ອົງການອັຍການ ປະຊາຊົນ ສປປລາວ

ຈໍາປາທອງ
2017.05.19
f-Amnathvong ທ່ານ ຖາວອນ ອໍານາດວົງ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ປະຈໍາຣັຖ ເວີຈິເນັຍ ສະຫະຣັຖ ອະເມຣິກາ
RFA

ອົງການອັຍການ ປະຊາຊົນ ສປປລາວ ເປັນກົງຈັກ ການຈັດຕັ້ງ ໃນໂຄງປະກອບ ຂອງຣະບົບ ການເມືອງ ທີ່ຢູ່ພາຍໃຕ້ ການຈັດຕັ້ງ, ຊີ້ນໍາ, ນໍາພາໂດຍກົງ ຂອງພັກປະຊາຊົນ ປະຕິວັດລາວ ຫລື ອັນທີ່ເອີ້ນຢູ່ໃນ ມາດຕຣາ 3 ຂອງຣັຖທັມນູນ ວ່າ ພັກເປັນແກນນໍາ ນັ້ນ ຈະຕິດຕາມ ກວດກາ ການປະຕິບັດ ກົດໝາຍ ແລະກ່າວຟ້ອງ ຜູ້ຕ້ອງຫາ ໄດ້ຕາມ ຕົວບົດກົດໝາຍ ເພື່ອໃຫ້ສັງຄົມ ມີຄວາມຍຸຕິທັມ ໄດ້ແນວໃດ ໃນເມື່ອ ອົງການນີ້ ຍັງຕ້ອງໄດ້ ປະຕິບັດ ຕາມມະຕິ ຄໍາສັ່ງ ຂອງພັກຢູ່.

ແລະການສເນີຮ່າງກົດໝາຍ ວ່າດ້ວຍອົງການ ອັຍການ ປະຊາຊົນ ສະບັບປັບປຸງ ຢູ່ກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາ ແຫ່ງຊາດ ຊຸດທີ 8 ຂອງສປປລາວ ໃນມື້ວັນທີ 10 ພຶສພາ 2017 ນີ້ ກໍແມ່ນ ປະຕິບັດ ຕາມມະຕິ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ທີ່ໃຫ້ອົງການ ອັຍການ ປະຊາຊົນ ປັບປຸງ ເປັນຣະບົບ ຄົບຊຸດ ໃນການ ປະຕິບັດສິດ ແລະ ໜ້າທີ່ຂອງຕົນ ຕາມແນວທາງ ຂອງພັກ ແລະ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະຮັບປະກັນ ຄວາມຍຸຕິທັມ ໃນສັງຄົມ ຊຶ່ງທ່ານ ຄໍາສານ ສຸວົງ ຫົວໜ້າ ອົງການອັຍການ ປະຊາຊົນ ສູງສຸດ ເປັນຜູ້ສເນີ ໂດຍກ່າວເຖິງ ເຫດຜົລ ແລະຄວາມຈໍາເປັນ ຂອງການສເນີ ຮ່າງກົດໝາຍ ນັ້ນຕອນນຶ່ງວ່າ: ສຽງ...

ອັນທີ່ວ່າຮ່າງກົດໝາຍ ຖືກປັບປຸງປ່ຽນແປງ ໄປຕາມແນວທາງ, ແຜນນະໂຍບາຍ ແລະການຊີ້ນໍາ ຂອງພັກນັ້ນ ແມ່ນສະແດງ ຢູ່ໃນພິທີເປີດ ກອງປະຊຸມ ສະພາແຫ່ງຊາດ ເມື່ອວັນທີ 25 ເມສາ ແລະ ໃນພິທີປິດ ກອງປະຊຸມສະພາ ໃນມື້ວັນທີ 18 ພຶສພາ 2017 ຊຶ່ງ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ກໍໄດ້ກ່າວຕອນນຶ່ງວ່າ: ສຽງ...

ເວົ້າເຖິງຄວາມໂປ່ງໃສ, ຄວາມຖືກຕ້ອງ ແລະຄວາມຍຸຕິທັມ ໃນສັງຄົມ ທີ່ວ່າອົງການ ອັຍການ ຈະປະກອບສ່ວນ ນໍານັ້ນ ຫລາຍຄົນເວົ້າວ່າ ຄົງເປັນໄປ ບໍ່ໄດ້ ໃນເມື່ອ ອົງການນີ້ ບໍ່ປະຕິບັດ ຕາມກົດໝາຍ ແລະຍັງ ປະຕິບັດສິດ ແລະໜ້າທີ່ ຂອງຕົນໄປຕາມ ການຊີ້ນໍາ ຂອງພັກ, ປະຕິບັດ ຕາມມະຕິ ຄໍາສັ່ງ ຂອງພັກຢູ່. ດັ່ງນັ້ນ ການປະຕິບັດ ກົດໝາຍຢູ່ ສປປລາວ ຈຶ່ງມີຫລາຍ ມາຕຖານ, ດັ່ງທ່ານ ຖາວອນ ອໍານາດວົງ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ປະຈໍາຣັຖ ເວີຈິເນັຍ ສະຫະຣັຖ ອະເມຣິກາ ໃຫ້ສໍາພາດ ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 17 ພຶສພາ 2017 ນີ້ວ່າ: ສຽງ...

