ລາວ-ວຽດ ເລືອກຜູ້ນໍາ

ສົມເນ
2016.01.07
F-VN-flag ທຸງປະຈໍາຊາດ ຂອງ ສາທາຣະນະຣັດ ສັງຄົມນິຍົມ ວຽດນາມ
SRV

ນັກ ປັນຍາຊົນ ໃນລາວ ທີ່ ຕິດຕາມ ສະຖານະການ ການປ່ຽນແປງ ດ້ານການເມືອງ ໃນລາວ ແລະ ວຽດນາມ ໃຫ້ ທັສນະ ວ່າ ການ ປ່ຽນແປງ ວິທີການ ປົກຄອງ ໃນວຽດນາມ ເປັນໄປ ແນວໃດ ການປ່ຽນແປງ ໃນລາວ ກໍມັກຈະເປັນໄປ ຕາມນັ້ນ, ຍ້ອນວ່າ ສອງພັກ ສອງຣັຖບານ ດໍາເນີນ ການບໍຣິຫານ ປະເທດ ຕາມຫລັກສູຕ ແລະ ວິທີຈັດຕັ້ງ ປະຕິບັດ ແບບດຽວກັນ ພາຍໃຕ້ ການຊີ້ນໍາ ຂອງ ພັກ ຄອມມູຍນິສ ວຽດນາມ.

ໃນປະມານ ທ້າຍເດືອນ ມົກກະຣາ ປີ 2016 ນີ້ ວຽດນາມ ກໍຈະເປີດ ກອງປະຊຸມ ໃຫ່ຽ ພັກ ຄອມມູຍນິສ ຄັ້ງທີ່ 12 ເພື່ອ ຮັບຮອງ ເອົາຜູ້ນໍາ ຊຸດໃໝ່ ວາຣະ 5 ປີ ຕໍ່ໄປ ເຂົ້າມາຊີ້ນໍາ ການບໍຣິຫານ ສູນກາງພັກ, ແລະ ຫລັງຈາກ ກອງປະຊຸມ ໃຫ່ຽ ຂອງພັກ ສິ້ນສຸດລົງ ແລ້ວ ຄາດວ່າ ກອງປະຊຸມ ໃຫ່ຽຂອງພັກ ປະຊາຊົນ ປະຕິວັດ ລາວ ຄັ້ງທີ່ 10 ກໍຈະໄຂຂຶ້ນ ໃນທ້າຍເດືອນ ດຽວກັນ ເພື່ອຮັບຮອງ ເອົາຄນະ ຜູ້ນໍາຊຸດໃໝ່ ວາຣະ 5 ປີ ຕໍ່ໄປ ເຂົ້າມາຊີ້ ນໍາການ ບໍຣິຫານ ພັກ ເຊັ່ນກັນ.

ການປ່ຽນແປງ ຄນະຜູ້ນໍາ ພາຍໃນພັກ ຊຸດໃໝ່ ຂອງ ສອງປະເທດນີ້ ຖືວ່າ ເປັນເຣື້ອງ ສໍາຄັນທີ່ສຸດ ໃນດ້ານ ການຊີ້ນໍາ ດ້ານການເມືອງ ພາຍໃນ ປະເທດ, ການຈັດວາງ ທ່າທີ ທາງການເມືອງ ແລະ ການຮ່ວມມື ກັບ ພູມີພາກ ແລະ ສາກົນ, ການພັທນາ ປະເທດຊາຕ ໃຫ້ ປະຊາຊົນ ມີຢູ່ມີກິນ. ຕໍາແຫນ່ງ ສໍາຄັນໆ ຂອງການນໍາ ຣະດັບສູງສຸດ ຂອງພັກ ທີ່ຕ້ອງ ແຕ່ງຕັ້ງໃໝ່ນີ້ ຄື:

1- ການແຕ່ງຕັ້ງ ໜ້າທີ່ ຂອງ ສະມາຊິກ ກັມມະການ ສູນກາງພັກ.

2-ແຕ່ງຕັ້ງ ກັມມະການ ກົມການເມືອງ.

3-ແຕ່ງຕັ້ງ ຫົວໜ້າ ແລະ ຄນະ ເລຂາທິການ ສູນກາງພັກ.

4-ແຕ່ງຕັ້ງ ຫົວໜ້າ ຫ້ອງການ ຈັດຕັ້ງສູນກາງ ແລະ ກັມມາທິການ ກວດສອບ ສູນກາງພັກ.

