ວຽດນາມຜູກສັມພັນ ຮັດແໜ້ນ ກັບລາວ

ຈໍາປາທອງ
2017.04.30
f-v ທ່ານ ອ່າງຄໍາ ສີບັງອອນ (ແຖວໜ້າຂົວມື) ພ້ອມແຂກຜູ້ມີກຽດຄົນອື່ນໆ ທີ່ມາຈາກ ແຕ່ລະທິດທາງຕ່າງຣັດ ໄດ້ເຂົ້າໄປຢ້ຽມຢາມ ສໍານັກງານໃຫຍ່ ຂອງວິທຍຸເອເຊັຍເສຣີ ທີ່ນະຄອນຫຼວງ ວໍຊິງຕັນ ດີຊີ
RFA

ການພົວພັນ ຮ່ວມມືຮອບດ້ານຣະຫວ່າງ ລາວແລະວຽດນາມ ທີ່ມີມາຕລອດລະຍະ 40 ປາຍປີ ທັງທາງດ້ານການເມືອງ, ການທະຫານ, ເສຖກິດ-ສັງຄົມ ແລະວັທນະທັມ ຊຶ່ງການພົວພັນຮ່ວມມືນັ້ນ ຫຼາຍຄົນເວົ້າວ່າ ພັກຄອມມິວນິສວຽດນາມ ພຍາຍາມເພີ້ມທະວີ ແລະເຮັດໃຫ້ ແໜ້ນແຟ້ນຂຶ້ນເລື້ອຍໆ ແລະຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ກໍຕ້ອງປະຕິບັດຕາມ ທຸກຢ່າງ ດັ່ງທີ່ກໍານົດເອົາໄວ້ຢູ່ ຣານງານການເມືອງ ຂອງກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ໃນທ້າຍເດືອນ ມົກກະຣາ 2016 ທີ່ວ່າ:

“ສືບຕໍ່ປົກັກຮັກສາ ແລະເສີມຂຍາຍສາຍພົວພັນ ມິຕພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມື ຮອບດ້ານກັບ ສສ.ວຽດນາມ ໃຫ້ເຂົ້າສູ່ລວງເລິກ”.

ໃນໂອກາດການມາຢ້ຽມຢາມ ສປປລາວ ໃນມື້ວັນທີ 26-27 ເມສາ 2017 ຊຶ່ງເປັນການຢ້ຽມຢາມ ຄັ້ງທຳອິດຂອງ ທ່ານ ຫງວຽນ ຊວັນ ຟຸກ ພາຍຫຼັງທີ່ທ່ານ ໄດ້ຮັບຕຳແໜ່ງ ນາຍົກ ຣັຖມົນຕຣີວຽດນາມ ມານີ້ ທ່ານກໍໄດ້ ພົບພໍ້ກັບ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ສປປລາວ ແລະໄດ້ທົບທວນ ການຈັດຕັ້ງ ຜັນຂະຫຍາຍ ເນື້ອໃນ ຖະແຫຼງການຮ່ວມ ແລະຂໍ້ຕົກລົງ ຂັ້ນສູງຕ່າງໆ ໂດຍສະເພາະ ແມ່ນຜົນ ຂອງກອງປະຊຸມ ຄັ້ງທີ 39 ຂອງຄນະ ກັມມະການຮ່ວມມື ທະວິພາຄີ ຂອງສອງ ຣັຖບາລ.

ແລະຈະຈັດຕັ້ງ ປະຕິບັດການຮ່ວມມື ໃນຕໍ່ໜ້າ ໃຫ້ມີປະສິດທິຜົນ ຍິ່ງຂຶ້ນ ພ້ອມກັນນັ້ນ ທັງສອງຝ່າຍ ກໍໄດ້ລົງນາມ ໃນຂໍ້ຕົກລົງ ກ່ຽວກັບ ການຮ່ວມມື 9 ສະບັບ ຊຶ່ງໃນນັ້ນມີທັງ ຂໍ້ຕົກລົງ ຣະຫວ່າງ ກະຊວງ ໂຍທາທິການ ແລະຂົນສົ່ງ ວ່າດ້ວຍ ການຮ່ວມ ລົງທຶນ ເພື່ອພັທນາ ທ່າເຮືອ ຫວຸ້ງອ່າງ (ທ່າທຽບເຮືອ 1, 2 ແລະ 3) ເປັນທ່າເຮືອ ລາວ-ວຽດນາມ; ຂໍ້ຕົກລົງວ່າດ້ວຍ ການລົງທຶນ ກໍ່ສ້າງ ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ມາຢູ-ເຕີນເອີບ-ຫວຸ້ງອ່າງ; ຂໍ້ຕົກລົງວ່າດ້ວຍການລົງທຶນ ກໍ່ສ້າງເສັ້ນທາງ ພູທິດເຜີ້ງ ແຂວງຫຼວງພຣະບາງ ຫາຊາຍແດນ ນາຊອນ ຕິດກັບເມືອງດຽນບຽນ ແຂວງດຽນບຽນ ຂອງວຽດນາມ.ອະນຸສັນຍາ ເພື່ອປັບປຸງສັນຍາ ວ່າດ້ວຍສິນຄ້າ ຜ່ານແດນ ຣະຫວ່າງ ຣັຖບາລ ລາວແລະວຽດນາມ ໃນປີ 2009;