ກົດໝາຍສະບັບປັບປຸງທີ່ວ່ານີ້ ແມ່ນກົດໝາຍ ວ່າດ້ວຍອົງການ ອັຍການ ປະຊາຊົນ ຂອງ ສປປລາວ ປີ 2009 ຊຶ່ງກຳນົດຫລັກການ, ຣະບຽບການ ແລະມາຕການ ກ່ຽວກັບ ການຈັດຕັ້ງ, ການເຄື່ອນໄຫວ, ການຕິດຕາມ ກວດກາ ຂອງອົງການ ອັຍການ ປະຊາຊົນ ຂນະທີ່ ມາດຕຣາ 10 ບົ່ງໄວ້ເຖິງ ສິດແລະໜ້າທີ່ 11 ຂໍ້ ຮວມທັງ ການຕິດຕາມ ກວດກາ ການເຄົາຣົບ ແລະປະຕິບັດ ກົດໝາຍ ໃຫ້ຖືກຕ້ອງ ແລະ ເປັນເອກກະພາບ ຂອງບັນດາ ກະຊວງ, ອົງການ, ແນວລາວສ້າງຊາດ, ອົງການ ຈັດຕັ້ງມະຫາຊົນ, ອົງການ ຈັດຕັ້ງສັງຄົມ, ອົງການ ປົກຄອງທ້ອງຖິ່ນ, ວິສາຫະກິດ ແລະພົລເມືອງ ແລະສັ່ງຟ້ອງ ຜູ້ຕ້ອງຫາ ຕໍ່ສານ ຊຶ່ງ ທ່ານ ຖາວອນ ເວົ້າວ່າ ຄວາມຈິງແລ້ວ ການກ່າວຟ້ອງ ຜູ້ຕ້ອງຫາ ຂອງອັຍການ ແມ່ນເປັນໄປຕາມ ມະຕິ ຕົກລົງຂອງພັກ, ບໍ່ແມ່ນຕາມ ຄວາມເປັນຈິງ ຫລືຕາມຕົວບົດ ກົດໝາຍ: ສຽງ …

ແລະນັກກົດໝາຍລາວ ທີ່ ສະຫະຣັຖ ອະເມຣິກາ ຜູ້ຂໍສງວນຊື່ ແລະສຽງ ກໍກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນ ນັ້ນວ່າ ຄໍາກ່າວຟ້ອງ ຜູ້ຕ້ອງຫາ ຕໍ່ສານ ຂອງອັຍການ ນັ້ນແມ່ນພັກ ເຂົ້າແຊກແຊງ, ຕ້ອງປະຕິບັດ ໄປຕາມ ນະໂຍບາຍ ຂອງພັກ.

ແຕ່ເຖິງຢ່າງໃດກໍຕາມ ທາງການ ສປປລາວ ກໍເວົ້າວ່າ ການປັບປຸງກົດໝາຍ ສະບັບນີ້ ມີຂຶ້ນພາຍຫຼັງ ຣັຖທັມນູນ ຊຶ່ງ ເປັນກົດໝາຍ ພື້ນຖານ ໄດ້ຮັບການ ປັບປຸງມາແລ້ວ ໃນປີ 2015 ຊຶ່ງອົງການ ອັຍການ ຖືກບົ່ງໄວ້ແຕ່ ມາດຕຣາ 99 ເຖິງມາດຕຣາ 103 ທີ່ ກຳນົດຖານະ, ບົດບາດ ແລະລະບົບ ການຈັດຕັ້ງ ຂອງອົງການ ອັຍການ.

ມາດຕຣາ 99 ກໍານົດວ່າ ອົງການອັຍການ ປະຊາຊົນ ແມ່ນອົງການ ຕິດຕາມກວດກາ ການເຄົາລົບ ແລະປະຕິບັດກົດໝາຍ ໃນຂອບເຂດ ທົ່ວປະເທດ, ປົກປ້ອງສິດ ຜົລປໂຍດ ຂອງຣັຖ, ຂອງສັງຄົມ, ຜົລປໂຍດ ອັນຊອບທັມ ຂອງປະຊາຊົນ ແລະສັ່ງຟ້ອງ ຜູ້ຕ້ອງຫາຂຶ້ນສານ ຊຶ່ງທ່ານ ຖາວອນ ແລະ ນັກກົດໝາຍລາວ ເວົ້າວ່າ ຄໍາສັ່ງຟ້ອງ ຜູ້ຕ້ອງຫາ ທີ່ວ່າມີຄວາມຜິດ ທາງການເມືອງ ນັ້ນແມ່ນ ໜັກໜ່ວງເກີນ ຄວາມເປັນຈິງ ໂພດກາຍ ໂດຍຍົກຕົວຢ່າງ ຄໍາສັ່ງຟ້ອງ ໃຫ້ ສານຕັດສິນໂທດ ຄົນງານລາວ 3 ຄົນ ທີ່ກັບມາຈາກ ປະເທສໄທ ນານເຖິງ 20 ປີ, 18 ປີ ແລະ 12 ປີ ຊຶ່ງ ທ່ານ ຖາວອນ ເວົ້າວ່າ: ສຽງ...

