ສະພາແຫ່ງຊາດລາວ ຫາລື ກົດໝາຍ

ຈໍາປາທອງ
2017.05.13
f-savay ທ່ານ ສະໄຫວ ຊະນະນິຄົມ ແລະ ພັລຍາ ຍານາງ ບົວເຄືອ
RFA

ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ຂອງ ສປປລາວ ທີ່ກຳລັງດຳເນີນໄປ ຢູ່ໃນຂະນະນີ້ ຍານາງ ສີໄສ ລືເດດມູນສອນ ຮອງປະທານ ສະພາແຫ່ງຊາດ ໄດ້ກ່າວເຖິງ ຮ່າງກົດໝາຍໃໝ່ 5 ສະບັບ, ຮ່າງກົດໝາຍ ສະບັປັບປຸງ 8 ສະບັບ ແລະ ກົດໝາຍ ທາບທາມ 1 ສະບັບ ຮວມທັງໝົດ 14 ສະບັບ. ພ້ອມກັນນັ້ນ ຍານາງ ກໍເວົ້າເຖິງການໃຫ້ ສັຕຍາບັນສົນທິສັນຍາ ແລະ ສັນຍາ ສາກົນ ທີ່ວ່າໄດ້ຊີ້ນໍາ ແລະສົມທົບ ກັບພາກສ່ວນຕ່າງໆປະຕິບັດ: ສຽງ...

ປັດຈຸບັນ ສປປລາວ ມີກົດໝາຍ ຂົງເຂດວັທນະທັມ-ສັງຄົງ, ຂົງເຂດເສຖກິດ, ຂົງເຂດປົກຄອງ ແລະຄຸ້ມຄອງຮວມ ກັນທັງໝົດ 120 ສະບັບ ຊຶ່ງ ທ່ານ ສະໄຫວ ຊະນະນິຄົມ ສະມາຊິກ ພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ແລະ ຕາງໜ້າ ພັນທະມິດ ເພື່ອ ປະຊາ ທິປະຕັຍໃນລາວ ປະຈໍາແຂວງອານເບິຕາ ປະເທສການາດາ ກ່າວຕໍ່ວິທຍເອເຊັຍເສຣີ ໃນມື້ວັນທີ 10 ພຶສພາ ວ່າ: ສຽງ...

ຍານາງ ສີໄສ ກ່າວຕື່ມວ່າ ສໍາລັບທິດທາງ 9 ເດືອນໃນປີ 2017 ນີ້ ຈະສ້າງ ແລະປັບປຸງກົດໝາຍ ໃຫ້ສໍາເລັດຕາມທີ່ຄາດໄວ້ ແລະ ໃຫ້ມີຄຸນນະພາບ ສອດຄ່ອງ ກັບແນວທາງນະໂຍບາຍ ຂອງພັກ ປະຊາຊົນ ປະຕິວັດລາວ ໂດຍຈະສ້າງຕື່ມ ອີກ 16 ສະບັບ: ສຽງ...

ເວົ້າເຖິງການສ້າງກົດໝາຍ ໄປຕາມແນວທາງ ຂອງພັກນັ້ນ ຍານາງ ບົວເຄືອ ຊະນະນິຄົມ ນັກເຄື່ອນໄຫວ ເພື່ອປະຊາທິປະຕັຍໃນລາວ ທີ່ປະເທສການາດາ ກ່າວວ່າ: ສຽງ...

ຢ່າງໃດກໍຕາມ ຍານາງ ສີໃສ ກໍເວົ້າວ່າ ສາມາດເຊື່ອມໂຍງກັບສາກົນ ອັນໝາຍເຖິງກົດໝາຍ ວ່າດ້ວຍສົນທິສັນຍາ ແລະສັນຍາສາກົນ ຕາມທີ່ທ່ານ ສະເຫຼີມໄຊ ກົມມະສິດ ຣັຖມົນຕຣີ ກະຊວງການຕ່າງປະເທດ ໄດ້ສະເໜີຮ່າງກົດໝາຍ ດັ່ງກ່າວທີ່ມີ 136 ມາດຕຣາ ຕໍ່ກອງ ປະຊຸມສະພາແຫ່ງຊາດ ໃນມື້ວັນທີ 8 ພຶສພາ ເພື່ອໃຫ້ສະມາຊິກ ສະພາແຫ່ງຊາດ ປະກອບຄຳເຫັນ ແລະກົດໝາຍ ນີ້ ຖືກຮັບຮອງເອົາ ໂດຍສຽງ ສ່ວນຫລາຍແລ້ວ.

