ມ.ປາກເຊ ປິດກອງປະຊຸມ ໂຕະມົນ

ມະນີຈັນ
2017.11.29
F-Meeting ກອງປະຊຸມໂຕະມົນ ປະຈຳປີ 2017 ຈັດຂຶ້ນໃນວັນທີ 22-23 ພຶສຈິກາ ຜ່ານມານີ້ ຢູ່ສະໂມສອນ ແຂວງຈຳປາສັກ
ພາບ ຕິດຈາກຈໍ ປະຊາຊົນ ເວັບໄຊ / ທູນທອງໃຈ

ກອງປະຊຸມໂຕະມົນ 2 ມື້ ທີ່ເມືອງປາກເຊ ແຂວງຈໍາປາສັກ ພາກໃຕ້ຂອງລາວ ຊຶ່ງມີເຈົ້າໜ້າທີ່ ກະຊວງການເງິນ ແລະກະຊວງແຜນການ ແລະການລົງທຶນ ຮວມທັງພາກສ່ວນທີ່ກ່ຽວຂ້ອງ ທັງຂັ້ນສູນກາງແລະທ້ອງຖິ່ນຂອງລາວ ແລະຄູ່ຮ່ວມພັທນາ ຕ່າງປະເທດເຂົ້າຮ່ວມນໍານັ້ນ ໄດ້ຈົບສິ້ນລົງ ໃນມື້ວັນທີ 23 ພຶສຈິກາ 2017 ໂດຍທີ່ຣັຖບານລາວ ແລະບັນດາຄູ່ຮ່ວ ພັທນາ ໃຫ້ຄໍາໝັ້ນວ່າ ຈະຮ່ວມມືກັນ ໃກ້ຊິດຂຶ້ນຕື່ມ ອີກ ເພື່ອຊ່ວຍໃຫ້ລາວຫລຸດພົ້ນ ຈາກການເປັນປະເທດ ດ້ອຍພັທນາ ແລະ ບັນລຸເປົ້າໝາຍການພັທນາຍືນຍົງ SDGs ໂດຍບໍ່ມີການຍົກ ບັນຫາ ສິດທິມະນຸດໃນລາວ ຂຶ້ນເວົ້າກັນແຕ່ຢ່າງ.

ກອງປະຊຸມດັ່ງກ່າວ ໄດ້ສຸມໃສ່ປຶກສາຫາຣື 4 ຫົວຂໍ້ກ່ຽວກັບການລົງທຶນໃສ່ການພັທນາສີມືແຮງງານ ແລະການພັທນາຊັພຍາກອນມະນຸດ ການລົງທຶນທີ່ມີຄຸນນະພາບ ຂອງເອກຊົນສໍາລັບການພັທນາ ການຮ່ວມມືແບບ ໃຕ້-ໃຕ້ ການຮ່ວມມື ແບບສາມຫລ່ຽມ ຮວມຢູ່ດ້ວຍ.

ໃນຣະຫວ່າງກອງປະຊຸມ ທາງການສປປລາວ ໄດ້ນໍາພາບັນດາຄູ່ຮ່ວມພັທນາຕ່າງປະເທດ ໄປເບິ່ງໂຄງການເກັບກູ້ຣະເບີດ ໂຄງການ ປູກ ກາເຟ ຂອງສະຫະກອນຜລິດກາເຟ ສູນພັທນາສີມືແຮງງານ ຂອງແຂວງພາກໃຕ້ ແລະໄດ້ຈັດງານວາງສະແດງ ຜົລງານການຮ່ວມມື ເພື່ອ ພັທນາ ຂອງໜ່ວຍງານຕ່າງໆ ຂອງແຂວງຈໍາປາສັກ.

ແລະກໍເປັນອັນວ່າໃນກອງປະຊຸມນັ້ນ ບໍ່ໄດ້ມີການຍົກບັນຫາ ສິດທິມະນຸດຢູ່ສປປລາວ ຂຶ້ນເວົ້າ ເຖິງແມ່ນວ່າອົງການຈັດຕັ້ງສາກົລ ເພື່ອ ສິດທິມະນຸດ ຈະໄດ້ຮຽກຮ້ອງໃຫ້ກອງປະຊຸມ ຄັ້ງນີ້ຍົກເອົາບັນຫາດັ່ງກ່າວ ເຂົ້າໃນວາຣະກອງປະຊຸມ ອັນມີຮວມທັງ ກໍຣະນີ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນດີເດັ່ນ ຂອງລາວ ທີ່ຖືກຫາຍສາບສູນໄປ ຈາກ ກາງນະຄອນຫຼວງວຽງຈັນເມື່ອ 5 ປີກ່ອນ ແລະບຸກຄົນອື່ນໆ ອີກນັ້ນ ດັ່ງທີ່ທ່ານ Andrea Giorgetta ຜູ້ອໍານວຍການ ອົງການສິດທິມະນຸດ FIDH ປະຈໍາ ເຂດເອເຊັຽກ່າວຕໍ່ RFA ໃນມື້ເລີ່ມເປີດ ກອງປະຊຸມໂຕະມົນ ນັ້ນ ໂດຍຫວັງທີ່ຈະເຫັນ ປະຊາຄົມ ໃຫ້ການຊ່ວຍເຫລືອ ກ້າເວົ້າກ້າວ່າຫລາຍຂຶ້ນ:

"ທ່ານເວົ້າວ່າຜູ້ໃຫ້ການຊ່ວຍເຫລືອ ສາກົລທີ່ມາປະຊຸມຢູ່ເມືອງປາກເຊ ຄັ້ງນີ້ ຄວນຍົກບັນຫາສິດທິມະນຸດ ຂຶ້ນເວົ້າໃນຖານະທີ່ເປັນເງື່ອນໄຂ ການປະຕິບັດ ໂຄງການຕ່າງໆ ໃຫ້ຍືນຍົງ ຊຶ່ງໂດຍສະເພາະແລ້ວ ກໍແມ່ນ ກໍຣະນີການຫາຍສາບສູນໄປ ຂອງ ທ່ານ ສົມບັດ ສົມພອນ, ທ່ານ ສົມພອນ ຄັດຕິຍະ ແລະກໍຣະນີອື່ນອີກ ຮວມເຖິງກໍຣະນີ ຄົນງານລາວ 3 ຄົນ ທີ່ກັບມາຈາກປະເທດໄທ ຍ້ອນໄດ້ຕໍານິ ຣັຖບານລາວ ຜ່ານທາງອອນລາຍ ແລະ ຖືກຕັດສິນລົງໂທດຈໍາຄຸກ ດົນຫລາຍປີີນັ້ນ ນໍາດ້ວຍ."

ແຕ່ກໍບໍ່ມີ ການເວົ້າເຖິງແຕ່ຢ່າງໃດ ແລະການຂໍຄໍາເຫັນ ຈາກເຈົ້າໜ້າທີ່ລາວທ່ານນຶ່ງ ທີ່ເຂົ້າຮ່ວມກອງປະຊຸມຕລອດ 2 ວັນ ນັ້ນກໍບອກວ່າ ທ່ານ ຂໍບໍ່ອອກຄໍາເຫັນ. ແລະຂ່າວຂອງທາງການລາວ ກໍຣາຍງານໂດຍເນັ້ນເຖິງ ຜົລຂອງກອງປະຊຸມດັ່ງກ່າວວ່າ ບັນດາຄູ່ຮ່ວມພັທນາ ໄດ້ຢືນຢັນເຖິງຄວາມຕັ້ງໃຈ ທີ່ຈະເສີມຂຍາຍ ການເປັນຄູ່ຮ່ວມການພັທນາ ຂອງພວກເພິ່ນເພື່ອຜົລສໍາເຣັດ ໃນຫລາຍປີຂ້າງໜ້າຕໍ່ໄປ.

ດຣ.ສຸພັນ ແກ້ວມີໄຊ ຣັຖມົນຕີຣແຜນການແລະການລົງທຶນ ກ່າວຕໍ່ກອງປະຊຸມຂ່າວໂດຍຕີຣາຄາສູງ ກ່ຽວກັບສິ່ງທີ່ບັນລຸໄດ້ ໃນກອງປະຊຸມ ໂຕະມົນ ແລະສັລເສີນຜູ້ເຂົ້າຮ່ວມກອງປະຊຸມ ແລະເວົ້າວ່າ ຜ່ານການຮ່ວມມືກັນ ຢ່າງໃກ້ຊິດ ກັບຄູ່ຮ່ວມພັທນາ ສາກົລ ຂະນະນີ້ພວກທ່ານ ກໍາລັງຫຍັບເຂົ້າໃກ້ການຫລຸດພົ້ນ ຈາກຖານະປະເທດດ້ອຍພັທນາ. ທ່ານ ສຸພັນ ໄດ້ເນັ້ນວ່າຣັຖບານຂອງພວກທ່ານ ຈະໃຊ້ການຊ່ວຍເຫຼືອ ດ້ານທຶນ ແລະເທັກນິກ ທີ່ທາງຄູ່ຮ່ວມພັທນາສນອງໃຫ້ນັ້ນ ຢ່າງມີປະສິດທິພາບ ຫລາຍເທົ່າທີ່ຈະຫລາຍໄດ້.

ດຣ.ສຸພັນ ເວົ້າວ່າຄູ່ຮ່ວມພັທນາ ໄດ້ປະກອບສ່ວນໃຫ້ຄໍາແນະນໍາ ທີ່ເປັນປະໂຫຍດ ແກ່ສປປລາວ ສໍາລັບການພັທນາໃນຂັ້ນຕໍ່ໄປ ຫາກເວົ້າ ເຖິງວິທີການ ພັທນາທີ່ຍືນຍົງ ແລະສະອາດ ຕລອດເຖິງຄໍາແນະນໍາ ກ່ຽວກັບເຣື່ອງການເຮັດໃຫ້ ສປປລາວ ຫລຸດພົ້ນອອກຈາກ ຖານະ ປະເທດ ດ້ອຍພັທນາໃນປີ 2020 ຮວມເຖິງການຫລຸດຜ່ອນຊ່ອງຫວ່າງ ຣາຍໄດ້ຣະຫວ່າງປະຊາຊົນ ໃນຕົວເມືອງ ແລະຊົນນະບົດ.

