ສູນປາແດກຍັງບໍ່ລືມ ທ.ສົມບັດ

ຈໍາປາທອງ
2017.12.13
f-padect ສະມາຊິກ ສູນອົບຮົມຮ່ວມພັທນາ ປາແດກ ພ້ອມແຂກບຸກຄົນສໍາຄັນ ຮ່ວມຖ່າຍຮູປ ໃນພິທີລຳລຶກເຖິງ ທ່ານ ສົມບັດ ສົມພອນ ໃນວັນຄົບຮອບ 3 ປີ ທີ່ທ່ານ ຫາຍສາບສູນໄປ.
RFA

ສູນອົບຮົມຮ່ວມພັທນາ ທີ່ຮູ້ຈັກກັນດີ ໃນທົ່ວປະເທສລາວວ່າ “ສູນປາແດກ” ເປັນສູນເຝິກອົບຮົມດ້ານການພັທນາ ທີ່ສົ່ງເສີມກະສິກັມ, ຄວາມສເມີພາບ ແລະບົດບາດຍິງ-ຊາຍ ແລະສົ່ງເສີມການພັທນາທີ່ຍືນຍົງ.

ອົງການນີ້ຖືກສ້າງຕັ້ງມາໄດ້ຫຼາຍປີແລ້ວ, ເຊິ່ງແມ່ນທ່ານ ສົມບັດ ສົມພອນ, ນັກພັທນາຊຸມຊົນດີເດັ່ນຂອງລາວ ທີ່ຖືກລັກພາໂຕໄປເມື່ອ 5 ປີກ່ອນ ເປັນຜູ້ກໍ່ຕັ້ງ ແລະເປັນຜູ້ອຳນວຍການຄົນທຳອິດ.

ສູນປາແດກ ມີເຄືອຂ່າຍດ້ານການພັທນາຫຼາຍແຫ່ງ ເປັນຕົ້ນກໍແມ່ນ ສວນໄມ້ລາວ, ດອກເລົາ Media, ເຄືອຂ່າຍພຣະສົງນັກພັທນາ, ສວນອິນຊີປະສົມປະສານທ່າແຕງ ແລະສູນພັທນາແຫ່ງອື່ນໆ. ສູນປາແດກມີບົດບາດໂດຍກົງ ໃນການພັທນາ ຊັພຍາກອນມະນຸສ ໃຫ້ກັບສັງຄົມລາວຫຼາຍລຸ້ນ ຕາມນະໂຍບາຍພັທນາຊັພຍາກອນມະນຸສ ຂອງຣັຖບານລາວ.

ຫຼາຍຄົນທີ່ຜ່ານການເຝິກອົບຮົມຈາກສູນປາແດກ ແລະເຄືອຂ່າຍ ສາມາດປະກອບສ່ວນເຂົ້າໃນວຽກງານການພັທນາ ຂອງອົງການຕ່າງໆ ທັງພາກຣັຖ ແລະເອກຊົນ ດັ່ງຜູ້ຕາງໜ້າ ຄະນະອຳນວຍການ ສູນອົບຮົມຮ່ວມພັທນາ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ເມື່ອບໍ່ນານມານີ້ວ່າ:

