ຈີນ ຕ້ອງຈິງໃຈໃຊ້ນໍ້າຂອງ ຮ່ວມກັນ

ອະວາຣີ
2016.04.28
F-Lancang (ຊ້າຍຫາຂວາ)ທ່ານ ກະວີ ຈົງກິຕຕະວອນ ຜູ້ຊ່ວຍບັນນາທິ ການໜັງສືພິມ The Nation ຂອງໄທ, ທ່ານ ພູ ໂສທິຣັກ ຜູ້ອຳນວຍການ ສະຖາບັນ ເພື່ອການຮ່ວມມື ແລະ ສັນຕິພາບ ຂອງກຳພູຊາ, ທ່ານ ດາວຈ່ອງຕູ່ ນັກຊ່ຽວຊານ ດ້ານການ ຈັດການນ້ຳ ພລັງງານນ້ຳ ແລະ ການປ່ຽນແປງ ຂອງດິນຟ້າ ອາກາດ ຈາກວຽດນາມ ແລະ ທ່ານ ຢັງ ລີ ຜູ້ຕາງໜ້າຈີນ
RFA

ນັກວິຊາການ ເຫັນວ່າ ຖ້າຢາກໃຫ້ ການຮ່ວມມື ແມ່ນ້ຳ ລ້ານຊ້າງ ແມ່ນ້ຳຂອງ ສຳເຣັດ ໄດ້ໝາກຜົນ ຈີນ ຕ້ອງໃຫ້ ຄວາມສຳຄັນ ແກ່ ປະເທດ ໃນ ພາກລຸ່ມ ແມ່ນໍ້າຂອງ. ທ່ານ ກະວີ ຈົງກິຕວອນ ຜູ້ຊ່ວຍ ບັນນາທິການ ໜັງສືພິມ The Nation ຂອງໄທ ກ່າວ ໃນກອງ ປະຊຸມ ກ່ຽວກັບ ການຮ່ວມມື ແມ່ນ້ຳ ລ້ານຊ້າງ ແມ່ນ້ຳຂອງ ຢູ່ ບາງກອກ ປະເທດໄທ ມື້ວານ ນີ້ວ່າ:

“ຖ້າຈີນ ຖືວ່າ ປະເທດ ໃນພາກລຸ່ມ ແມ່ນ້ຳຂອງ ເປັນຄືກັບ ເດີ່ນບ້ານ ຂອງຕົນ ກໍຈະດີ ເພາະ ປະເທດ ເຫລົ່ານັ້ນ ຈະໄດ້ຮັບ ຄວາມ ເຄົາຣົບ ນັບຖື ຈາກ ຈີນ ແລະ ຈະມີ ສ່ວນຮ່ວມ ໃນການ ປຶກສາ ຫາລື ໃນ ທຸກຂັ້ນຕອນ ແລະ ການຮ່ວມມື ຈະສຳເຣັດ ກໍໃນ ເມື່ອ ປະຊາຊົນ ມີສ່ວນຮ່ວມ ນຳ.”

ສ່ວນທ່ານ ພູ ໂສທິຣັກ ຜູ້ອຳນວຍການ ສະຖາບັນ ເພື່ອຄວາມ ຮ່ວມມື ແລະ ສັນຕິພາບ ຂອງ ກຳພູຊາ ເວົ້າວ່າ:

“ຖ້າຈີນ ຕ້ອງການໃຫ້ ປະເທດອື່ນ ມີສ່ວນຮ່ວມ ກັບການ ຈັດການນ້ຳ, ຈີນ ຕ້ອງຮ່ວມມື ກັບ ປະເທດອື່ນໆ ຢ່າງໂປ່ງໄສ ແລະ ໃຫ້ຟັງ ສຽງ ຂອງ ປະເທດ ທ້າຍນ້ຳ ແດ່ ດ້ວຍການ ເປີດເຜີຍ ຂໍ້ມູນ ກ່ຽວກັບ ເຂື່ອນ ຂອງຈີນ ຢູ່ພາກເໜືອ ແມ່ນ້ຳຂອງ ທັງໝົດ ໃຫ້ປະເທດ ອື່ນຮູ້; ຂໍ້ມູນເຫລົ່ານີ້ ຈະມີຄວາມ ສຳຄັນ ຫຼາຍຕໍ່ ປະເທດ ໃນພາກລຸ່ມ.”

ນັກວິຊາການ ອີກທ່ານນຶ່ງ ຄື ທ່ານ ດາວຈ່ອງຕູ່ ນັກຊ່ຽວຊານ ດ້ານການ ຈັດການນ້ຳ ພລັງງານນ້ຳ ແລະ ການປ່ຽນແປງ ຂອງ ດິນຟ້າ ອາກາດ ຈາກ ວຽດນາມ ກ່າວ ໃນກອງປະຊຸມ ວ່າ:

“ຂ້າພະເຈົ້າ ຄິດວ່າ ຖ້າຄນະ ກັມມາທິການ ແມ່ນ້ຳຂອງ ແລະ ຄນະແມ່ນ້ຳ ລ້ານຊ້າງ ແມ່ນ້ຳຂອງ ຮ່ວມມືກັນ ຫຼາຍຂື້ນ ກໍຈະດີ.”

ຈີນ ເປັນຜູ້ນຳ ຈັດ ກອງປະຊຸມ ການຮ່ວມມື ຣະຫວ່າງ ແມ່ນ້ຳ ລ້ານຊ້າງ ແລະ ແມ່ນ້ຳຂອງ ຂື້ນເປັນຄັ້ງ ທຳອິດ ເມື່ອເດືອນ ທີ່ແລ້ວ ເພື່ອຂຍາຍ ການຮ່ວມມື ຣະຫວ່າງ ປະເທດ ທາງພາກເໜືອ ແລະ ລຸ່ມ ຂອງ ແມ່ນ້ຳ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.