ລາວ ຮ່ວມກັບສາກົນ ຕ້ານ ການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ

ມະນີຈັນ
2017-12-07
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
ບົດຣາຍງານການສຶກສາລະດັບຊາດ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (ເມື່ອປີ 2016)
ບົດຣາຍງານການສຶກສາລະດັບຊາດ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ (ເມື່ອປີ 2016)
Photo: UN Women/Niels den Hollander

ທາງການລາວ ພຍາຍາມທີ່ຈະຫລຸດຜ່ອນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໂດຍຮ່ວມມືກັບຕ່າງປະເທດ ໃນຂະນະທີ່ ຄວາມຮຸນແຮງນັ້ນ ຍັງມີຫລາຍຢູ່ໃນຄອບຄົວ ແລະຊຸມຊົນເຂດແຂວງຕ່າງໆ ທົ່ວປະເທດລາວ.

ໃນການແກ້ໄຂບັນຫາດັ່ງກ່າວ ຮອງນາຍົກຣັຖມົນຕຣີ ສປປລາວ ທ່ານ ສອນໄຊ ສີພັນດອນ ຖແລງໃນໂອກາດວັນສາກົນ ລຶບລ້າງການໃຊ້ ຄວາມຮຸນແຮງ ຕໍ່ແມ່ຍິງ ວັນທີ 25 ພຶສຈິກາ ປີ 2017 ນີ້ພາຍໃຕ້ຫົວຂໍ້ “ບໍ່ປະໃຜໄວ້ເບື້ອງຫລັງ ຍຸຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະ ເດັກຍິງ” ວ່າຣັຖບານ ໄດ້ສນອງແຫລ່ງການເງິນ ແລະເທັກນິກ ສໍາລັບຂໍ້ລິເລີ່ມຕ່າງໆ ຊຶ່ງກໍມີຮວມທັງ ການພັທນານະໂຍບາຍ, ຍຸທສາດ ແລະກົດໝາຍເພື່ອລົບລ້າງ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ. ຕາມຣາຍງານ ຂ່າວວຽງຈັນທາມສ.

ພ້ອມກັນນັ້ນ ກໍຍັງຕັ້ງຄະນະກັມການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ຜູ້ເປັນແມ່ ແລະເດັກນ້ອຍ ຂຶ້ນໃນທຸກຣະດັບ ເພື່ອສົ່ງເສີມ ຄວາມສເມີພາບ ຍິງ-ຊາຍ ຍ້ອນວ່າຄວາມຮຸນແຮງນັ້ນ ມັກເກີດຂຶ້ນ ຢູ່ພາຍໃນຄອບຄົວ, ຕາມສະຖາບັນ ການສຶກສາ, ບ່ອນເຮັດວຽກ ແລະ ໃນສັງຄົມ.

ທ່ານ ສອນໄຊ ເວົ້າວ່າຄວາມຮຸນແຮງ ສົ່ງຜົລກະທົບຕໍ່ແມ່ຍິງ ທັງທາງດ້ານຮ່າງກາຍ,ຈິດໃຈ ແລະທັງຕໍ່ການພັທນາເສຖກິດ ນຳດ້ວຍ. ໃນ ຣະຍະ 2-3 ປີຫລັງມານີ້ ສປປລາວ ໄດ້ຂຍາຍຄວາມພຍາຍາມສະກັດກັ້ນ ແລະລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ເພື່ອໃຫ້ ເປັນໄປຕາມ ສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ ຄືສົນທິສັນຍາ ວ່າດ້ວຍ ການລຶບລ້າງ ທຸກຮູບແບບການ ຈໍາແນກແມ່ຍິງ ຫລື CEDAW, ສົນທິສັນຍາ ວ່າດ້ວຍສິດທິ ເດັກນ້ອຍ ແລະປະກາດ ຖແລງການອາຊຽນກ່ຽວກັບ ການລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ແມ່ຍິງວັຍຊອນສາວ ແລະເດັກນ້ອຍເພື່ອເຮັດໃຫ້ບັນລຸ ໄດ້ຕາມເປົ້າໝາຍການພັທນາຍືນຍົງ ໂດຍສະເພາະເປົ້າໝາຍທີ 5 ທີ່ເວົ້າເຖິງການ ບັນລຸເປົ້າໝາຍ ຄວາມສເມີພາບ ຍິງ-ຊາຍ ແລະການໃຫ້ສິດອໍານາດ ແກ່ແມ່ຍິງແລະເດັກນ້ອຍ ວັຍຊອນສາວ ທຸກຄົນ.

