ສະມາຄົມນັກຂ່າວ ຢູ່ໄທ ຖແລງຂ່າວ

ໄມຊູລີ
2016.12.19
F-Sombat ມາດາມ ອຶງຊຸຍເມັງ ໃນວັນຖແລງຂ່າວ ຂອງສະມາຄົມ ນັກຂ່າວຕ່າງປະເທດ ແຫ່ງປະເທດໄທ ຄົບຮອບ 4 ປີທີ່ ທ່ານສົມບັດ ສົມພອນ ຫາຍສາບສູນ
RFA

ໃນວັນທີ 19 ທັນວາ ສະມາຄົມ ນັກຂ່າວ ຕ່າງປະເທດ ແຫ່ງ ປະເທດໄທ ໄດ້ຖແລງຂ່າວ ໃນໂອກາດ ຄົບຮອບ 4 ປີ ຂອງການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ຄົນລາວ ແລະ ເຈົ້າຂອງ ຣາງວັນ ແມັກໄຊໄຊ ປີ 2005.

ທ່ານສົມບັດ ສົມພອນ ໄດ້ຖືກ ລັກພາໂຕໄປ ໃນຣະຫວ່າງ ທາງຂັບຣົຖ ກັບບ້ານຢູ່ ນະຄອນຫຼວງ ວຽງຈັນ ໃນວັນເສົາ ທີ 15 ເດືອນ ທັນວາ 2012 ຈົນເຖິງ ປັຈຈຸບັນ ຍັງບໍ່ມີ ຄວາມຄືບໜ້າໃດໆ ກ່ຽວກັບ ການສືບສວນ ສອບສວນ ເພື່ອຊອກຫາ ທ່ານສົມບັດ ສົມພອນ ກັບຄືນສູ່ ຄອບຄົວ ຂອງ ທ່ານ ດ້ວຍຄວາມປອດພັຍ.

ໃນໂອກາດນີ້ຍານາງ Shui Meng ພັລຍາຂອງທ່ານ ສົມບັດ ໄດ້ເລົ່າເຖິງ ການປະຕິບັດ ວຽກງານ ຊ່ວຍເຫລືອ ສັງຄົມ ກ່ອນທີ່ ທ່ານ ສົມບັດ ຫາຍສາບສູນ ໄປນັ້ນຖືເປັນ ເຣື້ອງທີ່ເກີດ ມີຄໍາຖາມ ຕາມມາ ຢ່າງຫຼວງຫຼາຍ ໃນສັງຄົມຮວມທັງ ມິຕສະຫາຍ ແລະ ອົງການ ຕ່າງປະເທດ ທີ່ໄດ້ຂ່າວ ການຫາຍສາບສູນ ຂອງ ນັກພັທນາ ຜູ້ທີ່ຂຶ້ນຊື່ວ່າ ເຮັດວຽກ ເພື່ອສັງຄົມ ໂຕຈິງ ການຫາຍສາບສູນ ຂອງທ່ານ ສົມບັດສົມພອນ ສ້າງຄວາມ ກັງວົນໃຈ ໃຫ້ແກ່ຍານາງ Shui Meng ຢ່າງໜັກໜ່ວງ ເນື່ອງຈາກວ່າ ເວລາຜ່ານໄປໄດ້ 4 ປີແລ້ວ ແຕ່ຍັງ ບໍ່ມີວີ່ແວວ ຂອງທ່ານ ສົມບັດ ເລີຍ. ແຕ່ລະມື້ ນາງຢູ່ໄດ້ດ້ວຍ ຄວາມຫວັງ ວ່າມື້ນຶ່ງ ທ່ານສົມບັດ ຈະກັບຄືນສູ່ ຄອບຄົວ. ດັ່ງນາງກ່າວ ໃນຕອນນຶ່ງ ວ່າ:

“ມັນຍາກຫຼາຍ 4 ປີແລ້ວ 15 ທັນວາ ຄົບຮອບ ການຫາຍສາບສູນ ທ່ານສົມບັດ ສົມພອນ ມັນງ່າຍຂຶ້ນບໍ? ບໍ່ ຂ້າພະເຈົ້າ ຍັງປະເຊີນ ກັບມັນ ທຸກມື້ນີ້ ຄວາມເຂັ້ມແຂງ ທາງຈິດໃຈ, ຄວາມອຸກອັ່ງ, ແມ່ນສືບຕໍ່ ເຈົ້າບໍ່ເຂົ້າໃຈ ວ່າແມ່ນຫຍັງ ເກີດຂຶ້ນ ເຈົ້າ ພຍາຍາມ ທີ່ຈະ ເຂົ້າໃຈມັນ ແຕ່ເຈົ້າ ກໍບໍ່ສາມາດ ເຮັດໄດ້ ເຈົ້າມີແຕ່ ເດີນໜ້າ ມີຊີວິດ ຢູ່ດ້ວຍຄວາມຫວັງ ຄວາມຫວັງ ນັ້ນຄື ສິ່ງຈູງໃຈ ພຽງອັນດຽວ ທີ່ເຮັດໃຫ້ ເຈົ້າລຸກ ອອກຈາກຕຽງ ໄດ້ ໃນແຕ່ລະມື້”.

ຢ່າງໃດກໍຕາມ ຜູ້ເຂົ້າຮ່ວມງານ ຖແລງຂ່າວ ຂອງສະມາຄົມ ນັກຂ່າວຕ່າງປະເທດ FCCT ຢູບາງກອກຄັ້ງນີ້ ນອກຈາກຍານາງ Shui Meng ພັລຍາ ຂອງທ່ານ ສົມບັດ ສົມພອນແລ້ວ ກໍມີ ຍານາງ ອັງຄະນາ ນິລະໄພຈິດ ພັລຍາ ຂອງ ທ່ານ ສົມຊາຍ ນິລະໄພຈິດ ທະນາຍຄວາມ ຄົນໄທ ທີ່ ຫາຍສາບສູນ ເມື່ອ 12 ປີກ່ອນ ຮວມທັງຍານາງ ພິນນິພາ ພຶກສາພັນ ພັລຍາຂອງທ່ານ Billy ນັກຕໍ່ສູ້ ເພື່ອສິດທິ ຊາວກະຣຽງ ເມື່ອ 2 ປີກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.