ມາດາມ Kaarina Immonen ຜູ້ຕາງໜ້າໂຄງການ UNDP ປະຈໍາລາວ ເວົ້າວ່າຮູ້ສຶກດີໃຈກັບການກະກຽມກອງປະຊຸມ ຊຶ່ງມີຄູ່ຮ່ວມພັທນາ ແລະຜູ້ມີສ່ວນໄດ້ສ່ວນເສັຽ ຈໍານວນຫລາຍເຂົ້າຮ່ວມ. ມາດາມ ເວົ້າວ່າ ນີ້ເປັນກອງປະຊຸມ ທີ່ມີໝາກມີຜົລ ຊຶ່ງການເຈຣະຈາ ກໍເປັນປໂຍດ ມີການຫາຣືບັນຫາກັນຢ່າງເລິກເຊິ່ງ. ນອກນັ້ນຕໍ່ 4 ບຸຣິມະສິດນັ້ນ ທາງຄູ່ຮ່ວມພັທນາ ແລະຜູ້ມີສ່ວນໄດ້ສ່ວນເສັຽ ກໍຊີ້ແຈງເຖິງ ບຸຣິມະສິດ ການພັທນາອື່ນອີກ ຮວມເຖິງການເວົ້າເຖິງ ວິທີທາງກ້າວໄປຂ້າງໜ້າ ນໍາດ້ວຍ.

ທາງດ້ານ ດຣ.ບຸນທອງ ດີວິໄຊ ເຈົ້າແຂວງຈໍາປາສັກ ກໍກ່າວສະແດງຄວາມພໍໃຈ ໃນຂໍ້ແນະນໍາ ທີ່ສ້າງສັນ ຕໍ່ແຜນພັທນາແຂວງຈໍາປາສັກ ທີ່ເປັນເຈົ້າພາບ ກອງປະຊຸມໂຕະມົນຄັ້ງນີ້. ດຣ. ສຸພັນ ແກ້ວມີໄຊ ເວົ້າວ່າໃນຣະຍະ 6 ເດືອນຕົ້ນປີ 2017 ນີ້ ຣັຖບານລາວ ໄດ້ຮັບການ ຊ່ວຍເຫລືອ ເພື່ອການພັທນາ ຢ່າງເປັນທາງການ ODA ຈໍານວນ 419 ລ້ານ 3 ແສນໂດລາ ສະຫະຣັຖ ແລະກໍຄາດວ່າ ຕົວເລກນັ້ນ ຈະເພີ່ມຂຶ້ນເປັນປະມານ 962 ລ້ານ 7 ແສນໂດລາ ສະຫະຣັຖ ໃນທ້າຍປີນີ້.

ໃນປີ 2018 ຣັຖບານລາວ ໄດ້ຮຽກຮ້ອງໃຫ້ບັນດາຄູ່ຮ່ວມພັທນາ ສືບຕໍ່ສນັບສນູນການປະຕິບັດ ແຜນພັທນາເສຖກິດ-ສັງຄົມ ແຫ່ງຊາດ ຂອງລາວຕື່ມອີກ ໃນຂະນະທີ່ຍັງບໍ່ມີຣາຍງານ ເຖິງການຮັບປາກ ຂອງບັນດາ ຜູ້ໃຫ້ການຊ່ວຍເຫລືອ ວ່າຈະໃຫ້ ທຶນຊ່ວຍເຫລືອ ແກ່ ຣັຖບານລາວ ໜ້ອບຫລາຍປານໃດ, ຈະເພີ່ມຂຶ້ນຫລືຫລຸດລົງ ຈາກປີຜ່ານໆມານັ້ນ ແນວໃດຢູ່ກອງປະຊຸມໂຕະມົນ ທີ່ເມືອງປາກເຊ ແຂວງຈໍາປາສັກ ຄັ້ງນີ້. ແຕ່ຫາກເບິ່ງຄືນຫລັງໄປປີ 2015 ໃນກອງປະຊຸມນັ້ນ ໄດ້ມີການປະກາດໃຫ້ການຊ່ວຍເຫລືອ ສປປລາວ 700 ລ້ານໂດ ສະຫະຣັຖ ແລະປີ 2016 ເຫັນວ່າການຊ່ວຍເຫລືອ ກໍອ່າວຫລຸດລົງຕື່ມ.

ເວົ້າເຣື່ອງການຊ່ວຍເຫລືອທີ່ຫລຸດລົງນີ້ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ກໍໄດ້ກ່າວຕໍ່ກອງປະຊຸມ ສມັບສາມັນເທື່ອທີ 4 ຂອງສະພາ ແຫ່ງຊາດ ຊຸດທີ 8 ທີ່ຫາກໍຜ່ານມານີ້ວ່າ ການຊ່ວຍເຫລືອໃຫ້ແກ່ ສປປລາວ ມີແນວໂນ້ມຫລຸດລົງ ຊຶ່ງຕ້ອງໄດ້ກຽມ ຕົວໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.