ກ່ອນຈະກ້າວ ເຂົ້າມາເຖິງ ກອງປະຊຸມ ໃຫຽ່ ຂອງພັກນັ້ນ ພັກ ຄອມມູຍນິສ ວຽດນາມ ຫລືວ່າ ພັກ ປະຊາຊົນ ປະຕິວັດລາວ ກໍດີ ຄນະ ບໍຣິຫານງານ ສູນກາງພັກ ໄດ້ຈັດ ກອງປະຊຸມ ຄົບຄນະ ເພື່ອກະຕຣຽມ ກອງປະຊຸມໃຫຍ່ ຂອງບັນດາ ອົງຄນະພັກ ກະຊວງ, ຂອງອົງການ, ຂອງແຂວງ ເພື່ອແຕ່ງຕັ້ງ ເອົາຄນະ ບໍຣິຫານ ຊຸດໃໝ່. ສໍາລັບ ຢູ່ວຽດນາມ ນັ້ນ ໄດ້ສໍາເຣັດ ໄປແລ້ວ ປະມານ 3 ເດືອນ ຜ່ານມາ. ສ່ວນຢູ່ ສປປລາວ ນັ້ນ ຫາກໍສໍາເຣັດ ຣະຫ່ວາງ ທ້າຍເດືອນ ພຶສຈີກາ ນີ້ເອງ.

ການຄັດເລືອກ ຫລືວ່າ ແຕ່ງຕັ້ງຜູ້ນໍາ ໃນຣະດັບ ກະຊວງ ອົງການ ແລະ ແຂວງນັ້ນ ສ່ວນນຶ່ງແມ່ນ ຈັດລຽນເອົາ ລູກຫລານ ຂອງຜູ້ນໍາ ຊຸດເກົ່າ ເຂົ້າມາ ປະຈໍາໜ້າທີ່ ເພື່ອລໍຖ້າ ກ້າວຂຶ້ນມາ ເປັນ ຜູ້ນໍາ ຊຸດຕໍ່ໆໄປ ຕາມແນວທາງ ນະໂຍບາຍ ຂອງພັກ, ຢູ່ລາວ ມັກເອີ້ນກັນວ່າ ພະນັກງານ ສືບທອດ ການນໍາພາ. ຍົກໂຕຢ່າງ ເດັ່ນໆ ຢູ່ບາງແຂວງ ຂອງ ວຽດນາມ ລູກຊາຍ ຂອງຜູ້ນໍາ ໃນ ປັດຈຸບັນ ຫລາຍຄົນ ຖືກເລືອກຕັ້ງ ຫລືວ່າແຕ່ງຕັ້ງ ໃຫ້ເປັນ ເລຂາທິການ ຫລື ຢ່າງນ້ອຍ ເປັນຮອງ ເລຂາທິການ ບໍຣິຫານ ພັກ. ເມື່ອເດືອນ ຕຸລາ ຜ່ານມາ ທ່ານ Nguyen Xuan Anh ອາຍຸ 39 ປີ ລູກຊາຍກົກ ຂອງ ທ່ານ Nguyen Van Chi ອະດີດ ປະທານ ກັມມະການ ກວດສອບ ສູນກາງພັກ ໃຫ້ເປັນ ເລຂາທິການ ພັກ ຄອມມູຍນິສ ປະຈໍາ ເມືອງດານັງ. ທ່ານຜູ້ນີ້ ຈົບການ ສຶກສາ ປຣິນຍາເອກ ຝ່າຍ ປົກຄອງ ແລະໄດ້ໄຕ່ເຕົ້າ ຂຶ້ນມາເລື້ອຍໆ ຈາກ ເປັນຮອງ ເລຂາພັກ ປະຈໍາ ເມືອງນ້ອຍ. ອີກຜູ້ນຶ່ງ ທ່ານ Nguyen Thanh Nhi ອາຍຸ 39 ປີ ລູກຊາຍກົກ ຂອງ ທ່ານ Ngyen Tan Dung ນາຍົກ ຣັຖມົນຕຣີ ຄົນ ປັດຈຸບັນ ຖືກ ເລືອກຕັ້ງ ໃຫ້ເປັນ ເລຂາທິການ ພັກ ແຂວງ ກຽນກຽງ ຊຶ່ງ ໃນປີ 2014 ຖືກແຕ່ງຕັ້ງ ໃຫ້ກໍາ ຕໍາແຫນ່ງ ຮອງ ເລຂາທິການ ພັກ. ເມື່ອປີ 2011. ທ່ານ Nguyen Thanh Nhi ໄດ້ເຂົ້າຮັບ ຕໍາແໜ່ງ ເປັນຮອງ ຣັຖມົນຕຣີ ກະຊວງ ການກໍ່ສ້າງ ຕອນ ອາຍຸ 35 ປີ ເທົ່ານັ້ນ.

