ຂະບວນການນັກສຶກສາລາວ 26 ຕຸລາ

ຈໍາປາທອງ
2014.10.24
f-laos ຂະບວນການນັກສຶກສາລາວ 26 ຕຸລາ
RFA

 

ຂະບວນການ ນັກສຶກສາ ເພື່ອ ປະຊາທິປະຕັຍ ໃນລາວ 26 ຕຸລາ ເປັນ ຂະບວນການ ຂອງ ຊາວລາວ ທີ່ ເຄື່ອນໄຫວ ຕໍ່ສູ້ ມາໄດ້ ຫລາຍປີ ຊຶ່ງ ປີນີ້ ກໍເປັນ 15 ປີ ທີ່ຍັງຕໍ່ສູ້ ຢູ່ບໍ່ຖອຍ ເພື່ອ ໃຫ້ລາວ ກາຍເປັນ ປະເທສ ເອກກະຣາດ ມີອໍານາດ ອະທິປະຕັຍ, ເຮັດໃຫ້ ປະຊາຊົນ ລາວ ທັງຊາດ ຫຼຸດພົ້ນ ອອກຈາກແອກ ຄອບຄອງ ຂອງ ຣະບົບ ພັກດຽວ, ເຄົ້າດຽວ, ຂອງ ຣະບອບ ຜະເດັດການ, ໃຫ້ ປະຊາຊົນ ມີສິດ ເສຣີພາບ ແລະ ປະຊາທິປະຕັຍ ຢ່າງ ແທ້ຈິງ.

ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ ເປັນ ອົງການ ຈັດຕັ້ງ ທີ່ເຄື່ອນໄຫວ ການເມືອງ ຊຶ່ງ ຖືກຕັ້ງຂຶ້ນ ໃນປີ 1988 ເພື່ອ ເຕົ້າໂຮມ ເອົາເຫຼົ່າ ນັກສຶກສາ, ຄຣູ-ອາຈານ, ພະນັກງານ ຣັຖກອນ ແລະ ປະຊາຊົນ ລາວ ທົ່ວປະເທສ ພ້ອມກັນ ຕໍ່ສູ້ ເພື່ອ ເປົ້າໝາຍ ອັນສູງສົ່ງ.

ໃນບົດ ຣາຍງານ ນີ້ ຂ້າພະເຈົ້າ ໄດ້ຮິບໂຮມ ເອົາຄໍາຄິດ ຄໍາເຫັນ ຈາກຫຼາຍ ທ່ານ ທີ່ ມີປະສົບການ ເຣຶ່ອງ ການຕໍ່ສູ້ ເພື່ອ ປະຊາທິປະຕັຍ ແລະ ຄວາມເປັນທັມ ສໍາລັບ ປະເທສຊາດ ແລະ ປະຊາຊົນ ລາວ ໃນນັ້ນ ຮວມທັງ ທ່ານ ອະລິຍະພອນ ຈັນທະລາ ຊຶ່ງ ເປັນນຶ່ງ ໃນ ຄນະແກນນໍາ ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ 26 ຕຸລາ ທີ່ ປັດຈຸບັນ ຕັ້ງ ຖິ່ນຖານ ຢູ່ ສະຫະຣັດ ອະເມຣິກາ.

ທ່ານກ່າວ ແບບສັງລວມ ເຖິງການ ຈັດຕັ້ງ ການປະທ້ວງ ຂອງ ເຫລົ່າ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ ຢູ່ ຕໍ່ໜ້າ ຫໍຄໍາ ຫລື ຕໍ່ໜ້າ ສໍານັກງານ ປະທານ ປະເທສ ສປປ ລາວ ເມື່ອ ວັນທີ 26 ຕຸລາ 1999 ວ່າ: .ສຽງ..

ການເຄື່ອນໄຫວ ຂອງ ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ 26 ຕຸລາ ຕລອດ 15 ປີ ມານີ້ ກໍມີຫລາຍສິ່ງ ຫລາຍຢ່າງ ທີ່ ສໍາຄັນ ຊຶ່ງເມື່ອ 2 ອາທິດ ກວ່າ ຜ່ານມາ ທ່ານ ອະລິຍະພອນ ຈັນທະລາ ກໍໄດ້ຕາງໜ້າ ໃຫ້ ຂະບວນການ ເຂົ້າຮ່ວມ ກອງປະຊຸມ ແລະ ເຂົ້າຮ່ວມ ການຊຸມນຸມ ຮຽກຮ້ອງ ຢູ່ຕໍ່ໜ້າ ທໍານຽບຂາວ ທີ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ແລະ ການ ປະທ້ວງ ຢູ່ຕໍ່ໜ້າ ສະຖານທູດ ວຽດນາມ ຊຶ່ງ ອົງການ ຈັດຕັ້ງ ຂອງ ຊຸມຊົນ ຊາວລາວ ແລະ ກໍາພູຊາ ຈັດຂຶ້ນ ເພື່ອ ຄວາມເປັນ ເອກຣາດ ຂອງ 2 ຊາດ ແລະ ປະຊາທິປະຕັຍ ຂອງ ປະຊາຊົນ 2 ປະເທສ ຊຶ່ງ ທ່ານໄດ້ ເວົ້າເຖິງ ຕອນນຶ່ງວ່າ ມີ ຄວາມ ສໍາຄັນ ຢ່າງຍິ່ງ ແລະ ຮູ້ສຶກ ດີໃຈ ຫລາຍ: ສຽງ...

ຕໍ່ການ ປາບປາມ ແລະ ການຈັບກຸມ ຄນະແກນນໍາ ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ 26 ຕຸລາ ຮວມທັງ ທ່ານ ທອງປະເສດ ເກື້ອກຸນ ຜູ້ເປັນ ຫົວໜ້າ ນັ້ນ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ໄດ້ກ່າວວ່າ ເປັນຫ່ວງ ແລະ ໄດ້ປະນາມ ທາງການ ລາວ ຢ່າງ ສຸດຂີດ ແລະ ທວງໃຫ້ ປ່ອຍຕົວ ມາໂດຍຕລອດ: ...ສຽງ...

ເວົ້າເຖິງການ ເຄື່ອນໄຫວ ຂອງ ຂະບວນການ ນັກສຶກສາ ລາວ ເພື່ອ ປະຊາທິປະຕັຍ 26 ຕຸລາ ນີ້ ທ່ານ ອຸດົງ ໄຊຊະນະ ຜູ້ຕິດຕາມ ຊ່ວຍເຫລືອ ຄນະນໍາ ຂະບວນການ ນີ້ ມາຕັ້ງແຕ່ ຣະຍະ ຫລົບໜີ ອອກຈາກ ສປປລາວ ໄປຢູ່ ສະຫະຣັຖ ອະເມຣິກາ ຈົນມາຮອດ ສູ່ມື້ນີ້ ໃຫ້ຄວາມ ເຫັນວ່າ ມີຄວາມ ສໍາຄັນ ຍິ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.