ລາວ-ກຳພູຊາ ຕົກລົງຖອນທະຫານ

ອຸ່ນແກ້ວ ສຸກສະຫວັນ
2017.08.12
f-hs ໃນຕອນເຊົ້າວັນທີ 12 ສິງຫາ 2017 ທ່ານຮຸນແຊນ ນາຍົກຣັຖມົນຕຣີ ປະເທດກັມພູຊາ ໄດ້ເດີນທາງມາ ນະຄອນຫຼວງວຽງຈັນ ເພື່ອ ພົບປະຫາລື ກັບ ທ່ານທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ລາວ ໃນບັນຫາທີ່ເຄັ່ງຕຶງ ຢູ່ເຂດຊາຍແດນ ແຂວງອັດຕະປື ແລະ ແຂວງ Stung Treng ຂອງປະເທດ ກໍາພູຊາ.
Courtesy of Tholakhong/Laosupdate

ນາຍົກຣັຖມົນຕຼີລາວ ທ່ານ ທອງລຸນ ສີສຸລິດ ແລະ ນາຍົກຣັຖມົນຕຼີ ກໍາພູຊາ ທ່ານ ຮຸນແຊນ ໄດ້ຕົກລົງກັນ ຖອນທະຫານ ຂອງຈາກພື້ນ ຂັດແຍ່ງ ຢູ່ເຂດຊາຍແດນ ແຂວງ ອັດຕະປື ຂອງລາວ ແລະ ແຂວງ ຊຽງແຕຼງ ຂອງກໍາພູຊາ ຫລັງຈາກທີ່ມີ ການປະຊຸມສຸກເສີນ ຂຶ້ນຢູ່ ນະຄອນຫລວງວຽງຈັນ ໃນວັນທີ 12 ສິງຫາ.

ຖະແຫລງການຂອງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີລາວ ຕໍ່ສື່ມວນຊົນ:

“ຂ້າພະເຈົ້າ ກັບ ນາຍົກຣັຖມົນຕຼີ ຮຸນເຊນ ໄດ້ພົບປະຫາລືກັນ ອີງໃສ່ ລະຫວ່າງ ສອງນາຍົກ ເພື່ອປຶກສາຫາລືກັນ ແກ້ໄຂບັນຫາ ທີ່ເຄັ່ງຕຶງ ຢູ່ຊາຍແດນ ລະຫວ່າງ ລາວ ແລະ ກໍາປູເຈັ້ຍ ທີ່ຢູ່ ລະຫວວ່າງ ແຂວງ ອັດຕະປື ກັບ ແຂວງ ຊຽງແຕງເນາະ.”

“ຂ້າພະເຈົ້າ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີ ຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມຢາມ ຢ່າງກະທັນຫັນ ໃນຄັ້ງນີ້ ຂອງນາຍົກ ຣັຖມົນຕຼີ ຮຸນແຊນ ນັ້ນສະແດງເຖິງວ່າ ການພົວພັນ ມິດຕະພາບ ການຮ່ວມມື ຢ່າງໃກ້ຊິດ ລະຫ່ວາງ ສອງຣັຖບານ ສອງປະຊາຊົນ ຂອງພວກເຮົາ.”

“ໂດຍສະເພາະການພົວພັນສ່ວນຕົວ ລະຫ່ວາງ ຂ້າພະເຈົ້າ ກັບ ນາຍົກຮຸນແຊນ ນັ້ນສາມາດປຶກສາຫາລື ແກ້ໄຂບັນຫາ ນຳກັນທຸກບັນຫາ ທີ່ເກີດຂຶ້ນ.”

“ກ່ອນອື່ນ ຂ້າພະເຈົ້າ ແລະ ສົມເດັດ ນາຍົກຮຸນແຊນ ປຶກສານຳກັນວ່າ ສະພາບຄວາມເຄັ່ງຕຶງ ທີ່ຈະເກີດຂຶ້ນ ຢູ່ເຂດນັ້ນ ຕ້ອງໄດ້ແກ້ໄຂ ນຳກັນ ຢ່າງເອົາໃຈໃສ່ ບໍ່ໃຫ້ມັນເກີດ ຂຶ້ນ.”

“ເປັນໜ້າເສັຍດາຍ ທີ່ກ່ອນນີ້ ຂ້າພະເຈົ້າ ຍັງບໍ່ທັນໄດ້ຮັບຈົດໝາຍ ຂອງນາຍົກຣັຖມົນຕຼີ ຮຸນແຊນ ໄດ້ຮັບຈົດໝາຍຊ້າ ກະເລີຍບໍ່ໄດ້ຕອບ ຈົດໝາຍ ຂອງນາຍົກຮຸນແຊນ.”

