ວັນສລອງມິຕພາບ ລາວ-ວຽດນາມ

ຈໍາປາທອງ
2017.07.12
F-Laos-Vietnam ມິຕພາບ ຄວາມສາມັກຄີ ພິເສດ ແລະການຮ່ວມມື ຮອບດ້ານ ລາວກັບວຽດນາມ
Public Domain

ໃນຣະຍະ 42 ປີ ພາຍຫລັງພຣະຣາຊອານາຈັກລາວ ຖືກປ່ຽນເປັນ ສາທາຣະນະຣັຖ ປະຊທິປະຕັຍ ປະຊາຊົນລາວ ແຕ່ປີ 1975 ມານີ້ ການພົວພັນ ແລະການຮ່ວມມື ຣະຫວ່າງ ສອງປະເທສ ສປປລາວ ແລະວຽດນາມ ແມ່ນຮອບດ້ານ ຈະຮູ້ໄດ້ຈາກ ເອກກະສານ ທາງການ ຣະຫວ່າງ ສອງພັກ ແລະ ສອງຣັຖ ຂອງ ສອງປະເທສນີ້ ແລະເຫັນໄດ້ ໃນພາກ ປະຕິບັດ ຕົວຈິງ ແລະ ໃນປີ 2017 ນີ້ ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ແລະຣັຖ ສປປລາວ ແລະ ຜູ້ນຳພັກ ຄອມມິວນິສ ວຽດນາມ ແລະຣັຖ ສ.ສ.ສວຽດນາມ ພາກັນ ສລອງສອງວັນ ຄືວັນສ້າງຕັ້ງ ສາຍພົວພັນ ທາງການທູດ ຄົບຮອບ 55 ປີ ແລະວັນເຊັນ ສົນທິສັນຍາ ມິຕພາບ ແລະການຮ່ວມມື ຄົບຮອບ 40 ປີ ຊຶ່ງຫລາຍຄົນ ເວົ້າວ່າ ໃນການພົວພັນ ແລະຮ່ວມມືກັນ ຣະຫວ່າງ ສອງປະເທດ ຕລອດ 42 ປີ ທີ່ວ່ານັ້ນ ເກືອບວ່າ ທັງໝົດ ອໍານວຍ ຄວາມສະດວກ ແລະ ຜົລປໂຍດໃຫ້ແກ່ ວຽດນາມ ຝ່າຍດຽວ ຍ້ອນວຽດນາມ ຄຸມຜູ້ນຳ ພັກ-ຣັຖ ສປປລາວ ທຸກດ້ານ ເປັນຕົ້ນ ແນວທາງ ນະໂຍບາຍ, ກໍາລັງ ປະກອບອາວຸດ ແລະ ແຜນພັທນາ ເສຖກິດ-ສັງຄົມ ຂອງ ສປປລາວ ເຖິງແມ່ນ ໃນເອກກະສານ ລະບຸໄວ້ ເຖິງຄວາມສເມີພາບ ຣະຫວ່າງ ສອງຝ່າຍ ແລະ ຕ່າງຝ່າຍຕ່າງໄດ້ຮັບ ຜົລປໂຍດ ກໍຕາມ.

ເວົ້າເຖິງການພົວພັນ ຮ່ວມມື ຂອງ ສປປລາວ ກັບວຽດນາມ ສະແດງອອກໃຫ້ເຫັນ ຢູ່ໃນຄໍາເວົ້າ ຂອງ ທ່ານ ຈູມມະລີ ໄຊຍະສອນ ຜູ້ນໍາສູງສຸດ ຂອງ ພັກປະຊາຊົນ ປະຕິວັດລາວ ເວລານັ້ນ ຢູ່ໃນ ກອງປະຊຸມໃຫຍ່ ຄັ້ງທີ 9 ຂອງພັກວ່າ:

ແລະຢູ່ໃນກອງປະຊຸມໃຫຍ່ຄັ້ງທີ 10 ເມື່ອຕົ້ນປີ 2016 ທີ່ຫາກໍຜ່ານມານີ້ ທ່ານ ກໍເວົ້າຕື່ມວ່າ ໃນຊຸມປີ ຕໍ່ໜ້ານີ້ ຈະສືບຕໍ່ ປົກປັກຮັກສາ ແລະເສີມຂຍາຍ ສາຍພົວພັນ ມິຕພາບ ອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ ແລະການຮ່ວມມື ຮອບດ້ານ ກັບ ວຽດນາມ ໃຫ້ເຂົ້າສູ່ລວງເລິກ.

