ຄວາມຢ້ານຄວາມຣະແວງ ຄວາມປອດພັຍຢູ່ລາວ


2013.05.01
F-Sombat ຊາວລາວ ໃນປາຣີ ປະເທດຝຣັ່ງເສສ ທ້ອນໂຮມກັນ ທັກທ້ວງ ທວງໃຫ້ປ່ອຍ ທ່ານ ສົມບັດ ສົມພອນ ໃຫ້ມີ ອິສຣະ
Marcus Wiese

 

ຄວາມຢ້ານກົວ ຂອງ ປະຊາຄົມ ຕໍ່ ການລັກພາຕົວ ທ່ານ ສົມບັດ ສົມພອນ ນັກພັທນາ ຂອງລາວ ແຮງເພີ່ີ່ມຂຶ້ນ.

ທ່ານ ສົມບັດ ສົມພອນ ນັກພັທນາ ທີ່ດີເດັ່ນ ຂອງລາວ ຖືກລັກພາຕົວ ຢູ່ ດ່ານຕໍາຣວດ ທີ່ ນະຄອນຫລວງ ວຽງຈັນ ໃນວັນທີ 15 ທັນວາ 2012. ຈົນມາຮອດ ເວລານີ້ ທາງການລາວ ກໍຍັງເວົ້າວ່າ ຍັງບໍ່ມີ ຮ່ອງຮອຍ ແລະ ບໍ່ຕ້ອງການ ຄວາມຊ່ວຍເຫລືອ ຈາກ ຕ່າງ ປະເທດ ໃນການສືບສວນ ຊອກຫາ ແຕ່ຢ່າງໃດ. ຕາມຄໍາເວົ້າ ໃນ ບົດຄວາມ ຂອງທ່ານ Jonah Fisher ນັກຂ່າວ BBC ໃນວັນທີ 29 ເມສາ.

ທ່ານຂຽນວ່າ ມັນເປັນເຣື່ອງ ປະຫລາດໃຈ ເລັກນ້ອຍ ທີ່ ເຈົ້າໜ້າທີ່ ຊ່ວຍວຽກງານ ແລະ ນັກການທູດ ຢູ່ ສປປລາວ ມີຄວາມຢ້ານກົວ ແຮງທີ່ສຸດ.

ນາງ Shui-meng ເຫັນສາມີ ຂອງຕົນ ຄັ້ງລ່າສຸດ ໃນແຫວ່ນຣົດ ຂອງນາງ ເວລາຂັບຣົດ ກັບຄືນບ້ານ ຕາມເສັ້ນທາງ ສາຍທ່າເດື່ອ ທີ່ຍາວໄປຕາມ ແຄມແມ່ນໍ້າຂອງ. ນາງກ່າວ ຕໍ່ນັກຂ່າວ BBC ວ່າ:

"ນາງກ່າວວ່າ ນາງຍັງຄອງຄອຍ, ຍັງມີຄວາມຫວັງ ທີ່ຈະໄດ້ ຂ່າວຄາວ ສາມີ ຂອງນາງ ຢູ່ບ່ອນໃດ ແລະ ກໍເປັນຄວາມ ຮູ້ສຶກ ທີ່ ຄັບແຄ້ນແໜ້ນໃຈ ແລະ ນ້ອຍໃຈ ສໍາລັບ ທຸກຄົນ. ດັ່ງນັ້ນ ຈຶ່ງຂໍຮ້ອງໃຫ້ ທາງຣັຖບານ, ຂໍຮ້ອງໃຫ້ ທຸກຄົນ ທີ່ຮູ້ ບ່ອນຢູ່ ຂອງທ່ານ ສົມບັດ ສົມພອນ ນັ້ນ ຈົ່ງບອກໃຫ້ ພວກນາງຮູ້ ນໍາດ້ວຍ".

ຢ່າງໃດກໍຕາມ ຕລອດຣະຍະ 4 ເດືອນກວ່າ ທີ່ທ່ານ ສົມບັດ ສົມພອນ ຫາຍສາບສູນ ໄປນັ້ນ ນາງ Shui-meng ຜູ້ເປັນພັລຍາ ກໍໄດ້ ພຍາຍາມ ຄິດຕາມ ຊອກຫາສາມີ ຂອງຕົນ ຢ່າງບໍ່ລົດລະ ເພື່ອຫວັງ ຈະໃຫ້ສາມີ ຂອງ ນາງ ໄດ້ກັບຄືນ ຫາຄອບຄົວ ດ້ວຍຄວາມ ປອດພັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.