ກົດໝາຍແບ່ງປັນເຂດແດນ ລາວ ແລະ ວຽດນາມ

ປະຊາຊົນລາວ ສ່ວນຫຼາຍ ບໍ່ຮູ້ວ່າ ກົດໝາຍ ວ່າດ້ວຍ ການແບ່ງປັນ ປັກຫລັກໝາຍ ເຂດແດນ ລະຫ່ວາງ ລາວ-ວຽດນາມ ມີຄືແນວໃດ ຫລັງຈາກ ທີ່ໄດ້ ລົງນາມກັນ ເມື່ອ ວັນທີ 16 ມີນາ 2016.

ພິທີການລົງນາມ ຂອງ ນາຍົກຣັຖມົນຕຣີ ສປປ ລາວ ແລ ສສ ວຽດນາມ ການແບ່ງປັນເຂດແດນ ແລະ ການປັກຫລັກໝາຍ ເມື່ອວັນທີ່ 16 ເດືອນ ມີນາ ປີ 2016

ສີ່ສິບກວ່າປີມານີ້ ລາວ ກັບ ວຽດນາມໄດ້ ເຈຣະຈາ ການແບ່ງປັນ ເຂດແດນ ແລະສໍາເຣັດ ການປັກຫລັກໝາຍ ເຂດແດນ ຈົນສາມາດ ສ້າງເອກກະສານ ດ້ານກົດໝາຍ ສອງສະບັບ ວ່າດ້ວຍ ການແບ່ງປັນ ເຂດແດນ ແລະ ປັກຫລັກໝາຍ ຕາມເສັ້ນ ເຂດແດນລະຫ່ວາງກັນ ແລະຂໍ້ຕົກລົງ ລະບຽບການຄຸ້ມຄອງ ເຂດແດນ, ດ່ານເຂດແດນ ທາງບົກ, ແລະແຜນການ ຈັດຕັ້ງປະຕິບັດ ໃນຂັ້ນຕໍ່ໆໄປ.

ເອກກະສານດັ່ງກ່າວ ໄດ້ລົງນາມກັນຄັ້ງສຸດທ້າຍ ເມື່ອວັນທີ່ 16 ເດືອນ ມີນາ ປີ 2016 ແລະ ມີຜົນນໍາໃຊ້ ນັບແຕ່ວັນທີ 5 ກັນຍາ ປີ 2017 ເປັນຕົ້ນໄປ, ແຕ່ປະຊາຊົນລາວ ສ່ວນຫລາຍ ບໍ່ທັນຮູ້ຈັກວ່າ ໃນເອກກະສານ ນັ້ນມີຄື ແນວໃດແດ່. ການບັນລຸຜົນ ໃນການສ້າງ ເອກກະສານ ທາງກົດໝາຍ ດັ່ງກ່າວ ແມ່ນໄດ້ດໍາເນີນມາ ຕັ້ງແຕ່ປີ 1977 ພຸ້ນ ນັບແຕ່ສອງຝ່າຍໄດ້ ປະກາດ ການລົງນາມ ສົນທິສັນຍາ ມິດຕະພາບກ ານຮ່ວມມື ແບບຮອບດ້ານ ໃນວັນທີ 18 ກໍຣະກະດາ ປີ 1977 (Treaty on Amity Cooperation) ທີ່ນະຄອນຫລວງ ວຽງຈັນ.

ເສັ້ນໝາຍເຂດແດນ ລະຫ່ວາງ ລາວກັບວຽດນາມ ມີຄວາມຍາວ ທັງໝົດ ປະມານ 2,337 ກິໂລແມັດ ຕິດຈອດກັນ 10 ແຂວງຂອງລາວ ກັບ 10 ແຂວງ ຂອງວຽດນາມ. ຕາມຄໍາເວົ້າຂອງ ທ່ານ Le Hoai Trung ຮອງຣັຖມັົນຕຣີ ການຕ່າງປະເທດ ວຽດນາມ ແລະຫົວໜ້າ ກັມມະການ ແຫ່ງຊາຕ ດ້ານເຂດແດນ ເມື່ອວັນທີ່ 19 ກັນຍາ ຜ່ານມານີ້ວ່າ ໃນການຈັດຕັ້ງ ປະຕິບັດ ສົນທິສັນຍາ ຈາກປີ 1978 ຫາປີ 1987 ໂດຍພື້ນຖານ ແລ້ວແມ່ນໄດ້ ສໍາເຣັດ ການແບ່ງປັນ ເຂດແດນກັນ ແລະແກ້ໄຂ ບັນຫາ ການປັກຫລັກໝາຍ ເຂດແດນ ຮ່ວມທັງ ການ ໂອນດິນແດນ ແລະ ປະຊາຊົນ ໃນທ້ອງຖິ່ນ ໃຫ້ແກ່ກັນ ພາຍໃຕ້ຄວາມສັມພັນ ແບບພິເສດ ແລະ ສະພາບຄວາມເປັນຈິງ ຂອງ ເຂດແດນ ລະຫ່ວາງ ສອງປະເທດ ໂດຍຜ່ານ ສົນທິສັນຍາ ເຂດແດນ ສະບັບເພີ້ມ ທີ່ລົງນາມກັນ ໃນວັນທີ 24 ມົກກະຣາ ປີ 1986.