ລູກຊາຍຫລ້າ ຂອງ ທ່ານ Ngyen Tan Dung ອີກ ຄົນນຶ່ງ ຄື ທ່ານ Ngyen Minh Triet ອາຍຸ 27 ປີ ຖືກແຕ່ງຕັ້ງ ໃຫ້ເປັນ ເລຂາທິການ ບໍຣິຫານ ພັກ ປະຈໍາແຂວງ ບິນດິນ ຫລັງຈາກ ຖືກເລືອກ ເຂົ້າໄປຢູ່ ໃນຄນະ ກັມມະການ ສູນກາງພັກ ປະຈໍາແຂວງ ໃນຈໍານວນ 55 ຄົນ. ນອກນັ້ນ ຍັງມີລູກ ຜູ້ນໍາ ຫລື ອະດີດຜູ້ນໍາ ຫລາຍໆຄົນ ຊຶ່ງລ້ວນແຕ່ ມີອາຍຸ ບໍ່ເຖິງ 40 ປີ ຫລືຕໍ່າກວ່າ 50 ປີ ຖືກແຕ່ງຕັ້ງ ໃຫ້ ມີຕໍາແຫນ່ງ ສໍາຄັນໆ ຢູ່ໃນໜ້າທີ່ ບໍຣິຫານ ພັກ ຄອມມູຍນິສ ວຽດນາມ ຊຶ່ງ ເຮົາຈະບໍ່ ນໍາມາກ່າວ ໃຫ້ໝົດ.

ສໍາລັບ ຢູ່ ສປປ ລາວ ແລ້ວ ການແຕ່ງຕັ້ງ ເລຂາທິການ ພັກ ຫລື ຮອງ ເລຂາທິການ ພັກ ຣະດັບໃດ ກໍດີ ຕ້ອງໄດ້ ຄັດເລືອກ ເອົາລູກຫລານ ຫລື ຍາຕພີ່ນ້ອງ ຂອງຄນະຜູ້ນໍາ ຄົນ ປັດຈຸບັນ ຫລື ຜູ້ນໍາ ໃນອະດີດ ເສັຽກ່ອນ ຕາມ ນະໂຍບາຍ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ເພາະວ່າ ການຕັດສິນ ຊີ້ຂາດ ໃນການ ແຕ່ງຕັ້ງ ນັ້ນ ສ່ວນຫລາຍ ກໍແມ່ນຊີ້ນໍາ ຈາກ ກັມມະການ ກົມການເມືອງ ສູນກາງພັກ 11 ຄົນ ຫລື ຜູ້ນໍາ ທີ່ ມີອິດທິພົນ ໃນພັກ ຫລາຍກ່ວາໝູ່. ເມື່ອ 2-3 ເດືອນ ຜ່ານມາ ເຮົາໄດ້ຖາມ ຄວາມເຫັນ ຂອງ ນັກຮຽນຮູ້ ຄົນນຶ່ງ ຢູ່ ນະຄອນຫລວງ ວຽງຈັນ ກ່ຽວກັບ ການແຕ່ງຕັ້ງ ເລຂາທິການ ພັກ ໃນແຕ່ລະຂັ້ນ ເພິ່ນກໍໃຫ້ ທັສນະ ວ່າ:

"ຄືທ່ານ ຈູມມາລີ ເພິ່ນກ່າມີ ລູກຊາຍ 3 ຊາຍ ເນາະ ສອງຄົນນັ້ນ ຕິດ ກັມມະການ ພັກ ແຂວງເນາະ ເປັນເຈົ້າເມືອງ ທັງສອງ ຜູ້ທີ່ 3 ຕິດ ກັມມະການ ຕິດ ເລຂາພັກ ແຂວງ. ທ່ານ ຄໍາໄຕ, ທ່ານ ສອນໄຊ ກ່າມາເປັນ ຜູ້ປະຈໍາການ ຣັຖບານ ກ່າວ່າແມ່ນ, ລູກເຂີຽ ກ່າ ທ່ານ ດຣ. ຄໍາແພງ ໄຊສົມແພງ. ລຸ້ນຫນຸ່ມນ້ອຍ ທີ່ ຊອນລອນ ຂຶ້ນມາຢູ່ໃນ ຖັນແຖວ ຜູ້ນໍາ ໃນ ອະນາຄົດ".

