ອົງການລາວເສຣີພົບກັບ ທາງການ ສະຫະຣັດ

ຈໍາປາທອງ
2017.07.17
f-insithong ທ່ານ ອິນຊິທອງ ຄນະນໍາ ທັງເປັນ ໂຄສົກອົງການ ລາວເສຣີ
RFA/KS

ເມື່ອວັນທີ 29 ແລະ 30 ມິຖຸນາ 2017 ນີ້ ອົງການລາວເສຣີ Free Laos Campaign ໄດ້ພົບພໍ້ກັບ ເຈົ້າໜ້າທີ່ ຮັບຜິດຊອບວຽກງານ ໃນຂົງເຂດ ເອເຊັຍຕາເວັນ ອອກສ່ຽງໃຕ້ ຂອງສະພາຕໍ່າ ແລະ ສະພາສູງ ສະຫະຣັຖ ອະເມຣິກາ ທີ່ນະຄອນຫຼວງ ວໍຊິງຕັນ ດີີຊີ ຊຶ່ງໃນນັ້ນ ໄດ້ມີການ ປຶກສາຫາລືກັນ ເຖິງເຣື່ອງຜູ້ນໍາລາວ ລະເມີດ ສິດທິມະນຸດ ແລະ ປະຊາທິປະໄຕ ຂອງ ປະຊາຊົນລາວ ຮວມທັງ ຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທສໄທ ທີ່ບໍ່ມີຄວາມຜິດ ໄດ້ຖືກຈັບ ແລະ ຖືກຕັດສິນ ລົງໂທດຈໍາຄຸກ ໜັກໜ່ວງ ຈຶ່ງຂໍໃຫ້ ຣັຖສະພາ ສະຫະຣັຖ ປະກອບສ່ວນ ຊ່ວຍແກ້ໄຂ.

ທ່ານ ອິນຊີທອງ ຄນະນໍາອົງການລາວເສຣີ ແລະທັງເປັນໂຄສົກ ໃຫ້ສໍາພາດ ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ກໍຣະກະດາ 2017 ນີ້ ກ່ຽວກັບ ການເຄື່ອນໄຫວ ວຽກງານ ການເມືອງ ຢູ່ຣັຖສະພາ ສະຫະຣັຖ ຊຶ່ງຂ້າພະເຈົ້າ ນໍາມາສນີທ່ານ ໂດຍທີ່ທ່ານ ອິນຊີທອງ ເລີ້ມຕົ້ນ ດ້ວຍການເວົ້າເຖິງ ສະພາບການ ຢູ່ ສປປລາວ ທີ່ມີການລະເມີດ ສິດທິມະນຸດ ຢ່າງຮຸນແຮງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.