ຂໍ້ຕົກລົງທາງການທູຕເຂດແດນ ຫລືເອີ້ນວ່າໂປຣໂຕໂກນ ເສັ້ນເຂດແດນ ແລະການປັກຫລັກໝາຍ ເຂດແດນ ທີ່ລົງນາມ ໃນວັນດຽວກັນນັ້ນ ແລະຂໍ້ຕົກລົງເພີ້ມ ການແບ່ງປັນ ເຂດແດນ ແລະການປັກຫລັກ ເຂດແດນທີ່ລົງນາມກັນ ໃນວັນທີ່ 16 ຕຸລາ ປີ 1987. ທ່ານ Le Hoai Trung ວ່າ ຈາກປີ 1987 ມາຮອດ ປັດຈຸບັນ ໝາຍເຖິງ ເດືອນ ກັນຍາປີ 2017 ນີ້ສອງຝ່າຍໄດ້ ສໍາເຣັດການເກັບກໍາຂໍ້ມູນ ແລະສ້າງ ແຜນທີ່ ເສັ້ນເຂດແດນ ວຽດນາມ-ລາວ ອັຕຣາສ່ວນ 1 ຕໍ່ 50,000 ຄົບຊຸດ ທີ່ແກ້ໄຂ ຈຸດຄາດເຄື້ອນ ໃນການປັກຫລັກໝາຍ ເຂດແດນ. ພ້ອມນັ້ນ ລາວ ວຽດນາມ ແລະຈີນ ໄດ້ບັນລຸການເຮັດ ສົນທິສັນຍາ ຢູ່ໃນຈຸດເຂດແດນ ຕິດຈອດກັນ ຂອງສາມປະເທດ ທີ່ເອີ້ນກັນວ່າ ເວລາໄກ່ຜູ້ຂັນ ປະຊາຂົນ ທ້ອງຖິ່ນ ທັງສາມ ປະເທດ ໄດ້ຍິນ ຫລືຈະເອີ້ນວ່າ ເຂດຊາຍແດນ ສາມຫລ່ຽມ ກໍວ່າໄດ້.

ຈາກປີ 2008 ຫາ ປີ 2016 ລາວ ແລະວຽດນາມ ໄດ້ປັກຫລັກໝາຍ ເຂດແດນເພີ້ມ ຕື່ມຕາມຈຸດຕ່າງໆ ຂອງເສັ້ນເຂດແດນ ແລະມີລະບົບ ຫລັກໝາຍທັງໝົດ 1,002 ຕໍາແຫນ່ງ (landmark) ໃນ 905 ຈຸດ (markers) ຈົນໃນທີ່ສຸດ ໄດ້ບັນລຸ ສ້າງ ເອກກະສານ ທີ່ມີຊື່ວ່າ ເອກສານການທູຕ ວ່າດ້ວຍ ເສັ້ນໝາຍເຂດແດນ ລາວ-ວຽດນາມ ແລະຫລັກໝາຍ ເຂດແດນ ແຫ່ງຊາຕ ຊຶ່ງເຊັນກັນ ໃນວັນທີ່ 16 ເດືອນມີນາ ປີ 2016. ຢູ່ໃນ ເອກກະສານ ດັ່ງກ່າວ ຍັງມີຂໍ້ຕົກລົງ ວ່າດ້ວຍເຂດແດນ ແລະລະບຽບການ ຄຸ້ມຄອງດ່ານ ທາງບົກ ຢູ່ນໍາ.