ແລະນັກກົດໝາຍລາວ ກໍເວົ້າວ່າ ການຕັດສິນລົງໂທດ ຄົນງານລາວ ເຖິງ 20 ປີ ນັ້ນ ແມ່ນໜັກເກີນ ຄວນ.

ເວົ້າເຖິງການປະກອບ ຄຳຄິດເຫັນ ຂອງສະມາຊິກ ສະພາແຫ່ງຊາດ ໃສ່ຮ່າງກົດໝາຍ ດັ່ງກ່າວ ກ່ອນຈະຖືກ ລົງຄະແນນສຽງ ຮັບຮອງເອົາ ດ້ວຍສຽງ ສ່ວນຫຼາຍນັ້ນ ສະມາຊິກ ສະພາ ແຫ່ງຊາດ ກໍຕ້ອງໄດ້ ເວົ້າຢູ່ໃນຂອບເຂດ ຄຳແນະນຳ ຂອງປະທານ ກອງປະຊຸມ. ດັ່ງ ສະມາຊິກ ສະພາແຫ່ງຊາດ ກ່າວກ່ຽວກັບ ສິດແລະໜ້າທີ່ ຂອງອົງການ ອັຍການ ຕອນນຶ່ງວ່າ: ສຽງ..

ເວົ້າເຖິງວຽກງານຂອງອົງການອັຍການ ສປປລາວ ທ່ານ ຄຳສານ ສຸວົງ ໄດ້ຣາຍງານຕໍ່ ກອງປະຊຸມ ສະພາແຫ່ງຊາດ ຄັ້ງຫລ້າສຸດ ນີ້ວ່າ ນັບແຕ່ເດືອນເມສາ ປີກາຍ ມາເຖິງ ເດືອນມີນາ 2017 ນີ້ ມີຄະດີອາຍາ ຂັ້ນຕົ້ນ 8,800 ປາຍເຣຶ່ອງ, ໄດ້ແກ້ໄຂແລ້ວ 8.300 ປາຍເຣຶ່ອງ.

ໃນນັ້ນໄດ້ສົ່ງຄືນ ໃຫ້ສືບສວນສອບສວນ ຄືນໃໝ່ເກືອບ 2,700 ເຣຶ່ອງ, ໄດ້ຖະແຫຼງສົ່ງສານ 5,100 ປາຍເຣຶ່ອງ. ໃນນັ້ນ ສານໄດ້ ພິຈາຣະນາ ຕັດສິນ ຕາມການຖະແຫຼງ ຂອງອົງການ ອັຍການ 4,400 ປາຍເຣຶ່ອງ.

ຜ່ານການຈັດຕັ້ງປະຕິບັດ ຣະຍະຜ່ານມາ ທາງການ ສປປລາວ ຕີຣາຄາວ່າ ກົດໝາຍ ວ່າດ້ວຍອົງການ ອັຍການ ປະຊາຊົນ ສະບັບ ປັດຈຸບັນ ມີບາງບັນຫາ ທີ່ຍັງບໍ່ທັນໄດ້ ກຳນົດ ລະອຽດຈະແຈ້ງ, ຄົບຖ້ວນ, ຮັດກຸມ. ດັ່ງນັ້ນ ຈຶ່ງມີຄວາມ ຈຳເປັນທີ່ຈະຕ້ອງໄດ້ ປັບປຸງ, ປ່ຽນແປງ ແລະ ເພີ່ມບາງເນື້ອໃນ ເຂົ້າຕື່ມ ເພື່ອເຮັດໃຫ້ ກົດໝາຍ ສະບັບ ດັ່ງກ່າວ ສາມາດນຳໃຊ້ ເຂົ້າໃນ ການປະຕິບັດ ໜ້າທີ່ວຽກງານ ໃຫ້ຖືກຕ້ອງ ແລະ ມີປະສິດທິຜົນ ສູງ.

ກົດໝາຍວ່າດ້ວຍ ອົງການອັຍການປະຊາຊົນ ສະບັບທຳອິດ ໄດ້ຖືກຮັບຮອງ ເອົາໃນປີ 1989, ຖືກປະກາດໃຊ້ ໃນປີຕໍ່ມາ ແລະ ໄດ້ຖືກປັບປຸງ 2 ຄັ້ງຄືໃນ ປີ 2003 ແລະປີ 2009.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.