ວິສັຍທັສ ປະຊາຄົມ ອາຊຽນ

ສົມເນ
2016.07.22
F-asean-senior ເຈົ້າໜ້າທີ່ ອາວຸໂສ ອາຊຽນ ຖ່າຍຮູປຮ່ວມກັນ ໃນໂອກາດ ເຂົ້າຮ່ວມປະຊຸມ ທີ່ ນະຄອນຫຼວງວຽງຈັນ
RFA

ໃນວັນທີ 22 ກໍຣະກະດາ ເປັນມຶ້ທີສອງ ຂອງ ວາຣະ ກອງປະຊຸມ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ຄັ້ງທີ 49 ໄດ້ມີ ກອງປະຂຸມ ເຈົ້າໜ້າທີ່ ອາວຸດໂສ ອາຊຽນ ຢູ່ທີ່ສູນປະຊຸມ ແຫ່ງຊາຕ ນະຄອນຫຼວງ ວຽງຈັນ.

ກອງປະຊຸມ ໄດ້ສືບຕໍ່ ສົນທະນາ ຄວາມພຍາຍາມ ເພື່ອຈັດຕັ້ງ ປະຕິບັດ ວີສັຍທັສ ປະຊາຄົມ ອາຊຽນ 2025 ໂດຍສະເພາະ ການຈັດຕັ້ງ ປະຕິບັດ ແຜນແມ່ບົດ ການເມືອງ ຄວາມໝັ້ນຄົງ ອາຊຽນ ປີ 2025 ທີ່ ກອງປະຊຸມ ສຸດຍອດ ຜູ້ນໍາ ອາຊຽນ ຄັ້ງທີ່ 27 ເມື່ອເດືອນ ພຶສຈິກາ ປີ 2015 ຮັບຮອງ ເອົາ, ຕາມບົດອອກຂ່າວ ກອງປະຊຸມ ເຈົ້າໜ້າທີ່ ອາວຸດໂສ ອາຊຽນ.

ພ້ອມນັ້ນ ກອງປະຊຸມ ໄດ້ສືບຕໍ່ ສົນທະນາ ຄວາມພຍາຍາມ ເພື່ອ ຈັດຕັ້ງ ປະຕິບັດ ຂໍ້ສະເໜີ ຂອງ ຫນ່ວຍງານ ສະເພາະກິຈ ຣະດັບສູງ ກ່ຽວກັບ ເຮັດໃຫ້ ກອງເລຂາ ອາຊຽນ ມີຄວາມເຂັ້ມແຂງ ແລະ ທົບທວນ ອົງການ ຈັດຕັ້ງຕ່າງໆ ຂອງ ອາຊຽນ, ປຶກສາຫາລື ການສະໝັກເຂົ້າ ເປັນ ພາຄີ ສົນທິສັນຍາ ໄມຕຣີຈິດ ແລະ ການຮ່ວມມື ຢູ່ ເອເຊັຽ ຕາເວັນອອກ ສຽງໃຕ້ ແລະ ເນື້ອໃນຂອງ ຖະແຫລງການ ຂອງ ຣັຖມົນຕຣີ ຕ່າງ ປະເທດ ອາຊຽນ ເນື່ອງໃນ ໂອກາດ ຄົບຮອບ 40 ປີ ຂອງ ສົນທິສັນຍາ ດັ່ງກ່າວ.

ພ້ອມນີ້, ເຈົ້າໜ້າທີ່ ອາວຸໂສ ອາຊຽນ ຍັງໄດ້ແລກປ່ຽນ ຄໍາເຫັນ ກ່ຽວກັບ ການຂະຫຍາຍ ການຮ່ວມມື ກັບ ພາຍນອກ ແລະ ຄວາມເປັນແກນກາງ ຂອງ ອາຊຽນ. ນອກຈາກ ນີ້, ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ຍັງໄດ້ ສົນທະນາ ການກະກຽມ ສໍາລັບ ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ອາຊຽນ+3, ກອງປະຊຸມ ເຈົ້າໜ້າທີ່ ອາວຸໂສ ຂອງ ກອງປະຊຸມ ສຸດຍອດ ເອເຊັຽ ຕາເວັນອອກ, ກອງປະຊຸມ ກັມມາທິການ ເຂດປອດອາວຸດ ນິວເຄລັຽ ເອເຊັຽ ຕາເວັນອອກ ສຽງໃຕ້,

ກອງປະຊຸມ ຮະຫວ່າງ ຣັຖມົນຕຣີ ການຕ່າງປະເທດ ອາຊຽນ ກັບ ຄນະ ກັມມາທິການ ຣະຫວ່າງ ຣັຖບານ ອາຊຽນ ວ່າດ້ວຍ ສິດທິ ມະນຸດ, ກອງປະຊຸມ ຣັຖມົນຕຣີ ຕ່າງປະເທດ ອາຊຽນ ຄັ້ງທີ 49,  ບັນດາ ກອງປະຊຸມ ຣັຖມົນຕຮີ ການຕ່າງປະເທດ ອາຊຽນ ກັບຄູ່ ເຈຣະຈາ ອາຊຽນ, ກອງປະຊຸມ ຣັຖມົນຕີ ການຕ່າງປະເທດ ອາຊຽນ +3 ຄັ້ງທີ 17, ກອງປະຊຸມ ຣັຖມົນຕີ ການຕ່າງປະເທດ ຂອງ ກອງປະຊຸມ ສຸດຍອດ ເອເຊັຽ ຕາເວັນອອກ ຄັ້ງທີິ 6 ແລະ ກອງປະຊຸມ ເວທີ ພາກພື້ນ ອາຊຽນ ARF ຄັ້ງທີ 23 ຊຶ່ງຈະຈັດຂຶ້ນ ໃນວັນທີ 23-26 ກໍຣະກະດາ 2016 ທີ່ ນະຄອນຫຼວງ ວຽງຈັນ.

ກອງປະຂຸມ ເຈົ້າໜ້າທີ່ ອາວຸດໂສ ອາຊຽນ ຄັ້ງນີ້ ແມ່່ນພາຍໃຕ້ ການເປັນປະທານ ຂອງ ພນະທ່ານ ອາລຸນແກ້ວ ກິດຕິຄຸນ ຣັຖມົນຕຣີ ປະຈໍາ ສໍານັກງານ ນາຍົກ ຣັຖມົນຕຣີ ທັງເປັນ ຫົວໜ້າ ເຈົ້າໜ້າທີ່ ອາວຸໂສ ອາຊຽນ ຂອງ ສປປ ລາວ ໂດຍມີ ຫົວໜ້າ ເຈົ້າໜ້າທີ່ ອາວຸໂສ ຈາກ ປະເທດ ສະມາຊິກ ອາຊຽນ, ຮອງ ເລຂາທິການ ໃຫຍ່ ອາຊຽນ ຮັບຜິດຊອບ ເສົາຄໍ້າ ການເມືອງ - ຄວາມໝັ້ນຄົງ ອາຊຽນ ພ້ອມດ້ວຍ ຄນະຜູ້ແທນ ເຂົ້າຮ່ວມ.

ສົມເນ RFA ຣາຍງານ ຈາກ ນະຄອນຫຼວງວຽງຈັນ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.