ທີ່ເຫັນແຈ້ງ ທີ່ສຸດ ກໍມີ ທ່ານ ວິດົງ ໄຊຍະສອນ ລູກຊາຍ ຂອງ ທ່ານ ຈູມມາລີ ໄຊຍະສອນ ຊຶ່ງ ຫາກໍຖືກ ແຕ່ງຕັ້ງ ໃຫ້ເປັນ ເລຂາທິການ ບໍຣິຫານ ພັກ ແຂວງວຽງຈັນ ແລະ ຄາດວ່າ ຈະກ້າວ ເຂົ້າມາເປັນ ສະມາຊິກ ກັມມະການ ສູນກາງພັກ ໃນຊຸດນີ້. ລູກສາວ ຂອງທ່ານ ບຸນຍັງ ວໍຣະຈິດ ຊຶ່ງ ປັດຈຸບັນ ນີ້ ກໍາຕໍາແຫນ່ງ ຮອງ ຣັຖມົນຕຣີ ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ມາໄດ້ ລະຍະນຶ່ງ ແລ້ວ ແລະຄົງ ຈະກ້າວ ເຂົ້າມາເປັນ ກັມມະການ ສູນກາງພັກ. ລູກຊາຍ ຂອງ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ຄົນ ປັດຈຸບັນ ຄື ທ່ານ ເດດສົງຄາມ ທັມມະວົງ ປັດຈຸບັນ ເປັນຫົວໜ້າ ຜແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງ ຊຶ່ງ ມີອະນາຄົດ ກ້າວຂຶ້ນເປັນ ບຸກຄົນ ສໍາຄັນ ໃນການນໍາ ຊຸດຕໍ່ໆໄປ.

ທ່ານ ສອນໄຊ ສີພັນດອນ ລູກຊາຍ ຂອງ ທ່ານ ຄໍາໄຕ ສີພັນດອນ ອະດີດ ປະທານ ປະເທດ ຊຶ່ງ ເປັນລຸ້ນມີ ປະສົພການ ຫຼາຍແລ້ວ, ເຄີຍກໍາຕໍາແຫນ່ງ ເປັນເຈົ້າແຂວງໆ ຈໍາປາສັກ, ປັດຈຸບັນ ເປັນ ຣັຖມົນຕຣີ ສໍານັກ ຣັຖບານ ແລະ ມີຄວາມ ເປັນໄປໄດ້ ທີ່ຈະກ້າວ ເຂົ້າໄປເປັນ ຄນະ ກັມມະການ ກົມການເມືອງ. ຍານາງ ວຽງທອງ ສີພັນດອນ ລູກສາວ ຂອງ ທ່ານ ຄໍາໄຕ ເປັນປະທານ ອົງການ ກວດສອບ ພັກແລະຣັຖ ແລະ ມີປະສົພການ ຫຼາຍ ພໍສົມຄວນ ດ້ານ ການຄຸ້ມຄອງ ແລະ ບໍຣິຫານ ການເງິນ ຊຶ່ງ ມີຄວາມ ເປັນໄປໄດ້ ທີ່ຈະກ້າວ ເຂົ້າກໍາ ຕໍາແໜ່ງ ສໍາຄັນພາຍໃນ ກັມມະການ ສູນກາງພັກ ຕື່ມອີກ, ແລະ ລູກເຂີຍ ຄົນນຶ່ງ ທ່ານ ຄໍາແພງ ໄຊສົມແພງ ອະດີດ ເຈົ້າແຂວງໆ ຫຼວງພຣະບາງ ແລະ ປັດຈຸບັນ ກໍາຕໍາແຫນ່ງ ຣັຖມົນຕຣີ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ກໍຄາດວ່າ ຢູ່ໃນຖັນແຖວ ການນໍາຕໍ່ໄປ.

