ທາງການຈະກວາດລ້າງ ຂໍທານ

ສິດນີ້
2016.10.19
F-BEGGAR ຄົນຂໍທານຕາບອດ ຕາມສະຖານທີ່ ສາທາຣະນະ ຢູ່່ ແຂວງບໍ່ແກ້ວ
RFA

ທາງການ ນະຄອນຫຼວງ ວຽງຈັນ ຕຣຽມກວາດລ້າງ ຄົນຂໍທານ ແລະ ຄົນເລ້ລ້ອນ ທີ່ຢູ່ຕາມ ທ້ອງຖນົນ ແລະ ສະຖານທີ່ ສາທາຣະນະ ຕ່າງໆ ໃນໄວໆນີ້ ເພື່ອໃຫ້ ປະເທດຊາດ ແລະ ສັງຄົມ ເປັນຣະບຽບ ຮຽບຮ້ອຍ ແລະ ງາມຕາ ຮວມທັງ ເປັນການປ້ອງກັນ ບັນຫາ ຫຍໍ້ທໍ້ ທີ່ ຈະຕາມມາ ໂດຍ ການສົ່ງກຸ່ມ ດັ່ງກ່າວ ກັບຄືນບ້ານເກີດ ເມືອງນອນ ຂອງ ພວກຂະເຈົ້າ ໃຫ້ອຳນາດ ການປົກຄອງ ທ້ອງຖິ່ນ ເປັນຜູ້ ເບິ່ງແຍງ. ດັ່ງ ເຈົ້າຫນ້າທີ່ ກະຊວງປ້ອງກັນ ຄວາມສງົບ ທ່ານນຶ່ງ ກ່າວເມື່ອ ວັນທີ 17 ຕຸລາ ນີ້ວ່າ:

"ເພື່ອຄວາມ ເປັນຣະບຽບ ຮຽບຮ້ອຍ ຂອງສັງຄົມນີ້ ກະສິເຮັດ ຫັ້ນແຫຼະ ພວກມະຍຸ ມະຍະ ໃນສັງຄົມນີ້ ກໍສິມີ ການຈັດຣະບຽບ ກວດກາ  ມີການ ສະກັດກັ້ນ ບໍ່ໃຫ້ເຂົາ ເລາະໄປຂໍ ສົ່ງຄືນໃຫ້ ອຳນາດ ປົກຄອງ ຢູ່ບ້ານໃດ ກໍສົ່ງກັບ ບັານນັ້ນ ຫັ້ນແຫຼະ".

ທ່ານກ່າວຕື່ມວ່າ ຄົນຂໍທານ ແລະ ຄົນເລ້ລ້ອນ ທີ່ ເຂົ້າມາພັກ ອາສັຍ ຕາມເມືອງຕ່າງໆ ໃນ ນະຄອນຫຼວງ ວຽງຈັນ ສ່ວນໃຫຍ່ ມາຈາກ ຕ່າງແຂວງ ທັງເປັນຄົນ ທີ່ບໍ່ມີ ວຽກເຮັດງານທຳ ແລະຕິດ ຢາເສພຕິດ ສ້າງພາບຮັກ ບໍ່ດີຕໍ່ ນັກທ່ອງທ່ຽວ ຊາວຕ່າງຊາດ ທີ່ ເຂົ້າມາລາວ ດັ່ງນັ້ນ ຈຶ່ງເຖິງ ເວລາແລ້ວ ທີ່ທາງການ ຈະ ປະຕິບັດ ການກວາດລ້າງ ກຸ່ມຄົນຂໍທານ ເຫຼົ່ານັ້ນ.

ອີງຕາມ ຂໍ້ມູນຈາກ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ໃນ ປັດຈຸບັນ ບັນຫາ ຄົນຂໍທານ, ຄົນເລ້ລ້ອນ ແລະ ຄົນບ້າຈິດ ເປັນ ບັນຫາ ໃຫຍ່ ໃນສັງຄົມ ທີ່ແກ້ໄຂຍາກ ຊຶ່ງ ໃນ ທຸກມື້ນີ້ ທົ່ວ ນະຄອນຫຼວງ ວຽງຈັນ ມີກຸ່ມຄົນ ເຫຼົ່ານີ້ກວ່າ 90 ຄົນ. ຜ່ານມາ ທາງການ ໄດ້ນຳ ພວກຂະເຈົ້າ ໄປໄວ້ຢູ່ ສູນສົມສງ່າ ພ້ອມທັງ ຝືກອາຊີບ ໃຫ້ ພວກຂະເຈົ້າ ແຕ່ຂາດ ງົບປະມານ ໃນເວລາ ຕໍ່ມາ ກຸ່ມດັ່ງກ່າວ ຈຶ່ງ ຖືກປ່ອຍ ໃຫ້ເລ້ລອນ. ສາເຫດນຶ່ງ ທີ່ມີ ຄົນຂໍທານ ແລະ ຄົນເລ້ລ້ອນ ຫຼາຍນັ້ນ ເປັນຍ້ອນ ຜົລກະທົບ ຈາກ ຢາເສພຕິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.