ແລະສໍາລັບຝ່າຍວຽດນາມ, ຕາມຄໍາເວົ້າຂອງ ທ່ານ ເລຂາຟຽວ ຫົວໜ້າພັກ ຄອມມິວນິສວຽດນາມ ກໍໄດ້ເວົ້າ ຢູ່ໃນກອງປະຊຸມ ໃຫຍ່ຄັ້ງທີ 7 ຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງເປັນຄໍາເວົ້າ ຄັ້ງສຸດທ້າຍ ທີ່ຜູ້ນໍາພັກ ວຽດນາມ ມີໂອກາດ ໄດ້ເວົ້າຢູ່ໃນ ກອງປະຊຸມໃຫຍ່ ຂອງພັກ ຢູ່ ສປປລາວ ຊຶ່ງທ່ານໄດ້ໃຫ້ ຄໍາໝັ້ນສັນຍາວ່າ: ຈະພຍາຍາມເຮັດ ສຸດຄວາມສາມາດ ຂອງຕົນເພື່ອ ປົກປັກຮັກສາ ແລະຂຍາຍ ສາຍພົວພັນ ທີ່ເປັນມູນເຊື້ອ ອັນດີງາມ ໃນຣະຍະໃໝ່ ນັ້ນຢ່າງບໍ່ຢຸດຢັ້ງ ແນໃສ່ບັນລຸ ປະສິດທິຜົລ ແທດຕົວຈິງ ເພື່ອຜົລປໂຍດ ຂອງປະຊາຊົນ ສອງປະເທສ … ແລະທັງວ່າ ນໍ້າໃຈມິຕພາບ, ຄວາມສາມັກຄີ ພິເສດ ແລະການຮ່ວມມື ຮອບດ້ານ ຣະຫວ່າງ ວຽດນາມ ແລະລາວ ໄດ້ກາຍເປັນ ສາຍພົວພັນ ສາກົນ ທີ່ເປັນແບບຢ່າງ ບໍລິສຸດຜຸດຜ່ອງ ປອດໃສ

ໃນທ້າຍເດືອນ ພຶສຈິກາ 2016 ທ່ານ ຫງວຽນ ຟູ ຈ້ອງ ຫົວໜ້າ ພັກຄອມມິວນິສວຽດນາມ ໄດ້ມາຢ້ຽມຢາມ ສປປລາວ ຊຶ່ງກ່ອນໜ້ານັ້ນ ທ່ານ ບຸນຍັງ ວໍລະຈິດ ຫົວໜ້າພັກ ປະຊາຊົນ ປະຕິວັດລາວ ໄດ້ໄປຢ້ຽມຢາມ ວຽດນາມ ມາແລ້ວ. ທັງສອງທ່ານ ໄດ້ ເຂົ້າຮ່ວມ ເປັນສັກຂີ ພິຍານ ໃນການລົງນາມ ເອກກະສານ ການຮ່ວມມື ຣະຫວ່າງ ສອງພັກ ແລະສອງຣັຖ 7 ສະບັບ ຮວມທັງ ບົດບັນທຶກ ຊ່ວຍຈໍາ ວ່າດ້ວຍ ການມອບໂຄງການຊ່ວຍເຫລືອ ໃນການປຸກສ້າງ ຫໍສະພາ ແຫ່ງຊາດ ນໍາດ້ວຍ.

ແລະໃນທ້າຍດືອນເມສາ 2017 ນີ້ ທ່່ານ ຫງວຽນ ຊັວນ ຟຸກ ນາຍົກຣັຖມົນຕຣີ ວຽດນາມ ກໍໄດ້ມາ ຢ້ຽມຢາມ ສປປລາວ ຮວມທັງ ເຄື່ອນໄຫວ ກິຈກັມ ສລອງ “ປີສາມັກຄີ ມິຕພາບ ລາວ-ວຽດນາມ. ທ່່ານໄດ້ພົບພໍ້ ກັບ ທ່ານ ທອງລຸນ ສີສຸລິດ ຄູ່ຕໍາແໜ່ງ ຂອງທ່ານ ທີ່ໄດ້ໄປຢ້ຽມຢາມ ວຽດນາມ ກ່ອນແລ້ວ. ທັງສອງທ່ານໄດ້ ທົບທວນ ເຖິງການ ປະຕິບັດ ຖແລງການຮ່ວມ ແລະຂໍ້ຕົກລົງ ຂັ້ນສູງຕ່າງໆ ໂດຍສະເພາະ ແມ່ນຜົລ ກອງປະຊຸມ ຄັ້ງທີ 39 ຂອງຄນະ ກໍາມະການ ຮ່ວມມື ສອງຝ່າຍ ຂອງສອງ ຣັຖບາລ ແລະໄດ້ມີ ການລົງນາມ ໃນ ເອກກະສານ ການຮ່ວມມື 9 ສະບັບ ຮວມທັງ ຂໍ້ຕົກລົງ ວ່າດ້ວຍ ການຮ່ວມລົງທຶນ ພັທນາທ່າເຮືອ ຫວຸ້ງອ່າງ ເປັນທ່າເຮືອ ລາວ-ວຽດນາມ.