ທ່ານ ໄຊສົມພອນ ພົມວິຫານ ລູກຊາຍ ຂອງ ທ່ານ ມື້ລາງ ໄກສອນ ພົມວິຫານ ຊຶ່ງເປັນລຸ້ນ ແກ່ສນາມ ແດ່ແລ້ວ, ປັດຈຸບັນ ເປັນຮອງ ປະທານ ສະພາ ປະຊາຊົນ ສູງສຸດ ມານານ ສົມຄວນແລ້ວ ຊຶ່ງ ມີຄວາມ ເປັນໄປໄດ້ ຈະກ້າວຂຶ້ນເປັນ ສະມາຊິກ ກົມການ ເມືອງ, ແລະ ຕໍ່ມາອີກ ແມ່ນລູກຊາຍ ຂອງ ທ່ານ ສະໝານ ວິຍະເກດ ອະດີດ ປະທານ ສະພາ ປະຊາຊົນ ສູງສຸດ ເປັນຄົນລຸ້ນ ຫນຸ່ມນ້ອຍ ແກ່ ປານກາງ, ປັດຈຸບັນ ເປັນເຈົ້າແຂວງໆ ອັດຕະປື ເມື່ອກ່ອນນັ້ນ ເປັນ ຣັຖມົນຕຣີ ກະຊວງ ອຸດສະຫະກັມ ການຄ້າ ກໍຄາດວ່າ ຈະກັບມາ ມີບົດບາດ ຕື່ມ.

ຖ້າຈະໄລ່ ໃຫ້ໝົດ ທຸກໆຄອບຄົວ ປະຕິວັດ ເກົ່າແລະໃໝ່ ກໍຍັງມີ ຫຼາຍໆຄົນ, ແຕ່ເປັນທີ່ ສັງເກດວ່າ ຍັງບໍ່ເຫັນ ລູກຫຼານ ຂອງອະດີດ ຜູ້ນໍາ ການປະຕິວັດ ຫຼາຍຄົນ ຫລື ຜູ້ນໍາຫຼາຍຄົນ ໃນຊຸດ ປັດຈຸບັນ ທີ່ ບໍ່ປາກົດ ກ້າວຂຶ້ນມາຢູ່ ໃນຣະດັບ ການນໍາເລີຍ.

ສໍາລັບ ຄນະຜູ້ນໍາ ໃນ ວາຣະ 5 ປີ ຕໍ່ໄປນີ້ ຊາວລາວ ກໍາລັງພາກັນ ສົນໃຈ ເບິ່ງຢູ່ວ່າ ຜູ້ໃດຈະໄດ້ ກໍາຕໍາແຫນ່ງ ປະທານ ປະເທດ ແລະ ເລຂາທິການໃຫ່ຽ ພັກ ແທນ ທ່ານ ຈູມມາລີ ໄຊຍະສອນ ຊຶ່ງ ກໍາຕໍາແນ່ງ ນີ້ມາໄດ້ 2 ສະໄໝ ແລ້ວ, ມີຜູ້ໃດແດ່ຈະ ເຂົ້າມາຢູ່ ໃນຄນະ ກົມການເມືອງ, ມີຜູ້ໃດແດ່ ຈະຢູ່ໃນຄນະ ບໍຣິຫານ ກັມມະການ ສູນກາງພັກ, ແລະ ຈະມີຜູ້ໃດແດ່ ກ້າວເຂົ້າມາ ຢູ່ໃນ ກັມມະການ ສູນກາງພັກ ຊຶ່ງ ປັດຈຸບັນ ມີ 61 ຄົນ.

ມີການຕັ້ງ ຄໍາຖາມ ຂຶ້ນວ່າ ຄນະ ກົມການເມືອງ ຊຸດ ປັດຈຸບັນ ໄດ້ຕົກລົງກັນ ແນວໃດແດ່ ໃນການແບ່ງປັນ ອໍານາດ ບໍຣິຫານ ພັກ ແລະ ຣັຖບານ, ແມ່ນຜູ້ໃດ ຈະໄດ້ກໍາ ຕໍາແຫນ່ງ ນາຍົກ ຣັຖມົນຕຣີ ແທນ ທ່ານ ທອງສິງ ທັມມະວົງ ທີ່ກໍາຕໍາແຫນ່ງ ນີ້ໄດ້ ນຶ່ງສະໄໝ ພໍດີ, ແລະ ຜູ້ໃດຈະໄດ້ ກໍາຕໍາແຫນ່ງ ປະທານ ສະພາ ປະຊາຊົນ ສູງສຸດ? ທັງໝົດ ທີ່ ກ່າວມານີ້ ສ່ວນໃຫຽ່ ຄນະ ກົມການເມືອງ ຊຸດ ປັດຈຸບັນ ອາດສາມາດ ຕົກລົງກັນ ແລະ ແຕ່ງຕັ້ງ ໄວ້ໝົດແລ້ວ, ແຕ່ບໍ່ສາມາດ ເປີດເຜີຍ ໄດ້ເທື່ອ ຈົນຮອດ ກອງປະຊຸມໃຫຽ່ ຂອງພັກ ຊຶ່ງ ກໍານົດຂຶ້ນ ພາຍໃນ ທ້າຍເດືອນ ມົກກະຣາ ປີ 2016 ນີ້.