ຕາມບົດຄົ້ນຄວ້າຂອງ ທ່ານ Nguyen Hong Thao ຈາກມະຫາວິທຍາໄລ ແຫ່ງຊາຕ ວຽດນາມ  ຮ່ວມກັບ ທ່ານ Ramses Amer ສາສຕຣາຈານ ມະຫາວິທຍາໄລ Umea ປະເທດ ສະວີເດັນ ທີ່ດັດແປງໃໝ່ ໃນວັນທີ່ 31 ເດືອນ ກໍຣະກະດາ ປີ 2006 ວ່າ ໃນຊຸ່ມກາງ ປີ 1970 ວຽດນາມ ແລະລາວ ໄດ້ບັນລຸ ຂໍ້ຕົກລົງກ່ຽວກັບ ເຂດເແດນ ທາງບົກ ແລະ ໄດ້ສລຸູບການແບ່ງປັນ ເຂດແດນກັນ ໃນປີ 1986. ກ່ອນປີ 1945 ນັ້ນ ທັງສອງປະເທດຢູ່ພາຍໃຕ້ ເຂດປົກຄອງ ອິນດູຈີນ ຝຣັ່ງເສດ ທີ່ແຕກຕ່າງກັນ.

ຫລັງຈາກປີ 1954 ທີ່ທັງສອງປະເທດ ໄດ້ເອກກະຣາຊ ຈາກຝຣັ່ງເສດ ແລ້ວ ກໍຕ້ອງຮັບຮູ້ ເສັ້ນເຂດແດນ ຂອງກັນແລະກັນ ຕາມການ ປົກຄອງ ຂອງຝຣັ່ງ. ເມື່ອເດືອນ ມີນາ ປີ 1956 ໃນເວລາທີ່ ນາຍົກ ຣັຖມົນຕຣີ ແລະຣັຖມົນຕຣີ ຕ່າງປະເທດ ແຫ່ງ ຣາຊອານາຈັກລາວ ເຈົ້າ ສຸວັນນະພົມມາ ໄດ້ໄປຢ້ຽມຢາມ ກຸງຮາໂນ່ຍ ສອງຝ່າຍໄດ້ ເປີດບັ້ນ ເຈຣະຈາ ເຣື້ອງແບ່ງປັນ ເຂດແດນກັນ. ຍ້ອນສົງຄາມ ໃນວຽດນາມ ແລະໃນລາວ ໃນຊຸ່ມປີ 1960 ເຖິງຕົ້ນຊຸ່ມປີ 1970 ທັງສອງປະເທດ ຈຶ່ງບໍ່ສາມາດ ດໍາເນີນການ ເຈຣະຈາ ຕໍ່ໄປໄດ້.

ລະຫ່ວາງຊຸ່ມປີ 1970 ມານີ້ ສອງປະເທດ ຕົກລົງກັນ ໃຊ້ແຜນທີ່ ເສັ້ນໝາຍເຂດແດນ ສະໄໝ ເປັນອານານິຄົມ ຂອງຝຣັ່ງ ມາຕຣາສ່ວນ 1 ຕໍ່ 100,000 ທີ່ພິມໂດຍ ສະຖາບັນ ພູມີສາຕ ອິນດູຈີນ ໃນປີ 1946 ໝາຍຄວາມວ່າ ສອງປະເທດ ຕ້ອງອາໄສ ຫລັກຖານ ທີ່ມີຢູ່ ໃນການເຈຣະຈາການ ແບ່ງປັນເຂດແດນ ກັນ, ດັ່ງນັ້ນ ຜົນຂອງການເຈຣະຈາ ໄດ້ສລຸບລົງ ສບັບທີ່ນຶ່ງ ໃນປີ 1977 ແລະ ສບັບທີ່ສອງ ໃນປີ 1986.

ກ່ອນຈະເຂົ້າໃຈວ່າ ແມ່ນຝ່າຍໃດ ດໍາເນີນການ ເຈຣະຈາ ເຣື້ອງເຂດແດນ ລາວ-ວຽດນາມ ໃນຊຸ່ມປີ 1970 ນັ້ນ ເຮົາຂໍລື້ມ ຄືນວ່າ ສັນຍາ ການຢຸດຍິງ ສົງຄາມ ວຽດນາມ ລະຫ່ວາງ ສະຫະຣັຖ ກັບວຽດນາມ ແມ່ນວັນທີ່ 27 ເດືອນມັກະຣາ ປີ 1973 ອັນໝາຍເຖິງ ການສິ້ນສຸດ ການປະຕິບັດ ການທາງທະຫານ ຂອງ ສະຫະຣັຖ ໃນວຽດນາມ, ແຕ່ສົງຄາມ ວຽດນາມ ໄດ້ແກ່ຍາວໄປຮອດ ເດືອນ ເມສາ ປີ 1975.