ທ່ານ ສະເຫລີມໄຊ ເວົ້າວ່າ ມາເຖິງປັດຈຸບັນ ສປປລາວ ໄດ້ລົງນາມ ແລະເຂົ້າ ເປັນພາຄີຂອງ ສົນທິສັນຍາ ແລະສັນຍາສາກົນ ກັບປະ ເທສຕ່າງໆ ແລະກັບອົງ ການຈັດຕັ້ງສາກົນ ໃນຣະດັບພາກພື້ນ ແລະສາກົນຫລາຍກວ່າ 900 ສະບັບ ຊຶ່ງ ດຣ.ບຸນທອນ ຈັນທະລາວົງ -ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ປະເທສ ເຢັຍຣະມັນ ເວົ້າເຖິງການ ຈັດຕັ້ງ ປະຕິບັດ ສົນທິສັນຍາແລະ ສັນຍາສາກົນ ທີ່ ສປປລາວ ໄດ້ລົງນາມ ແລະໃຫ້ສັຕຍາບັນ ກັບຕ່າງປະເທສ ແລ້ວນັ້ນວ່າ: ສຽງ...

ທ່ານ ສະເຫລີມໄຊ ເວົ້າວ່າ ຣັຖບາລ ສປປລາວ ມີຣັຖບັນຍັດມາແຕ່ປີ 2009 ກ່ຽວກັບການສ້າງ ແລະເຂົ້າເປັນ ພາຄີສົນທິສັນຍາ ແລະ ສັນຍາສາກົນ ແລະຕີ ຣາຄາວ່າ: ສຽງ...

ຕໍ່ການຕີຣາຄາທີ່ວ່ານັ້ນ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ກ່າວວ່າ: ສຽງ...

ເວົ້າເຖິງເຫດຜົນ ແລະຄວາມຈຳເປັນ ໃນການສ້າງກົດໝາຍ ສົນທິສັນຍາ ແລະ ສັນຍາສາກົນນັ້ນ ທ່ານ ສະເຫລີມໄຊ ກ່າວວ່າການສ້າງ ກົດໝາຍນີ້ ແມ່ນການ ຜັນຂະຫຍາຍ ມະຕິ 10 ຂອງພັກ ກ່ຽວກັບແນວທາງ ການຕ່າງປະເທດ ຂອງພັກ "ສັນຕິພາບ ເອກຣາດ ມິຕພາບ ການຮ່ວມມື ແລະການ ເຊື່ອມໂຍງ ບົນພື້ນຖານຫຼັກການ ເຄົາລົບ ຊຶ່ງກັນແລະກັນ ຊຶ່ງຕ່າງຝ່າຍຕ່າງໄດ້ ຮັບຜົນປະໂຫຍດ ຫລືເວົ້າສັ້ນໆ ກໍແມ່ນປະຕິບັດ ຕາມມະຕິ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງເປັນຜູ້ຈັດຕັ້ງ ຊີ້ນຳ ນຳພາທຸກວຽກງານ ຮວມທັງວຽກງານນີ້ໂດຍກົງ ຊຶ່ງຍານາງ ບົວເຄືອ ຊະນະນິຄົມ ນັກເຄື່ອນໄຫວ ເພື່ອປະຊາທິປະຕັຍ ໃນລາວ ທີ່ປະເທສການາດາ ຕີ ຣາຄາວ່າ: ສຽງ....

ຢ່າງໃດກໍຕາມ ທາງການ ສປປລາວ ກໍເວົ້າວ່າ ເຫດຜົນທີ່ສຳຄັນ ຂອງການສ້າງ ກົດໝາຍວ່າດ້ວຍ ສົນທິສັນຍາ ແລະສັນຍາສາກົນ ນີ້ ແມ່ນເພື່ອເພີ່ມທະວີ ເປັນເຈົ້າການ ໃນການຄຸ້ມຄອງຣັຖ ກ່ຽວກັບວຽກງານ ການຕ່າງປະເທດ ດ້ວຍກົດໝາຍ ທີ່ມີຄວາມ ສັກສິດ ໂດຍສະ ເພາະແມ່ນວຽກງານ ສົນທິສັນຍາ ແລະສັນຍາສາກົນ ໃຫ້ມີຄວາມເປັນເອກກະພາບ ໃນຂອບເຂດ ທົ່ວປະເທດ ແນໃສ່ສ້າງ ສະພາບແວດ ລ້ອມ ພາຍນອກ ທີ່ເອື້ອອຳນວຍ, ເຊື່ອມໂຍງ ກັບພາກພື້ນ ແລະສາກົນ, ຂຍາຍ ການຮ່ວມມື ກັບຕ່າງປະເທດ ທັງຍາດແຍ່ງການຊ່ວຍ ເຫຼືອ ແລະ ດຶງດູດການລົງທຶນ ຈາກຕ່າງປະເທດ. ພ້ອມກັນນັ້ນກໍວ່າ ການສ້າງກົດໝາຍ ທີ່ວ່ານີ້ກໍເພື່ອແກ້ໄຂບັນຫາ ແລະສິ່ງທ້າທາຍ ຕ່າງໆ ທີ່ເກີດຂຶ້ນ ໃນການຈັດຕັ້ງ ປະຕິບັດ ສົນທິສັນຍາ ແລະສັນຍາສາກົນ ໃນຣະຍະຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.