ພ້ອມກັນນັ້ນ ໃນນາມຕາງໜ້າ ໃຫ້ພັກ ແລະຣັຖບາລ ສອງປະເທສ ທ່່ານ ຫງວຽນ ຊັວນ ຟຸກ ແລະ ທ່ານ ທອງລຸນ ກໍໄດ້ຮ່ວມກັນ ເປີດປີ ສາມັກຄີ ມິຕພາບ ລາວ-ວຽດນາມ ສລອງສອງວັນ ດັ່ງກ່າວ. ທາງການ ສປປລາວ ຖືວ່າ ສິ່ງທັງໝົດ ທີ່ເວົ້າມານັ້ນ ເປັນໝາກຜົລ ຂອງການ ປະຕິບັດ ສົນທິສັນຍາ ມິຕພາບ ແລະການຮ່ວມມື ຣະຫວ່າງ ສປປລາວ ແລະ ສ.ສ.ວຽດນາມ ຊຶ່ງນອກຈາກ ມາດຕຣາ 2 ທີ່ເວົ້າເຖິງ ການສນັບສນູນ ຊ່ວຍເຫລືອ ຊຶ່ງກັນແລະກັນ ໃນການ ປ້ອງກັນ ປະເທສ ແລະປົກປັກ ຮັກສາ ຄວາມສງົບ ພາຍໃນ ແຕ່ລະປະເທສ ແລ້ວ, ໃນມາດຕຣາ 3 ຂອງສົນທິ ສັນຍາ ນັ້ນລະບຸວ່າ ສອງຝ່າຍ ຈະເພີ້ມການ ຮ່ວມມືກັນ ໂດຍຕ່າງຝ່າຍຕ່າງ ໄດ້ຮັບຜົລປໂຍດ ທາງດ້ານ ກະສິກັມ, ປ່າໄມ້, ອຸດສາຫະກັມ, ການຄົມມະນາຄົມ ຂົນສົ່ງ, ການຂຸດຄົ້ນ ຊັພຍາກອນ ທັມຊາດ ແລະຂົງເຂດ ເຂດເສຖກິດ ອື່ນໆ, ຊ່ວຍເຫລືອກັນ ໃນການ ກໍ່ສ້າງ ພະນັກງານ ແລະແລກປ່ຽນ ນັກຊ່ຽວຊານ ຂແນງການ ເສຖກິດ, ວັທນະທັມ, ວິທຍາສາດ, ວິທຍາການ ແລະອື່ນໆອີກ ຫລາຍຢ່າງ ຊຶ່ງ ເຈົ້າໜ້າທີ່ ຣັຖບາລລາວ ຢູ່ນະຄອນຫລວງ ວຽງຈັນ ເວົ້າຕໍ່ ວິທຍຸ ເອເຊັຍເສຣີ ເຖິງຜົລປໂຍດ ຂອງສົນທິ ສັນຍານັ້ນ ໃນມື້ວັນທີ 11 ກໍຣະກະດາ ນີ້ວ່າ:

ແລະເຈົ້າໜ້າທີ່ ທາງການແຂວງເຊກອງ ກໍເວົ້າໃນມື້ດຽວກັນ ນີ້ວ່າ:

ແຕ່ປະຊາຊົນລາວ ຫລາຍຄົນເວົ້າວ່າ ໃນພາກປະຕິບັດ ຕົວຈິງ ສົນທິສັນຍາ ທີ່ວ່ານັ້ນ ເກືອບທັງໝົດ ອໍານວຍ ຜົລປໂຍດ ໃຫ້ແກ່ ວຽດນາມ ຝ່າຍດຽວ ທັງທາງດ້ານ ການເມືອງ, ການທະຫານ, ເສຖກິດ-ການຄ້າ, ການລົງທຶນ ຕລອດເຖິງ ທາງດ້ານ ວັທນະທັມ ແລະ ດ້ານອື່ນໆ.