ຊາວຫຼວງພຣະບາງ ທ່ານນຶ່ງ ທີ່ສົນໃຈ ນໍາການສັບປ່ຽນ ຜູ້ນໍາ ແຕ່ລະຊຸດ ໃຫ້ຄວາມ ເຫັນວ່າ ຜູ້ທີ່ຈະເປັນ ນາຍົກ ຄົນຕໍ່ໄປ ຄົງເປັນ ທ່ານ ສອນໄຊ ສີພັນດອນ:

"ເພິ່ນຕຣຽມ ມາແລ້ວວ່າຊັ້ນ ເຫັນເຂົາ ເວົ້າກັນ 4-5 ເດືອນ ມານີ້ ແຫລະວ່າ ພຸ້ນແຫລະ ລູກລູງຄໍາໄຕ ພຸ້ນແຫລະ ເຈົ້າແຂວງ ປາກເຊ ສອນໄຊ ອະ ສີພັນດອນ ນີ້ແຫລະ. ມານີ້ເພິ່ນກ່າ ມາເປັນ ຣັຖມົນຕຣີ ສໍານັກງານ ນາຍົກ ຫວາ ມັນສີ່ ແມ່ນບໍລະ".

ປັດຈຸບັນ ຄນະ ກົມການເມືອງ 11 ຄົນ ປະກອບ ດ້ວຍ:

1-ທ່ານ ຈູມມາລີ ໄຊຍະສອນ ປະທານ ປະເທດ ແລະ ເລຂາທິການ ພັກ ປະຊາຊົນ ປະຕິວັດ ລາວ ອາຍຸ 79 ປີ,

2-ທ່ານ ທອງສິງ ທັມະວົງ ນາຍົກ ຣັຖມົນຕຣີ ອາຍຸ 71 ປີ,

3-ທ່ານ ບຸນຍັງ ວໍຣະຈິດ ຮອງ ປະທານ ປະເທດ ອາຍຸ 78 ປີ,

4-ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງປະເທດ ອາຍຸ 70 ປີ,

5-ຍານາງ ປານີ ຢາທໍຕູ ປະທານ ສະພາ ປະຊາຊົນ ສູງສຸດ ອາຍຸ 64 ປີ,

6-ທ່ານ ອາຊາງ ເລົາລີ ອາຍຸ 74 ປີ,

7-ທ່ານ ທ່ານ ດວງໃຈ ພິຈິດ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ ທີ ເສັຽຊີວິດ ໄປແລ້ວ,

8-ທ່ານ ສົມສະຫວາດ ເລັງສະຫັວດ ຮອງ ນາຍົກ ຣັຖມົນຕຣີ ອາຍຸ 70 ປີ,

9-ທ່ານ ບຸນທອງ ຈິດມະນີ ປະທານ ກັມມາທິການ ກວດສອບ ສູນກາງພັກ ອາຍຸ 66 ປີ,

10-ທ່ານ ບຸນປອນ ບຸດຕານະວົງ ເລຂາທິການ ຊາວຫນຸ່ມ ສູນກາງພັກ ປະຊາຊົນ ປະຕິວັດ ລາວ ອາຍຸ 60 ປີ,

11-ທ່ານ ພານຄໍາ ວິພາວັນ ອາຍຸ 64 ປີ.

