ ທີ່ເປັນກໍາລັງ ຕົ້ນຕໍ, ສ່ວນວ່າ ຕີກັບ ກໍາລັງ ທະຫານ ຂອງ ແນວລາວ ຮັກຊາດ ທີ່ ຕີແບບກອງໂຈນ ນັ້ນ ແມ່ນມີຢູ່ ທົ່ວໄປ ແຕ່ບໍ່ເປັນ ກໍາລັງ ສໍາຄັນ ພໍເທົ່າໃດ ດັ່ງອະດີດ ນາຍທະຫານ ກອງທັບ ແຫ່ງຊາດ ຜູ້ໄດ້ຜ່ານ ບັ້ນລົບ ຫລາຍຄັ້ງ ມານັ້ນ ເວົ້າວ່າ: ...ສຽງ...

ແລະ ນາຍທະຫານ ຜູ້ທີ່ໄດ້ ຜ່ານຫລາຍ ບັ້ນລົບ ຄືກັນນັ້ນ ກໍວ່າໄດ້ ຕໍ່ສູ້ກັບ ທະຫານ ວຽດນາມ ຊຶ່ງເປັນ ກໍາລັງ ຕົ້ນຕໍ: ..ສຽງ...

ມີການວິພາກ ວິຈານ ກັນວ່າ ການຕໍ່ສູ້ ໃນບັ້ນລົບໃຫຍ່ ຕ່່າງໆ ໃນປາງສົງຄາມ ຢູ່ລາວ ຕົ້ນຕໍ ກໍແມ່ນ ການຕໍ່ສູ້ ຣະຫວ່າງ ກອງທັບ ແຫ່ງ ພຣະຣາຊອານາຈັກ ລາວ ກັບກອງທັບ ວຽດນາມ ເໜືອ ສ່ວນວ່າ ກອງທັບ ປະຊາຊົນ ລາວ ແມ່ນມີພຽງ ອອກໜ້າ ກອງທະຫານ ວຽດນາມ ບຸກຍຶດຄ້າຍ ໄດ້ແລ້ວ ຈຶ່ງເອົາ ທະຫານ ກອງທັບ ປະຊາຊົນ ລາວ ເຂົ້າໄປ ຫລື ມີພຽງແຕ່ຕີ ແບບກອງໂຈນ,ເອົາກໍາລັງ ນ້ອຍ ຕີກັບກໍາລັງ ຂອງ ກອງທັບ ແຫ່ງຊາດ ທີ່ມີຈໍານວນ ຫລາຍກວ່າ ຢູ່ຕາມ ຄ້າຍຕ່າງໆ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.