ອະນຸສັນຍາວ່າດ້ວຍການຮ່ວມມື ດ້ານການສຶກສາ ການສ້າງ ບຸຄລາກອນ ແລະບົດບັນທຶກ ຄວາມເຂົ້າໃຈກັນ ວ່າດ້ວຍການ ຊື້-ຂາຍ ໄຟຟ້າ ຢູ່ໂຮງງານໄຟຟ້າ ພລັງງານຄວາມຮ້ອນ ເຊກອງ ຣະຫວ່າງ ກຸ່ມບໍຣິສັດ ພລັງງານໄຟຟ້າ ວຽດນາມ ແລະກຸ່ມ ບໍຣິສັດ ພອນສັກລາວ ແລະ ຂໍ້ຕົກລົງອື່ນໆ.

ເວົ້າເຖິງການພົວພັນຮ່ວມມື ແລະການຊ່ວຍເຫລືອກັນ ຣະຫວ່າງ ສປປລາວແລະວຽດນາມ ດຣ.ບຸນທອນ ຈັນທະລາວົງ - ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ມີສູນກາງ ຢູ່ປະເທສ ເຢັຽຣະມັນ ກ່າວວ່າ: ສຽງ...

ໃນໂອກາດມາຢ້ຽມຢາມ ສປປລາວ ທ່ານ ຫງວຽນ ຊວັນຟຸກ ໄດ້ຮ່ວມກັບ ທ່ານ ທອງລຸນ ສີສຸລິດ ເປີດປີ ສາມັກຄີ ມິດຕະພາບ ລາວ- ວຽດນາມ ເພື່ອສະຫຼອງ ວັນເຊັນສົນທິສັນຍາ ມິດຕະພາບ ແລະການຮ່ວມມື ລາວ-ວຽດນາມ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງ ສາຍ- ພົວພັນ ການທູດ ສອງປະເທສ ຄົບຮອບ 55 ປີ.

ເວົ້າເຖິງສົນທິສັນຍາ ມິດຕະພາບ ແລະການຮ່ວມມື ຣະຫວ່າງ ສປປລາວ ແລະ ວຽດນາມ ທ່ານ ໂຊນີ ແສງສຸວັນ ນັກທຸຣະກິດລາວ ທີ່ ສະຫະຣັຖ ອະເມຣິກາ ຊຶ່ງຕິດຕາມ ສະພາບການໃນລາວ ຢ່າງໃກ້ຊິດ ຕລອດມາກ່າວວ່າ: ສຽງ...

ເວົ້າເຖິງຄວາມສາມັກຄີ ພິເສດ ຣະຫວ່າງ ສປປລາວແລະວຽດນາມ ທ່ານ ອ່າງຄໍາ ສີບັງອອນ ມີຄວາມເຫັນວ່າ: ສຽງ...

ໃນການຢ້ຽມຢາມ ສປປລາວ ຄັ້ງນີ້ ທ່ານ ຫງວຽນ ຊວັນຟຸກ ກໍໄດ້ພົບພໍ້ກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ, ປະທານ ປະເທດ ແລະ ກັບທ່ານ ພັນຄໍາ ວິພາວັນ ກໍັມມະການ ກົມການເມືອງ ສູນກາງພັກ, ຜູ້ປະຈໍາການ ຄນະເລຂາທິການ ສູນກາງພັກ ແລະທັງເປັນຮອງ ປະທານ ປະເທສ ຊຶ່ງຫລາຍຄົນ ເຊື່ອວ່າ ທ່ານຈະໄດ້ເປັນຜູ້ ສືບທອດ ຕໍາແໜ່ງ ສູງສຸດ ພັກ-ຣັຖ ຕໍ່ຈາກ ທ່ານ ບຸນຍັງ ວໍລະຈິດ ນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.