“ທຸກໆອົງການຈັດຕັ້ງທາງສັງຄົມ ຊິເປັນແມ່ຍິງ ຫຼື ຊິເປັນວັຍໜຸ່ມອີ່ຫຍັງກໍ່ແລ້ວແຕ່ ທີ່ໄດ້ຮັບການເຝິກອົບຮົມ ກັບປາແດກໃນໄລຍະ ທີ່ຜ່ານມາ 20-30 ປີ ຫຼັງພຸ້ນແຫຼະ 20 ປີ ຫຼັງວ່າຊັ້ນເທາະໄປ໋, ຂະເຈົ້າກະແຕກໜໍ່ ເຂັ້ມແຂງຂຶ້ນ. ບາງຄົນກະສ້າງອົງກອນ ຂອງໂຕເອງ ບາງຄົນກະເຮັດວຽກນຳຣັຖ ບາງຄົນກະເຮັດວຽກກັບ INGOs ທັງໝົດກະລ້ວນແຕ່ໄດ້ຜ່ານການເຝິກອົບຮົມ ຈາກສູນອົບຮົມຂອງພວກເຮົາ ພວກເຮົາກະມີອາຈານ ສົມບັດ ນັ້ນເປັນໂຕຫຼັກ. ເປັນວຽກງານ ທີ່ຊ່ວຍເຫຼືອສັງຄົມລາວ ກໍຄື ປະຊາຊົນລາວ ໃຫ້ສາມາດ ເອົາໂຕເອງລອດ ໃນສັງຄົມຍຸກໃໝ່ເນາະ. ມີທັກສະອີ່ຫຍັງຕ່າງໆ ບໍ່ວ່າຈະເປັນ ທັກສະວິຊາຊີພ, ຄວາມເປັນຜູ້ນຳໃນຊຸມຊົນຈັ່ງຊີ້ນ່າ ກິຈກັມເພີ່ມໃນໂຮງຮຽນ ລ້ວນແລ້ວແຕ່ເປັນສິ່ງທີ່ພວກເຮົາ ຢາກສ້າງໃຫ້ສັງຄົມລາວ ຄົນລາວໃຫ້ເອົາໂຕລອດ ໃນສັງຄົມຍຸກໃໝ່ ວ່າຊັ້ນເທາະໄປ໋."

ເຖິງແມ່ນວ່າ ໃນປະຈຸບັນ ທ່ານ ສົມບັດ ສົມພອນ ທີ່ຖືກລັກພາໂຕໄປເມື່ອປີ 2012 ຈະມີຊະຕາກັມແນວໃດ ກໍຍັງບໍ່ຮູ້ນັ້ນ, ແຕ່ໃນຄວາມຄຶດ ຂອງຜູ້ທີ່ເຄີຍເຮັດວຽກ ຮ່ວມກັບທ່ານ ທັງຊາວລາວ ແລະຕ່າງປະເທສ ຕ່າງກໍເຊື່ອຢ່າງໜັກແໜ້ນວ່າ, “ແນວຄວາມຄຶດ ອັນຖືກຕ້ອງ ແລະ ຈິຕວິນຍານ ຂອງການພັທນາສັງຄົມລາວ ໃຫ້ດີຂຶ້ນ ທັງມີຄວາມຍືນຍົງ ຕໍ່ສິ່ງແວດລ້ອມ” ນັ້ນຍັງຄົງຢູ່ຮ່ວມກັບ ສັງຄົມລາວ ແລະຈະຄົງຢູ່ ຕລອດໄປ.

ທ່ານ ສົມບັດ ເປັນແຮງບັນດານໃຈອັນສຳຄັນ ໃຫ້ກັບຊາວໜຸ່ມ-ຍິງສາວລາວ ແລະເປັນນັກພັທນາຊັພຍາກອນມະນຸດ ຫລາຍສິບພັນຄົນ ໃຫ້ມີຄວາມມານະຈິຕ ມີນ້ຳໃຈເສັຽສຣະໃນການສືບຕໍ່ພັທນາ ແລະເສີມສ້າງຄວາມເຂັ້ມແຂງ ໃຫ້ກັບສັງຄົມລາວ ຕໍ່ໄປ, ດັ່ງອາສາສມັກ ນາງນຶ່ງ ທີ່ເຄີຍເຮັດວຽກຮ່ວມກັບ ທ່ານ ສົມບັດ ມາໄດ້ຫຼາຍປີ ກ່າວວ່າ:

“ບໍ່ຄຶດກະໄດ້, ຕ້ອງເວົ້າວ່າມັນຍັງຢູ່ ເພາະວ່າຂ້ອຍກະຍັງຢູ່ ໂຕຂອງລູກຫຼານລຸງກະຍັງຢູ່. ຄຳວ່າລູກຫຼານນີ້ນ່າ ກະຄືໝູ່ຄູ່ ທີ່ວ່າເຮັດວຽກ ຮ່ວມກັນ ມາຕັ້ງແຕ່ຕອນເປັນອາສາສມັກເນາະ ບໍ່ວ່າຊິໄປເຮັດວຽກນຳເອກຊົນ ອີ່ຫຍັງຕ່າງໆ ພວກເຮົາກະໄດ້ ເຂົາເອີ້ນວ່າແນວໃດ ໄດ້ຮັບແຮງຈູງໃຈ ໄດ້ຮັບແຮງບັນດານໃຈ ມາຈາກໂຕນັ້ນ ທີ່ວ່າເຮັດໃຫ້ເຮົາ ເຮັດວຽກຕໍ່ນີ້ໄດ໋ ເຮັດວຽກຢູ່ທຸກມື້ນີ້, ມັນຍັງຢູ່ເນາະ. ເພາະວ່າວິສັຍທັສ ແນວຄວາມຄິດຂອງລາວ ມັນບໍ່ໄດ້ແມ່ນອີ່ຫຍັງ ທີ່ໜ້າລັງກຽດ ຫຼືວ່າບໍ່ເປັນຕາ ເອົາໄປເຮັດຕໍ່ຈັ່ງຊີ້ ມັນບໍ່ແມ່ນເດ່, ມັນສາມາດຂຍາຍ ຈົນບໍ່ມີມື້ສິ້ນສຸດ. ລຸງລາວເຄີຍເວົ້າໄດ໋ ລາວວ່າສິ່ງທີ່ລາວເຮັດຢູ່ນີ້ ບໍ່ແມ່ນແນວຄວາມຄິດ ຂອງລາວເອງ, ລາວວ່າ. ລາວກະຮຽນມາຈາກຜູ້ອື່ນ ລາວກະຟັງມາຈາກຜູ້ອື່ນຄືກັນ ລາວບໍ່ແມ່ນອັສຣິຍະ ຂ້ອຍຈື່ຄຳນີ້ຂອງລາວເວົ້າໄດ້. ຂ້ອຍບໍ່ແມ່ນອັສຣິຍະໄດ໋, ແຕ່ວ່າເຮົາຟັງມາແລ້ວ ເຮົາຊິເອົາມາປັບໃຊ້ ໃນບໍຣິບົດ ຂອງບ້ານເຮົາແນວໃດ? ລາວຊິມັກເວົ້າຈັ່ງຊີ້ຕລອດ”.

ມາເຖິງປັດຈຸບັນ ນາງເອງ ແລະຫຼາຍໆຄົນ ກໍຍັງຄຶດຮອດຄຶດເຖິງທ່ານ ສົມບັດ ສົມພອນ ຢູ່ສເມີ ແລະມັກເອີ້ນເພີ່ນວ່າ “ລຸງບັດ” ແລະ ກໍຫວັງຕລອດວ່າ ທ່ານຈະຍັງປອດພັຍ, ຈະໄດ້ກັບຄືນມາຫາຄອບຄົວ ແລະ ໝູ່ເພື່ອນໃນ ສະພາບທີ່ ປົກກະຕິ ດັ່ງທີ່ ນາງກ່າວວ່າ:

“ຄັນເວົ້າເຣື້ອງຄວາມຄຶດຮອດຄຶດເຖິງຫັ້ນ ທຸກມື້ນີ້ພວກເຮົາກະຍັງເອີ້ນວ່າຈັ່ງໃດ ຍັງມີຄວາມຫວັງ ຄືຫວັງຢາກໃຫ້ລຸງ ຫັ້ນກັບມາ. ກັບມາສະພາບໃດ? ກັບມາແນວໃດ? ກະຢາກໃຫ້ກັບມາແບບ ປົກກະຕິຫັ້ນແຫຼະ. ຜູ້ໃດທີ່ວ່າເຄີຍ ເຮັດວຽກກັບລຸງສົມບັດ ນີ້ ລະຊິຮູ້ວ່າເວລາ ເຮັດວຽກນຳກັນ ເຮັດຜິດລາວ ກະເຕືອນ ເຮັດຜິດລາວກະຍ້ອງ ຊີ້ໄດ໋, ລຸງບັດລາຊິມີເອກລັກເປັນຂອງລາວ ໃນຮູບແບບທີ່ວ່າ ການໃຫ້ກຳລັງໃຈ ຫຼືວ່າເອີ່ເຈົ້າ ບໍ່ຕ້ອງທໍ້ເດີ້ ເຈົ້າເຮັດຕໍ່ໄປ ຈັ່ງຊີ້ຫັ້ນນ່າເນາະ. ສຳລັບຂ້ອຍເອງ, ຄັນຊິເວົ້າ ແລ້ວກະຕັ້ງແຕ່ນ້ອຍ ເຫັນລຸງບັດນີ້ ເປັນຕົ້ນແບບເນາະ, ນະຕອນນັ້ນທີ່ວ່າເປັນນັກຮຽນ, ຫັ້ນນ່າ. ໂອ້… ເປັນຫຍັງພໍ່ຕູ້ຜູ້ນີ້ ຄືມາເຮັດວຽກເພື່ອຜູ້ນີ້ຫຼາຍແທ້ ບຶດນຶ່ງລາວໄປບ່ອນນຶ່ງ ບຶດນຶ່ງລາວໄປບ່ອນນຶ່ງ. ລາວໄປເວົ້າເຣື້ອງນີ້ ລາວຄືມາເວົ້າເປັນຕາຟັງແທ້ ຈັ່ງຊີ້ຫັ້ນນ່າ, ມັນມີພາບໂຕນີ້ຕິດຢູ່. ມັນກະເຮັດໃຫ້ເຮົານີ້ຄຶດຮອດ. ກະຍັງມາມີຄວາມຄຶດຢູ່ໄດ໋ ຄັນມື້ນີ້ຄັນລຸງຍັງຢູ່, ຫັນນ່າ. ຄັນເຮົາມີບັນຫາໂຕນີ້ ໄປຖາມລຸງ ລະລຸງລາວຊິແນະນຳແນວໃດນໍ? ລາວຊິໃຫ້ຄຳປຶກສາ ກັບເຮົາແນວໃດ? ກະຍັງຄຶດໄປແນວນັ້ນຢູ່, ວ່າຊີ້ສາ."

ນັບເປັນເວລາ 5 ປີພໍດີ ທີ່ທ່ານ ສົມບັດ ສົມພອນ ຖືກລັກພາໂຕໄປຈາກໃຈກາງນະຄອນຫຼວງວຽງຈັນ ເມື່ອວັນທີ 15 ທັນວາ 2012 ຫຼັງຈາກທີ່ທ່ານ ຂັບຣົດຈິບຂອງທ່ານ ກັບຈາກການຫຼິ້ນປິ່ງປ່ອງ ທີ່ສູນອົບຮົມຮ່ວມພັທນາ ຢູ່ບ້ານນາຄຳ, ເມືອງ ສີໂຄດຕະບອງ ເພື່ອ ກັບເມືອກິນເຂົ້າແລງ ຢູ່ເຮືອນກັບຄອບຄົວ ທີ່ບ້ານໂຄກນິນ ເມືອງຫາດຊາຍຟອງ.

ແຕ່ຈົນມາຮອດມື້ນີ້ ກໍບໍ່ມີໃຜຮູ້ວ່າ ທ່ານຢູ່ໃສ ແລະມີຊະຕາກັມແນວໃດ? ແຕ່ສິ່ງທີ່ທຸກຄົນຮູ້ ແມ່ນທ່ານຖືກ ເຈົ້າໜ້າທີ່ ຕຳຣວດຈາຣະຈອນ ກັກຣົດ ແລະຕົວທ່ານຢູ່ຕໍ່ໜ້າປ້ອມຕຳຣວດ ກົງກັນຂ້າມ ກັບວິທຍາລັຍເຕັກນິກການຊ່າງ ລາວ-ເຢັຽຣະມັນ ທາງໄປທ່າເດື່ອ, ແລ້ວກໍມີຜູ້ຊາຍ 3 ຄົນຂີ່ຣົດກະບະສີຂາວ ມານໍາເອົາໂຕຂອງ ທ່ານຂຶ້ນຣົດ ແລ້ວກໍຂັບໜີໄປ ແລະຫຼັງຈາກນັ້ນ ກໍບໍ່ຮູ້ຂ່າວທ່ານເລີຍ ແລະການສືບສວນ ສອບສວນ ຫາທ່ານຂອງທາງການລາວ ຈົນມາເຖິງປັດຈຸບັນນີ້ ກໍບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.