ລາວຄຣິສຕຽນຫາຍສາບສູນຢູ່ ວຽງຈັນ

ສິດນີ
2016.09.15
F-Vientiane ນະຄອນຫລວງວຽງຈັນ
RFA

ທ້າວ ແສງດາວ ບໍ່ຮູ້ນາມສະກຸນ ຊື່ງເປັນຄົນລາວ ທີ່ນັບຖືສາສນາ ຄຣິສຕຽນ ໃນ ນະຄອນຫຼວງ ວຽງຈັນ ໄດ້ ຫາຍສາບສູນໄປ ແບບບໍ່ຮູ້ ຮ່ອງຮອຍ, ຄາດວ່າ ໃນວັນທີ 29 ສິງຫາ ຜ່ານມາ ຊຶ່ງ ບັນດາ ຫມູ່ ຊາວຄຣິສຕຽນ ດ້ວຍກັນ ບອກວ່າ ມີຄວາມ ເປັນໄປໄດ້ ທີ່ຜູ້ກ່ຽວ ຈະຖືກ ເຈົ້າຫນ້າທີ່ລາວ ກັກຕົວ ແຕ່ບໍ່ຮູ້ ໃນຂໍ້ກ່າວຫາ ຫຍັງແທ້ ແລະ ຖືກກັກຂັງ ຢູ່ໃສ.

ຊາວຄຣິສຕຽນລາວ ທີ່ ໂບດ ຄຣິສຕຽນ ຢູ່ ນະຄອນຫຼວງ ວຽງຈັນ ນາງນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 15 ກັນຍາ ນີ້ວ່າ ຕາມປົກກະຕິ ແລ້ວ ທ້າວແສງດາວ ໄດ້ມາໂບດ ແຫ່ງນີ້ ເພື່ອທຳພີທີ ໃຫວ້ພະ ສວດມົນ ເປັນປະຈຳ ແຕ່ລະຍະຫລັງໆ ມານີ້ ປາກົດວ່າ ບໍ່ເຫັນລາວ ມາໂບດເລີຍ, ຊຶ່ງເປັນເຣື້ອງ ຜິດ ປົກກະຕິ ນາງເວົ້າວ່າ:

"ລາວເປັນສະມາຊິກ ທົ່ວໄປ ຂອງໂບດ ເຂົ້າມາໂບດ ທຸກອາທິດ ແຕ່ບໍ່ແມ່ນ ພະນັກງານ ຮັບໃຊ້ໂບດ ແບບເຕັມເວລາ ຊຶ່ງ ເປັນໄປໄດ້ ວ່າລາວ ຖືກ ເຈົ້າຫນ້າທີ່ ກັກຕົວໃວ້ ແຕ່ພວກນາງ ຍັງບໍ່ແນ່ໃຈ".

ນາງກ່າວຕື່ມວ່າ ທຸກມື້ນີ້ ຊາວຄຣິສຕຽນລາວ ຢູ່ໃນໂບດ ແຫ່ງນີ້ ກໍພາກັນ ສວດມົນ ພາວະນາ ຂໍພອນໃຫ້ ທ້າວ ແສງດາວ ປອດພັຍ ແລະ ກັບມາໂບດ ອີກໃຫມ່ ແຕ່ນາງ ບໍ່ສາມາດ ເວົ້າ ຣາຍລະອຽດ ຫຼາຍກວ່ານີ້ ຍ້ອນ ຈະບໍ່ປອດພັຍ.

ທ່ານ PATRICK KLEIN ເຈົ້າຫນ້າທີ່ ອົງການ ສາສນາ VISION BEYOND BORDERS ທີ່ມີ ສຳນັກງານ ໃຫຍ່ຢູ່ ສະຫະຣັດ ອະເມຣິກາ ໃຫ້ຂໍ້ມູນ ເພີ້ມຕື່ມວ່າ ການທີ່ ທ້າວແສງດາວ ຫາຍສາບສູນ ໄປນັ້ນ ເປັນຜົລ ມາຈາກ ການເຮັດວຽກ ກ່ຽວກັບ ສາສນາ ຄຣິສຕຽນ ຂອງລາວ ແລະ ທາງອົງການ ພວກເຮົາ ກໍໄດ້ຍິນ ມາວ່າ, ຜ່ານມາ ມີຊາວຄຣິສຕຽນ ໃນລາວ  ຈຳນວນນຶ່ງ ຖືກ ເຈົ້າຫນ້າທີ່ ຄຸມຂັງ ຮວມທັງ ໃນເດືອນ ມິນາ ປີນີ້ ມີຄົນ ອະເມຣິກັນ ສອງຄົນ ຖືກຂັງຄຸກ ໃນລາວ ຍ້ອນເຜີຍແຜ່ ຄຳພີ ສາສນາ ຄຣິສຕຽນ ໃຫ້ຊາວບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.