ຈີນ ອ້າແຂນຮັບ ລາວ

ມະນີຈັນ
2016.08.05
f-saleumxay ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕ6ີ ການຕ່າງປະເທດ ສປປ ລາວ
RFA

ຣັຖມົນຕຣີການຕ່າງປະເທດ ຈີນ ທ່ານ Wang Yi ແລະ ຄູ່ຕໍາແໜ່ງ ຝ່າຍລາວ ທ່ານ ສະເຫລີມໄຊ ກົມມະສິດ ພົບພໍ້ກັນ ຢູຸ່ ກອງປະຊຸມ ທີ່ ກຸງປັກກິ່ງ ເມື່ອວັນພຸດ ຜ່ານມານີ້ ເພື່ອຫາລື ກ່ຽວກັບ ກອງປະຊຸມ ສຸດຍອດ ອາຊຽນ ໃນ ເດືອນໜ້າ ຮວມເຖິງ ການຍົກຣະດັບ ຄວາມສັມພັນ ຣະຫວ່າງ 2 ຝ່າຍ ລາວ-ຈີນ.

ຂ່າວ ວິທຍຸ ຈີນ ສາກົລ ວັນທີ 4 ສິງຫາ ນີ້ ຣາຍງານວ່າ ລາວ ຜູ້ເປັນ ປະທານວຽນ ອາຊຽນ ປີ 2016 ເປັນເຈົ້າພາບ ກອງປະຊຸມ ສຸດຍອດ ທີ່ ນະຄອນຫຼວງ ວຽງຈັນ ເພື່ອ ສລອງການ ພົວພັນ ຢ່າງເປັນທາງການ ຣະຫວ່າງ  ຈີນ ແລະ ອາຊຽນ ຄົບຮອບ 25 ປີ. ທ່ານ Wang Yi ກ່າວວ່າ ພວກທ່ານ ຄອງຄອຍ ທີ່ ຈະປະກາດ ຖແລງການຮ່ວມ ເພື່ອການຮ່ວມມື ຈີນ-ອາຊຽນ ທີ່ມີຜົລ ງອກງາມ.

ພ້ອມດຽວກັນ ພວກທ່ານ ກໍຈະຮັບຜ່ານ ແຜນການ 5 ປີ ໃນການແລກປ່ຽນ ດ້ານ ການສຶກສາ ແລະ ກໍມີແຜນການ ທີ່ ຈະເຮັດໃຫ້ ປີ 2017 ເປັນປີ ແຫ່ງ ການຮ່ວມມື ຈີນ-ລາວ ໃນຂແນງ ການທ່ອງທ່ຽວ ນໍາດ້ວຍ.

ທ່ານ Wang Yi ເວົ້າຕື່ມວ່າ ຕົວທ່ານເອງ ແລະ ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ ຫາລືກັນ ກ່ຽວກັບ ແນວຄິດ ເຊື່ອມ ຂໍ້ລິເລີ່ມ ວົງແຫວນ ແລະ ເສັ້ນທາງ ຂອງຈີນ ກັບ ຍຸທສາດ ປ່ຽນຈາກ ການເປັນປະເທດ ບໍ່ມີທາງ ອອກສູ່ ທະເລ ຫລື landlocked ມາເປັນປະເທດ ເຊື່ອມຕໍ່ ທາງບົກ ຂອງລາວ.

ແລະວ່າ ຈີນແລະລາວ ຄວນເລັ່ງກໍ່ສ້າງ ທາງຣົດໄຟ ຈີນ-ລາວ ຊຶ່ງເປັນໂຄງການ ສໍາຄັນ ທີ່ໝາຍເຖິງ ຄວາມສັມພັນ ຣະຫວ່າງ ຈີນແລະລາວ ນັ້ນ ໄວເທົ່າທີ່ ຈະໄວໄດ້.
ທາງດ້ານ ທ່ານ ສະເຫລີມໄຊ ກົມມະສິດ ກໍກ່າວວ່າ ທ່ານພໍໃຈ ໃນຜົລການ ພົບພໍ້ ກັບທ່ານ Wang Yi ໂດຍເນັ້ນວ່າ ຈີນ ຍັງເປັນ ແລະຈະເປັນ ຄູ່ພາຄີ ເຈຣະຈາ ສໍາຄັນ ທີ່ສຸດ ຂອງອາຊຽນ. ຈີນ ແລະລາວ ສລອງ ການພົວພັນ ທາງການທູດ ຣະຫວ່າງກັນ ຄົບຮອບ 55 ປີ ໃນປີ 2016 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.