ບົດບາດແມ່ຍິງລາວ ຄ່ອຍເປັນ ຄ່ອຍໄປ

ອຸ່ນແກ້ວ ສຸກສະຫວັນ
2017.03.08
f-woman ແມ່ຍິງລາວ ເຮັດວຽກງານ ຊ່ອຍຄອບຄົວໄດ້ ທຽບເທົ່າກັບຜູ້ຊາຍ
Courtesy of Jeff Hirschberg

ປັດຈຸບັນຄວາມຮູ້ ຄວາມສາມາດຂອງແມ່ຍິງ ຍັງດ້ອຍກວ່າຜູ້ຊາຍ ໂດຍສະເພາະ ຢູ່ເຂດ ຊົນນະບົດ ແມ່ຍິງ ຍັງບໍ່ໄດ້ ຮັບການຊຸກຍູ້ ໃຫ້ໄດ້ຮຽນຢູ່ ໃນລະດັບ ການສຶກສາສູງ. ອະດີດ ພະນັກງານ ໜ່ວຍງານພັກ ຮາກຖານ ນາງນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ເນື່ອງໃນວັນ ແມ່ຍິງສາກົນ ວ່າ:

"ຄວາມເປັນແມ່ຍິງ ກໍມີອຸປສັກນັ້ນແລ້ວ ເພາະວ່າ ແມ່ນສ່ວນຫຼາຍຜູ້ຍິງເຮົາ ພໍ່ແມ່ ຈະເປັນຫ່ວງ ບໍ່ຢາກໃຫ້ ໄປຮ່ຳໄປຮຽນ ເພາະນັ້ນ ຄວາມຮູ້ ຄວາມສາມາດ ໃນບາງເທື່ອ ກໍຍັງບໍ່ເທົ່າ ກັບເພດຊາດ ປານໃດນະ".

ເຖິງວ່າປັດຈຸບັນ ໜ່ວຍງານແມ່ຍິງ ຂອງແຂວງ ຈະພຍາຍາມ ເຊື່ອມຊຶມ ແລະຊຸກຍູ້ ໃຫ້ທຸກຄົນເຂົ້າໃຈ ຄວາມສະເໝີພາບ ຂອງບົດບາດ ຍິງ-ຊາຍ, ແຕ່ໃນທາງ ປະຕິບັດແລ້ວ ກໍຍັງເຮັດ ບໍ່ທັນໄດ້. ດັ່ງນາງກ່າວ ຕື່ມອີກວ່າ:

"ຂະເຈົ້າຍົກບົດບາດແມ່ຍິງ ໃຫ້ເທົ່າທຽມ ກັບເພດຊາຍ ແຕ່ວ່າໃນການຈັດຕັ້ງ ປະຕິບັດຕົວຈິງ ນີ້ກໍຍັງ ຍ້ອນວ່າເພດຍິງ ພວກເຮົາ ລະດັບ ຄວາມຮູ້ ຄວາມສາມາດ ກໍຍັງບໍ່ເທົ່າກັບ ເພດຊາຍ ເປີເຊັນ ໃນການນຳຕ່າງໆ ຂອງເພດຍິງ ກໍຍັງບໍ່ທັນຫຼາຍ".

ອີງຕາມຂໍ້ມູນ ຈາກສະພາແຫ່ງຊາດ ໃນເດືອນມີນາ ປີ 2016 ທີ່ຜ່ານມາ ໄດ້ຮູ້ວ່າ, ຈຳນວນ ສະມາຊິກ ສະພາແຫ່ງຊາດ ຫລື ສສຊ ມີ ທັງໝົດ 149 ທ່ານ ໃນນັ້ນມີ ສະມາຊິກ ເພດຍິງ 41 ທ່ານ ຂຶ່ງຢູ່ໃນ ອັດຕຣາສ່ວນ 27.5 ເປີເຊັນ. ເຈົ້າໜ້າທີ່ ທ່ານນີ້ກ່າວ ຕື່ມອີກວ່າ ການຍົກລະດັບ ການສຶກສາ ໃຫ້ແມ່ຍິງ ຈະເປັນວິທີການນຶ່ງ ທີ່ຈະສົ່ງເສີມ ບົດບາດ ຂອງແມ່ນຍິງ ໃຫ້ຫຼາຍຂຶ້ນ ເພື່ອໃຫ້ແມ່ຍິງ ເຂົ້າມາ ມີບົດບາດ ໃນວຽກງານຕ່າງໆ ບໍ່ວ່າຈະຢູ່ໃນ ອົງການ ຈັດຕັ້ງຂອງຣັຖ ແລະ ຢູ່ໃນຫົວໜ່ວຍ ທຸຣະກິຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.