“ແຕ່ເຖີງຢ່າງໃດກໍຕາມ ມື້ນີ້ ພວກເຮົາປຶກສາຫາລື ກັນຢ່າງກົງໄປກົງມາ ດ້ວຍຄວາມເປັນມິດ ເພື່ອເຮັດໃຫ້ ສະຖານະການ ຢູ່ເຂດນັ້ນ ໃຫ້ບໍ່ໃຫ້ມີ ຄວາມເຄັ່ງຕຶງ ແລະ ບໍ່ກ້າວ ໄປເຖີງການ ໃຊ້ກຳລັງຕໍ່ກັນໄດ້.”

“ຂ້າພະເຈົ້າ ແລະ ສົມເດັດນາຍົກຮຸນແຊນ ໄດ້ຕົກລົງກັນວ່າ ຝ່າຍລາວຈະຖອນກຳລັງ ທີ່ບໍ່ທັນຖອນໝົດ ພາຍຫລັງສົມເດັດ ນາຍົກຮຸນແຊນ ທີ່ສັ່ງໃຫ້ຢຸດ ໃນການສ້າງ ເສັ້ນທາງ ເຂົ້າໄປເຂດນັ້ນ.”

“ຂ້າພະເຈົ້າໄດ້ສັ່ງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຖອນອອກໝົດ ບໍ່ໃຫ້ເກີນຕອນເຊົ້າ ຂອງມື້ອື່ນ (13 ສິງຫາ) ອັນທີ່ສອງ ສົມເດັດ ນາຍົກ ຮຸນແຊນ ກໍໄດ້ສັ່ງໃຫ້ ກຳລັງ ທີ່ເອົາໄປ ສະດົມໄວ້ ໃນເຂດນັ້ນ ແລະ ກະຖອນກຳລັງ ນັ້ນຄືນໄປ ເພື່ອຮັກສາ ສະຖານະການ ໃນເຂດນັ້ນ ໃຫ້ກັບເຂົ້າສູ່ ຄວາມເປັນ ປົກກະຕິ ສ້າງຄວາມໝັ້ນໃຈ ໃຫ້ແກ່ ປະຊາຊົນ ທັງສອງປະເທດ ຂອງພວກເຮົາ ວ່າ ຈະບໍ່ໃຫ້ເກີດ ເຫດການ ທີ່ບໍ່ພຶງປາຖນາເກີດຂຶ້ນ.”

“ພວກເຮົາ ທັງສອງນາຍົກ ໄດ້ປຶກສາ ຫາລື ແລະ ຕົກລົງກັນ ວ່າ ຄນະກຳມະການຊາຍແດນ ຂອງທັງສອງປະເທດ ກໍຄື ສອງກະຊວງ ການຕ່າງປະເທດ ຈະສືບຕໍ່ ປຶກສາຫາລື ພົບປະເຈຣະຈາ ແກ້ໄຂບັນຫາ ຊາຍແດນ ທີ່ຍັງບໍ່ທັນໄດ້ ຕົກລົງປັກຫລັກ ນຳກັນ ໃຫ້ສຳເຣັດ ໃຫ້ໄວ ເທົ່າທີ່ຈະໄວໄດ້ ເພື່ອສ້າງຄວາມ ເຂົ້າໃຈ ໃຫ້ເປັນ ມໍລະດົກຕົກທອດ ໃຫ້ແກ່ລູກຫລານ ຂອງພວກເຮົາ.”

“ພວກເຮົາທັງສອງນາຍົກ ໄດ້ປຶກສາຫາລືກັນວ່າ ພວກເຮົາຈະສືບຕໍ່ ເພື່ອສ້າງເງື່ອນໄຂ ໃຫ້ມີການ ປຶກສາຫາລືກັນ ເປັນປົກກະຕິ ໃນເມື່ອ ວ່າມີບັນຫາ ທີ່ເກີດຂຶ້ນ ໃນການ ແກ້ໄຂບັນຫາ ຊາຍແດນ ທີ່ທັງສອງປະເທດ ກໍໃຫ້ອີງໃສ່ ຜົນສຳເຣັດທີ່ຜ່ານມາ ໃຫ້ອີງໃສ່ ບັນດາ ເອກກະສານ ທີ່ພວກເຮົາໄດ້ ຕົກລົງ ຮັບຮອງເອົາ ລວມທັງ ສົນທິສັນຍາ ແລະ ແຜນທີ່ ທີ່ມີ ພວກເຮົາ ເອົາເປັນພື້ນ ເອົາເປັນພື້ນຖານ ປຶກສາຫາລືກັນ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.