ສປປລາວ ໄດ້ໂຄສະນາໃນປີ 2017 ນີ້ ພາຍໃຕ້ຫົວຂໍ້ທີ່ວ່າ ບໍ່ປ່ອຍປະໃຫ້ຜູ້ໃດໝົດຢູ່ ເບື້ອງຫລັງ ແລະຍຸຕິຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍວັຍຊອນສາວ ເພື່ອໂຄສະນາເຕືອນ ກ່ຽວກັບບັນຫາຊຳເຮື້ອດັ່ງກ່າວ ໃນສັງຄົມລາວ ແລະສົ່ງເສີມ ໃຫ້ປະຊາຊົນຖືຄວາມຮຸນແຮງ ຕໍ່ແມ່ຍິງ ເປັນຮູບການນຶ່ງ ຂອງກາຈໍາແນກ ແລະການຣະເມີດ ສິດທິມະນຸດ ຂັ້ນພື້ນຖານ. ໂຄງການນີ້ໄດ້ປະຕິບັດມາໄດ້ 2-3 ປີ ແລ້ວ. ຕາມຄຳເວົ້າຂອງ ທ່ານ ສອນໄຊ ແລ້ວແມ່ນວ່າ ບັນລຸໄດ້ເຖິງຄວາມກ້າວໜ້າ ເປັນຕົ້ນ ເຣື່ອງການພັທນາ ແລະທົບທວນກົດໝາຍ ຮວມທັງ ກົດໝາຍ ກ່ຽວກັບການພັທນາ ແລະປົກປ້ອງແມ່ຍິງ, ກົດໝາຍການສະກັດກັ້ນ ແລະຕ້ານຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ, ກົດໝາຍ ຄອບຄົວ, ກົດໝາຍແຮງງານ, ແລະກົດໝາຍ ຄວາມສເມີພາບ ຍິງ-ຊາຍ ທີ່ກໍາລັງພັທນາກັນ ຢູ່ໃນຂະນະນີ້.

ພ້ອມດຽວກັນນັ້ນ ກໍມີສູນສໍາລັບໃຫ້ຄໍາປຶກສາ ແລະປົກປ້ອງແມ່ຍິງ ແລະເດັກນ້ອຍ ທີ່ຂຶ້ນ ກັບສະຫະພັນ ແມ່ຍິງລາວ, ໄດ້ຕັ້ງໂທຣະສັບ ສາຍດ່ວນ 1362 ໂດຍບໍ່ເສັຽຄ່າ ເພື່ອໃຫ້ຄໍາ ປຶກສາ ແລະໃຫ້ການຊ່ວຍເຫລືອຕລອດ 24 ຊົ່ວໂມງ ແລະທັງຍັງມີ ເຄືອຂ່າຍຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນທົ່ວປະເທດ.

ຮອງນາຍົກຣັຖມົນຕຣີ ເວົ້າວ່າ ເຖິງຈະມີຜົລສໍາເຣັດໃນທີ່ຜ່ານມາ ແຕ່ພວກທ່ານກໍຍັງປະເຊີນບັນຫາທ້າທາຍຕ່າງໆ ເຊັ່ນການຈໍາແນກ ທາງເພດ sexual harassment ຢູ່ບ່ອນເຮັດວຽກ, ຄວາມຮຸນແຮງຢູ່ພາຍໃນຄອບຄົວ, ຄວາມຮຸນແຮງ ຕໍ່ເດັກນ້ອຍ, ການໃຊ້ແຮງງານ ເດັກນ້ອຍ, ຄວາມເຂົ້າໃຈເຣຶ່ອງສິດ ຂອງປະຊາຊົນ ຍັງຈຳກັດ, ການປະພຶດຕາມຮີດຄອງເດີມ ເປັນຕົ້ນໃນເຂດຊົນນະບົດ ແລະອື່ນໆ.

ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ໂດຍສະເພາະຈາກຄູ່ຄອງ ຊຶ່ງເປັນບັນຫາເຊື່ອງຊ້ອນ ຢູ່ໃນສັງຄົມມາດົນນານ ໃນເຂດແຂວງຕ່າງໆ ຂອງລາວ ຕາມການສໍາຣວດຣະດັບຊາດ 2 ປີຕິດຕໍ່ກັນ ຄື 2013 ແລະ 2014 ທີ່ຖືກເປີດເຜີຍ ເປັນຄັ້ງທໍາອິດ ເມື່ອປີກາຍນັ້ນ. ຕາມຄໍາເວົ້າຂອງ Dr. Henrica Janson ນັກຄົ້ນຄວ້າສາກົລ ປະຈໍາຫ້ອງການ ສະຫະປະຊາຊາດ ດ້ານປະຊາກອນ UNFPA ຣະດັບພາກພື້ນ ທີ່ບາງກອກ ປະເທດໄທ ທີ່ໃຫ້ສັມພາດ RFA ຕອນທີ່ຣາຍງານ ອອກມາໃໝ່ໆ:

"violence1… For Laos we found about 15 percent of women and that’s about 1 in every 7 they had experience, according to what they told interviewers, Dr. Janson ເວົ້າວ່າ ສໍາລັບຢູ່ລາວ ຕາມການສັມພາດ ພວກທ່ານ ພົບວ່າມີແມ່ຍິງປະມານ 15 ເປີເຊັນ ຄື 1 ໃນແຕ່ລະ 7 ຄົນ ໄດ້ປະເຊີນກັບ ຄວາມຮຸນແຮງ ທາງຮ່າງກາຍ ແລະທາງເພດ ຈາກຜູ້ເປັນ ສາມີ ຢ່າງໜ້ອຍ 1 ເທື່ອ ໃນຊີວິດຂອງພວກເຂົາ. ແຕ່ໃນຕົວຈິງ ແມ່ຍິງທີ່ວ່ານີ້ ເກືອບທັງໝົດເວົ້າວ່າ ເຫດຮຸນແຮງນັ້ນ ໄດ້ເກີດຂຶ້ນ ຫລາຍໆເທື່ອ. ແລະສິ່ງທີ່ພວກທ່ານພົບ ໃນການສໍາຣວດ ຄືແມ່ຍິງປາກົດວ່າ ຖືກກະທໍາຮຸນແຮງທາງເພດ ຫລືທາງຮ່າງກາຍ ຈາກສາມີ ຂອງຕົນເອງ ຫລາຍກວ່າ ຈາກຜູ້ບໍ່ຮູ້ຈັກກັນ ຫລືຈາກຄົນແປກໜ້າ ປະມານ 2 ເທົ່າ."

ດຣ. Janson ກ່າວຕໍ່ໄປວ່າ:

"violence2 most of women are actually ແລະໃນຕົວຈິງ ແມ່ຍິງໃນລາວ ສ່ວນຫລາຍມິດງຽບ ໃນເຣື່ອງທີ່ເກີດຂຶ້ນກັບ ພວກເຂົາ. ພວກທ່ານຮູ້ແນວນີ້ຈາກການສັມພາດ ຊຶ່ງແມ່ຍິງປະມານເຄິ່ງນຶ່ງ ບໍ່ເຄີຍໄດ້ເວົ້າເຖິງເຫດຮຸນແຮງ ທີ່ເກີດຂຶ້ນກັບຕົນ ໃຫ້ຜູ້ໃດຟັງມາກ່ອນ ເລີຍ, ຫາກເກັບໄວ້ກັບຕົວເອງ ຍ້ອນໜ້າອາຍ ຫລືຢ້ານຈະຖືກກະທໍາຮຸນແຮງ ຫລາຍຂຶ້ນຕື່ມໂດຍ ຖືເປັນເຣື່ອງປົກກະຕິ, ເປັນຊາຕາກັມ ຂອງພວກເຂົາ. ແລະອີກຢ່າງນຶ່ງ ກໍຢ້ານວ່າ ຈະເປັນການນໍາຄວາມອັບອາຍມາສູ່ ຄອບຄົວຂອງຕົນ. ດັ່ງນັ້ນຈຶ່ງເກືອບເວົ້າໄດ້ວ່າ ທັງໝົດ ກໍຕົກຢູ່ໃນກໍຣະນີ ທີ່ແມ່ຍິງ ບໍ່ໄດ້ເຮັດຫຍັງຫລາຍ ເພື່ອຫລີກລ່ຽງ ຄວາມຮຸນແຮງນັ້ນ. ການສຶກສາສໍາຣວດນັ້ນ ໄດ້ດໍາເນີນໄປເປັນເວລາ 2 ປີ ໂດຍມີການສັມພາດແມ່ຍິງລາວ ອາຍຸຣະຫວ່າງ 15 ປີຫາ 64 ປີ ປະມານ 3000 ຄົນໃນທົ່ວປະເທດ.

ໃນການເຄື່ອນໄຫວເພື່ອແກ້ໄຂບັນຫາ, ຂ່າວວຽງຈັນທາມສຣາຍງານເມື່ອໄວໆມານີ້ວ່າ ຄະນະກັມການແຫ່ງຊາດລາວ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ເຮັດວຽກກັບພາກສ່ວນຕ່າງໆ ຂອງຣັຖແລະເອກຊົນ ຮວມເຖິງອົງການຈັດຕັ້ງທາງສັງຄົມ ເພື່ອປ່ຽນແປງ ທັສນະຄະຕິທາງເພດ ແລະຮ່ວມກັນແກ້ໄຂບັນຫາຕ່າງໆ ທີ່ກ່ຽວຂ້ອງກັບ ການຈໍາແນກແມ່ຍິງ, ວັທນະທັມທີ່ບໍ່ສີວິໄລ ລ້າສມັຍ, ຄວາມເຊື່ອຖືທີ່ງົມງາຍ, ແລະ ການສຶກສາທີ່ບໍ່ໄດ້ມາຕຖານ ຊຶ່ງລ້ວນແລ້ວແຕ່ເປັນສາເຫດ ຂອງຄວາມຮຸນແຮງ ຕໍ່ແມ່ຍິງນັ້ນ.

ເພື່ອເປັນການປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ ເມື່ອບໍ່ນານມານີ້ ສູນກາງສະຫະພັນ ແມ່ຍິງລາວ ແລະວິສາຫະກິດ ຫັຖກັປະດິດ ຈຳປາລາວ ກໍໄດ້ລົງນາມໃນສັນຍາຮ່ວມມື ກ່ຽວກັບການສ້າງລາຍຮັບ ເພື່ອພັທນາແມ່ຍິງແລະເດັກນ້ອຍ ໂດຍມີຈຸດປະສົງ ແລະເປົ້າໝາຍ ເລັ່ງໃສ່ ຜູ້ທີ່ຢູ່ຕາມເຂດຊົນນະບົດ ຫ່າງໄກ ເພື່ອພັທນາສີມື ໃຫ້ມີວຽກເຮັດງານທຳ ມີຣາຍໄດ້ ເຮັດໃຫ້ພວກເຂົາເຈົ້າ ມີຊີວິດການເປັນຢູ່ ດີຂຶ້ນ.

ຄໍາເຫັນ (0)
  • ພິມ
  • ໃຊ້ຮ່ວມກັນ
  • ອີແມວລ໌
ເຕັມຫນ້າ