ໃນຈໍານວນ ທີ່ກ່າວມານີ້ ຢ່າງນ້ອຍ 6 ຄົນ ທີ່ ມີການສຶກສາ ຣະດັບສູງ. ຄວາມເຫັນ ຂອງຄນະ ປັນຍາຊົນ ສະພາກາເຟ ບອກວ່າ ໃນ ສະພາບໃໝ່ ທີ່ລາວ ມີບົດບາດ ຫລາຍຂຶ້ນ ໃນ ວົງການເມືອງ ສາກົນ ແລະ ຮວມຕົວເຂົ້າ ກັບ ພູມີພາກ ນີ້, ພັກ ປະຊາຊົນ ປະຕິວັດ ລາວ ມີຄວາມຈໍາເປັນ ຕ້ອງໄດ້ເອົາ ຄົນລຸ້ນໃໝ່ ທີ່ ມີຣະດັບ ການສຶກສາ ສູງ ແລະ ມີ ປະສົພການ ເປັນຜູ້ນໍາ ຫຼາຍດ້ານ. ຄວາມຈິງ ແລ້ວ ພັກ ປະຊາຊົນ ປະຕິວັດ ລາວ ກໍເຮັດຈັ່ງຊັ້ນ ອີ່ຫລີ ຕ່າງແຕ່ວ່າ ຄນະຜູ້ນໍາ ຊຸດ ປັດຈຸບັນ ໄດ້ຕຣຽມ ເອົາລູກຫລານ ຂອງຕົນ ຜູ້ທີ່ມີ ຄວາມສາມາດ ແດ່ ໄປສຶກສາ ຕໍ່ໃຫ້ໄດ້ ປຣິນຍາ ຣະດັບສູງ ເພື່ອມາລຽນແຖວ ສືບຕໍ່ ກໍາອໍານາດ ແທນຜູ້ນໍາ ລຸ້ນເກົ່າ ຕາມຣະບອບ ເກື້ອກຸນ ຄອບຄົວ ແລະ ຍາຕພີ່ນ້ອງ (Nepotism) ແບບດຽວກັນ ກັບ ພັກ ຄອມມູຍນິສ ວຽດນາມ ເພາະວ່າ ຕາມ ປະຫັວດສາດ ການ ປະຕິບັດ ພາຍໃນ ພັກ ຄອມມູຍນິສ ວຽດນາມ ນັ້ນ, ທ່ານ ມື້ລາງ ປະທານ ໂຮ່ຈິມິນ ໄດ້ກໍານົດໄວ້ ຢ່າງ ຈະແຈ້ງວ່າ ຜູ້ນໍາ ຊຸດຕໍ່ໆໄປ ຈະແມ່ນ ຊຸດໃດກໍດີ ຈະຕ້ອງແມ່ນ ລູກ-ຫລານ ຫລື ເຊື້ອສາຍ ນັກ ປະຕິວັດ ທີ່ ມີຄວາມຈົງຮັກ ພັກດີ ຕໍ່ຣະບອບ ສັງຄົມນິຍົມ ເພື່ອ ຈະສາມາດ ຮັກສາ ຣະບອບ ນີ້ໄວ້ໄດ້.

ເຖິງຢ່າງໃດ ກໍດີ ນັກ ປັນຍາຊົນ ສະພາກາເຟ ບອກວ່າ ການຊີ້ນໍາ ໃຫ້ເອົາ ຜູ້ໃດຂຶ້ນ ຜູ້ໃດລົງ ຂັ້ນເດັດຂາດ ແມ່ນ ພັກ ຄອມມູຍນິສ ວຽດນາມ ເພາະວ່າ ກອງປະຊຸມໃຫ່ຽ ຄັ້ງທີ່ສອງ ຂອງພັກ ຄອມມູຍນິສ ອິນໂດຈີນ ເມື່ອປີ 1951 ທີ່ ຕົກລົງ ໃຫ້ແຍກ ພັກ ອອກເປັນ 3 ພັກ ຄືພັກ ຄົນງານ ວຽດນາມ ພັກ ປະຊາຊົນ ກໍາພູຊາ ແລະ ພັກ ປະຕິວັດ ລາວ ຊຶ່ງ ພັກ ຄົນງານ ວຽດນາມ ໃນສະໄໝ ນັ້ນ ຮັກສາ ສິດທິ ໃນການດູແລ ເບິ່ງແຍງ ຄວາມກ້າວໜ້າ ແລະ ການເຄື່ອນໄຫວ ຂອງສອງ ພັກ ປະຕວັດ ລາວ ແລະ ພັກ ປະຊາຊົນ ກໍາພູຊາ ຕລອດມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.