ເຖິງແມ່ນເບິ່ງເນື້ອໃນ ທີ່ຂຽນໄວ້ ໃນສົນທິສັນຍາ ທີ່ຜູ້ນໍາສູງສຸດ ສອງພັກ ເຫັນດີ ຢູ່ນະຄອນຫລວງ ວຽງຈັນ ເມື່ອວັນທີ 17 ກໍຣະກະດາ 1977 ແລະ ນາຍົກຣັຖມົນຕຣີ ສອງປະເທສ ໄດ້ລົງນາມກັນ ໃນມື້ຕໍ່ມາ ຄືວັນທີ 18 ກໍຣະກະດາ ນັ້ນຄືວ່າ ການພົວພັນ ຮ່ວມມືກັນ ຣະຫວ່າງ ສປປລາວ ແລະ ສ.ສ.ວຽດນາມ ຕັ້ງຢູ່ບົນ ຫລັກການ ແຫ່ງການ ຢູ່ຮ່ວມກັນ ໂດຍສັນຕິ ຮວມທັງ ຫລັກການ ແຫ່ງຄວາມ ສເມີພາບ ແລະ ຕ່າງຝ່າຍຕ່າງໄດ້ ຮັບຜົລປໂຍດ ກໍຕາມ.

ກ່ຽວກັບເຣຶ່ອງນີ້ ທ່ານ ວັນລັງ ຄໍາສຸກ ຮອງປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ ສະຫະຣັຖ ອາເຣິກາ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ກໍຣະກາ ນີ້ວ່າ:

ແຕ່ເຖິງແນວໃດກໍຕາມ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ພັກ ຄອມມິວນິສ ວຽດນາມ ກໍໄດ້ຕີລາຄາສູງ ປີສາມັກຄີ ມິຕພາບ ສປປລາວ-ວຽດນາມ 2017 ໃນມື້ວັນທີ 8 ກໍຣະກະດາ ນີ້ ແລະຢືນຢັນວ່າ ວຽດນາມ ສະໜັບສະໜູນ ການປົກປັກ ຮັກສາ ແລະ ສ້າງສາ ສປປລາວ ແລະທັງ ເຊື່ອໝັ້ນວ່າ ພາຍໃຕ້ການ ຊີ້ນຳ-ນຳພາ ຂອງພັກ ປະຊາຊົນ ປະຕິວັດລາວ, ການບໍລິຫານ ຂອງຣັຖບາລ ແລະ ການຕິດຕາມ ກວດກາ ຂອງສະພາ ແຫ່ງຊາດ, ປະເທດລາວ ແລະ ປະຊາຊົນລາວ ຈະສືບຕໍ່ ຍາດໄດ້ ຜົນງານໃໝ່ ຫຼາຍຢ່າງ. ທ່ານໄດ້ສະເໜີໃຫ້ ປະຕິບັດ ຖະແຫຼງ ການຮ່ວມ ວຽດນາມ-ລາວ ຊຶ່ງໃນນັ້ນ ກຳນົດໄວ້ ເຖິງການຮ່ວມມື ທາງດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນ ຄວາມສງົບ ແລະ ການຕ່າງປະເທສ;

ເວົ້າເຖິງການຮ່ວມມື ທາງດ້ານເສຖກິດ, ວັທນະທັມ, ການສຶກສາ, ວິທຍາສາດ-ເຕັກນິກ ແລະ ທັງການ ຮ່ວມມື ແລະ ການຊ່ວຍເຫລືອ ຊຶ່ງກັນແລະກັນ ຣະຫວ່າງ ຄນະ ຂອງສູນກາງພັກ, ກະຊວງ, ຂແນງການ, ຄນະກຳມາທິການ ຂອງສະພາ ແຫ່ງຊາດ, ອົງການ ຈັດຕັ້ງ ມະຫາຊົນ, ອົງການ ຈັດຕັ້ງ ທາງສັງຄົມ ແລະທ້ອງຖິ່ນ ຂອງ ສອງປະເທສ ໃນຂນະດຽວກັນ ທ່ານ ຫງວຽນ ວັນ ຮຸ່ງ ທູດວຽດນາມ ປະຈໍາ ສປປລາວ ກໍໄດ້ໃຫ້ ສໍາພາດ ພິເສດ ໂທຣະພາບ ແຫ່ງຊາດລາວ ໃນຣາຍການ ພັທນາສັງຄົມ ໃນ ໂອກາດ 2 ວັນ ດັ່ງກ່າວວ່າ:

ພ້ອມກັນນັ້ນ ຜູ້ນໍາວຽດນາມ ຍັງເວົ້າເຖິງ ການເປັນເອກກະສັນ ກັນຊຸກຍູ້ ການຮ່ວມມື ຮອບດ້ານ ສປປລາວ-ວຽດນາມ ຮວມທັງ ການເພີ້ມທະວີ ການຮ່ວມມື ໃນຂົງເຂດ ປ້ອງກັນຊາດ, ປ້ອງກັນ ຄວາມສງົບ, ຮັບປະກັນ ການຮັກສາ ຄວາມສງົບ ປອດພັຍ ແລະຄວາມມີ ສະເຖັຍລະພາບ ທາງການເມືອງ ຢູ່ແຕ່ລະ ປະເທສ ໃຫ້ໝັ້ນຄົງ, ສືບຕໍ່ຮ່ວມມືກັນ ຊອກຫາ ກະດູກ ທະຫານ ແລະ ຊ່ຽວຊານວຽດນາມ ທີ່ເສັຍຊີວິດ ເປັນຈໍານວນ ຫລວງຫລາຍ ໃນປາງສົງຄາມ ຢູ່ ປະເທສລາວ ແລະທັງ ປະຕິບັດ ຂໍ້ຕົກລົງ ວ່າດ້ວຍ ຍຸທສາດ ກ່ຽວກັບ ການຮ່ວມມື ທາງດ້ານເສຖກິດ, ວັທນະັມ, ການສຶກສາ, ວິທຍາສາດ-ເຕັກນິກ ຣະຫວ່າງ ສອງປະເທສ ແຕ່ປີ 2011 ເຖິງປີ 2020.

ຜູ້ນໍາສູງສຸດວຽດນາມ ໄດ້ສະເໜີໃຫ້ ສອງປະເທສ ສົມທົບກັນ ຢ່າງແໜ້ນແຟ້ນ ຈັດຕັ້ງ ການເຄື່ອນໄຫວ ສະຫຼອງປີ ສາມັກຄີ ມິດຕະພາບ ວຽດນາມ-ລາວ 2017, ໂຄສະນາ ຢ່າງເລິກເຊິ່ງ ກວ້າງຂວາງ ເພື່ອໃຫ້ ປະຊາຊົນ ທຸກຊັ້ນວັນນະ ເຂົ້າໃຈ ຢ່າງ ເລິກເຊິ່ງ ກ່ຽວກັບ ສາຍພົວພັນ ແບບພິເສດ ວຽດນາມ-ລາວ ໃນຂນະທີ່ ທ່ານ ວັນລັງ ຄໍາສຸກ ເວົ້າວ່າ:

ໃນການສລອງສອງວັນ ທີ່ວ່ານີ້ ກົມການເມືອງ ສຸນກາງພັກ ປະຊາຊົນ ປະຕິວັດລາວ ສົ່ງ ຍານາງ ປານີ ຢາທໍ່ຕູ້ ກຳມະການ ກົມການເມືອງ ສູນກາງພັກ, ປະທານ ສະພາ ແຫ່ງຊາດ ໄປວຽດນາມ ໃນວັນທີ 4 ກໍຣະກະດາ 2017 ນີ້ ເພື່ອເຂົ້າຮ່ວມ ພິທີສລອງ ວັນດັ່ງກ່າວ.

ໃນມື້ດຽວກັນນີ້ ຍານາງ ປານີ ກໍໄດ້ເດີນທາງໄປ ແຂວງເຊິນລາ ທາງພາກຕາເວັນຕົກ ສ່ຽງເໜືອ ຂອງ ປະເທສວຽດນາມ, ໄດ້ພົບພໍ້ກັບ ທ່ານ ຮວ່າງ ວັນ ເຈິດ ເລຂາພັກ ແຂວງ ປະທານ ສະພາ ປະຊາຊົນ ແຂວງເຊິນລາ ຊຶ່ງທ່ານໄດ້ ເວົ້າເຖິງການ ກະກຽມ ໃຫ້ແກ່ ການຈັດກິຈກັມ ຕ່າງໆ ຊຶ່ງມີທັງການ ປະດັບຫຼຽນ ໃຫ້ ຄະນະນຳ 15 ແຂວງ ຂອງ ສປປລາວ ອັນມີທັງຫຼຽນໄຊ ເອກະລາດ ຊັ້ນ 2 - 11 ຫຼຽນ, ຫຼຽນໄຊ ເອກະລາດ ຊັ້ນ 3 - 14 ຫຼຽນ ແລະ ຫຼຽນໄຊ ແຮງງານຊັ້ນ 1 -3 ຫຼຽນ. ນອກຈາກນັ້ນ ຍັງມີ ກິຈກັມ ແລກປ່ຽນ ວັທນະທັມ ແລະກິລາ ຮວມທັງພິທີເປີດ ອະນຸສອນ ສະຖານປະຕິວັດ ວຽດນາມ-ລາວ ຢູ່ແຂວງ ເຊິນລາ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.