ໃນຕົ້ນຊຸ່ມປີ 1970 ນີ້ບໍ່ໄດ້ມີການ ເປີດເຜີຽວ່າ ການເຈຣະຈາ ເຣື້ອງເຂດແດນ ລະຫ່ວາງ ລາວກັບວຽດນາມ ນີ້ ແມ່ນໃນສະໄໝ ຣັຖບານ ປະສົມ ລະຫ່ວາງ ຝ່າຍແນວລາວຮັກຊາຕ ກັບຝ່າຍ ຣາຊອານາຈັກ ຫລືບໍ່ ຫລືວ່າ ມີແຕ່ພັກ ປະຊາຊົນ ປະຕິວັດ ລາວ ເປັນຝ່າຍ ເຈຣະຈາ ກັບວຽດນາມ ກ່ອນມີ ການລົງນາມ ກັນໃນ ວັນທີ່ 18 ກໍຣະກະດາ ປີ 1977 ຊຶ່ງເວລານັ້ນ ຝ່າຍແນວລາວຮັກຊາຕ ພາຍໄຕ້ ການນໍາຂອງ ພັກ ປະຊາຊົນ ປະຕິວັດລາວ ໄດ້ກໍາອໍານາດ ແຕ່ຝ່າຍດຽວ ມາໄດ້ 1 ປີກ່ວາໆແລ້ວ.

ບົດຄົ້ນຄວ້າລະບຸຕື່ມວ່າ ລາວ ແລະວຽດນາມ ໃຊ້ຫລັກການ ທີ່ມີຊື່ວ່າ Uti possidetis ກ່ອນຫລັກການ ດັ່ງກ່າວຈະກາຍເປັນ ທີ່ຮັບຮູ້ຂອງ ສາກົນ ຜ່ານການຕັດສີນໃຈ ຂອງ ສານຍຸຕິທັມ ສາກົນ ປີ 1986 (International Court de Justice). ໃນລະຍະ ການເຈຣະຈາ ນັ້ນ ທັງສອງ ປະເທດ ບໍ່ໄດ້ຍົກ ເອົາຈຸດ ຂັດແຍ້ງກັນ ຂຶ້ນມາເວົ້າ ແຕ່ຕົກລົງກັນວ່າ ຫລັກໝາຍເຂດແດນ ເກົ່າທີ່ສ້າງຂຶ້ນ ໃນສະໄໝ ນັ້ນ ຈໍາເປັນຕ້ອງໄດ້ ເຮັດໃໝ່ ເພື່ອໃຫ້ສອດຂ່ອງ ກັບຄວາມເປັນຈິງ ຕາມສະພາບ ປັດຈຸບັນ ແລະວ່າ ທັງສອງ ປະເທດ ມີຄວາມຕັ້ງໃຈ ປັກຫລັກໝາຍ ເຂດແດນໃໝ່ ໂດຍທີ່ບໍ່ປ່ຽນແປງ ເສັ້ນໝາຍ ເຂດແດນເກົ່າ ແຕ່ຢ່າງໃດ.

ນີ້ຄືຄວາມເປັນມາ ຂອງສົນທິສັນຍາ ການ ແບ່ງປັນ ເຂດແດນ, ການປັກຫລັກໝາຍ ເຂດແດນ  ລາວ-ວຽດນາມ ໂດຍອີງໃສ່ ເອກກະສານ ຂອງ ວຽດນາມ ແລະ ປະຫວັດເຫດການ ການປ່ຽນແປງ ທາງການເມືອງ ຈຸດຫົວລ້ຽວ ຫົວຕໍ່.

ເອເຊັຽ ເສຣີ ບໍ່ຂໍຢືນຍັນ ເຖິງຄວາມຖືກຕ້ອງ ແລະແມ້ນຍໍາ ເພາະບໍ່ສາມາດ ເຂົ້າເຖິງ ເອກກະສານ ທາງການຂອງລາວ.